(VOVWORLD) - ນັບແຕ່ຊຸມປີ 90, ຫວຽດນາມ ໄດ້ສົ່ງນັກຊ່ຽວຊານໄປຊ່ວຍເຫຼືອລາວ ກໍ່ສ້າງຂະແໜງສຳເນົາເອກະສານເປັນປະຈຳ. ມາຮອດປັດຈຸບັນນີ້, ກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ແລະ ກົມເອກະສານແຫ່ງຊາດລາວ ຍັງສືບຕໍ່ຮັກສາມູນເຊື້ອອັນດີງາມນັ້ນ ແລະເພີ່ມທະວີຢ່າງບໍ່ຢຸດຢັ້ງ. ທັງສອງຝ່າຍພ້ອມກັນມຸ່ງໄປເຖິງເປົ້າໝາຍລວມນັ້ນແມ່ນຮັກສາ ແລະ ສ້າງໂອກາດເພື່ອໃຫ້ມະຫາຊົນເຂົ້າເຖິງບັນດາເອກະສານທີ່ໄດ້ຮັກສາໄວ້ ເພື່ອເສີມຂະຫຍາຍບັນດາຄຸນຄ່າອັນຍືນຍົງຂອງຊາດ, ຂອງນ້ຳໃຈສາມັກຄີ, ມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ - ລາວ.
ນັ້ນແມ່ນຄຳແບ່ງປັນຂອງ ທ່ານນາງ ສາຍໄໝ ອິນທະວົງ - ຫົວໜ້າພະແນກເກັບກຳເອກະສານເປັນສຳເນົາ, ກົມເອກະສານແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີແຫ່ງ ສປປ.ລາວ. ທ່ານນາງ ສາຍໄໝ ເຄີຍເຂົ້າຮ່ວມຫຼາຍຊຸດຝຶກອົບຮົມບຳລຸງສ້າງພະນັກງານ ໂດຍກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ຈັດຂຶ້ນ. ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຄັ້ງນີ້ (ແຕ່ວັນທີ 15 – 19 ກັນຍາ 2025), ທ່ານນາງ ສາຍໄໝ ພ້ອມດ້ວຍບັນດາສະມາຊິກໃນຄະນະຜູ້ແທນກົມເອກະສານແຫ່ງຊາດລາວ ໄດ້ໄປທັດສະນະສຶກສາ, ທາບທາມໄດ້ຫຼາຍບົດຮຽນປະສົບການໃໝ່.
ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນການຮ່ວມມື ໃນຂົງເຂດສຳເນົາເອກະສານ ໄລຍະ 2026 – 2027
|
ສອງປີເທື່ອໜຶ່ງ, ສອງຝ່າຍໄດ້ຜັດປ່ຽນກັນຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນການຮ່ວມມືໃຫ້ແກ່ແຕ່ລະໄລຍະ. ບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນການຮ່ວມມືໃນຂົງເຂດສຳເນົາເອກະສານ ໄລຍະ 2026 – 2027 ຫາກໍດຳເນີນຢູ່ ຮ່າໂນ້ຍ (ວັນທີ 17 ກັນຍາ) ສືບຕໍ່ເປີດໂອກາດຮ່ວມມືທີ່ມີຫົວຄິດປະດິດຄິດສ້າງ ແລະ ແທດຈິງ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ ດັ້ງແທັງຕຸ່ງ, ຫົວໜ້າກົມເອກະສານ ແລະ ສຳເນົາແຫ່ງລັດ, ກະຊວງພາຍໃນ ຫວຽດນາມ ໃຫ້ຮູ້ວ່າ:
“ເນື້ອໃນຈຸດສຸມຂອງແຜນການຮ່ວມມືໄລຍະນີ້ແມ່ນເສີມຂະຫຍາຍຄຸນຄ່າເອກະສານ ແລະ ຊ່ວຍເຫຼືອລາວຫັນເປັນດີຈີຕອນ. ອົງການສຳເນົາເອກະສານ ຫວຽດນາມ ຈະສະເໜີຕໍ່ຂັ້ນທີ່ມີສິດອຳນາດສະຫງວນງົບປະມານເພື່ອບຳລຸງກໍ່ສ້າງຊັບພະຍາກອນມະນຸດກ່ຽວກັບການຮັກສາເອກະສານເປັນສຳເນົາແບບເອເລັກໂຕນິກໃຫ້ແກ່ລາວ ເພື່ອກະກຽມແຫຼ່ງກຳລັງໃຫ້ແກ່ການພັດທະນາໃໝ່. ໄປຄຽງຄູ່ກັນນັ້ນ, ອົງການສຳເນົາເອກະສານ ຫວຽດນາມ ກໍຈະຊ່ວຍເຫຼືອລາວສ້າງຍຸດທະສາດຫັນການຮັກສາເອກະສານເປັນສຳເນົາແບບເກົ່າມາເປັນການຮັກສາເອກະສານເປັນສຳເນົາແບບເອເລັກໂຕນິກ”.
ທ່ານ ດັ້ງແທັງຕຸ່ງ, ຫົວໜ້າກົມເອກະສານ ແລະ ສຳເນົາແຫ່ງລັດ, ກະຊວງພາຍໃນ ຫວຽດນາມ |
ບໍ່ພຽງແຕ່ຄືແນວນັ້ນ, ສອງຝ່າຍຍັງວາງອອກຫຼາຍກິດຈະກຳດ້ວຍຫຼາຍຮູບການຜ່ານເອກະສານທີ່ໄດ້ຮັກສາເປັນສຳເນົາ ເພື່ອແນໃສ່ຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈ, ປຸກລຸກນ້ຳໃຈຮັກຊາດ ຮັກບ້ານເກີດເມືອງ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນບໍລິສຸດຜຸດຜ່ອງ ຫວຽດນາມ - ລາວ ໃຫ້ໝັ້ນຄົງ. ທ່ານ ດັ້ງແທັງຕຸ່ງ ຫົວໜ້າກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ເນັ້ນໜັກຕື່ມອີກວ່າ:
“ເອກະສານທີ່ກ່ຽວຂ້ອງເຖິງສາຍພົວພັນສອງປະເທດແມ່ນແຫຼ່ງເອກະສານທີ່ລ້ຳຄ່າ ຕ້ອງໄດ້ຮັບການເກັບຮັກສາຕະຫຼອດການ. ເລື່ອງເກັບກຳເອກະສານທີ່ກ່ຽວຂ້ອງເຖິງທະຫານອາສາສະໝັກ ຫວຽດນາມ ພ້ອມກັບທະຫານປະເທດລາວ ຕ້ານຈັກກະພັດ ອາເມລິການັ້ນ ພວມແມ່ນບຸລິມະສິດແຖວໜ້າໃນໄລຍະຈະມາເຖິງ ເພື່ອເກັບກຳ, ຮັກສາໄວ້ຢ່າງທັນການ ກ່ອນທີ່ຈະຖືກສູນຫາຍໄປ. ໃນປີ 2025, ຫວຽດນາມ ຈະໜູນຊ່ວຍລາວພິມຈຳໜ່າຍບັນດາສື່ສິ່ງພິມກ່ຽວກັບສາຍພົວພັນແບບພິເສດ ຫວຽດນາມ - ລາວ, ກ່ຽວກັບເອກະສານທີ່ມີຄຸນຄ່າພິເສດຂອງລາວ... ສະບັບພາສາລາວ. ໂດຍແມ່ນປະເທດສະມາຊິກທີ່ຕັ້ງໜ້າຂອງສະພາສຳເນົາເອກະສານໂລກ, ຫວຽດນາມ ຈະຊ່ວຍລາວ ຜັນຂະຫຍາຍການເສີມຂະຫຍາຍຄຸນຄ່າຂອງເອກະສານຢ່າງແຮງ ໂດຍຜ່ານການຈັດງານວາງສະແດງໂດຍກົງ, ແບບທາງໄກ, ງານວາງສະແດງ 3D, ເຕັກໂນໂລຢີ VCAR...”
ທ່ານ ບຸນຍົງ ສີສຸພັນ ຫົວໜ້າກົມເອກະສານແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາວ |
ທ່ານ ບຸນຍົງ ສີສຸພັນ ຫົວໜ້າກົມເອກະສານແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາວ ກໍຖືວ່າ ໃນສັງກາດດີຈີຕອນ, ຂະແໜງສຳເນົາເອກະສານຢູ່ບໍ່ວ່າປະເທດໃດໃນໂລກ, ລວມທັງ ຫວຽດນາມ ແລະ ລາວ ກໍຕ້ອງມີການປ່ຽນແປງໃໝ່, ຫັນເປັນທັນສະໄໝ, ເພື່ອໃຫ້ຄວາມຊົງຈຳສາມາດຮ່ວມເດີນທາງພ້ອມກັບຍຸກປັດຈຸບັນ ແລະ ອະນາຄົດ. ເພາະສະນັ້ນ, ບັນດາກິດຈະກຳຮ່ວມມືໃນໄລຍະຈະມາເຖິງ ແມ່ນມີຄວາມໝາຍສຳຄັນທີ່ສຸດ.
ການສຳເນົາເອກະສານ ບໍ່ພຽງແຕ່ແມ່ນວິຊາການບໍລິຫານເທົ່ານັ້ນ, ຫາກຍັງເປັນລູກກຸນແຈເປີດສາງແຫ່ງຄວາມຊົງຈຳດ້ານປະຫວັດສາດຂອງແຕ່ລະຊາດອີກດ້ວຍ. ຢູ່ ຫວຽດນາມ ແລະ ລາວ, ເອກະສານອັນລ້ຳຄ່າແຕ່ລະໜ້ານັ້ນ ບໍ່ພຽງແຕ່ເປັນພະຍານຫຼັກຖານປະຫວັດສາດ ທີ່ບັນທຶກວິວັດທະນາການແຫ່ງການພັດທະນາຂອງແຕ່ປະເທດໄວ້ເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງແຮງດ້ານຈິດໃຈ, ຊ່ວຍໃຫ້ຄົນລຸ້ນປັດຈຸບັນ ແລະ ຄົນລຸ້ນຫຼັງສາມາດເຂົ້າໃຈ, ມີຄວາມຮັກ ແລະ ສືບທອດມູນເຊື້ອຂອງແຕ່ລະປະເທດ ເວົ້າສະເພາະ ແລະ ສາຍພົວພັນອັນດີງາມ ຫວຽດນາມ - ລາວ ເວົ້າລວມ ໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ./.