Show ສະແດງຊຸດອາພອນຫວຽດນາມ
ພາບ:sggp
|
(vovworld)- ຕອນຄ່ຳວັນທີ 20/2 ຢູ່ Asia Park ນະຄອນ ດາຫນັງ ໄດ້ດຳເນີນ Show ສະແດງຊຸດອາພອນຫວຽດນາມຜ່ານບັນດາໄລຍະ. ຈາກຫົວເລື່ອງເຊີດຊູເຂົ້າສານ, Show ສະແດງຊຸດອາພອນ ໄດ້ແນະນຳໃຫ້ຜູ້ຊົມ ບັນດາຊຸດເສື້ອຍາວໃນເມື່ອກ່ອນ ແລະ ປະຈຸບັນ ຂອງນັກອອກແບບ ລານເຮືອງ. ຮູບພາບບັນດານາງສາວຊົນນະບົດ ໃນຊຸດອາພອນເສື້ອຍາວໄດ້ວາດພາບຢ່າງມີຊີວິດຊີວາໃນ Show ນີ້, ພິເສດ ແນະນຳຄວາມງາມຊຸດອາພອນທີ່ເປັນມູນເຊື້ອຂອງແມ່ຍິງຫວຽດນາມ ຕໍ່ນັກທອ່ງທ່ຽວພາຍໃນ ແລະ ຕ່າງປະເທດ. ນອກນັ້ນ ລາຍການດັ່ງກ່າວຍັງສະແດງບັນດາລາຍການສິລະປະທີ່ເປັນເອກະລັກສະເພາະອີກດ້ວຍ.