ພຸດທະສາສະໜາ ໄທ ເພີ່ມທະວີການພົບປະແລກປ່ຽນຢູ່ພາກພື້ນ ແລະ ໃນໂລກ

(VOVWORLD) - ບັນດາວັດຂອງ ໄທ, ພິເສດແມ່ນວັດ ອະຣຸນ ໄດ້ຮັບການກໍ່ສ້າງໂດຍອີງຕາມຫຼັກການຂອງຈັກກະວານວິທະຍາທາງພຸດທະສາສະໜາ.
ພຸດທະສາສະໜາ ໄທ ເພີ່ມທະວີການພົບປະແລກປ່ຽນຢູ່ພາກພື້ນ ແລະ ໃນໂລກ - ảnh 1(ເຈົ້າຄຸນ ຊຸມພອນ, ເລຂານຸການ ແລະ ຜູ້ຊ່ວຍວຽກເຈົ້າອາວາດວັດ ອະຣຸນ ຣາຊະວະຣາຣາມ)

ໄທ ແມ່ນປະເທດແຫ່ງວັດວາອາຮາມ ແລະ ສຽງສວດມົນດັງກ້ອງໃນຍາມຮຸ່ງເຊົ້າ - ແມ່ນໜຶ່ງໃນບັນດາສູນກາງພຸດທະສາສະໜາຂອງໂລກ. ດ້ວຍປະຊາກອນກວ່າ 90% ເຊື່ອຖືສາສະໜາພຸດ, ພຸດທະສາສະໜາບໍ່ພຽງແຕ່ແມ່ນ ສາສະໜາເທົ່ານັ້ນ, ຫາກຍັງແມ່ນພື້ນຖານຂອງວັດທະນະທຳ, ການສຶກສາ ແລະ ວີຖີຊີວິດຂອງຊາວ ໄທ ອີກດ້ວຍ. ໃນລາຍການມື້ນີ້, ພວກເຮົາຈະພ້ອມກັນຊອກຮູ້ກ່ຽວກັບການເຄື່ອນໄຫວພົບປະແລກປ່ຽນຂອງພຸດທະສາສະໜາ ໄທ ຜ່ານການເຄື່ອນໄຫວຕ່າງໆຂອງວັດ ອະຣຸນ - ເຊິ່ງແມ່ນໜຶ່ງໃນບັນດາວັດທີ່ສັກສິດ ແລະ ມີຊື່ສຽງທີ່ສຸດຢູ່ ບາງກອກ.

ຕາມການແບ່ງປັນຂອງ ເຈົ້າຄຸນ ຊຸມພອນ, ເລຂານຸການ ແລະ ຜູ້ຊ່ວຍວຽກເຈົ້າອາວາດວັດ ອະຣຸນ ຣາຊະວະຣາຣາມ ແລ້ວ: ບັນດາວັດຂອງ ໄທ, ພິເສດແມ່ນວັດ ອະຣຸນ ໄດ້ຮັບການກໍ່ສ້າງໂດຍອີງຕາມຫຼັກການຂອງຈັກກະວານວິທະຍາທາງພຸດທະສາສະໜາ. ວັດໄດ້ຮັບການອອກແບບດ້ວຍຍອດພະທາດໃຈກາງເປັນສັນຍາລັກໃຫ້ພູ Meru - ສູນກາງຈັກກະວານ ຕາມທັດສະນະຄະຕິຂອງພຸດທະສາສະໜາ. ບັນດາພະພຸດທະຮູບ, ຫໍ, ໂຮງໃນວັດລ້ວນແຕ່ເຄົາລົບຕາມຫຼັກມູນນີ້, ອັນໄດ້ສະແດງໃຫ້ເຫັນຄວາມຜູກພັນຢ່າງເລິກເຊິ່ງລະຫວ່າງສະຖາປັດຕະຍາກຳ ແລະ ປັດຊະຍາພຸດທະສາສະໜາ.

(ເຈົ້າຄຸນ ຊຸມພອນ, ເລຂານຸການ ແລະ ຜູ້ຊ່ວຍວຽກເຈົ້າອາວາດວັດ ອະຣຸນ ຣາຊະວະຣາຣາມ)

ໄທ ກໍ່ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາສູນກາງພຸດທະສາສະໜາສຳຄັນຢູ່ໂລກໃນປະຈຸບັນ. ຕົວຢ່າງທີ່ພົ້ນເດັ່ນແມ່ນ, ວັນບຸນວິສາຂະບູຊາ ສະຫະປະຊາຊາດ (Visakha Bucha Day). ໄທ ໄດ້ເປັນເຈົ້າພາບຈັດຕັ້ງເຫດການດັ່ງກ່າວໃນຫຼາຍປີ, ແລະເຊີນຫຼາຍປະເທດເຂົ້າຮ່ວມ. ບັນດາອົງການຈັດຕັ້ງພຸດສາສະໜາສາກົນທີ່ສຳຄັນ ມີສຳນັກງານ ຫຼື ສູນເຄື່ອນໄຫວປະຈຳ ໄທ, ຄື: International Network of Engaged Buddhists, World Fellowship of Buddhists ແລະ International Buddhist College.

ພ້ອມກັນນັ້ນ, ໄທ ກໍ່ຖືເປັນສຳຄັນການພັດທະນາການສຶກສາພຸດທະສາສະໜາວິທະຍາ. ມີພະສົງສຳມະເນນຫຼາຍອົງທີ່ມາຈາກຫຼາຍປະເທດ, ໃນນັ້ນມີ ຫວຽດນາມ. ເຈົ້າຄຸນ ຊຸມພອນ, ເລຂານຸການ ແລະ ຜູ້ຊ່ວຍວຽກເຈົ້າອາວາດວັດ ອະຣຸນ ຣາຊະວະຣາຣາມ, ແບ່ງປັນວ່າ:

(ເຈົ້າຄຸນ ຊຸມພອນ, ເລຂານຸການ ແລະ ຜູ້ຊ່ວຍວຽກເຈົ້າອາວາດວັດ ອະຣຸນ ຣາຊະວະຣາຣາມ)

ໃຫ້ຂໍ້ສັງເກດກ່ຽວກັບການພົວພັນດ້ານພຸດທະສາສະໜາລະຫວ່າງ ໄທ ແລະ ຫວຽດນາມ, ເຈົ້າຄຸນ ຊຸມພອນ, ເລຂານຸການ ແລະ ຜູ້ຊ່ວຍວຽກເຈົ້າອາວາດວັດ ອະຣຸນ ຣາຊະວະຣາຣາມ ໃຫ້ຮູ້ວ່າ: ນີ້ແມ່ນການພົວພັນອັນດີງາມ. ແມ່ນການແລກປ່ຽນຄວາມຮູ້ທີ່ສຳຄັນທີ່ສຸດ.

(ເຈົ້າຄຸນ ຊຸມພອນ, ເລຂານຸການ ແລະ ຜູ້ຊ່ວຍວຽກເຈົ້າອາວາດວັດ ອະຣຸນ ຣາຊະວະຣາຣາມ)

ພຸດທະສາສະໜາ ໄທ ເພີ່ມທະວີການພົບປະແລກປ່ຽນຢູ່ພາກພື້ນ ແລະ ໃນໂລກ - ảnh 2(ທ່ານ ຍຸດທະສັກ ແກ້ວພຣະພານ, ນັກວິຊາການສາສາສະໜາຊຳນານການພິເສດ, ກົມສົ່ງເສີມວຽກງານເຜີຍແຜ່ ພຸດທະສາສະໜາ, ສຳນັກງານພຸດທະສາສະໜາແຫ່ງຊາດ ໄທ)

ສຳລັບລັດຖະບານ ໄທ, ການໜູນຊ່ວຍ ແລະ ໂຄສະນາເຜີຍແຜ່ພຸດທະສາສະໜາ ແມ່ນໜຶ່ງໃນບັນດານະໂຍບາຍສຳຄັນຂອງລັດຖະບານ ໄທ, ໂດຍໄດ້ມອບໃຫ້ກົມສາສະໜາແຫ່ງຊາດຮັບຜິດຊອບ. ທ່ານ ຍຸດທະສັກ ແກ້ວພຣະພານ, ນັກວິຊາການສາສະໜາຊຳນານການພິເສດ, ກົມສົ່ງເສີມວຽກງານເຜີຍແຜ່ ພຸດທະສາສະໜາ, ສຳນັກງານພຸດທະສາສະໜາແຫ່ງຊາດ ໄທໃຫ້ຮູ້ວ່າ:

(ທ່ານ ຍຸດທະສັກ ແກ້ວພຣະພານ)

ເຖິງວ່າໂລກມີການຜັນແປຫຼາຍຢ່າງກໍ່ຕາມ, ແຕ່ຄວາມເຊືື່ອໃຈຕໍ່ພຸດທະສາສະໜາຍັງຄົງແມ່ນບ່ອນອີງທາງດ້ານຈິດໃຈຂອງປະຊາຊົນ 2 ປະເທດ. ການເຊື່ອມຕໍ່ດ້ານຈິດວິນຍານ, ວັດທະນະທຳ ແລະ ນ້ຳໃຈເມດຕາປານີໃນພຸດທະສາສະໜາ ໄດ້ປະກອບສ່ວນສ້າງຄວາມສະໜິດຕິດພັນປະຊາຄົມເຊື່ອຖືສາສະໜາພຸດ, ບໍ່ພຽງແຕ່ໃນປະຈຸບັນເທົ່ານັ້ນ, ຫາກຍັງໃນອະນາຄົດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ