Houthi ນາບ​ຂູ່​ສືບ​ຕໍ່​ບຸກ​ໂຈມ​ຕີ ບັນ​ດາ​ກຳ​ປັ່ນ​ ​ບົນ​ເສັ້ນ​ທາງ​ຂົນ​ສົ່ງ​ສາ​ກົນ

(VOVWORLD) -  ກຳລັງ Houthi ຈະລົງໂທດ ອາເມລິກາ ຍ້ອນໄດ້ດຳເນີນ ບັນດາບັ້ນບຸກໂຈມຕີເລັ່ງໃສ່ບັນດາເຂດໂດຍກຳລັງນີ້ຄຸ້ມຄອງຢູ່ ເຢແມນ, ພ້ອມທັງຖະແຫຼງວ່າ ຈະສືບຕໍ່ບຸກໂຈມຕີບັນດາກຳປັ່ນບົນເສັ້ນທາງຂົນສົ່ງສາກົນ.
Houthi ນາບ​ຂູ່​ສືບ​ຕໍ່​ບຸກ​ໂຈມ​ຕີ ບັນ​ດາ​ກຳ​ປັ່ນ​ ​ບົນ​ເສັ້ນ​ທາງ​ຂົນ​ສົ່ງ​ສາ​ກົນ - ảnh 1ພາບປະກອບ: THX/TTXVN

ວັນທີ 17 ຕຸລາ, ທ່ານ Nasruddin Amer  ເຈົ້າໜ້າທີ່ການສື່ສານມວນຊົນຂອງ ກຸ່ມ Houthi ຢູ່ເຢແມນ, ໃຫ້ຮູ້ວ່າ ກຳລັງນີ້ຈະລົງໂທດ ອາເມລິກາ ຍ້ອນໄດ້ດຳເນີນ ບັນດາບັ້ນບຸກໂຈມຕີເລັ່ງໃສ່ບັນດາເຂດໂດຍກຳລັງນີ້ຄຸ້ມຄອງຢູ່ ເຢແມນ, ພ້ອມທັງຖະແຫຼງວ່າ ຈະສືບຕໍ່ບຸກໂຈມຕີບັນດາກຳປັ່ນບົນເສັ້ນທາງຂົນສົ່ງສາກົນ. ຄຳນາບຂູ່ຂອງ Houthi ໄດ້ຍົກອອກມາພາຍຫຼັງກອງບັນຊາການສູນກາງ ອາເມລິກາ (CENTCOM) ໃນວັນດຽວກັນ ກໍ່ໃຫ້ຮູ້ວ່າ ກອງທັບ ອາເມລິກາ ໄດ້ປະຕິບັດບັນດາເຫດບຸກໂຈມຕີທາງອາກາດ ເລັ່ງໃສ່ບັນດາຮາກຖານເກັບຮັກສາ ຢູ່ໃຕ້ດິນຂອງ ເຢແມນ ເຊິ່ງແມ່ນສະຖານທີ Houthi ເກັບຮັກສາລູກສອນໄຟ ແລະ ບັນດາອາວຸດອື່ນໆ ທີ່ໄດ້ນຳໃຊ້ເພື່ອບຸກໂຈມຕີບັນດາກຳປັ່ນບາງເສັ້ນທາງຂົນສົ່ງສາກົນ. ບັນດາເຫດບຸກໂຈມຕີທາງອາກາດຂອງກອງທັບ ອາເມລິກາແມ່ນເພື່ອແນໃສ່ເຮັດໃຫ້ກຳລັງການທະຫານຂອງ Houthi ອ່ອນແອລົງ ແລະ ບັງຄັບໃຫ້ກຳລັງນີ້ ຕ້ອງຢຸດຕິການນາບຂູ່ກຳລັງກອງທັບເຮືອອາເມລິກາ ແລະ ສາກົນ ກໍ່ຄືບັນດາກຳປັ່ນການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ