ວິສາຫະກິດ ຫວຽດນາມ ປະກອບສ່ວນຍົກສູງຊີວິດການເປັນຢູ່ໃຫ້ຜູ້ອອກແຮງງານ ກຳປູເຈຍ

(VOVWORLD) - ໃນການເຄື່ອນໄຫວລົງທຶນດຳເນີນທຸລະກິດຢູ່ ກຳປູເຈຍ, ບັນດາວິສາຫະກິດ ຫວຽດນາມ ຍາມໃດກໍ່ໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກອຳນາດການປົກຄອງທ້ອງຖິ່ນ
ວິສາຫະກິດ ຫວຽດນາມ ປະກອບສ່ວນຍົກສູງຊີວິດການເປັນຢູ່ໃຫ້ຜູ້ອອກແຮງງານ ກຳປູເຈຍ - ảnh 1(ເອື້ອຍ Som Srey Neat)

ວິສາຫະກິດ ຫວຽດນາມ ໄດ້ ແລະ ພວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໜູນຊ່ວຍການພັດທະນາເສດຖະກິດທ້ອງຖິ່ນ ແລະ ຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນ ກຳປູເຈຍ ຜ່ານບັນດາໂຄງການຮ່ວມມືລົງທຶນ, ຮ່ວມມືດຳເນີນທຸລະກິດ. ການມີໜ້າຂອງບັນດາວິສາຫະກິດ ຫວຽດນາມ ບໍ່ພຽງແຕ່ສ້າງວຽກເຮັດງານທຳ ແລະ ປັບປຸງພື້ນຖານໂຄງລ່າງເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາແບບຍືນຍົງຂອງປະຊາຊົນ ກຳປູເຈຍ ອີກດ້ວຍ.

“ກ່ອນນີ້, ພວກຂ້າພະເຈົ້າຂາດເຂີນຫຼາຍ, ບໍ່ມີເງິນ, ຕ້ອງໄປຢືມເງິນນຳທະນາຄານ, ບໍ່ມີລົດຈັກຂີ່. ແຕ່ເມື່ອມາເຮັດວຽກຢູ່ບໍລິສັດແລ້ວ ການດຳລົຊີວິດໄດ້ມີການປ່ຽນແປງຫຼາຍຢ່າງ: ມີລົດຈັກຂີ່, ລູກມີອາຫານຄົບຖ້ວນ, ໄດ້ໄປຮຽນ… ຊີວິດການເປັນຢູ່ໝັ້ນທ່ຽງກວ່າເມື່ອກ່ອນ. ຜົວຂອງຂ້າພະເຈົ້າກໍ່ເຮັດວຽກຢູ່ທີ່ນີ້”.

“ທຸກຄົນຢູ່ທີ່ນີ້ດຳລົຊີວິດເຕັມໄປດ້ວຍຄວາມຮັກແພງ. ຂ້າພະເຈົ້າຖືບໍລິສັດຄືເຮືອນຂອງຕົນ. ບັນດາຜູ້ນຳຂອງບໍລິສັດ ຍາມໃດກໍ່ເອົາໃຈໃສ່ໃຫ້ການຊ່ວຍເຫຼືອ. ກ່ອນນີ້, ເມື່ອເກີດລູກ ທາງບໍລິສັດກໍ່ມີລົດໃຫຍ່ມາຮັບ-ສົ່ງ. ຊີວິດການເປັນຢູ່ຂອງພວກຂ້າເຈົ້າໄດ້ມີການປ່ຽນແປງຫຼາຍຢ່າງ: ໃຊ້ໜີ້ໄດ້ໝົດແລ້ວ, ກໍ່ໄດ້ຊື້ດິນ, ລູກໄດ້ໄປຮຽນຢູ່ບັນດາໂຮງຮຽນຂອງບໍລິສັດ”.

ນີ້ແມ່ນຄວາມໃນໃຈຂອງເອື້ອຍ Pau Chanda ແລະ ເອື້ອຍ Som Srey Neat, ເຊິ່ງແມ່ນຜູ້ຕາງໜ້າໃຫ້ແກ່ບັນດາຄອບຄົວຊາວ ກຳປູເຈຍ ທີ່ໄດ້ “ປ່ຽນແປງຊີວິດ” ຍ້ອນຕິດພັນກັບບັນດາໂຄງການຂອງບໍລິສັດອຸດສາຫະກຳຢາງພາລາ ຫວຽດນາມ ຢູ່ປະເທດ ກຳປູເຈຍ.

ວິສາຫະກິດ ຫວຽດນາມ ປະກອບສ່ວນຍົກສູງຊີວິດການເປັນຢູ່ໃຫ້ຜູ້ອອກແຮງງານ ກຳປູເຈຍ - ảnh 2(ທ່ານ ເຈືອງມິນຈູງ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດອຸດສາຫະກຳຢາງພາລາ ຫວຽດນາມ (VRG)

ຕາມທ່ານ ເຈືອງມິນຈູງ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດອຸດສາຫະກຳຢາງພາລາ ຫວຽດນາມ (VRG), ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳການພັດທະນາຢາງພາລາຢູ່ ກຳປູເຈຍ ຂອງ VRG ແລ້ວ: ພາຍຫຼັງ 17 ປີທີ່ລົງທຶນຢູ່ ກຳປູເຈຍ, ມາຮອດປະຈຸບັນ, ກຸ່ມບໍລິສັດໄດ້ມີ 16 ບໍລິສັດລູກຢູ່ 7 ແຂວງຂອງ ກຳປູເຈຍ, ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ 20.000 ຄົນ, ດ້ວຍເງິນເດືອນສະເລ່ຍປະມານ 350 – 400 USD/ຄົນ/ເດືອນ. ບັນຫາສະຫວັດດີການສັງຄົມຍາມໃດກໍ່ແມ່ນໜຶ່ງໃນບັນດາເປົ້າໝາຍສຳຄັນທີ່ກຸ່ມບໍລິສັດໃຫ້ບຸລິມະສິດປະຕິບັດ.

“ມາຮອດຈຸດເວລານີ້, ພວກຂ້າພະເຈົ້າໄດ້ລົງທຶນປະມານ 86 ລ້ານ USD ໃຫ້ແກ່ວຽກງານສະຫວັດດີການສັງຄົມ ແລະ ບັນດາການເຄື່ອນໄຫຊຸມຊົນແລ້ວ. ພວກຂ້າພະເຈົ້າລົງທຶນບັນດາກິດຈະກຳກ່ຽວກັບສາທາລະນະສຸກ, ສາສະໜາ, ວັດທະນະທຳ, ໂຮງຮຽນ ແລະ ການເຄື່ອນໄຫຊຸມຊົນ. ແລະ ບັນດາໂຄງການລົງທຶນໃຫ້ແກ່ສະຫວັດດີການສັງຄົມ ແລະ ຊຸມຊົນຈະສືບຕໍ່ໄດ້ຮັບການປະຕິບັດໃນຕະຫຼອດໄລຍະທີ່ໂຄງການຍັງເຄື່ອນໄຫວ”.

ໂດຍແມ່ນເຂດດິນແດນທີ່ອຸດົມສົມບູນ ຕັ້ງຢູ່ລຽບຕາມແມ່ນ້ຳຂອງທີ່ອ່ອນໂຍນ, ບັນດາແຂວງທາງຕາເວັນອອກສ່ຽງເໜືອ ກຳປູເຈຍ ນັບມື້ນັບດຶງດູດວິສາຫະກິດ ຫວຽດນາມ ຫຼາຍແຫ່ງມາລົງທຶນ, ເປີດກວ້າງການຜະລິດ, ດຳເນີນທຸລະກິດ, ພິເສດແມ່ນບັນດາໂຄງການກະສິກຳ. ທ່ານ ຈິ້ງຕວັນກຽນ, ຮອງຜູ້ອຳນວຍການໃຫຍ່ຜູ້ປະຈຳເຂດປະສົມ Koun Mom, ບໍລິສັດຫຸ້ນສ່ວນກະສິກຳ ເຈື່ອງຫາຍ (THACO AGRI) ກຳປູເຈຍ ໃຫ້ຮູ້ວ່າ: ບັນດາໂຄງການກະສິກຳຂອງບໍລິສັດຢູ່ແຂວງ Ratanakiri ແລະ Kratie ມີເນື້ອທີ່ທັງໝົດປະມານ 35.000 ເຮັກຕາ. ປະຈຸບັນ, ຈຳນວນຜູ້ອອກແຮງງານຂອງທັງ 2 ໂຄງການແມ່ນກວ່າ 12.000 ຄົນ.

ພວກຂ້າພະເຈົ້າໄດ້ຜັນຂະຫຍາຍບັນດາລາຍການບຳລຸງກໍ່ສ້າງ, ຝືກແອບວິຊາຊີບໃຫ້ຜູ້ອອກແຮງງານທີ່ສະໝັກເຂົ້າມາເຮັດວຽກໃໝ່ຢ່າງຄົບຖ້ວນ; ຈັດເຮືອນພັກ, ຄາບເຂົ້າ 3 ຄາບ/ວັນ. ລາຍຮັບຂອງຜູ້ອອກແຮງງານໃໝ່ແມ່ນ 250 USD/ເດືອນ. ແລະແຕ່ລະເດືອນພວກຂ້າພະເຈົ້າລ້ວນແຕ່ມີການຕີລາຄາສີມືອາຊີບເພື່ອເພີ່ມເງິນເດືອນໃຫ້ແກ່ຜູ້ອອກແຮງງານ. ພ້ອມກັນນັ້ນ, ກໍ່ສະໜອງແຜນການພັດທະນາຂຶ້ນເປັນຜູ້ຄຸ້ມຄອງພາຍໃນເວລາແຕ່ 1 ຫາ 1,5 ປີໃຫ້ແກ່ເຂົາເຈົ້າ ດ້ວຍລະດັບເງິນເດືອນສູງກວ່າ”.

ໃນການເຄື່ອນໄຫວລົງທຶນດຳເນີນທຸລະກິດຢູ່ ກຳປູເຈຍ, ບັນດາວິສາຫະກິດ ຫວຽດນາມ ຍາມໃດກໍ່ໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກອຳນາດການປົກຄອງທ້ອງຖິ່ນ ຍ້ອນບໍ່ພຽງແຕ່ປະຕິບັດພັນທະພາສີໃຫ້ປະເທດ ກຳປູເຈຍ ເປັນຢ່າງດີເທົ່ານັ້ນ, ຫາກຍັງຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວສະຫວັດດີການສັງຄົມຂອງທ້ອງຖິ່ນອີກດ້ວຍ. ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍປັບປຸງຊີວິດການເປັນຢູ່ຂອງຜູ້ອອກແຮງງານ ກຳປູເຈຍ ເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ຊາດ, ກໍຄືປະກອບສ່ວນເຂົ້າໃນການພັດທະນາລວມຂອງພື້ນຖານເສດຖະກິດພາກພື້ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ