(ພາບ: AFP/TTXVN )
(vovworld) –ວັນທີ 7/8, ອົງການການຄ້າໂລກ (WTO) ໄດ້ຮັກສາຄຳຕັດສິນໂດຍຢັ້ງຢືນວ່າຈີນ ໄດ້ລະເມີດບັນດາຂໍ້ກຳນົດດ້ານການຄ້າທົ່ວໂລກ ດ້ວຍເລື່ອງຈຳກັດການສົ່ງອອກດິນຫາຍາກ ຊື່ງແມ່ນວັດຖຸໄດ້ນຳໃຊ້ຢ່າງກວ້າງຂວາງໃນບັນດາຂົງເຂດຄື: ພະລັງງານຜະລິດຄືນໃໝ່, ໂທລະຄົມ, ການປ້ອງກັນຊາດ ແລະ ບັນດາຜະລິດຕະພັນເຕັກໂນໂລຊີສູງອື່ນໆ. ໃນແຈ້ງການເມື່ອວັນທີ 7/8, ຄະນະອຸທອນຂອງ WTO ໄດ້ປະຕິເສດໃບຂໍອຸທອນຂອງປັກກິງ ຍ້ອນບໍ່ພິສູດໄດ້ວ່າ, ບັນດາໂກຕາສົ່ງອອກໂດຍຈີນ ນຳໃຊ້ສຳລັບດິນຫາຍາກ, ກໍ່ຄື vonfram ແລະ molypden ແມ່ນສົມເຫດສົມຜົນ, ຄະນະອຸທອນຂອງ WTO ໄດ້ຮຽກຮ້ອງຈີນຕ້ອງດັດສົມໃຫ້ສອດຄ່ອງກັບບັນດາຫຼັກການການຄ້າສາກົນ. ຂໍ້ຕົກລົງຂອງຄະນະຕັດສິນອຸທອນຂອງ WTO ຖືກຖືວ່າແມ່ນຂໍ້ຕົກລົງສຸດທ້າຍ ແລະ ກ່ຽວກັບຫຼັກການຂອງບັນດາປະເທດສະມາຊິກ WTO ມີພັນທະຕ້ອງປະຕິບັດຕາມຕາມຂໍ້ຕົກລົງຂອງອົງການນີ້. ສ່ວນຝ່າຍຈີນສະແດງ “ຄວາມເສຍດາຍຢ່າງແຮງ“ ກ່ຽວກັບຂໍ້ຕົກລົງດັ່ງກ່າວ, ພ້ອມທັງຖືວ່າ, ເຂົາເຈົ້າ “ບໍ່ປະລະສິດຂອງຕົນເມື່ອເຂົ້າຮ່ວມ WTO ແນໃສ່ຢັ້ງຢືນເລື່ອງຮັບປະກັນອາກອນສົ່ງອອກອີງຕາມຄວາມຈຳເປັນເພື່ອປົກປັກຮັກສາສິ່ງແວດລ້ອມ“./.