ຄວາມຊົງຈຳຢູ່ຕາແສງອາຊີບ ຜ່ານ “ສະຖານທີ່ເລົ່າເລື່ອງ ສາລາ ກິມເງິນ”
(VOVWORLD) - ແທນທີ່ຈະເກັບຕົວໃນຊັ້ນຝຸ່ນຕາມການເວລາ, ປັດຈຸບັນ ມໍລະດົກແຫ່ງຊາດນີ້ໄດ້ປຸກລຸກດ້ວຍໂຄງການພິເສດ: “ສະຖານທີ່ເລົ່າເລື່ອງ ສາລາ ກິມເງິນ”.
 |
| ສາລາ ກິມເງິນ (ຢູ່ເຮືອນເລກທີ 44 ຖະໜົນ ຮ່າງບາກ) - ເຊິ່ງແມ່ນມໍລະດົກທີ່ຄຶກຂຶມຕິດພັນໄປດ້ວຍຄວາມຊົງຈຳທີ່ຮຸ່ງເຮືອງເຫຼືອງເຫຼື້ອມກ່ຽວກັບຕາແສງອາຊີບຕີເງິນຕີຄຳທີ່ມີຊື່ສຽງ - ຕັ້ງຢູ່ທ່າມກາງໃຈກາງຖະໜົນເມືອງເກົ່າ ຮ່າໂນ້ຍ ທີ່ຄັບຄາໜາແໜ້ນ (ພາບ: ຫ໋າຍຮ່າ) |
 |
| ແທນທີ່ຈະເກັບຕົວໃນຊັ້ນຝຸ່ນຕາມການເວລາ, ປັດຈຸບັນ ມໍລະດົກແຫ່ງຊາດນີ້ ໄດ້ປຸກລຸກດ້ວຍໂຄງການພິເສດ: “ສະຖານທີ່ເລົ່າເລື່ອງ ສາລາ ກິມເງິນ”, ຄືກັນກັບຄຳເຊື້ອເຊີນແຂກທ່ອງທ່ຽວກ້າວເຂົ້າສູ່ການໂອ້ລົມສົນທະນາລະຫວ່າງປະຫວັດສາດ ແລະ ປັດຈຸບັນ. |
 |
| ສະຖານທີ່ວາງສະແດງໄດ້ເປີດສາກດ້ວຍເລື່ອງລາວກ່ຽວກັບຕົ້ນກຳເນີດ ເຊິ່ງແມ່ນສະຖານທີ່ບັນດາໜ້າປະຫວັດສາດອາຊີບໄດ້ວາດພາບຫວນຄືນຜ່ານເອກະສານ, ຮູບແບບ, ສິ່ງພິສູດຕ່າງໆ. |
 |
| ນັກວິສະວະກອນ ບຸຍຕຽນ - ບໍລິສັດຫຸ້ນສ່ວນອອກແບບ ໂບ້ຍເອິນ, ຫົວໜ້າໂຄງການ “ສະຖານທີ່ເລົ່າເລື່ອງ ສາລາ ກິມເງິນ” ແບ່ງປັນວ່າ ໂຄງການໄດ້ເລີ່ມຕົ້ນຈາກຄວາມເມົາມົວທີ່ເລິກເຊິ່ງຕໍ່ກັບລວດລາຍ, ລາຍແຕ້ມພື້ນເມືອງຫວຽດນາມ. (ພາບ: ຫ໋າຍຮ່າ) |
 |
| ບັນດາຄຸນຄ່າວັດນະທະທຳ, ມໍລະດົກຍາມໃດກໍ່ແມ່ນບ່ອນອີງ ແລະ ແມ່ນພື້ນຖານເພື່ອໃຫ້ພວກເຮົາສືບຕໍ່ກ້າວເດີນໄປໃນຍຸກສະໄໝໃໝ່. |
 |
| ໂຄງການ “ສະຖານທີ່ເລົ່າເລື່ອງສາລາ ກິມເງິນ” ໄດ້ສຸມໃສ່ຂຸດຄົ້ນຄຸນຄ່າຄວາມງາມ - ວັດທະນະທຳຈາກລະບົບລວດລາຍພື້ນເມືອງ. |
 |
| ໂຄງການໄດ້ສ້າງສະຖານທີ່ເລົ່າເລື່ອງດ້ວຍວັດຖຸພັນ ແລະ ຮີດຄອງປະເພນີ, ແນະນຳສິ່ງຍອດຍິ່ງຂອງບັນດາອາຊີບຕີເງິນຕີຄຳ, ອາຊີບເຮັດເຄື່ອງຈາກເຂົາສັດ. |
 |
| ຜະລິດຕະພັນໄດ້ວາງສະແດງຢູ່ສາລາ ກິມເງິນ. |
 |
| ຕົ້ນໄມ້ ແບັກເງະ (ຕົ້ນສັບພະວິຊາຊີບ) - ໂຄມໄຟແຕ່ລະອັນໄດ້ແຂວນຢູ່ເທິງຕົ້ນໄມ້ແມ່ນພາບການເຄື່ອນໄຫວ ຫຼື ອາຊີບທີ່ເປັນມູນເຊື້ອ ໂດຍບັນດານັກແຕ້ມໄດ້ແຕ້ມຄືນ. |
 |
| ຊຸມວັນນີ້, ສະຖານທີ່ສາລາ ກິນເງິນ ເບິ່ງຄືວ່າສົດຊື່ນຂຶ້ນມາຄືນໃໝ່ຍ້ອນບັນດາເລື່ອງລາວກ່ຽວກັບວັດທະນະທຳຂອງບັນດາຜູ້ນຳທ່ຽວໜຸ່ມໂດຍບໍ່ໄດ້ເກັບຄ່າຢູ່ແຫ່ງນີ້. |
 |
| ເລເທ້ແອັງ - ນັກສຶກສາປີທີ 4 ພະແນກປະຫວັດສາດ ຂອງມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ - ໃຫ້ຮູ້ວ່າ ລາວຮູ້ສຶກເປັນກຽດເມື່ອໄດ້ປະກອບສ່ວນແຜ່ກະຈາຍວັດທະນະທຳ ຫວຽດນາມ ໄປສູ່ແຂກທ່ອງທ່ຽວ. |
 |
| ເທ້ແອັງ ແບ່ງປັນວ່າ ສ່ວນຫຼາຍແຂກທ່ອງທ່ຽວຕ່າງປະເທດລ້ວນແຕ່ຮູ້ສຶກປະທັບໃຈຕໍ່ການລົງຕົວຈິງເມື່ອມາຢ້ຽມຊົມສາລາ ກິມເງິນ. |
 |
| Ricardo Arce ແຂກທ່ອງທ່ຽວມາຈາກ ໂກລົມເບຍ ຮູ້ສຶກກະຕືລືລົ້ນເມື່ອລົງຕົວຈິງການພິມພາບດ້ວຍແຜ່ນພິມໄມ້ ແທັງລຽວ ເປັນຄັ້ງທຳອິດຢູ່ ສາລາ ກິມເງິນ. |
 |
| ກັບວິທີການເລົ່າເລື່ອງດ້ວຍວັດຖຸພັນ ແລະ ລວດລາຍ, ໂຄງການໄດ້ວາດພາບສິ່ງຍອດຢ້ຽມຂອງຕາແສງອາຊີບແບບໃກ້ຊິດຕິດພັນທີ່ສຸດ. |
ມີຜະລິດຕະພັນຈຳນວນໜຶ່ງໄດ້ວາງສະແດງຢູ່ສາລາ ກິມເງິນ.