ຜູ້ຊ່ຽວຊານກຸ່ມບໍລິສັດນ້ຳມັນອາຍແກສຫວຽດນາມຢູ່Algeria
|
(vovworld)- ທ່ານ ຫວູເທຫຽບ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Algeria ຮັບຜິດຊອບບັນຫາ Senegal ຫາກໍ່ຍື່ນສານຕາຕັ້ງຂອງປະທານປະເທດ ເຈືອງເຕີນຊາງ ຂຶ້ນເຈົ້າຫນ້າທີ່ປະເທດ Senegal. ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ Senegal ແຕ່ວັນທີ 3-6/3, ທ່ານເອກອັກຄະລັດຖະທູດ ຫວູເທຫຽບ ໄດ້ພົບປະແລກປ່ຽນຄຳເຫັນກັບລັດຖະມົນຕີການຕ່າງປະເທດ, ການຄ້າ, ພະລັງງານ ແລະ ຫົວຫນ້າຫ້ອງການກະຊວງອຸດສາຫະກຳ ແລະ ບໍ່ແຫ່ປະເທດ ເຈົ້າພາບ. ທີ່ການພົບປະຄັ້ງຕ່າງໆ, ບັນດາຄູ່ຮ່ວມມື Senegal ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະ ສະແດງຄວາມປາດຖະຫນາຢາກຊຸກຍູ້ການພົວພັນຮ່ວມມືສອງຝ່າຍກັບຫວຽດນາມ ໃນຫລາຍຂົງເຂດ, ພິເສດ ກ່ຽວກັບດ້ານເສດຖະກິດ ແລະ ການຄ້າ.