ແນະ​ນຳ​ກ່ຽວ​ກັບລາຍ​ການ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ​ຢູ່ ຮ່າ​ໂນ້ຍ

(VOVWORLD) -  ມີຈົດໝາຍ 432 ສະບັບ ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 23 ສະບັບຈາກທ່ານຜູ້ຟັງລາວ. 

 

      ເມື່ອເນື້ອໃນຂ່າວກ່ຽວກັບວາລະປະຊຸມສະພາແຫ່ງຊາດເດັກສົມມຸດຖານ ໄດ້ເອົາລົງໃນເວັບໄຊ vovworld.vn ພາກພາສາລາວ, ມີຜູ້ຟັງຫຼາຍທ່ານໄດ້ສະແດງຄຳຄິດເຫັນວ່າ ນີ້ແມ່ນເວທີປາໄສທີ່ເປັນປະໂຫຍດສຳເລັດເດັກຫຼາຍ. ໃນນັ້ນ, ທ່ານ ເມກສະຫວັນ ຢູ່ນະຄອນຫຼວງ ວຽງຈັນ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າຮັບຜິດຊອບວຽກງານຊາວໜຸ່ມເຍົາຊົນມາຫຼາຍປີ. “ວາລະປະຊຸມສະພາແຫ່ງຊາດເດັກສົມມຸດຖານແມ່ນຮູບແບບທີ່ຄັກຫຼາຍ ແລະ ພວກຂ້າພະເຈົ້າຢາກຖອດຖອນບົດຮຽນປະສົບການໃນການຈັດຕັ້ງວາລະປະຊຸມດັ່ງກ່າວກັບ ຫວຽດນາມ. ຈາກເວທີປາໄສນີ້, ພວກເຮົາສາມາດເຂົ້າໃຈໄດ້ແນວຄິດ, ຈິນຕະນາການອງເດັກ ແລະ ຄວາມມຸ່ງມາດປາດຖະໜາ ກໍຄືບັນດາຂໍ້ລິເລີ່ມຂອງເດັກທີ່ໄດ້ຍົກອອກມາເພື່ອແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງເດັກ”.

ອາທິດຜ່ານມາ, ພວກຂ້າພະເຈົ້າຍັງໄດ້ຮັບຈົດໝາຍຫຼາຍສະບັບທີ່ຝາກມາຊົມເຊີຍວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ວັນທີ 10 ຕຸລາ ພ້ອມດ້ວຍຄຳແບ່ງປັນຄວາມຮູ້ສຶກທີ່ມີຕໍ່ລາຍການສະເຫຼີມສະຫຼອງ 70 ປີ ແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ. ໃນນັ້ນທ່ານ ວໍລະວັດ ຢູ່ນະຄອນຫຼວງວຽງຈັນ, ປັດຈຸບັນກຳລັງເຂົ້າຮ່ວມຊຸດບຳລຸງວຽກງານຍຸຕິທຳຢູ່ ຮ່າໂນ້ຍ ໄດ້ແບ່ງປັນວ່າ: “ຖະໜົນຫົນທາງ ຮ່າໂນ້ຍ ໄດ້ຮັບການປະດັບປະດາດ້ວຍທຸງຊາດ, ດອໄມ້ງາມຫຼາຍ. ພິທີສະເຫຼີມສະຫຼອງທີ່ໄດ້ດຳເນີນຢູ່ໜອງເຕົາ ກໍຍິ່ງໃຫຍ່ອາລັງການຫຼາຍ, ຊ່ວຍໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈຕື່ມອີກກ່ຽວກັບພາບພົດຂອງນະຄອນຫຼວງ ຮ່າໂນ້ຍ ເມື່ອປີ 1954 ເປັນຄືແນວໃດ”.

ຕໍ່ໄປນີ້, ພວກຂ້າພະເຈົ້າຂໍຕອບບັນດາຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

        ເພື່ອນ ຈຳປາພັນ ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຈົດໝາຍເຖິງລາຍການ ດ້ວຍຄຳຖາມທີ່ວ່າ: ໄລຍະປັດຈຸບັນ, ຮ່າໂນ້ຍ ມີລາຍການທ່ອງທ່ຽວໃດແດ່?

ແນະ​ນຳ​ກ່ຽວ​ກັບລາຍ​ການ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ​ຢູ່ ຮ່າ​ໂນ້ຍ - ảnh 1ເມື່ອມາຢາມໝູ່ບ້ານທູບ ກວ໋າງຝຸເກົ່າ, ນັກທ່ອງທ່ຽວຈະໄດ້ຮັບຊົມບັນດານັກສິລະປະກອນເຮັດ ແລະ ເຂົ້າຮ່ວມການເຮັດໂດຍກົງພ້ອມກັບນັກສິລະປະກອນເລີຍ (ພາບ: ຢາງຮຸຍ)

         ໄລຍະນີ້ ຫຼືແຕ່ເດືອນ ສິງຫາ – ພະຈິກ ແມ່ນຊ່ວງເວລາທີ່ແຂກທ່ອງທ່ຽວມາທ່ຽວ ຮ່າໂນ້ຍ ຫຼາຍທີ່ສຸດໃນປີ.  ນີ້ໄດ້ຮັບຖືວ່າ ແມ່ນຈຸດເວລາງາມທີ່ສຸດ ດ້ວຍອາກາດທີ່ເຢັນສະບາຍ, ທ້ອງຟ້າເປີດແຈ້ງ, ທັດສະນີຍະພາບງາມດັ່ງໃນຝັນ. ພິເສດກວ່ານັ້ນແມ່ນ, ນະຄອນຫຼວງ ຮ່າໂນ້ຍ ພວມມີຫຼາຍລາຍການທ່ອງທ່ຽວເພື່ອສະເຫຼີມສະຫຼອງ 70 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ, ເພື່ອນຈະມີຫຼາຍການເລືອກເຟັ້ນກວ່າ. ທ່ານ ຫງວຽນຕຽນດາດ, ປະທານສະໂມສອນການທ່ອງທ່ຽວນະຄອນຫຼວງ ໃຫ້ຮູ້ວ່າ: ປັດຈຸບັນ, ກຳລັງມີລະບົບລາຍການທ່ອງທ່ຽວລະດູໃບໄມ້ຫຼົ່ນ ຮ່າໂນ້ຍ, ລະອຽດ: ທີໜຶ່ງແມ່ນລາຍການທ່ອງທ່ຽວລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ດ້ວຍການສຳຜັດອິນຊີທັງ 5. ທີສອງແມ່ນ ລາຍການຖ່າຍຮູບ, ຜູ້ນຳທ່ຽວ ທັງເປັນນັກຖ່າຍພາບຈະຮ່ວມເດີນທາງພ້ອມກັບນັກທ່ອງທ່ຽວເພື່ອຖ່າຍຮູບໃຫ້ນັກທ່ອງທ່ຽວຢູ່ບັນດາສະຖານທີ່ຂຶ້ນຊື່ຂອງ ຮ່າໂນ້ຍ. ທີສາມແມ່ນ ລາຍການທ່ອງທ່ຽວ ອາຫານການກິນ, ຜູ້ນຳທ່ຽວຈະພານັກທ່ອງທ່ຽວໄປຢ້ຽມຊົມ  ແລະ ຊິມບັນດາເຍື່ອງອາຫານທີ່ເປັນເອກະລັກທີ່ສຸດຢູ່ຮ່າໂນ້ຍ. ທີສີ່ແມ່ນ, ລາຍການທ່ອງທ່ຽວຊຸດເສື້ອຍາວ, ໃນລາຍການນີ້, ນັກທ່ອງທ່ຽວຍິງຈະນຸ່ງຊຸດເສື້ອຍາວ ແລະ ເດີນທາງໄປຍັງໝູ່ບ້ານແພໄໝ ວ້ານຝຸກ (ຮ່າດົງ) ຖ່າຍຮູບ ແລະ ສາມາດເລືອກຊື້ບັນດຜະລິດຕະພັນແພໄໝ ແລະ ໄດ້ຕັດຊຸດເສື້ອຍາມຕາມໃຈມັກ. ສຳລັບລາຍການທ່ອງທ່ຽວນີ້, ແຂກທ່ອງທ່ຽວທັງໄດ້ຊຸດເສື້ອຍາວທັງໄດ້ຮູບງາມໆໄວ້ເປັນທີ່ລະນຶກ. ທີຫ້າ, ແມ່ນລາຍການທ່ອງທ່ຽວຢ້ຽມຢາມບັນດາໝູ່ບ້ານອາຊີບເຊັ່ນ ເຊີນໝ່າຍ, ໝູ່ບ້ານກຸບເຈືອງ, ໝູ່ບ້ານທູບ ກວ໋າງຝຸເກົ່າ, ນັກທ່ອງທ່ຽວຈະໄດ້ຮັບຊົມບັນດານັກສິລະປະກອນເຮັດ ແລະ ເຂົ້າຮ່ວມການເຮັດໂດຍກົງພ້ອມກັບນັກສິລະປະກອນເລີຍ. ຕໍ່ຈາກນັ້ນ, ແມ່ນລາຍການຢ້ຽມຢາມວັດ ຄາຍງວຽນ (ເຊີນເຕິຍ), ໝູ່ບ້ານເກົ່າແກ່ ເດື່ອງເລິມ ແລະ ຢ້ຽມຢາມ ວັດເຖິ່ຍ. ຕອນຄ່ຳ, ແຂກທ່ອງທ່ຽວຈະໄດ້ຮັບຊົມລາຍການສະແດງສິລະປະກາງແຈ້ງ ສິ່ງຍອດຍິ່ງພາກເໜືອ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ກໍ່ຍັງມີລາຍການທ່ອງທ່ຽວທີ່ດຶງດູດແຂກທ່ອງທ່ຽວ ແລະ ແປກໃໝ່ພໍສົມຄວນ, ນັ້ນແມ່ນ City Tour ດ້ວຍທາງລົດໄຟສະພານລອຍ ແລະ ການຂີ່ລົດເມຄຸນນະພາບສູງ. 

ຄຳຖາມຕໍ່ໄປມາຈາກເພື່ອນ ວຽງອຸດົມ ຢູ່ແຂວງ ໄຊສົມບູນ, ປັດຈຸບັນກຳລັງເຂົ້າຮ່ວມຊຸບຳລຸງທິດສະດີການເມືອງ ຢູ່ຮ່າໂນ້ຍ ຖາມວ່າ: ຮ່າໂນ້ຍ ມີລາຍການທ່ອງທ່ຽວຕອນກາງຄືນບໍ?

ແນະ​ນຳ​ກ່ຽວ​ກັບລາຍ​ການ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ​ຢູ່ ຮ່າ​ໂນ້ຍ - ảnh 2ລາຍການຮັບຊົມການສະແດງສິລະປະກາງແຈ້ງ ສິ່ງຍອດຍິ່ງຂອງພາກເໜືອ ຫວຽດນາມ (ຕິງຮວາບັກໂບະ) ພວມໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວ 

ນອກຈາກບັນດາລາຍການທ່ອງທ່ຽວຕອນກາງເວັນແລ້ວ, ຮ່າໂນ້ຍ ຍັງມີບັນດາລາຍການທ່ອງທ່ຽວຕອນກາງຄືນອີກດ້ວຍ ຊ່ວຍໃຫ້ນັກທ່ອງທ່ຽວຈະມີການສຳຜັດທີ່ຈັບໃຈກວ່າ. ສາມາດເວົ້າເຖິງບາງລາຍການຄື: ລາຍການຮັບຊົມການສະແດງສິລະປະກາງແຈ້ງ ສິ່ງຍອດຍິ່ງຂອງພາກເໜືອ ຫວຽດນາມ (ຕິງຮວາບັກໂບະ), ລາຍການຄ່ຳຄືນ ວັນໝຽວກວັກຕືຢາມ - ມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ, ລາຍການຄ່ຳຄືນ ພະລາດຊະວັງທັງລອງ, ລາຍການຄ່ຳຄືນ ຄຸກຫວາຫຼໍ່...

ດັ່ງທີ່ກ່າວມາຂ້າງເທິງ ແມ່ນລາຍການທ່ອງທ່ຽວຕອນກາງຄືນຈຳນວນໜຶ່ງຢູ່ ຮ່າໂນ້ຍ. ຫວັງວ່າ ຈະຊ່ວຍໃຫ້ເພື່ອນມີການສຳຜັດທີ່ຈັບອົກຈັບໃຈ ແລະ ເປັນອະນຸສອນອັນດີງາມໃນໄລຍະຮ່ຳຮຽນຢູ່ ຫວຽດນາມ.                                   ດັ່ງທີ່ກ່າວມາຂ້າງທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn.

ຕອບກັບ

ຂ່າວ/ບົດ​ອື່ນ