ແນະນຳງານບຸນຕາມທ້ອງຖະໜົນຢູ່ ຊາປາ ແລະ ໂຮງງານໄຟຟ້າ ຊົງດາ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 389 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ.

ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 23 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.

ແນະນຳງານບຸນຕາມທ້ອງຖະໜົນຢູ່ ຊາປາ ແລະ ໂຮງງານໄຟຟ້າ ຊົງດາ - ảnh 1
ພາບປະກອບ

ຜູ້ຟັງ ຈັນທິດາ ບົວສອນ, ຈາກແຂວງຄຳມ່ວນ ໄດ້ສົ່ງອີເມວເຖິງລາຍການ ໂດຍໃຫ້ຮູ້ວ່າ: ເດືອນພະຈິກນີ້, ້າພະເຈົ້າຈະໄປຫາໝູ່ ຫວຽດນາມ ຢູ່ແຂວງ ດ້ຽນບຽນ. ຂ້າພະເຈົ້າຫວັງວ່າ, ບັນນາທິການພາກພາສາລາວ ຈະແນະງານບຸນຕ່າງໆທີ່ຈະຈັດຂຶ້ນໃນເດືອນພະຈິກຢູ່ບັນດາແຂວງພູດອຍພາກເໜືອ, ຖ້າມີໂອກາດຂ້າພະເຈົ້າຈະເຂົ້າຮ່ວມ.

ເພື່ອນ ຈັນທິດາ ບົວສອນ ທີ່ຮັກແພງ, ໃນຕົ້ນເດືອນພະຈິກ ນີ້, ແຂກທ່ອງທ່ຽວໄປຢາມແຂວງ ໄຕບັກ ອາດຈະມີໂອກາດເຂົ້າຮ່ວມງານບຸນຕາມທ້ອງຖະໜົນຢູ່ ຊາປາ, ເຊິ່ງໄດ້ຮັບການຈັດຂຶ້ນເປັນຄັ້ງທຳອິດເພື່ອແນໃສ່ສະເຫຼີມສະຫຼອງ 110 ປີແຫ່ງວັນການທ່ອງທ່ຽວ ຊາປາ. ເມື່ອເຂົ້າຮ່ວມງານບຸນຕາມທ້ອງຖະໜົນນີ້, ເພື່ອນສາມາດຮັບຊົມການສະແດງສິລະປະທີ່ເຂັມຄົ້ນໄປດ້ວຍສີສັນວັດທະນະທຳ, ຮີດຄອງປະເພນີຂອງປະຊາຊົນເຜົ່າ ມົ້ງ, ຢ້າວ, ໄຕ່, ໄຢ໊… ດ້ວຍຫົວຂໍ້ຄື: “ປ່າດອກໄມ້ ຊາປາ”, “ຊາປາ - ເຫຼົ້າ”, “ຊາປາ - ຢຸກຢາ”, “ສຽງແຄນຕ້ອນຮັບເພື່ອນ”… ງານບຸນຄັ້ງນີ້ຈະເຕົ້າໂຮມນັກສິລະປິນ, ນັກສະແດງນັບຮ້ອຍຄົນເຂົ້າຮ່ວມດ້ວຍຂອບຂະໜາດໃຫຍ່ ແລະ ການເຄື່ອນໄຫວຕ່າງໆທີ່ເປັນເອກະລັກສະເພາະ, ໃໝ່ອ່ຽມ. ຫວັງວ່າ, ບັນດາຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ເພື່ອນມີການທ່ອງທ່ຽວທີ່ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຈັບໃຈ.

ແນະນຳງານບຸນຕາມທ້ອງຖະໜົນຢູ່ ຊາປາ ແລະ ໂຮງງານໄຟຟ້າ ຊົງດາ - ảnh 2ສວນປູກຕົ້ນໝາກອາງຸ່ນຢູ່ນີງທ້ວນ (ພາບປະກອບ)

ເພື່ອນ ບົວລະພາ ວົງຄຳມີ, ຢູ່ແຂວງ ວຽງຈັນ ໄດ້ສົ່ງອີເມວເຖິງລາຍການໂດຍຢາກ ຖາມກ່ຽວກັບເຂດປູກຕົ້ນໝາກອາງຸ່ນ ຢູ່ແຂວງນິງທ້ວນ, ເພື່ອນໃຫ້ຮູ້ວ່າ: ຂ້້າພະເຈົ້າ ແລະ ເອື້ອຍຄີງມັກກິນໝາກອາງຸ່ນຫຼາຍ, ມື້ກ່ອນ , ຊາວ ຫວຽດ ຄົນໜຶ່ງຢູ່ບ້ານໃກ້ຄຽໄດ້ເອົາໝາກອາງຸ່ນ ແລະ ໝາກກະທັນໃຫ້, ຖາມແລ້ວຈຶ່ງຮູ້ວ່າໝາກໄມ້ສອງຊະນິດນີ້ປູກຢູ່ ຫວຽດນາມ. ຂ້າພະເຈົ້າຢາກຮູ້ແຈ້ງກ່ຽວກັບເຂດປູກໝາກ ອາງຸ່ນ ແຫ່ງນີ້ຕື່ມອີກ?

ເພື່ອນ ບົວລະພາ ວົງຄຳມີ ທີ່ຮັກແພງ, ແຂວງ ນິງທ້ວນ - ເຊິ່ງແມ່ນເຂດດິນແດນໃຕ້ສຸດຂອງພາກກາງ ທີ່ມີແດດຮ້ອນ ແລະ ຊາຍຂາວ, ເປັນທີ່ຮູ້ຈັກກັນດີແມ່ນເຂດປູກຕົ້ນໝາກອາງຸ່ນຂອງ ຫວຽດນາມ. ຕົ້ນອາງຸ່ນແມ່ນຕົ້ນໄມ້ເປັນສິນຄ້າ ແລະ ແມ່ນປະເພດໝາກໄມ້ມີລົດຫວານແຊບທີ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍຄົນ. ປະຈຸບັນ, ເນື້ອທີ່ດິນປູກໝາກອາງຸ່ນຂອງແຂວງ ນິງທ້ວນ ລວມມີປະມານ 1.100 ha, ສຸມໃສ່ຕົ້ນຕໍຢູ່ເມືອງ ນິງເຟືອກ, ນິງຫາຍ, ນິງເຊີນ ແລະ ນະຄອນ ຟານຣາງ - ທາບຈ໋າມ. ປະລິມານໝາກອາງຸ່ນໃນແຕ່ລະປີບັນລຸ 31.310 ໂຕນ ແລະ ຍອດລາຍຮັບແມ່ນປະມານ 830 ຕື້ດົ່ງ. ບັນດາໝາກອາງຸ່ນພັນຂຽວ, ແດງ, ສີອິດລ້ວນແຕ່ໄດ້ຮັບການປູກຢູ່ທົ່ວທຸກບ່ອນໃນແຂວງຍ້ອນສະພາບທີ່ດິນ, ອາກາດຢູ່ນິງທ້ວນເໝາະສົມ ແລະ ກໍ່ໃຫ້ສະມັດຕະພາບສູງກ່ວາບັນດາປະເພດໝາກອາງຸ່ນນຳເຂົ້າ. ສະພາບຕົວຈິງຢູ່ສວນຕ່າງໆຂອງແຂວງ ນິງທ້ວນ ແມ່ນມີລາຍຮັບສະເລ່ຍປະມານແຕ່ 100 – 150 ລ້ານດົ່ງ/ha/ປີ, ເຈົ້າຂອງບາງສວນທີ່ທຳການປູກຝັງເກັ່ງ ກໍສາມາດປູກໝາກອາງຸ່ນພັນຂຽວ ບັນລຸໄດ້ລາຍຮັບປະມານ 300 ລ້ານດົ່ງ/ha/ປີ.

ແນະນຳງານບຸນຕາມທ້ອງຖະໜົນຢູ່ ຊາປາ ແລະ ໂຮງງານໄຟຟ້າ ຊົງດາ - ảnh 3ອ່າງເກັບນ້ຳແມ່ນ້ຳ ຊົງດາ


ທ່ານ ແສງຟ້າ, ຈາກແຂວງ ຫຼວງພະບາງ ສົ່ງອີເມວເຖິງລາຍການດ້ວຍເນື້ອໃນວ່າ: ອາທິດແລ້ວນີ້, ຫຼານສາວຂ້າພະເຈົ້າໄດ້ໄປຢາມເຮືອນໝູ່ຢູ່ແຂວງ ລາຍເຈົາ. ໃນໂອກາດນີ້, ເພື່ອນໄດ້ພາຫຼານສາວໄປຢ້ຽມຊົມອ່າງເກັບນ້ຳຂອງໂຮງໄຟຟ້າລາຍເຈົ. ຫຼານຂ້າພະເຈົ້າດີໃຈຫຼາຍ ແລະ ໄດ້ເລົ່າເລື່ອງກ່ຽວກັບສະຖານທີ່ແຫ່ງນີ້ໃຫ້ສະມາຊິກໃນຄອບຄົວຟັງ, ຜ່ານການເລົ່າຂອງຫຼານ, ຂ້າພະເຈົ້າກໍ່ໄດ້ຮູ້ສ່ວນໃດສ່ວນໜຶ່ງກ່ຽວກັບຂອບຂະໜາດຂອງໂຮງໄຟຟ້າແຫ່ງນີ້. ຫວັງວ່າ, ບັນນາທິການພາກພາສາລາວ ຈະໃຫ້ຂ້າພະເຈົ້າຮູ້ກ່ຽວກັບປະຫວັດຄວາມເປັນມາຂອງໂຮງໄຟຟ້າແຫ່ງນີ້ຕື່ມອີກ.

ທ່ານແສງຟ້າ ທີ່ຮັກແພງ, ໂຮງໄຟຟ້າ ລາຍເຈົາ ແມ່ນກິດຈະກຳຈຸດສຸມແຫ່ງຊາດຂອງ ຫວຽດນາມ, ໄດ້ຮັບການກໍ່ສ້າງໃນສາຍຫຼັກແມ່ນ້ຳ ຊົງດາ ຢູ່ຕາແສງ ນ້ຳຮ່າງ, ເມືອງ ເມື່ອງແຕ່, ແຂວງລາຍເຈົາ. ໂຮງໄຟຟ້າແຫ່ງນີ້ມີຍອດກຳລັງການຜະລິດ 1.200 MW ດ້ວຍ 3 ກຸ່ມໂຮງຈັກ, ໄດ້ເລີ່ມການກໍ່ສ້າງໃນວັນທີ 5 ມັງກອນ 2011. ກິດຈະກຳແຫ່ງນີ້ມີຍອດເງິນລົງທຶນຄາດວ່າ ກ່ວາ 35.700 ຕື້ດົ່ງ. ໂຮງໄຟຟ້າ ລາຍເຈົາ ຈະສະໜອງໄຟຟ້າໃຫ້ຕາໜ່າງໄຟຟ້າແຫ່ງຊາດປະມານ 4.670,8 ລ້ານ kWh. ນີ້ແມ່ນກິດຈະກຳໄຟຟ້າບໍ່ພຽງແຕ່ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາໄຟຟ້າ, ສະໜອງນ້ຳໃຫ້ເຂດທົ່ງພຽງແມ່ນ້ຳແດງໃນລະດູແລ້ງເທົ່ານັ້ນ ຫາກຍັງໄດ້ສ້າງກາລະໂອກາດພັດທະນາ ເສດຖະກິດ - ສັງຄົມໃຫ້ແຂວງລາຍເຈົາ ແລະ ດ້ຽນບຽນ ອີກດ້ວຍ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງເຂດໄຕບັກ. ໂຮງໄຟຟ້າ ລາຍເຈົາ ນອນໃນຕອນເໜືອສຸດຂອງແມ່ນ້ຳ ຊົງດາ ຕອນຢູ່ ຫວຽດນາມ, ຕິດກັບຊາຍແດນປະເທດຈີນ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ