ລາຍ​ການ​ສະ​ຫລຸບ​ຂ່າວເດັ່ນ​​ກ່ຽວ​ກັບ​ການ​ພົ​ວ​ພັນ ຫວຽດ​ນາມ - ລາວ ​ໃນເດືອນ ກຸມ​ພາ 2026

(VOVWORLD) -   ວັນທີ 5 ກຸມພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມທາງລັດຖະກິດຢູ່ ສປປ. ລາວ ຕາມຄຳເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ. ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນຖານະຕຳແໜ່ງໃໝ່, ຢັ້ງຢືນການຖືສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເປັນສຳຄັນ.

1. ການຢ້ຽມຢາມທາງລັດຖະກິດຢູ່ . ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ

ລາຍ​ການ​ສະ​ຫລຸບ​ຂ່າວເດັ່ນ​​ກ່ຽວ​ກັບ​ການ​ພົ​ວ​ພັນ ຫວຽດ​ນາມ - ລາວ ​ໃນເດືອນ ກຸມ​ພາ 2026 - ảnh 1ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ ໃນການຢ້ຽມຢາມທາງລັດຖະກິດຢູ່ລາວ ເມື່ອວັນທີ 5 ກຸມພາ 2026 (ພາບ: VOV)

ວັນທີ 5 ກຸມພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມທາງລັດຖະກິດຢູ່ ສປປ. ລາວ ຕາມຄຳເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ. ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນຖານະຕຳແໜ່ງໃໝ່, ຢັ້ງຢືນການຖືສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເປັນສຳຄັນ. ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະສອງຝ່າຍກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ; ພົບປະກັບທ່ານນາຍົກລັດຖະມົນຕີລາວ, ປະທານສະພາແຫ່ງຊາດລາວ ແລະ ປະທານແນວລາວສ້າງຊາດ; ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ພົບປະປະຊາຄົມຊາວ ຫວຽດນາມ ທີ່ພວມຮ່ຳຮຽນ, ເຮັດວຽກ, ດຳລົງຊີວິດຢູ່ລາວ…

   ໃນການພົບປະຄັ້ງຕ່າງໆ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະ ແທດຈິງໃນສາຍພົວພັນຮ່ວມມື ຫວຽດນາມ - ລາວ ໃນໄລຍະຜ່ານມາ. ສອງຝ່າຍໄດ້ເຫັນດີເປັນເອກະພາບນໍາກັນວ່າ ຈະສືບຕໍ່ປ່ຽນແປງໃໝ່ແບບວິທີການຮ່ວມມື, ຍົກສູງຄຸນນະພາບ ແລະ ປະສິດທິຜົນຕາມທິດນັບມື້ນັບແທ້ຈິງ; ຜູກພັນກັນຢ່າງແໜ້ນແຟ້ນລະຫວ່າງວິໄສທັດຍຸດທະສາດ ແລະ ການກະທຳລະອຽດ, ພ້ອມທັງເພີ່ມທະວີການສົມທົບຍຸດທະສາດລະຫວ່າງສອງພັກ, ສອງລັດ. ພ້ອມດຽວກັນນັ້ນ, ກໍຍູ້ແຮງການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ໃຫ້ບຸລິມະສິດສຸມໃສ່ແຫຼ່ງກຳລັງ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ຜັນຂະຫຍາຍບັນດາໂຄງການຍຸດທະສາດຢ່າງຂ້ຽວຂາດ, ສ້າງກຳລັງໜູນໃໝ່ແກ່ການເຊື່ອມຕໍ່ພື້ນຖານເສດຖະກິດ, ການຄ້າ, ການລົງທຶນ ແລະ ພັດທະນາເຂດ, ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 10 ຕື້ USD ໃນໄລຍະຈະມາເຖິງ; ສອງຝ່າຍເນັ້ນໜັກວ່າ ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຕ້ອງສືບຕໍ່ໄດ້ຮັບການຢັ້ງຢືນວ່າ ແມ່ນຂົງເຂດຮ່ວມມືຍຸດທະສາດ, ຍາວນານລະຫວ່າງສອງປະເທດ. ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເປັນສັກຂີພິຍານພິທີມອບ - ຮັບເອກະສານການຮ່ວມມືສຳຄັນຫຼາຍສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດໃນບັນດາຂົງເຂດສຶກສາ, ຍຸຕິທຳ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ; ສືບຕໍ່ສ້າງພື້ນຖານນິຕິກຳ ແລະ ກຳລັງໜູນໃໝ່, ຫັນເນື້ອໃນຫຸ້ນສ່ວນຍຸດທະສາດໃນສາຍພົວພັນຮ່ວມມືລະຫວ່າງສອງປະເທດເປັນລະອຽດ.

2. ບັນດາການເຄື່ອນໄຫວຊົມເຊີຍພັກ, ຕ້ອນຮັບລະດູບານໃໝ່ປີມະເມຍ 2026

   ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ແລະ ລະດູບານໃໝ່ປີມະເມຍ 2026, ຕອນເຊົ້າວັນທີ 3 ກຸມພາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ຫງວຽນແມ້ງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຄະນະປະຈຳພັກ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມສະຖານທູດແຫ່ງ ສປປ. ລາວ ປະຈຳ ສສ. ຫວຽດນາມ ມາອວຍພອນ. ທີ່ການຕ້ອນຮັບ, ທ່ານນາງ ຄຳເພົາ ເອີນທະວັນ ໄດ້ຊົມເຊີຍວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 96 ປີ, ພ້ອມທັງຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ; ທ່ານຢັ້ງຢືນວ່າ ບັນດາຜົນງານອັນຍິ່ງໃຫຍ່, ຮອບດ້ານຂອງ ຫວຽດນາມ ໃນໄລຍະຜ່ານມາໄດ້ຢັ້ງຢືນບົດບາດນຳພາ ແລະ ແນວທາງອັນຖືກຕ້ອງຂອງພັກກອມມູນິດ ຫວຽດນາມ.

   ເນື່ອງໃນໂອກາດນີ້, ໃນລະຫວ່າງວັນທີ 2 – 9 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມສະຖານທູດແຫ່ງ ສສ. ຫວຽດນາມ ປະຈຳ ສປປ.ລາວ ໄດ້ໃຫ້ການຕ້ອນຮັບບັນດາສະຫາຍການນຳຈາກຄະນະ, ກະຊວງ, ຂະແໜງການຂັ້ນສູງກາງ, ການນຳທ້ອງຖິ່ນຈຳນວນໜຶ່ງຂອງລາວ ມາອວຍພອນ ເຊັ່ນດຽວກັນ.

   ໄປຄຽງຄູ່ກັນນັ້ນ, ບັນດາແຂວງ, ນະຄອນຂອງລາວ ທີ່ມີຊາຍແດນຕິດຈອດ ແລະ ແຮກສ່ຽວກັບບັນດາແຂວງ, ນະຄອນຂອງ ຫວຽດນາມ ກໍໄດ້ສົ່ງຄະນະຜູ້ແທນມາອວຍພອນ ຫວຽດນາມ ເນື່ອງໃນໂອກາດທີ່ມີຄວາມໝາຍນີ້.

    ນອກຈາກນັ້ນແລ້ວ, ວັນທີ 19 ກຸມພາ (ກົງກັບວັນທີ 3 ບຸນເຕັດ), ວັດ ເຟີດຕິກ ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດລາຍການມອບຂອງຂວັນປີໃໝ່ປີມະເມຍ 2026 ແຫ່ງຄວາມຮັກແພງ ໂດຍໄດ້ມອບຂອງຂວັນຫຼາຍພູດໃຫ້ແກ່ຄົນພິການ, ຜູ້ປະສົບກັບຄວາມຫຍຸ້ງຍາກທີ່ພວມດຳລົງຊີວິດຢູ່ໃນບໍລິເວນນະຄອນຫຼວງ ວຽງຈັນ. ເຫດການບໍ່ພຽງແຕ່ແມ່ນກິດຈະກຳການກຸສົນຍາມຕົ້ນປີໃໝ່ເທົ່ານັ້ນ ຫາກຍັງແມ່ນພະຍານຫຼັກຖານທີ່ມີຊີວິດຊີວິດໃຫ້ແກ່ຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນ ແລະ ສະມາຄົມພຸດທະສາສະໜາສອງປະເທດອີກດ້ວຍ.

ລາຍ​ການ​ສະ​ຫລຸບ​ຂ່າວເດັ່ນ​​ກ່ຽວ​ກັບ​ການ​ພົ​ວ​ພັນ ຫວຽດ​ນາມ - ລາວ ​ໃນເດືອນ ກຸມ​ພາ 2026 - ảnh 2ບັນຍາກາດການມອບຂອງຂວັນຫຼາຍພູດໃຫ້ແກ່ຄົນພິການ, ຜູ້ປະສົບກັບຄວາມຫຍຸ້ງຍາກທີ່ພວມດຳລົງຊີວິດຢູ່ໃນບໍລິເວນນະຄອນຫຼວງ ວຽງຈັນ (ພາບ: ສະຖານທູດ ຫວຽດນາມ ປະຈຳ ລາວ)

ໃນບັນຍາກາດຊົມເຊີຍພັກ, ຊົມເຊີຍປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ ແລະ ຕ້ອນຮັບລະດູບານໃໝ່, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ພ້ອມດ້ວຍພະນັກງານ, ສະມາຊິກສະຖານທູດ ຫວຽດນາມ ປະຈຳ ລາວ ທັງໝົດ ໄດ້ໄປຖະຫວາຍທູບທຽນ ສະແດງຄວາມເຄົາລົບນັບຖື ແລະ ອາໄລຫາປະທານ ໂຮ່ຈີມິນ ການນຳຜູ້ຍິ່ງໃຫຍ່ຂອງຊາດ ຫວຽດນາມ.

3. Lao Airlines ເປີດສາຍການບິນໂດຍກົງ ວຽງຈັນ-ດ່ານັງ ຄືນໃໝ່

  ລັດວິສະຫະກິດການບິນລາວ (Lao Airlines)  ຢືນຢັນຈະເຊື່ອມຕໍ່ສາຍການບິນໂດຍກົງເຊື່ອມຕໍ່ ນະຄອນຫຼວງວຽງຈັນ (ລາວ) - ນະຄອນດ່ານັງ (ຫວຽດນາມ) ຄືນໃໝ່. Lao Airlines ໃຫ້ຮູ້ວ່າ: ບັນດາຖ້ຽວບິນຈະເລີ່ມເຄື່ອນໄຫວແຕ່ວັນທີ 29 ມີນາ ທີ່ຈະມາເຖິງດ້ວຍ 2 ຖ້ຽວ/ອາທິດ ໃນວັນພະຫັດ ແລະ ວັນອາທິດ ດ້ວຍເຮືອບິນ Comac 909.

ສຳລັບຕາຕະລາງການເຄື່ອນໄຫວ, ຖ້ຽວໄປ ຈາກນະຄອນຫຼວງວຽງຈັນ (VTE) ໄປ ດ່ານັງ, ຍົນຂຶ້ນໃນເວລາ 11 ໂມງ 20 ນາທີ ໄປຮອດ ດ່ານັງ (DAD) ເວລາ 12 ໂມງ 40 ນາທີ ຂອງວັນດຽວກັນ.  ຖ້ຽວກັບ ຈາກ ດ່ານັງ (DAD) ໄປ ນະຄອນຫຼວງວຽງຈັນ, ຍົນຂຶ້ນໃນເວລາ 13 ໂມງ 50 ນາທີ ໄປຮອດ ນະຄອນຫຼວງວຽງຈັນ (VTE) ເວລາ 15 ໂມງ 10 ນາທີ ຂອງວັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ