Nigeria ຈັບຕົວຫົວໂປກຸ່ມອິດສະລາມຫົວຮຸນແຮງ Ansaru
ກອງທັບ Nigeria
(ພາບ: TTXVN)
(vovworld) - ວັນທີ 03/04, ກອງທັບ Nigeria ໃຫ້ຮູ້ວ່າ, ໄດ້ຈັບຕົວ Khalid Al Barnawi, ຫົວໂປກຸ່ມອິດສະລາມຫົວຮຸງແຮງ Ansaru, ເຊິ່ງໄດ້ຮັບຖືວ່າແມ່ນກຸ່ມໜຶ່ງທີ່ແຍກອອກຈາກກຸ່ມອິດສະລາມຫົວຮຸນແຮງ Boko Haram ແລະ ມີການພົວພັນກັບອົງການກໍ່ການຮ້ານ Al Qaeda ຢູ່ອາຟະລິກາເໜືອ. Khalid Al Barnawi ນອນໃນບັນຊີລາຍຊື່ບັນດາພວກກໍ່ການຮ້າຍທີ່ອາເມລິກາ ພວມຊອກຈັບຢ່າງດຄ້ຽວຂາດ, ພ້ອມກັບ Abubakar Shekau (ຫົວໂປກຸ່ມຫົວຮຸນແຮງ Boko Haram) ແລະ Abubakar Adam Kambar, ຜູ້ກໍຕັ້ງ Ansaru. Khalid Al Barnawi ແມ່ນຫົວໂປ ຂອງ Ansaru ພາຍຫຼັງ Abubakar Adam Kambar ຖືກກອງທັບ Nigeria ດັບສູນເມື່ອປີ 2012.