ກອງທັບປະຊາຊົນ ລາວ ກຽມພ້ອມໃຫ້ແກ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ

(VOVWORLD) - ພາຍຫຼັງການຝຶກຊ້ອມເປັນເວລາເກືອບ 1 ເດືອນ, ບໍ່ວ່າຝົນຕົກ, ແດດຮ້ອນເອົ້າ, ຮູບແຖວກ້ອນກຳລັງສວນສະໜາມກອງທັບ ລາວ ສາມາດກ້າວເດີນຢ່າງສະໝ່ຳສະເໝີ
ກອງທັບປະຊາຊົນ ລາວ ກຽມພ້ອມໃຫ້ແກ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ - ảnh 1ສະຫາຍ ພັນຕີ ພຸດທະວົງ ມະໂນທຳ, ຫົວໜ້າກ້ອນກຳລັງສວນສະໜາມຂອງກອງທັບປະຊາຊົນ ລາວ
(ພາບ: VOV)

ໃນຊຸມມື້, ເດືອນ ສິງຫາ ປະຫວັດສາດນີ້, ເມື່ອ ຫວຽດນາມ ພວມຮີບເຮັ່ງກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ທີ 2 ກັນຍາ (02 ກັນຍາ 1945 02 ກັນຍາ 2025) ນັ້ນ, ຢູ່ນະຄອນຫຼວງ ວຽງຈັນ, ບັນດາກົມກອງໃນກອງທັບປະຊາຊົນ ລາວ ກໍ່ພວມຫ້າວຫັນກ້າວເຂົ້າສູ່ໄລຍະຝຶກຊ້ອມ, ກຽມພ້ອມເຂົ້າຮ່ວມບັນດາການເຄື່ອນໄຫວພົວພັນແລກປ່ຽນ, ການສວນສະໜາມ ແລະ ການຮ່ວມມືດ້ານການທະຫານ - ປ້ອງກັນຊາດ ເພື່ອຂ່ຳນັບຊົມເຊີຍເຫດການສຳຄັນຂອງເທດ ຫວຽດນາມ ອ້າຍນ້ອງ.

ບັນດາການຝຶກຊ້ອມຮູບແຖວທີ່ເຄັ່ງຂຶມ ດ້ວຍບາດຍ່າງດັງກ້ອງສະເໝີກັນ. ທຸງຊາດຂອງ 2 ປະເທດ ຫວຽດນາມ - ລາວ ປິວສະບັດຢູ່ໃນທ້ອງຟ້າທີ່ໃສແຈ້ງ, ຢືນຢືນຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນລະຫວ່າງກອງທັບ 2 ປະເທດ. ບັນດານາຍທະຫານ, ນັກຮົບຂອງ ລາວ ບໍ່ພຽງແຕ່ກະກຽມຖັນແຖວຢ່າງລະອຽດລະອໍເທົ່ານັ້ນ, ຫາກຍັງເອົາໃຈໃສ່ຝຶກຝົນແບບແຜນການທະຫານ, ວິໄນ, ເພື່ອສະແດງໃຫ້ເຫັນພາບພົດກອງທັບຫຼວງ, ທັນສະໄໝ, ສະໜິດຕິດພັນເລືອດເນື້ອກັບປະຊາຊົນ. ທຸກສິ່ງສຸກຢ່າງໄດ້ກຽມພ້ອມໃຫ້ພິທີສວນສະໜາມ, ເດີນຂະບວນສະແດງກ້ອນສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ. ສະຫາຍ ພັນຕີ ພຸດທະວົງ ມະໂນທຳ, ຫົວໜ້າກ້ອນກຳລັງສວນສະໜາມຂອງກອງທັບປະຊາຊົນ ລາວ, ໃຫ້ຮູ້ວ່າ:

 

ໃນສະພາບອາກາດຮ້ອນເອົ້າເກືອບ 40 ອົງສາ C ນັ້ນ,ພະນັກງານ, ນັກຮົບສັງກັດກອງພັນໃຫຍ່ 279, ກອງທັບປະຊາຊົນ ລາວ ກວ່າ 100 ສະຫາຍ ຍັງຫ້າວຫັນຝຶກຊ້ອມຢູ່ສະໜາມຝຶກຊ້ອມກາງແຈ້ງ. ເຫື່ອອອກປຽກໝົດຫຼັງເສື້ອ, ໃບໜ້າຜູ້ໃດກໍ່ແຫ້ມແດດຍ້ອນຝຶກຊ້ອມຢູ່ກາງແຈ້ງຫຼາຍຊົ່ວໂມງ, ແຕ່ຜູ້ໃດກໍ່ຮູ້ສຶກເປັນກຽດ, ສຸມຈິດສຸມໃຈເປັນຢ່າງສູງ, ບໍ່ມີຜູ້ລະເຫຼີງຫຼືທໍ້ຖອຍໃຈ.

ພາຍຫຼັງການຝຶກຊ້ອມເປັນເວລາເກືອບ 1 ເດືອນ, ບໍ່ວ່າຝົນຕົກ, ແດດຮ້ອນເອົ້າ, ຮູບແຖວກ້ອນກຳລັງສວນສະໜາມກອງທັບ ລາວ ສາມາດກ້າວເດີນຢ່າງສະໝ່ຳສະເໝີ, ພ້ອມທັງຮ້ອງໂຮດັງກ້ອງໃນສຽງດົນຕີສະຫງ່າຜ່າເຜີຍຄືບົດເພງ “ກ້າວເດີນພາຍໃຕ້ຄັນທຸງທະຫານ”, “ລຸ່ງ ໂຮ່ເຄື່ອນທັບພ້ອມກັບລູກຫຼານ”, “ເພື່ອປະຊາຊົນ ຈົນລືມຕົນເອງ”… ອັນໄດ້ສ້າງເປັນບັນຍາກາດຫ່ງຄວາມສັກສິດ, ຕື້ນຕັນໃຈ ແລະ ເຕັມໄປດ້ວຍນ້ຳໃຈສາມັກຄີ. ເມື່ອແບ່ງປັນກັບນັກຂ່າວ, ສະຫາຍ ພັນຕີ ພຸດທະວົງ ມະໂນທຳ ໃຫ້ຮູ້ວ່າ, ສະຫາຍຮູ້ສຶກເປັນກຽດ ແລະ ເອກອ້າງທະນົງໃຈທີສຸດເມື່ອໄດ້ຮັບເລືອກເປັນຜູ້ເຂົ້າຮ່ວມ, ແຕ່ກໍ່ມີຄວາມກົດດັນຍ້ອນຮັບຜິດຊອບເປັນຫົວໜ້າກ້ອນກຳລັງສວນສະໜາມຂອງກອງທັບປະຊາຊົນ ລາວ.

 
ກອງທັບປະຊາຊົນ ລາວ ກຽມພ້ອມໃຫ້ແກ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ - ảnh 2ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ
(ພາບ: VOV)

ໃນຈຳນວນພະນັກງານ, ນັກຮົບກ້ອນກຳລັງສວນສະໜາມກອງທັບ ລາວ ກວ່າ 100 ສະຫາຍທີ່ເຂົ້າຮ່ວມໃນໂອກາດນີ້, ມີບາງຄົນເຄີຍເຂົ້າຮ່ວມພິທີສວນສະໜາມສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະຟາດຊິດ ຢູ່ສະຫະພັນ ລັດເຊຍແລ້ວ, ແຕ່ກໍ່ມີຫຼາຍຄົນຫາກໍ່ເຂົ້າຮ່ວມການເດີນສວນສະໜາມເປັນຄັ້ງທຳອິດ.  ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ແບ່ງປັນວ່າ:

 ລາວ ແມ່ນໜຶ່ງໃນຈຳນວນປະເທດທີ່ໄດ້ຈັດສົ່ງກຳລັງກອງທັບເຂົ້າຮ່ວມການເດີນສວນສະໜາມເນື່ອງໃນໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ ຢູ່ ຮ່າໂນ້ຍ. ການເຄື່ອນໄຫວດັ່ງກ່າວ ມີຄວາມໝາຍເລິກເຊິ່ງຫຼາຍຢ່າງ ນັບທັງດ້ານການເມືອງ, ການທູດ ແລະ ການປ້ອງກັນຊາດ, ສະແດງໃຫ້ເຫັນການສະໜັບສະໜູນຂອງ ລາວ ທີ່ມີຕໍ່ກັບ ຫວຽດນາມ ບົນເວທີສາກົນ,  ພ້ອມທັງ ພ້ອມແລ້ວທີ່ຈະແບ່ງປັນກັບຫວຽດນາມໃນບັນດາເຫດການສຳຄັນຍິ່ງ. ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ, ຢືນຢັນວ່າ:
ຮູບພາບຂອງກຳລັງປະກອບອາວຸດກອງທັບປະຊາຊົນ ລາວ ຮຽງບ່າຮຽງໄຫຼ່ພ້ອມກັບກຳລັງປະກອບອາວຸດຂອງ ຫວຽດນາມ ຢູ່ສະໜາມຫຼວງ ບາດິ່ງ ໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ຈະກາຍເປັນຂີດໝາຍອັນດີງາມ, ເປັນສິ່ງເປັນຫຼັກຖານທີ່ມີຊີວິດຊີວາກ່ຽວກັບນ້ຳໃຈສາມັກຄີ, ການຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ ທີ່ຍາມໃດກໍ່ສະໜິດແໜ້ນ, ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງ 2 ປະເທດໃຫ້ສວຍສົດງົດງາມ, ຍືນຍົງຄົງຕົວໄປຊົ່ວກາລະນານ. ນີ້ແມ່ນເທື່ອທີ 2 ໃນປີ 2025 ທີ່ກອງທັບ ລາວ ຈັດສົ່ງພະນັກງານ, ນັກຮົບເຂົ້າຮ່ວມພິທີເດີນຂະບວນສວນສະໜາມເພື່ອສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງ ຫວຽດນາມ - ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບນ້ຳໃຈສາມັກຄີແບບພິເສດລະຫວ່າງກອງທັບ 2 ປະເທດ, 2 ຊາດອ້າຍນ້ອງ ຫວຽດນາມ - ລາວ

ຕອບກັບ

ຂ່າວ/ບົດ​ອື່ນ