ຫວິງຮີ - ບິ່ງເລິບ ເສັ້ນທາງແຫ່ງຄວາມປະທັບໃຈ.

(VOVWORLD) -ນິງຖ້ວນ ແມ່ນແຂວງໂຮມເຂົ້າກັບແຂວງ ແຄັ໊ງຮວ່າ ແມ່ນດິນແດນທີ່ມີຄວາມຮົກເຮື້ອ ນອນຢູ່ແຄມທະເລຕອນໃຕ້ພາກກາງ ເຊິ່ງບໍ່ພຽງແຕ່ມີຊື່ສຽງດ້ວຍທົ່ງເກືອຂາວ, ສວນໝາກອາງຸ່ນສຸກ ຫຼື ທາດຈານ ທີ່ເກົ່າແກ່. ເທົ່ານັ້ນ,ຢູ່ແຫ່ງນີ້ຍັງມີຂອງປະເສີດ ເຊິ່ງບໍ່ວ່ານັກທ່ອງທ່ຽວຜູ້ໃດທີ່ໄດ້ມາຢ້ຽມຢາມ ກໍ່ລ້ວນແຕ່ມີຄວາມປະທັບໃຈ ນັ້ນແມ່ນເສັ້ນທາງແຄມທະເລ DT7O2 ຫຼື ເອີ້ນວ່າ ເສັ້ນທາງ ຫວິງຮີ - ບິ່ງເລິບ.
ຫວິງຮີ - ບິ່ງເລິບ ເສັ້ນທາງແຫ່ງຄວາມປະທັບໃຈ. - ảnh 1ເສັ້ນທາງ ຫວິງຮີ - ບິ່ງເລິບ

    ດ້ວຍຄວາມຍາວປະມານ 60 ກິໂລແມັດ ເສັ້ນທາງ ຫວິງຮີ - ບິ່ງເລິບ ນອນຢູ່ແຄມປ່າສະຫງວນແຫ່ງຊາດ ໜຸຍຈົ໊ວ ມຸ່ງໜ້າສູ່ທະເລຕາເວັນອອກ. ເສັ້ນທາງນີ້ ໄດ້ແລ່ນຜ່ານຫຼາຍສະຖານທີ່ທ່ອງທ່ຽວທີ່ລືຊື່. ລຽບຕາມເສັ້ນທາງແມ່ນທັດຊະນີຍະພາບທີ່ຮົກເຮື້ອ ດ້ວຍພູຜາໃຫຍ່ໂຕມະໂຫຖານ, ເນື້ອທີ່ພຶກສາຊາດຂຽວອຸ່ມທຸ່ມ ແລະ ເຂດທະເລດ້ວຍນ້ຳໃສຂຽວເຢັນ

      ຢູ່ແຫ່ງນີ້ເປັນທີ່ຮູ້ຈັກກັນດີ ແມ່ນໜຶ່ງໃນຈຳນວນ 9 ຫາດຊາຍທະເລທີ່ສວຍງາມກວ່າໝູ່ຢູ່ ຫວຽດນາມ ດ້ວຍຫາດຊາຍຮາບພຽງ, ນ້ຳທະເລໃສຂຽວເຢັນ ເຊິ່ງແມ່ນສະຖານທີ່ທ່ອງທ່ຽວທີ່ດີ ສຳລັບຜູ້ມັກອາບນ້ຳທະເລ, ຕຶກປາ, ຂີ່ເຮືອ… ນາງ ເຈິ່ນງອກເຈົາ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນວ່າ:

“ລຽບຕາມທະເລກໍ່ມີສາມຫາດຊາຍ, ໃນນັ້ນມີຫາດຊາຍ ນິງຈື໊ ແມ່ນງາມກວ່າໝູ່. ຫາດຊາຍທະເລ ນິງຈື໊ ກໍ່ມີຈຸດທີ່ພົ້ນເດັ່ນ ນັ້ນແມ່ນມີສາຍພູອອກສູ່ທະເລ ດັ່ງນັ້ນຂ້າພະເຈົ້າສາມາດຮັບຊົມທະເລທີ່ກວ້າງໃຫຍ່ໄພສານ ທັງສາມາດເຫັນດວງຕາເວັນຂຶ້ນຈາກສາຍພູ. ຂ້າພະເຈົ້າຮູ້ສຶກຄືໄດ້ເຊື່ອມຕົວເຂົ້າກັບທຳມະຊາດ”.

ເມື່ອເດີນຜ່ານເຂດທະເລ ນິງຈື໊ ກໍ່ປາກົດມີທັດຊະນີຍະພາບທີ່ງົດງາມແຫ່ງເທບນິຍາຍ ເຊິ່ງຍອດສູງແມ່ນຕອນຈາກອ່າວ ຫວິງຮີ ຫາ ບິ່ງຕຽນ. ນີ້ໄດ້ຮັບຖືວ່າ ແມ່ນຫົວໃຈຂອງເສັ້ນທາງ ເປັນແຫ່ງສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວບໍ່ວ່າຜູ້ໃດເມື່ອເດີນຜ່ານ. ເສັ້ນທາງປຽບເໝືອນແຖບຜ້າໄໝວາງຢູ່ເຄິ່ງກາງ ເບື່ອງໜຶ່ງແມ່ນທະເລທີ່ກວ້າງໃຫຍ່ໄພສານ, ສ່ວນເບື້ອງໜຶ່ງແມ່ນພູຫີນປູນສູງຊັນ. ສະຖານທີ່ບໍ່ອາດພາດໂອກາດແວ່ຢາມບົນເສັ້ນທາງນີ້ກໍ່ແມ່ນອ່າວ ຫວິງຮີ ຖືກອ້ອມຮອບໄປດ້ວຍສາຍພູຫີນປູນ ທາງລຸ່ມແມ່ນນ້ຳທະເລຂຽວໃສເຢັນອາດສາມາດເຫັນປາກາລັງຫຼາກຫຼາຍສີສັນ. ນາງ ຫງວຽນແອັງດ່າວ ແຂກທ່ອງທ່ຽວ ດ່າໜັງ ໃຫ້ຮູ້ວ່າ:

 “ຢູ່ທີ່ນີ້ທ້ອງຟ້າແຈ່ມໃສ, ນ້ຳທະເລຂຽວໃສເຢັນ, ທັດຊະນີຍະພາບງົດງາມທີ່ສຸດ. ຢູ່ແຫ່ງນີ້ແຂກທ່ອງທ່ຽວຈະໄດ້ຄົ້ນຫາຄວາມສະຫງົບສຸກຢູ່ເຂດທະເລ ຫວິງຮິ”.

ເສັ້ນທາງແຄມທະເລ ນິງຖ້ວນ ບໍ່ພຽງແຕ່ມີທິວທັດທຳມະຊາດທີ່ງົດງາມເທົ່ານັ້ນ ຫາກຍັງແມ່ນສະຖານທີ່ນຳແຂກທ່ອງທ່ຽວຍັບເຂົ້າໃກ້ກັບຊີວິດວັດທະນະທຳ ແລະ ອາຫານການກິນທີ່ເປັນເອກະລັກຂອງດິນແດນແຫ່ງນີ້. ນິງຖ້ວນ ຖືກຂະໜານນານວ່າແມ່ນບໍ່ເກີດຂອງໝາກອາງຸ່ນ ແລະ ສວນອາງຸ່ນ ຖາຍອານ ແມ່ນໜຶ່ງໃນບັນດາສວນອາງຸ່ນທີ່ໃຫຍ່ກວ່າໝູ່ໃນເຂດ. ມີແຂກທ່ອງທ່ຽວບາງຄົນ ໃຫ້ຮູ້ວ່າ:

 “ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຊົມສວນອາງຸ່ນທີ່ຫຼວງຫຼາຍເຊັ່ນນີ້. ຂ້າພະເຈົ້າໄດ້ເດັດເອົາໝາກອາງຸ່ນສຸກ ແລະ ໄດ້ຊີມລົດຊາດພິເສດຂອງມັນເລີຍ”

“ມານີ້ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ. ສວນກວ້າງຂວາງ ມີໝາກອາງຸ່ນຫຼາຍ , ແຊບ ແລະ ລາຄາກໍ່ເໝາະສົມ. ພິເສດຢູ່ແຫ່ງນີ້ມີທັດຊະນີຍະພາບທີ່ງົດງາມ, ເປັນສະຖານທີ່ຖ່າຍຮູບດີທີ່ສຸດ.”

 ເສັ້ນທາງແຄມທະເລ ນິງຖ້ວນ ບໍ່ພຽງແຕ່ແມ່ນເສັ້ນທາງຄົມມະນາຄົມເຊື່ອມຕໍ່ລະຫວ່າງເຂດດິນຕ່າງໆເທົ່ານັ້ນ, ສຳລັບນັກທ່ອງທ່ຽວຫຼາຍຄົນແລ້ວ ນີ້ຍັງແມ່ນຜະລິດຕະພັນສິລະປະກຳຂອງທຳມະຊາດອີກດ້ວຍ. ນີ້ແມ່ນການປະສານສົມທົບຢ່າງສົມບູນລະຫວ່າງຄວາມງາມທີ່ໃຫຍ່ໂຕມະໂຫຖານຂອງພູຜາປ່າໄມ້ ແລະ ຄວາມດູດດື່ມຂອງທະເລຄວາມອຸດົມສົມບູນຂອງວັດທະນະນະທຳທ້ອງຖິ່ນ ແລະ ຄວາມຈິງໃຈຮັກແພງແຂກຄົນຂອງຊາວທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ