(vovworld) - ວັນທີ 28/07, ສຳນັກຂ່າວສານ Amaq ມີການພົວພັນກັບອົງການລັດອິດສະລາມ (IS) ອ້າງຊື່ເອງ ໄດ້ປະກາດເທບວີດີໂອ ໃນນັ້ນໄດ້ບັນທຶກພາບຂອງ 1 ໃນຈຳນວນ 2 ເປົ້າໝາຍບຸກໂຈມຕີໂບດຢູ່ Saint Etienne du Rouvray, ທາງພາກເໜືອຝລັ່ງ 2 ວັນກ່ອນນັ້ນ ຮຽກຮ້ອງໃຫ້ຊາວອິດສະລາມທຸກຄົນດັບສູນປະເທດເອີລົບ ນີ້. ເປົ້າໝາຍຄົນນີ້ໄດ້ນາບຄູ່ “ດັບສູນ” ປະເທດຝລັ່ງ ແລະ ແນໃສ່ປະທານາທິບໍດີ Francois Hollande ພ້ອມກັບທ່ານນາຍົກລັດຖະມົນຕີ Manuel Valls ໂດຍກົງ. ນອກນັ້ນ, ເປົ້າໝາຍຄົນນີ້ຍັງຮຽກຮ້ອງໃຫ້ຊາວອິດສະລາມທຸກຄົນ ນຳໃຊ້ທຸກຮູບການເພື່ອບຸກໂຈມຕີບັນດາປະເທດພັນທະມິດໃນກຳລັງທະຫານປະສົມສາກົນ ໂດຍອາເມລິກາ ນຳໜ້າ ທີ່ພວມເຂົ້າຮ່ວມບັ້ນຮົບຕ້ານພວກກະບົດອິດສະລາມ ຢູ່ຊີຣີ. ປະຈຸບັນ, ບັນດາເຈົ້າໜ້າທີ່ຝລັ່ງ ພວມດຳເນີນການສືບສວນຂໍ້ມູນຄວາມຈິງຂອງເທບວີດີໂອດັ່ງກ່າວ.