ແນະ​ນຳ​ກ່ຽວ​ກັບພາເຂົ້າຂອງຊາວພາກເໜືອ ແລະ ພາກໃຕ້ຂອງ ຫວຽດນາມ ໃນ​ຍາ​ມ​ບຸນ​ເຕັດ

(VOVWORLD) - ໃນອາທິດຜ່ານມາ, ມີຈົດໝາຍ 454 ສະບັບໄດ້ຝາກມາຍັງ VOV5, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 23 ສະບັບຈາກທ່ານຜູ້ຟັງລາວ.

ໃນທ່າມກາງບັນຍາກາດກະກຽມຕ້ອນຮັບລະດູບານໃໝ່ປີມະເມຍ 2026, ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນທີ່ສຸດທີ່ໄດ້ຮັບຄຳອວພອນປີໃໝ່ຈາກທ່ານຜູ້ຟັງ, ຜູ້ອ່ານຫຼາຍໆທ່ານ. ຕໍ່ໄປນີ້, ເຊີນທ່ານຮັບຟັງຄຳອວຍພອນປີໃໝ່ຂອງ ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປ.ລາວ ປະຈຳ ສສ.ຫວຽດນາມ ແລະ ເພື່ອນ ເພັດສະຫວັນ ພົມມະຈັກ ຢູ່ນະຄອນຫຼວງ ວຽງຈັນ.

 
 
  ນີ້ແມ່ນສອງໃນບັນດາຄຳອວຍພອນທີ່ພວກຂ້າພະເຈົ້າໄດ້ຮັບໃນອາທິດຜ່ານມາ, ນອກຈາກນັ້ນແລ້ວ, ພວກຂ້າພະເຈົ້າຍັງໄດ້ຮັບຈົດໝາຍອວຍພອນຈາກເພື່ອນ ຈັນທິມາ ຢູ່ນະຄອນຫຼວງ ວຽງຈັນ, ເພື່ອນ ຄຳຫຼ້າ ສີບຸນເຮືອງ ຢູ່ ຈຳປາສັກ, ເພື່ອນ ດາວສະຫວັນ, ເພື່ອນ ຈຽມສີ ຢູ່ ຄຳມ່ວນ…. ອີກດ້ວຍ. ບັນດາຄຳອວຍພອນອັນດີງາມນັ້ນ ແມ່ນແຫຼ່ງກຳລັງໃຈທີ່ໃຫຍ່ຫຼວງທີ່ສຸດ ເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ມານະພະຍາຍາມຜະລິດບັນດາລາຍການທີ່ມ່ວນ, ນຳເອົາບັນດາຂໍ້ມູນທີ່ເປັນປະໂຫຍດມາແນະນຳເຖິງບັນດາທ່ານຜູ້ຟັງ, ຜູ້ອ່ານ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າກໍຂໍສະແດງຄວາມຂອບອົບຂອບໃຈຢ່າງຈິງໃຈ ມາຍັງທຸກໆທ່ານທີ່ໄດ້ສົນໃຈຕິດຕາມ ແລະ ສະໜັບສະໜູນລາຍການຂອງພວກຂ້າພະເຈົ້າໃນຕະຫຼອດໄລຍະຜ່ານມາ; ຂໍອວຍພອນໃຫ້ທຸກໆທ່ານ, ໂດຍສະເພາະແມ່ນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ລາວ ປີໃໝ່ນີ້ ຈົ່ງມີພາລະນາໄມສົມບູນ, ປາດຖະໜາສິ່ງໃຫ້ຂໍໃຫ້ໄດ້ສິ່ງນັ້ນ, ປະສົບຜົນສຳເລັດໃນທຸກໜ້າທີ່ການງານ ແລະ ສືບຕໍ່ເປັນມິດຂອງລາຍການ.  
ແນະ​ນຳ​ກ່ຽວ​ກັບພາເຂົ້າຂອງຊາວພາກເໜືອ ແລະ ພາກໃຕ້ຂອງ ຫວຽດນາມ ໃນ​ຍາ​ມ​ບຸນ​ເຕັດ - ảnh 1

ສືບຕໍ່ລາຍການ, ພວກເຮົາຂໍແນະນຳພາເຂົ້າໃນຍາມບຸນເຕັດຂອງຄົນ ຫວຽດນາມ ເພື່ອໃຫ້ຮູ້ວ່າ ໃນພາເຂົ້າຂອງຊາວພາກເໜືອ ແລະ ພາກໃຕ້ຂອງ ຫວຽດນາມ ຈະມີຄວາມແຕກຕ່າງກັນແນວໃດ. ນີ້ກໍແມ່ນເນື້ອໃນຄຳຕອບໃຫ້ແກ່ຄຳຖາມຂອງເພື່ອນ ຈັນທິມາ ຢູ່ນະຄອນຫຼວງ ວຽງຈັນ ທີ່ໄດ້ຝາກເຖິງລາຍການໃນອາທິດຜ່ານມາ.

ສໍາລັບຊາວ ຫວຽດນາມ ແລ້ວ, ພາເຂົ້າໃນຍາມບຸນເຕັດ ບໍ່ພຽງແຕ່ແມ່ນພາເຂົ້າແຫ່ງການເຕົ້າໂຮມກັນເທົ່ານັ້ນ, ຫາກຍັງແມ່ນໂອກາດເຊື່ອມຕໍ່ມູນເຊື້ອ, ໂອກາດໃຫ້ລູກຫຼານຖະຫວາຍບູຊາສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ ແລະ ຄວາມມຸ່ງມາດປາດຖະໜາຂໍໃຫ້ປີໃໝ່ມີແຕ່ຄວາມສົມບູນພູນສຸກອີກດ້ວຍ. ໃນພາເຂົ້ານັ້ນ, ອາຫານແຕ່ລະເຍື່ອງ ລ້ວນແຕ່ມີຄວາມໝາຍຂໍໃຫ້ມີຄວາມສະຫງົບສຸກ, ອີ່ມໜຳສຳລານສົມບູນພູນສຸກ, ອັນໄດ້ສ່ອງແສງໃຫ້ເຫັນທັດສະນະຄະຕິ ແລະ ເງື່ອນໄຂດິນຟ້າອາກາດຂອງແຕ່ລະເຂດພາກ.  ສຳລັບຊາວພາກເໜືອ, ພາເຂົ້າໃນຍາມບຸນເຕັດ ຈະໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນດ້ວຍອາຫານຫຼາຍເຍື່ອງ, ເປັນຕົ້ນແມ່ນເຂົ້າຕົ້ມ, ຫົວບົ່ວດອງ, ໝູໜາວ, ຢໍ່, ແກງໜໍ່ໄມ້ແຫ້ງ, ຢໍ່ຈືນ…  ໃນຂະນະນັ້ນ, ພາເຂົ້າໃນຍາມບຸນເຕັດຂອງຊາວພາກໃຕ້ ຫວຽດນາມ ມັກມີເຂົ້າຕົ້ມມັດຫວຽດ, ຕົ້ມເຄັມໝູ, ແກ່ງໝາກໄສ່ຍັດຊີ້ນ, ຫົວສະຄູ້ດອງ… ເຊິ່ງມີລົດຊາດເຂັ້ມຂຸ້ນກວ່າ. ຄວາມແຕກຕ່າງກັນເຫຼົ່ານັ້ນ ຈະບໍ່ສ້າງເປັນໄລຍະຫ່າງ, ຫາກຍັງເຮັດໃຫ້ສີສັນລວມຂອງວັດທະນະທຳຕ້ອນຮັບບຸນເຕັດ - ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ມີຄວາມຫຼາກຫຼາຍສີສັນກວ່າອີກ. ເຖິງວ່າຈະຢູ່ພາກເໜືອ ຫຼື ພາກໃຕ້, ພາເຂົ້າໃນບຸນເຕັດ ກໍຍັງຄົງເປັນຈຸດນັດພົບແຫ່ງຄວາມຮັກແພງ, ການເຕົ້າໂຮມ ແລະ ຄວາມເຊື່ອໝັ້ນຕໍ່ການເລີ່ມຕົ້ນທີ່ຈົບງາມ. ຈາກພາເຂົ້ານັ້ນ, ຈິດໃຈຂອງບຸນປີໃໝ່ປະຈຳຊາດ ຫວຽດນາມ ກໍໄດ້ຮັບການຮັກສາ ແລະ ສືບທອດກັນມາແຕ່ຄົນລຸ້ນນີ້ສູ່ຄົນລຸ້ນອື່ນ. 

ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ຄຳມີ ຢູ່ແຂວງ ຄຳມ່ວນ. ເພື່ອນຢາກຊອກຮູ້ກ່ຽວກັບຮີດໄປແຮກໝານຄ້ຳຄູນເຮືອນໃນຍາມຕົ້ນປີໃໝ່ຂອງຊາວ ຫວຽດນາມ.

ຮີດໄປແຮກໝານຄ້ຳຄູນເຮືອນໃນຍາມຕົ້ນປີໃໝ່ ແມ່ນຮີດຄອງປະເພນີທີ່ມີມາແຕ່ດົນນານຂອງຊາວ ຫວຽດນາມ ເຊິ່ງໄດ້ດຳເນີນພາຍຫຼັງຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຫຼື ໃນຕອນເຊົ້າວັນທີ 1 ບຸນເຕັດ, ດ້ວຍຄວາມເຊື່ອທີ່ວ່າ ຜູ້ທຳອິດທີ່ກ້າວເຂົ້າເຮືອນ ຈະເປັນຜູ້ນຳຄວາມໂຊກດີ, ພອນໄຊສີສຸກ ແລະ ຄວາມສະຫງົບສຸກມາໃຫ້ຄອບຄົວໃນຕະຫຼອດປີນັ້ນ. ເຈົ້າຂອງເຮືອນ ມັກຈະເລືອກເອົາຜູ້ທີ່ມີປີເກີດເໝາະກັບເຈົ້າຂອງເຮືອນ, ມີຂວັນດີ, ເປັນຄົນທີ່ຍິ້ມແຍ້ມແຈ່ມໃສ ແລະ ປະສົບຜົນສຳເລັດ ດ້ວຍຄວາມຫວັງ ເຂົາຈະນຳຄວາມຈະເລີນຮຸ່ງເຮືອງມາໃຫ້ຄອບຄົວ. ບັນດາຄອບຄົວກໍມັກຈະເລືອກເອົາຄົນໃນຄອບຄົວຂອງຕົນເອງ ແລ້ວໃຫ້ອອກໄປຢູ່ນອກເຮືອນກ່ອນຈຸດເວລາສົ່ງທ້າຍປີເກົ່າ ແລະ ເປັນຄົນທຳອິດທີ່ກ້າວເຂົ້າໃນຈຸດເວລາປີໃໝ່, ນຳເອົາພອນໄຊທີ່ຂໍຈາກວັດເຂົ້າມາເຮືອນເພື່ອໃຫ້ຄ້ຳຄູນຄອບຄົວຂອງຕົນ. ຮີດແຮກໝານຄໍ້າຄູນເຮືອນໃນຍາມປີໃໝ່ແມ່ນຮີດຄອງອັນດີງາມຂອງຊາວ ຫວຽດນາມ, ໃນແງ່ມູມໃດໜຶ່ງ  ມັນມີຄວາມໝາຍຮັດແໜ້ນນ້ຳໃຈຄວາມຮັກແພງ ແລະ ມຸ່ງໄປເຖິງສິ່ງທີ່ຈົບງາມ. ຜູ້ໄປແຮກໝານຄ້ຳຄູນເຮືອນກໍດີໃຈເມື່ອເຮັດສິ່ງທີ່ດີ, ສ່ວນເຈົ້າຂອງເຮືອນກໍສົມຄວາມປາດຖະໜາກັບຄວາມເຊື່ອໝັ້ນທີ່ວ່າ ຄອບຄົວຂອງຕົນຈະມີແຕ່ໂຊກແຕ່ລາບ, ມີແຕ່ຄວາມສະຫງົບສຸກ ແລະ ວັດທະນາຖາວອນໃນຕະຫຼອດປີ.

ດັ່ງທີ່ກ່າວມາຂ້າງທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ