ນາງ ຈ້ຽວທິມ່ານ - ຜູ້ມີອິດທິພົນຊື່ສຽງຢູ່ບ້ານ ຟ່ຽງຟ່າງ ໃນແຂວງ ຖາຍງວຽນ.

(VOVWORLD) -ຈາກດິນແດນທີ່ປະສົບກັບຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ, ບ້ານ ຟ່ຽງຟ່າງ ຊາວເຜົ່າຢ້າວ ຢູ່ຕາແສງ ເທື້ອງມິງ ແຂວງ ຖາຍງວຽນ ປັດຈຸບັນໄດ້ມີການປ່ຽນແປງ ກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ເສດຖະກິດ. ໃນການປ່ຽນແປງເຫຼົ່ານີ້ ກໍ່ມີການປະກອບສ່ວນຂອງນາງ ຈ້ຽວທິມ່ານ ສະມາຊິກພັກທີ່ມີຄວາມຮັບຜິດ ແລະ ແມ່ນຜູ້ທີ່ມິອິດທິພົນຊື່ສຽງຂອງໝູ່ບ້ານ.
ນາງ ຈ້ຽວທິມ່ານ - ຜູ້ມີອິດທິພົນຊື່ສຽງຢູ່ບ້ານ ຟ່ຽງຟ່າງ ໃນແຂວງ ຖາຍງວຽນ. - ảnh 1ນາງ ຈ້ຽວທິມ່ານ (ຢືນຢູ່ກາງ) ເປັນຜູ້ໃກ້ຊິດກັບປະຊາຊົນ

      ເກືອບ 20 ປີ ທີ່ໄດ້ດຳລົງຕຳແໜ່ງນີ້ ນາງ ຈ້ຽວທິມ່ານ ຍາມໃດກໍ່ພ້ອມກັບພະນັກງານສະມາຊິກພັກກຳນົດທິດຂົນຂວາຍພໍ່ແມ່ພີ່ນ້ອງປະຊາຊົນ ປະຕິບັດບັນດາຂະບວນການຢູ່ທ້ອງຖິ່ນຢ່າງທັນການໃນປີ 2020 ຂະນະທີ່ແຜນນະໂຍບາຍເປີດທາງຄົມມະນາຄົມຈາກໃຈກາງຕາແສງຮອດ ຟ່ຽງຟ່າງ ໄດ້ຜັນຂະຫຍາຍ ມີຫຼາຍຄອບຄົວມີຄວາມເປັນຫ່ວງຍ້ອນກິກຈະກຳໄດ້ສົ່ງຜົນສະທ້ອນໂດຍກົງເຖິງການປູກຝັງ ເຂົ້າໃຈເຖິງບັນການີ້ ນາງ ຈ້ຽວທິມ່ານ ໄດ້ໄປຮອດແຕ່ລະຄອບຄົວ ໂຄສະນາອະທິບາຍເພື່ອໃຫ້ປະຊາຊົນເຂົ້າໃຈແຈ້ງ ກ່ຽວກັບຄວາມໝາຍຍາວນານຂອງການເປີດເສັ້ນທາງສຳລັບການພັດທະນາເສດຖະກິດຍົກສູງຊີວິດການເປັນຢູ່ຍ້ອນແນວນັ້ນ 100% ບັນດາຄອບຄົວໄດ້ເຫັນດີບໍລິຈາກທີ່ດິນ ສ້າງເງື່ອນໄຂໃຫ້ແກ່ກິດຈະກຳໄດ້ຜັນຂະຫຍາຍຢ່າງສະດວກແບ່ງປັນກ່ຽວກັບຄວາມມ່ວນຊື່ນນີ້ ນາງ ຈ້ຽວທິມ່ານ ໃຫ້ຮູ້ວ່າ:

 “ພໍ່ແມ່ພີ່ນ້ອງທັງໝົດລ້ວນແຕ່ສະໜັບສະໜູນທຸກໆຄົນໄດ້ບໍລິຈາກທີ່ດິນໃຫ້ແກ່ກິດຈະກຳ. ການຈໍລະຈອນສິນຄ້າກໍ່ມີຄວາມສະດວກ, ປັດຈຸບັນການສັນຈອນໄປມາກໍ່ມີຄວາມສະດວກຫຼາຍຢ່າງ. ຂ້າພະເຈົ້າກໍ່ມີຄວາມຫວັງສືບຕໍ່ຂົນຂວາຍໂຄສະນາໃຫ້ປະຊາຊົນປັດຕິບັດຕາມການປ່ຽນແປງໃໝ່ ຄືປະຕິບັດບັນດາຂະບວນການປະກອບສ່ວນກໍ່ສ້າງຊົນນະບົດໃໝ່”.

ດ້ວຍບົດບາດຂອງຕົນ ນາງ ມ່ານ ຍາມໃດກໍ່ຍົກສູງຈິດໃຈຄວາມຮັບຜິດຊອບເປັນແບບຢ່າງເປັນສະມາຊິກພັກນຳໜ້າໃນທຸກການເຄື່ອນໄຫວຢູ່ໝູ່ບ້ານຈາກການບໍລິຈາກທີ່ດິນ ເພື່ອສ້າງທາງຫັນປ່ຽນໂຄງປະກອບຜົນລະປູກສັດລ້ຽງຕ່າງໆ ຕະຫຼອດຮອດການສ້າງວິຖີຊີວິດສີວິໄລ ນາງກໍ່ລ້ວນແຕ່ເຮັດກ່ອນ ເພື່ອໃຫ້ພໍ່ແມ່ພີ່ນ້ອງເຊື່ອໝັ້ນ ແລະ ເຮັດຕາມໂດຍບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກບໍ່ວ່າໃນກາງຄືນ ຫຼື ກາງເວັນ ຫຼື ດິນຟ້າອາກາດທີ່ຮ້າຍແຮງກໍ່ຕາມ ນາງ ຈ້ຽວທິມ່ານ ຍັງໄປຮອດແຕ່ລະຄອຍຄົວໂຄສະນາຂົນຂວາຍອະທິບາຍກ່ຽວກັບແຜນນະໂຍບາຍຂອງພັກ ນະໂຍບາຍກົດໝາຍຂອງລັດ ດ້ວຍຄວາມເວົ້າອັນຈິງໃຈ ນາງ ຈ້ຽງທິດ່າວ ຊາວບ້ານ ຟ່ຽງຟ່າງ ໃຫ້ຂໍ້ສັງເກດວ່າ:

“ນາງ ຈ້ຽວທິມ່ານ ແມ່ນຜູ້ສຸດຈິດສຸດໃຈຕໍ່ວຽກງານບ້ານ ນັບທັງກາງເວັນ ຫຼື ກາງຄືນ ນາງກໍ່ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ ໄປຂົນຂວາຍພໍ່ແມ່ພີ່ນ້ອງ. ເມື່ອຂົນຂວາຍບໍລິຈາກທີ່ດິນ ເພື່ອເຮັດທາງ, ນາງກໍ່ແມ່ນຜູ້ບໍລິຈາກທີ່ດິນສ່ວນໜຶ່ງກ່ອນ ເພື່ອເຮັດເດີ່ນກິລາຂອງບ້ານ”.

ບ້ານ ຟ່ຽງຟ່າງ ປັດຈຸບັນມີ 112 ຄອບຄົວ ດຳລົງຊີວິດຢູ່ຮ່ວມກັນ ໃນນັ້ນສ່ວນຫຼາຍແມ່ນຊາວເຜົ່າຢ້າວ ເມື່ອກ່ອນນີ້ຊີວິດຂອງປະຊາຊົນກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເສດຖະກິດຕົ້ນຕໍ່ແມ່ນອາໄສຕາມເນື້ອທີ່ໄຮ່ນາ ລາຍຮັບກໍ່ບໍ່ເປັນປົກກະຕິ ອັດຕາຄອບຄົວທຸກຍາກຍັງສູງຢູ່ ແຕ່ຈາກຄວາມຈິງດັ່ງກ່າວ ນາງ ຈ້ຽວທິມ່ານ ໄດ້ພ້ອມກັບໜ່ວຍພັກປຶກສາຫາລືນຳກັນ ຊອກຫາທິດກ້າວເດີນໃຫ້ແທດເໝາະກັບເງື່ອນໄຂຕົວຈິງ ແລະ ຂົນຂວາຍປະຊາຊົນປ່ຽນແປງວິທີນຶກຄິດ ວິທີປະຕິບັດໃນການສ້າງເສດຖະກິດ ພ້ອມກັນນັ້ນກໍ່ຕັ້ງໜ້າເຊື່ອມຕໍ່ຂົນຂວາຍປະຊາຊົນເຂົ້າຮ່ວມບັນດາຮູບແບບຮ່ວມສຳພັນທຳການຜະລິດ ທ່ານ ດັ້ງວັນເກື່ອງ ເລຂາໜ່ວຍພັກບ້ານ ຟ່ຽງຟ່າງ ໃຫ້ຮູ້ວ່າ:

 “ນາງ ຈ້ຽວທິມ່ານ ຍາມໃດກໍ່ເປັນແບບຢ່າງໃນການເຄື່ອນໄຫວຂອງບ້ານ, ລາວຕັ້ງໜ້າຊີ້ນຳຂົນຂວາຍປະຊາຊົນ ພັດທະນາເສດຖະກິດລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ. ນາງເອງກໍ່ເປັນສະມາຊິກສະຫະກອນ ໄປຂົນຂວາຍບັນດາຄອບຄົວ ພ້ອມກັນເຂົ້າຮ່ວມເພື່ອພັດທະນາເສດຖະກິດທ້ອງຖິ່ນ”.

 ປີນີ້ກໍ່ຍ້ອນສຸຂະພາບບໍ່ແຂງແຮງປານໃດ ດັ່ງນັ້ນ ນາງ ຈ້ຽວທິມ່ານ ໄດ້ເຊົາດຳລົງຕຳແໜງເປັນເລຂາໜ່ວຍພັກ ແຕ່ຍັງຄົງໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນເລືອກຕັ້ງເປັນຜູ້ທີ່ມີອິດທິພົນຊື່ສຽງຂອງໝູ່ບ້ານໃນຖະນະຕຳແໜງໃໝ່ ນາງສືບຕໍ່ຂົນຂວາຍປະຊາຊົນປະຕິບັດແຜນນະໂຍບາຍຂອງພັກ ນະໂຍບາຍກົດໝາຍຂອງລັດ ພ້ອມທັງແນະນຳໃຫ້ປະຊາຊົນສ້າງວິຖິຊີວິດສີວິໄລ ລົບລ້າງຮີດເກົ່າຄອງເດີມ ແລະ ຮັກສາສີສັນວັດທະນະທຳຂອງເຜົ່າຢ້າວ ນາງ ຈ້ຽວທິເຕິມ ຢູ່ບ້ານ ຟ່ຽງຟ່າງ ແບ່ງປັນວ່າ:

“ນາງ ມ່ານ ຍາມໃດກໍ່ໂຄສະນາຂົນຂວາຍປະຊາຊົນ ທັງສ້າງເສດຖະກິດເກັ່ງ ທັງຮັກສາສີສັນຂອງຊົນເຜົ່າ. ເມື່ອກ່ອນນີ້ ມີຫຼາຍຄົນກໍ່ບໍ່ເຄີຍນຸ່ງຊຸດອາພອນປະຈຳເຜົ່າ ຍ້ອນຢ້ານຄວາມຫຼ້າຫຼັງ ແຕ່ຍ້ອນນາງ ມ່ານ ໄດ້ໄຈ້ແຍກອະທິບາຍພໍ່ແມ່ພີ່ນ້ອງໄດ້ເຂົ້າໃຈເຖິງຄຸນຄ່າ ແລະ ມີຄວາມເອກອ້າງທະນົງໃຈກວ່າເກົ່າ. ປັດຈຸບັນຄອບຄົວໃດໃນບ້ານກໍ່ມີແຕ່ໜຶ່ງຫາສອງຊຸດອາພອນຂອງເຜົ່າຢ້າວ”.

ດ້ວຍຈິດໃຈຄວາມຮັບຜິດຊອບ ໃກ້ສິດຕິດແທດກັບປະຊາຊົນ ແລະ ໄດ້ຮັບຄວາມເຊື່ອໝັ້ນຮັກແພງຈາກປະຊາຊົນຂອງນາງ ຈ້ຽວທິມ່ານ, ບ້ານ ຟ່ຽງຟ່າງ ນັບມື້ນັບປ່ຽນແປງ, ຄວາມເຊື່ອໝັ້ນຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວທີ່ມີຕໍ່ພັກ ແລະ ອຳນາດການປົກຄອງຮາກຖານນັບມື້ໄດ້ຮັບການປັບປຸງ, ຊີວິດທາງດ້ານເສດຖະກິດຂອງປະຊາຊົນຖືກຍົກສູງຂຶ້ນເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ