(VOVWORLD) -ຫວຽດນາມ ມີລະບົບປູຊະນີຍະສະຖານປະຫວັດສາດ ວັດທະນະທຳ ທິວທັດທຳມະຊາດ ຢູ່ຕາມລວງຍາວຂອງປະເທດຊາດ ພ້ອມກັບບັນດາງານບຸນໝູ່ບ້ານອາຊີບຫັດຖະກຳ ວັດທະນະທຳອາຫຫານການກິນ ທີ່ເປັນເອກະລັກສະເພາະຂອງບັນດາເຂດແຄ້ວນ. ນີ້ກໍ່ແມ່ນເງື່ອນໄຂ ແລະ ເປັນພື້ນຖານທີ່ສຳຄັນເພື່ອການທ່ອງທ່ຽວ ແລະ ວັດທະນະທຳກຳນົດຮູບພາບ ແລະ ໂຄສະນາເຄື່ອງໝາຍການທ່ອງທ່ຽວ ຂອງບັນດາທ້ອງຖິ່ນ.
ເປົ່າແຄນ |
ໂດຍໄດ້ຮັບຟັງຮັບຊົມ ແລະ ໄດ້ຮັບການຖ່າຍທອດໂດຍກົງກ່ຽວກັບວິທີເຮັດແຄນ, ເປົ່າແຄນ ນັບແຕ່ຄາວຍັງນ້ອຍ, ນ້ອງ ຢ່າງອາຊົວ ນັກຮຽນຫ້ອງ ປໍ5 ໂຮງຮຽນມັດທະນຍົມເຄິ່ງກິນນອນຊົນເຜົ່າ ຕາແສງ ຊ່າໂຮ່ ເມືອງ ຈ້າມເຕົ໊າ ແຂວງ ອຽນບ໊າຍ ໄດ້ຕັດສິນໃຈຮຽນເປົ່າແຄນ ແລະ ວິທີສະແດງຮັບໃຊ້ແຂກທ່ອງທ່ຽວ. ຢ່າງອາຊົວ ແບ່ງປັນວ່າ:
“ຫຼານມັກຮຽນເປົ່າແຄນທີ່ສຸດ. ຫຼານຮູ້ວ່າເປົ່າແຄນ ພຽງແຕ່ແມ່ນເຄື່ອງດົນຕີຂອງຊົນເຜົ່າ ມົ້ງ ເທົ່ານັ້ນ. ໄລຍະທີ່ຈະມາເຖິງ ຫຼານຈະຊັກຊວນໝູ່ເພື່ອນຮຽນນຳຫຼານຕື່ມອີກ ເພື່ອເປັນການຮັກສາຈຸດວັດທະນະທຳເຜົ່າມົ້ງ”.
ດ້ວຍບັນດາທັດສະນີຍະພາບທີ່ງົດງາມ ຍັງຄົງສາມາດຮັກສາຄວາມຮົກເຮື້ອ, ຊ່າໂຮ່ ພວມແມ່ນໜຶ່ງໃນບັນດາຕາແສງ ພວມດຶງດູດແຂກທ່ອງທ່ຽວຢ່າງຫຼວງຫຼາຍທີ່ສຸດ ໃນເມືອງ ຈ້າມເຕົ໊າ ແຂວງ ອຽນບ໊າຍ. ໃນຊີວິດການເປັນຢູ່ຂອງພໍ່ແມ່ພີ່ນ້ອງເຂດພູສູງ ຈ້າມເຕົ໊າ, ແຄນເຜົ່າ ມົ້ງ ແມ່ນມີຄວາມໝາຍຫຼາຍຢ່າງ. ຕາມທ່ານ ເຈີ໊ອາຊິງ ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຊ່າໂຮ່ ແລ້ວ ເພື່ອຮັກສາເຄື່ອງດົນຕີປະເພດນີ້ໄວ້, ບັນດານັກສິລະປະການ ແລະ ຄະນະພັກອຳນາດການປົກຄອງຕາແສງ ພວມຜັນຂະຫຍາຍວິທີການແກ້ໄຂ ເພື່ອຮັກສາດ້ວຍຫຼາຍຮູບການ ໂດຍຜ່ານການເປີດຊຸດອົບຮົມອະນຸລັກແຄນເຜົ່າ ມົ້ງ ຕາມແຜນການຂອງຄະນະກຳມະການປະຊາຊົນເມືອງ ຈ້າມເຕົ໊າ ກ່ຽວກັບການອະນຸລັກວັດທະນະທຳ ຕິດພັນກັບການພັດທະນາການທ່ອງທ່ຽວ. ທ່ານ ເຈີ໊ອາຊິງ ເວົ້າວ່າ:
“ແຄນເຜົ່າ ມົ້ງ ແມ່ນເຄື່ອງດົນຕີທີ່ຂາດບໍ່ໄດ້ ຂອງຊາວເຜົ່າ ມົ້ງ ນັບແຕ່ເວລາກຳເນີດຂຶ້ນ ຕະຫຼອດຮອດເວລາເຖິງແກ່ມໍລະນະກຳ. ຜ່ານຊຸດຮຽນນີ້ ພວກຂ້າພະເຈົ້າມີຄວາມຫວັງວ່າ ພາຍຫຼັງໄດ້ຮຽນແລ້ວ ພວກນ້ອງສາມາດກຳແໜ້ນບັນດາທັກສະພື້ນຖານ, ສຽງດົນຕີ ແລະ ບັນດາຈັງຫວະຟ້ອນແຄນ, ບົດເປົ່າແຄນ ເພື່ອອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງອັນດີງາມຂອງຊາວເຜົ່າ ມົ້ງ”.
ສ່ວນຢູ່ແຂວງ ບັກກ້ານ ອາຊີບຕ່ຳແຜ່ນແພພື້ນເມືອງ ໄດ້ມີມາແຕ່ດົນນານແລ້ວ ຢູ່ບໍລິເວນອ້ອມແອ້ມໜອງ ບາເບ໋. ຖ້າຫາກວ່າເມື່ອກ່ອນນີ້ປະຊາຊົນຕ່ຳແຜ່ນແພ ເພື່ອຮັບໃຊ້ໃນຄອບຄົວເທົ່ານັ້ນ ແຕ່ໃນປັດຈຸບັນ ພ້ອມກັບການພັດທະນາການທ່ອງທ່ຽວ, ບັນດາຊຸດອາພອນປະຈຳເຜົ່າ, ຜ້າພັນຫົວ, ຖົງພາຍ ໄດ້ກາຍເປັນຂອງທີ່ລະນຶກ ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວທັງຫຼາຍ. ປັດຈຸບັນແຂວງ ບັກກ້ານມີມໍລະດົກວັດທະນະທຳ ປະມານ 300 ຢ່າງຂອງບັນດາເຜົ່າສ່ວນໜ້ອຍ, ພົ້ນເດັ່ນຂຶ້ນຄື ຟ້ອນແຄນຂອງຊາວເຜົ່າ ມົ້ງ, ພິທີປະດັບຍົດຂອງຊາວເຜົ່າຢ້າວ... ໃນນັ້ນມີມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ ນັ້ນແມ່ນສິລະປະຂັບແທນ. ທ່ານ ຮ່າວັນເຈື່ອງ ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ບັກກ້ານ ໃຫ້ຮູ້ວ່າ:
“ແຂວງໄດ້ມີໂຄງການວິທະຍາສາດ ເຕັກໂນໂລຊີ ອະນຸລັກບັນດາມໍລະດົກວັດທະນະທຳ ເປັນວັດຖຸ ໃນບໍລິເວນໜອງ ບາເບ໋ ຕິດພັນກັບການພັດທະນາການທ່ອງທ່ຽວ. ຕາມນັ້ນແລ້ວມີຜະລິດຕະພັນ 8 ຢ່າງຖືກຍົກອອກມາ ພິເສດຢູ່ແຫ່ງນີ້ ແມ່ນການສ້າງບັນດາກອງສິລະປະກອນ ຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍ ເຊິ່ງໃນແຕ່ລະວັນເຂົາເຈົ້າຍັງຄົງອອກແຮງງານທຳການຜະລິດ ແຕ່ຮອດຍາມຄ່ຳ ແລະ ຍາມມີເວລາຫວ່າງ, ເມື່ອຈັດງານບຸນຈະຮັບໃຊ້ແຂກທ່ອງທ່ຽວ”.
ມາຮອດແຂວງ ລາຍເຈົາ ແຂກທ່ອງທ່ຽວຕ່າງກໍ່ມີຄວາມປະທັບໃຈ ດ້ວຍໝູ່ບ້ານ ສິນສວຍໂຮ່ ເຊິ່ງແມ່ນບ້ານນ້ອຍໆຂອງຊາວເຜົ່າ ມົ້ງ ຖືກຕັ້ງຢູ່ຈອມພູ ມີຄວາມສູງ 1.500 ແມັດ ເມື່ອທຽບໃສ່ໜ້ານຳທະເລ ພ້ອມກັບທິວທັດທຳມະຊາດສວຍສົດງົດງາມ, ອາກາດເຢັນສະບາຍຕະຫຼອດປີ ພ້ອມກັບຄວາມລຽບງ່າຍ ຈິດໃຈຮັກແພງແຂກຂອງຊາວທ້ອງຖິ່ນ. ທ່ານ ເຈິ່ນກວາງຂາງ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ລາຍເຈົາ ໃຫ້ຮູ້ວ່າ:
“ນອກຈາກຄວາມໝາຍສ້າງພື້ນຖານວັດທະນະທຳ ທີ່ເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າ ຕິດພັນກັບການພັດທະນະເສດຖະກິດນັ້ນ ຕ້ອງເຊີດຊູບັນດາຄຸນຄ່າອັນດີງາມຂອງປະຊາຊົນ ເພື່ອສ້າງຄວາມຮັ່ງມີໃຫ້ແກ່ເຂົາເຈົ້າ ແລະ ກໍ່ຜ່ານການເຄື່ອນໄຫວທ່ອງທ່ຽວ ເພື່ອໂຄສະນາ ແລະ ຢັ້ງຢືນຄຸນຄ່າທີ່ມີມາແຕ່ດົນນານ ຂອງວັດທະນະທຳທີ່ເປັນເອກະລັກສະເພາະ ຂອງປະຊາຊົນໃນບໍລິເວນແຂວງ”.
ໃນຊຸມປີມໍ່ໆມານີ້ວັດທະນະທຳບັນດາເຜົ່າ ນັບມື້ນັບໃກ້ຊິດຕິດແທດ, ຍິ່ງກວ່ານັ້ນ ກໍ່ໄດ້ກາຍເປັນແຫຼ່ງກຳລັງ ປະກອບສ່ວນສ້າງທ່າແຮງ ແລະ ຄວາມແຕກຕ່າງໃຫ້ແກ່ຜະລິດຕະພັນທ່ອງທ່ຽວ. ດັ່ງນັ້ນການອະນຸລັກແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງ ຂອງບັນດາເຜົ່າ ພ້ອມກັບການພັດທະນາການທ່ອງທ່ຽວ ກໍ່ແມ່ນທິດທີ່ກ້າວເດີນແບບຍືນຍົງຄວນໄດ້ຮັບການຍູ້ແຮງ ແລະ ທະວີຄູນຢ່າງກວ້າງຂວາງຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ.