ສວນພຶກສາຊາດ ຮ່າໂຮ້ຍ- ສະຖານທີ່ທ່ອງທ່ຽວສີຂຽວທີ່ດູດດື່ມ.

(VOVWORLD) -ສວນພຶກສາຊາດ ຮ່າໂນ້ຍ ບໍ່ພຽງແຕ່ເຂດຊີວະພາບທີ່ເປັນເອກະລັກ ແມ່ນແຫ່ງປະສົມປະສານລະຫວ່າງທຳມະຊາດທີ່ງົດງາມ ແລະ ພຶກສາຊາດເທົ່ານັ້ນ ຫາກຍັງແມ່ນບ່ອນເກັບຮັກສາອະນຸລັກບັນດາພຶກສາຊາດທີ່ມີຄ່າຫາຍາກຫຼາຍຊະນິດເພື່ອຮັບໃຊ້ຄວາມຕ້ອງການຄົ້ນຄວ້າວິທະຍາສາດ ການສຶກສາ. ພາຍຫຼັງງກໍ່ສ້າງມາເປັນເວລາຫຼາຍປີ, ສວນພຶກສາຊາດ ຮ່າໂນ້ຍ ໄດ້ກາຍເປັນສະຖານີທ່ອງທ່ຽວຊີວະພາບທີ່ບໍ່ອາດພາດໂອກາດແວ່ຢາມຂອງຜູ້ຮັກທຳມະຊາດ.
ສວນພຶກສາຊາດ ຮ່າໂຮ້ຍ- ສະຖານທີ່ທ່ອງທ່ຽວສີຂຽວທີ່ດູດດື່ມ. - ảnh 1ສວນພຶກສາຊາດ ຮ່າໂນ້ຍ ຫາກໍໄດ້ຮັບການຮັບຮອງເປັນສະຖານທີ່ທ່ອງທ່ຽວລະດັບນະຄອນ

     ສວນພຶກສາຊາດ ຮ່າໂນ້ຍຕັ້ງຢູ່ຕາແສງ ເຕຍຕິ້ວ ນະຄອນ ່ຮາໂນ້ຍ ເຊິ່ງໄດ້ລົງມືກໍ່ສ້າງມາແຕ່ປີ 1998 ສວນມີເນື້ອທີ່ 20 ເຮັກຕາ ອະນຸລັກພຶກສາຊາດທີ່ມີຄ່າຫາຍາກຫຼາຍກວ່າ 300 ຊະນິດ. ຢູ່ແຫ່ງນີ້ຍັງມີສູນຄົ້ນຄວ້າ ແລະ ອະນຸລັກບັນດາ

ຕົ້ນຢາສະໝູນໄພທີ່ມີຄວາມສ່ຽງຖືກສູນພັນ. ປອ. ເຈິ່ນງອກນິງ ນັກຊ່ຽວຊານປ່າໄມ້ ໃຫ້ຂໍ້ສັງເກດວ່າ:

 “ໃນສວນພຶກສາຊາດແຫ່ງນີ້ ກໍ່ມີບັນດາຕົ້ນໄມ້ທີ່ມີຄ່າຫາຍາກ ເຊິ່ງໄດ້ຄົ້ນຄວ້າຄືຕົ້ນແປກແດງ ເຊິ່ງສາມາດໃຊ້ເປັນຢາປົວພະຍາດມະເຮັງ, ມີຕົ້ນ ນາເຊຍເພີຣີ, ຕົ້ນແປກໃບສັ້ນ ເພື່ອເຮັດເປັນຕົ້ນໄມ້ປະດັບ.”

ດ້ວຍລະບົບຊີວະພາບ ທີ່ອຸດົມສົມບູນຫຼາຍຮູບຫຼາຍສີ, ອາກາດປອດໂປ່ງ, ສວນພຶກສາຊາດ ຮາໂນ້ຍ ຖືກວາງແຜນຜັງກາຍເປັນເຂດທ່ອງທ່ຽວຊີວະພາບ - ການສຶກສາຄົ້ນຄວ້າສິ່ງແວດລ້ອມ - ຄົ້ນຄວ້າບັນດາເຂດໃນປ່າຄື ເຂດປ່າທຳມະຊາດ ແລະ ຊີວະພາບ - ເຊິ່ງແມ່ນສະຖານທີ່ທີ່ແຂກທ່ອງທ່ຽວອາດຈະພັກຜ່ອນບັນເທີງ ຍ່າງເລາະໃນທ່າມການອາກາດປອດໂປ່ງ. ເຂດວາງສະແດງພຶກສາຊາດຕາມຫົວເລື່ອງ ເພື່ອຮັບໃຊ້ການຮ່ຳຮຽນຄົ້ນຄວ້າ; ເຂດສຶກສາຄົ້ນຄວ້າສີຂຽວທີ່ສະຫງວນໃຫ້ແກ່ນັກຮຽນນັກສຶກສາ. ທ່ານ ເລດິ່ງຕວ່ານ ຮອງຜູ້ອຳນວຍການວິສາຫະກິດສວນໝາກໄມ້ທ່ອງທ່ຽວ ຕື່ລຽມ -ບໍລິສັດ MTV ລົງທຶນ ແລະ ພັດທະນາກຳສິກຳ ຮ່າໂນ້ຍຈຳກັດ ໃຫ້ຮູ້ວ່າ:

“ສວນພຶກສາຊາດ ແບ່ງເປັນຫຼາຍເຂດ, ເຂດລົງເລິກກ່ຽວກັບໄມ້ຂະຍຸງ, ເຂົ້າໄປເລິກໃນສວນແມ່ນເຂດລົງເລິກກ່ຽວກັບໄມ້ດູ ໄມ້ແດງ… ຢູ່ກາງສວນກໍ່ມີໜອງກວ້າງ 1,5 ເຮັກຕາ. ຈຸດທີ່ພົ້ນເດັ່ນຂອງຕົ້ນຕໍ່ແມ່ນອະນຸລັກບັນດາຕົ້ນໄມ້ປ່າ ແລະ ດອກໄມ້ຫຼາຍຊະນິດ”.

ນາງ ຫງວຽນເຮືອງລຽນ ມາຈາກແຂວງ ອານຢາງ ມາຢ້ຽມຊົມເຂດສວນ ເວົ້າວ່າ:

“ເຮົາມາຢາມ ຮ່າໂນ້ຍ ໄດ້ສອງວັນແລ້ວ, ເຮົາກໍ່ມີຄວາມຊົມຊອບທີ່ສຸດ ເຖິງວ່າຢູ່ພາກໃຕ້ກໍ່ມີສວນຫຼາຍແຫ່ງ. ຂ້າພະເຈົ້າຮູ້ສຶກປະທັບໃຈ, ຢູ່ແຫ່ງນີ້ມີບັນດາຕົ້ນໄມ້ໃຫຍ່ອາກາດປອດໂປ່ງ ເຢັນສະບາຍ”.

ບໍ່ພຽງແຕ່ໄດ້ເຊື່ອມຕົວເຂົ້າກັບທຳມະຊາດທີ່ງົດງາມ ອາກາດປອດໂປ່ງເທົ່ານັ້ນ, ມາຢາມສວນພຶກສາຊາດ ່ຮາໂນ້ຍ ແຂກທ່ອງທ່ຽວຍັງໄດ້ຢ້ຽມຊົມຫໍວາງສະແດງບັນດາຕົວຢ່າງແມງໄມ້, ສັດພຶກສາຊາດທີ່ຫາຍາກ ເພື່ອຮັບໃຊ້ວຽກງານຄົ້ນຄວ້າວິທະຍາສາດ ແລະ ສິ່ງແວດລ້ອມ”

ນອກຈາກນັ້ນແຂກທ່ອງທ່ຽວຍັງຈະໄດ້ເຂົ້າຮ່ວມເກມຫຼິ້ນພື້ນເມືອງຄື ຂີ່ໄມ້ໂຢກເຢກ, ດຶງເຊືອກ, ການເຄື່ອນໄຫວຄົ້ນຫາປູກດອກໄມ້, ກ້າເບ້ຍໄມ້, ເກືອບອາຫານໃຫ້ສັດ. ເຂົ້າຮ່ວມການຢ້ຽມຊົມຄົ້ນຫາ, ບັນດາພວກນ້ອງນັກຮຽນ ສັງກັດໂຮງຮຽນມັດທະຍົມຕອນຕົ້ນ ເຕິນດິ້ງ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ລູກມາຢ້ຽມຊົມ ສວນພຶກສາຊາດ ຮ່າໂນ້ຍ ໄດ້ຊອກຮູ້ບັນດາຕົ້ນໄມ້, ດອກໄມ້ປ່າຫຼາຍຊະນິດທີ່ບໍ່ເຄີຍໄດ້ເຫັນ. ມີບັນດາຕົ້ນໄມ້ໃຫຍ່, ໄດ້ຟັງສຽງນົກຮ້ອງ, ສຽງກັບແກ້ທີ່ປະທັບໃຈ”.

“ລູກຊົມການຢ້ຽມຊົມຄົ້ນຫາທີ່ສຸດ. ລູກຍັງໄດ້ເຂົ້າຮ່ວມການຫຼິ້ນເກມພ້ອມກັບບັນດາໝູ່ເພື່ອນ ລູກໄດ້ນອນຫຼັບໃນຕູບຢູ່ກາງປ່າ ເຊິ່ງນັບແຕ່ກ່ອນມາຮອດປັດຈຸບັນລູກຍັງບໍ່ທັນໄດ້ເຮັດສິ່ງນີ້ເທື່ອ”.

 ພາຍຫຼັງກໍ່ສ້າງມາເປັນເວລາ 30 ປີ, ປັດຈຸບັນ ສວນພຶກສາຊາດ ຮ່າໂນ້ຍ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວສີຂຽວທີ່ເປັນໜ້າຈັບໃຈ ດຶງດູດຫຼາຍຄອບຄົວ ເພື່ອນໜຸ່ມ ແລະ ແຂກທ່ອງທ່ຽວສາກົນມາຢຢ້ຽມຊົມຊອກຮູ້, ໄດ້ເຊື່ອມຕົວເຂົ້າກັບບັນຍາກາດສະຫງົບງຽບທີ່ງົດາມ ແລະ ຮູ້ສຶກໄດ້ເຖິງຄວາມສະງົບງຽບໃນທ່າມກາງເຂດຕົວເມືອງທັນສະໄໝທີ່ເນືອງນັນ. 

ຕອບກັບ

ຂ່າວ/ບົດ​ອື່ນ