ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2024

(VOVWORLD) - ດ້ວຍຫົວຂໍ້ວ່າ “ສິ່ງຍອດຍິ່ງຂອງຊຸດເສື້ອຍາວ” ໄດ້ພັນລະນາຫວນຄືນສ່ວນໜຶ່ງຮູບແບບຂອງ ຮ່າໂນ້ຍ ຜ່ານ 70 ປີແຫ່ງປະຫວັດສາດ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 436 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 24 ສະບັບຈາກທ່ານຜູ້ຟັງລາວ.
ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2024  - ảnh 1(ເວັບໄຊພາກພາສາ ລາວ)

ເພື່ອນ ບຸນທະວີ ອິດທະວົງ, ຢູ່ນະຄອນຫຼວງ ວຽງຈັນ; ເພື່ອນ ບຸນທັດ ແລະ ເພື່ອນ ພອນແສງ ຢູ່ແຂວງ ບໍລິຄຳໄຊ…, ໄດ້ໂທລະສັບ, ສົ່ງອີເມວມາຫາລາຍການ, ອວຍພອນ 70 ປີແຫ່ງວັນສ້າງຕັ້ງລາຍການກະຈາຍສຽງພາກພາສາ ລາວ. ໃນນັ້ນ, ເພື່ອນ ສຸກສົມພອນ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວ ມາຫາລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າໄດ້ຮູ້ວ່າ, ວັນທີ 12 ຕຸລາ 2024, ລາຍການກະຈາຍສຽງພາກພາສາ ລາວ ຄົບຮອບ 70 ປີແຫ່ງວັນອອກອາກາດມື້ທຳອິດ. ໃນຕະຫຼອດໄລຍະຜ່ານມາ, ນີ້ແມ່ນຊ່ອງສະໜອງຂໍ້ມູນຂ່າວຫຼາຍຢ່າງທີ່ເປັນປະໂຫຍດ ກ່ຽວກັບສະພາບການການເມືອງ, ເສດຖະກິດ, ວັດທະນະທຳຂອງ ຫວຽດນາມ ໄປເຖິງປະຊາຊົນ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ, ກໍຄືປະຊາຊົນ ລາວ ທີ່ພວມດຳລົງຊີວິດຢູ່ ລາວ ແລະ  ຫວຽດນາມ. ໃນນັ້ນ, ພົ້ນເດັ່ນແມ່ນບັນດາຂ່າວ/ບົດກ່ຽວກັບການຮ່ວມມື, ການພົບປະແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ ລາວ - ຫວຽດນາມ. ຂ້າພະເຈົ້າຂໍອວຍພອນໃຫ້ລາຍການກະຈາຍສຽງພາກພາສາ ລາວ ນັບມື້ນັບພັດທະນາ, ມີຂ່າວ/ບົດຫຼາກຫຼາຍ, ດຶງດູດໃຈທ່ານຜູ້ຟັງ ແລະ ຂໍອວຍພອນໃຫ້ບັນດາອ້າຍ, ເອື້ອຍ, ນ້ອງບັນນທິການຂອງລາຍການມີສຸຂະພາບແຂງແຮງ, ບັນລຸຜົນງານຫຼາຍຢ່າງຕື່ມອີກ. ເນື່ອງໃນໂອກາດໂອກາດນີ້, ຂ້າພະເຈົ້າກໍ່ຢາກຮູ້ວ່າ, ໃນໂອກາດພິເສດນີ້, ລາຍການກະຈາຍສຽງພາກພາສາ ລາວ ໄດ້ອອກອາກາດລາຍການພິເສດ ຫຼື ບົດຂຽນພົ້ນເດັ່ນໃດບໍ່?”

ເພື່ອນ ສຸກສົມພອນ ແລະ ບັນດາທ່ານຜູ້ຟັງທີ່ຮັກແພງ, ປີ 1946, ເມື່ອ ຫວຽດນາມ ກ້າວເຂົ້າສູ່ບັ້ນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ເປັນເວລາ 9 ປີ. ວັນທີ 12 ຕຸລາ 1946, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດຂອງ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ອອກອາກາດລາຍການກະຈາຍສຽງພາກພາສາ ລາວ ຕື່ມອີກ. ບັນດາການນຳຂອງວິທະຍຸກະຈາຍສຽງ 2 ປະເທດຍາມໃດກໍ່ໜູນຊ່ວຍ, ຊ່ວຍເຫຼືອກັນ ແລະ ໄດ້ຮັກສາສິ່ງດັ່ງກ່າວມາຮອດປະຈຸບັນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນລາຍການກະຈາຍສຽງພາກພາສາ ລາວ ອອກອາກາດເປັນຄັ້ງທຳອິດ, ບັນນາທິການພາກພາສາ ລາວ ຂໍແນະນຳລາຍການກະຈາຍສຽງພິເສດ, ທີ່ຈະອອກອາກາດໃນວັນທີ 06 ຕຸລາ 2024, ດ້ວຍຫົວຂໍ້: “ລາຍການກະຈາຍສຽງພາກພາສາ ລາວ 70 ປີແຫ່ງການປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ”. ໃນລາຍການນີ້, ຈະມີບົດຂຽນກ່ຽວກັບການພັດທະນາຂອງລາຍການ, ບັນດາການແບ່ງປັນຂອງຜູ້ເຮັດວຽກງານໃນລາຍການລຸ້ນຕ່າງໆ ແລະ ບັນດາທ່ານຜູ້ຟັງ ລາວ ທີ່ຕິດພັນກັບລາຍການມາເປັນຫຼາຍປີຜ່ານມາ. ເຊີນທ່ານຜູ້ຟັງຕິດຕາມຮັບຟັງໄດ້ໃນວັນທີ 06 ຕຸລາ 2024.

ເນື່ອງໃນໂອກາດນີ້, ລາຍການກະຈາຍສຽງພາກພາສາ ລາວ, VOV5, ຂໍສົ່ງຄຳຂອບໃຈຢ່າງຈິງໃຈເຖິງທ່ານຜູ້ຟັງທີ່ໄດ້ຮ່ວມເດີນທາງພ້ອມກັບລາຍການໃນຕະຫຼອດໄລຍະ 70 ປີຜ່ານມາ. ບັນດາຄຳເຫັນປະກອບຈາກທ່ານຜູ້ຟັງຍາມໃດກໍ່ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງຕໍ່ບັນດາບັນນາທິການຂອງລາຍການ. ລາຍການກະຈາຍສຽງພາກພາສາ ລາວ ຫວັງວ່າ, ຈະສືບຕໍ່ໄດ້ຮັບຄວາມສົນໃຈ, ການຕິດຕາມຮັກແພງຈາກບັນດາທ່ານຜູ້ຟັງທີ່ສະຫງວນໃຫ້ແກ່ລາຍການ, ຊ່ວຍໃຫ້ລາຍການນັບມື້ນັບພັດທະນາຫຼາຍກວ່າອີກ.

ແລະກໍ່ໃນອາທິດຜ່ານມາ, ເພື່ອນ ພຸດທະພອນ, ຢູ່ແຂວງ ບໍລິຄຳໄຊ ໄດ້ສົ່ງຂໍ້ຄວາມທາງ Facebook ມາຫາລາຍການໂດຍໃຫ້ຮູ້ວ່າ: ວັນທີ 10 ຕຸລາ 1954 ແມ່ນວັນນະຄອນຫຼວງ ຮ່າໂນ້ຍ ຫຼຸດພົ້ນອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ, ແມ່ນວັນປະຫວັດສາດທີ່ໄດ້ຊຶມເລິກໃນດວງໃຈຂອງປະຊາຊົນນະຄອນຫຼວງ ຮ່າໂນ້ຍ. ຈາກນະຄອນທີ່ຖືກເສຍຫາຍຫຼາຍຈາກສົງຄາມ, ມາຮອດປະຈຸບັນ, ຮ່າໂນ້ຍ ພວມພັດທະນາໃນແຕ່ລະວັນ ເພື່ອສົມກັບເປັນໃຈກາງທາງດ້ານເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ວິທະຍາສາດ,

ມີທີ່ຕັ້ງແຖວໜ້າຂອງທົ່ວປະເທດ. ຂ້າພະເຈົ້າໄດ້ຮູ້ວ່າ, ເຫດການວັດປົດປ່ອຍນະຄອນຫຼວງ ຮ່າໂນ້ຍ 10 ຕຸລາ, ບໍ່ພຽງແຕ່ເປີດສັງກະລາດໃໝ່ທີ່ສົດໃສໃຫ້ແກ່ນະຄອນຫຼວງ ຮ່າໂນ້ຍ ເທົ່ານັ້ນ, ຫາກຍັງນຳມາເຊິ່ງບົດຮຽນຫຼາຍຢ່າງຈາກໄຊຊະນະນັ້ນ. ຂໍອວຍພອນໃຫ້ນະຄອນຫຼວງນັບມື້ນັບພັດທະນາ, ສົມກັບນາມມະຍົດ, ນະຄອນຫຼວງ “ແຫ່ງອະລິຍະທຳນັບພັນປີ”, “ນະຄອນເພື່ອສັນຕິພາບ”.

ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2024  - ảnh 2ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2024 ຈະຈັດຂຶ້ນແຕ່ວັນທີ 04 – 06 ຕຸລາ, ຢູ່ພະລາຊະວັງ ທັງລອງ, ຮ່າໂນ້ຍ
(ພາບ: dangcongsan.vn)

ເພື່ອນ ສຸກສົມພອນ, ນັກສຶກສາ ລາວ ພວມຮ່ຳຮຽນປີທີ 1, ວິທະຍາໄລສິລະປະ ຮ່າໂນ້ຍ, ໄດ້ສົ່ງອີເມວມາຫາລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າມັກຊຸດເສື້ອຍາວຂອງ ຫວຽດນາມ ທີ່ສຸດ ແລະ ຊຸດເສື້ອຍາວນັ້ນກໍ່ມີຫຼາຍຮູບຫຼາຍແບບທີ່ແຕກຕ່າງກັນ. ຂ້າພະເຈົ້າຢາກຮູ້ວ່າ, ໃນໄລຍະຈະມາເຖິງນີ້ຢູ່ ຮ່າໂນ້ຍ ໄດ້ຈັດງານບຸນສະແດງກ່ຽວກັບຊຸດເສື້ອຍາວບໍ່? ຂໍຂອບໃຈລາຍການ.

ເພື່ອນ ສຸກສົມພອນ ທີ່ຮັກແພງ, ຕາມແຫຼ່ງຂ່າວຈາກພະແນກທ່ອງທ່ຽວ ຮ່າໂນ້ຍ ແລ້ວ, ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2024 ຈະຈັດຂຶ້ນແຕ່ວັນທີ 04 – 06 ຕຸລາ, ຢູ່ພະລາຊະວັງ ທັງລອງ, ຮ່າໂນ້ຍ. ນີ້ແມ່ນເຫດການປະຈຳປີ ແລະ ແມ່ນໜຶ່ງໃນບັນດາການເຄື່ອນໄຫວວັດທະນະທຳ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2024). ພິທີໄຂງານບຸນປີນີ້ຈະຈັດຂຶ້ນໃນຕອນຄ່ຳວັນທີ 04 ຕຸລາ, ດ້ວຍຫົວຂໍ້ວ່າ “ສິ່ງຍອດຍິ່ງຂອງຊຸດເສື້ອຍາວ” ໄດ້ພັນລະນາຫວນຄືນສ່ວນໜຶ່ງຮູບແບບຂອງ ຮ່າໂນ້ຍ ຜ່ານ 70 ປີແຫ່ງປະຫວັດສາດ, ຜ່ານບັນດາການເຄື່ອນໄຫວ ຄື: ງານບຸນຊຸດເສື້ອຍາວ; ງານບຸນຊຸດເສື້ອຍາວ “ແມ່ຍິງນະຄອນຫຼວງແຫ່ງການເຊື່ອມໂຍງ ແລະ ພັດທະນາ”, ລວມມີບັນດາການເຄື່ອນໄຫວສະແດງ ແລະ ເດີນຂະບວນມີຂອບຂະໜາດໃຫຍ່; ຮອບຊິງຊະນະເລີດການອອກແບບຊຸດເສື້ອຍາວຈະຈັດຂຶ້ນໃນຕອນບ່າຍວັນທີ 06 ຕຸລາ. ງານບຸນນີ້ແມ່ນເພື່ອເຊີດຊູ ແລະ ຂຸດຂົ້ນຊຸດເສື້ອຊົນເຜົ່າ ແມ່ນຜະລິດຕະພັນຂອງບັນດາຮູບແບບການທ່ອງທ່ຽວຂອງ ຫວຽດນາມ.

        ຖ້າເຂົ້າຮ່ວມເຫດການດັ່ງກ່າວ, ເພື່ອນຈະໄດ້ຮັບຊົມຊຸດເສື້ອຍາວທີ່ເປັນເອກະລັກສະເພາະຂອງແມ່ຍິງ ຫວຽດນາມ ຢ່າງຫຼາກຫຼາຍ. ຫວັງວ່າ, ພາຍຫຼັງເຂົ້າຮ່ວມງານບຸນ, ເພື່ອນຈະແບ່ງປັນຄວາມຮູ້ສຶກຂອງຕົນກັບລາຍການພາກພາສາ ລາວ ເດີ.

ຕອບກັບ

ຂ່າວ/ບົດ​ອື່ນ