EU ສືບ​ຕໍ່​ໜູນ​ຊ່ວຍ ຢູ​ແກຼນ ເຂົ້າເປັນ​ສະ​ມາ​ຊິກກຸ່ມ

(VOVWORLD) -  ບັນດາການນຳ ສະຫະພາບ ເອີລົບ (EU) ໄດ້ຢັ້ງຢືນຄືນໃໝ່ ບັນດາຄຳໝັ້ນສັນຍາຢ່າງແຮງຂອງກຸ່ມສຳລັບ ຢູແກຼນ, ພ້ອມທັງປະກາດວ່າຈະສືບຕໍ່ສະໜອງການໜູນຊ່ວຍທີ່ຈຳເປັນເພື່ອໃຫ້ປະເທດນີ້ ດຳເນີນການປະຕິຮູບ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍເຂົ້າເປັນສະມາຊິກຂອງ EU.
EU ສືບ​ຕໍ່​ໜູນ​ຊ່ວຍ ຢູ​ແກຼນ ເຂົ້າເປັນ​ສະ​ມາ​ຊິກກຸ່ມ - ảnh 1ສຳນັກງານໃຫຍ່ ຂອງ ສະຫະພາບ ເອີລົບ (ພາບ: THX/TTXVN)

ວັນທີ 17 ຕຸລາ, ບັນດາການນຳ ສະຫະພາບ ເອີລົບ (EU) ໄດ້ຢັ້ງຢືນຄືນໃໝ່ ບັນດາຄຳໝັ້ນສັນຍາຢ່າງແຮງຂອງກຸ່ມສຳລັບ ຢູແກຼນ, ພ້ອມທັງປະກາດວ່າຈະສືບຕໍ່ສະໜອງການໜູນຊ່ວຍທີ່ຈຳເປັນເພື່ອໃຫ້ປະເທດນີ້ ດຳເນີນການປະຕິຮູບ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍເຂົ້າເປັນສະມາຊິກຂອງ EU. ນີ້ແມ່ນສະຫຼຸບທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມສຸດຍອດ ສະພາເອີລົບ ທີ່ໄດ້ດຳເນີນໃນວັນດຽວກັນ ຢູ່ ບຣູກແຊນ, ແບນຊິກ. ບັນດາການນຳ EU ກໍ່ໃຫ້ຮູ້ວ່າ ເຂົາເຈົ້າຍັງໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຢູແກຼນ ໃນການປັບປຸງ, ຟື້ນຟູ ແລະ ສ້າງຕັ້ງຄືນໃໝ່, ສົມທົບກັບບັນດາຄູ່ຮ່ວມມືສາກົນ. ກອງປະຊຸມຟື້ນຟູ ຢູແກຼນ ຄັ້ງຕໍ່ໄປໂດຍອີຕາລີຈະຈັດຂຶ້ນໃນເດືອນ ກໍລະກົດ ປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ