ບອກສອນຖ່າຍທອດ ເພື່ອອະນຸລັກເສີມຂະຫຍາຍ ສີສັນວັດທະນະທຳບັນດາເຜົ່າ ໃນແຂວງ ລາຍເຈົາ

(VOVWORLD) -ຈາກສະພາບຕົວຈິງທີ່ບັນດາຈຸດວັດທະນະທຳພວມມີຄວາມສ່ຽງ ຖືກສູນຫາຍໄປ, ແຂວງ ລາຍເຈົາ ໄດ້ເອົາໃຈໃສ່ເຖິງວຽກງານຖ່າຍຖອດສອນຕົວໜັງສື, ອາຊີບຫັດຖະກຳ, ການຕັດຫຍິບຊຸດອາພອນປະຈຳເຜົ່າໃຫ້ແກ່ປະຊາຊົນ. ຜ່ານນັ້ນກໍ່ປະກອບສ່ວນອະນຸລັກເສີມຂະຫຍາຍສີສັນວັດທະນະທຳທີ່ເປັນເອກະລັກຂອງບັນດາເຜົ່າສ່ວນໜ້ອຍຢູ່ທ້ອງຖິ່ນ
ບອກສອນຖ່າຍທອດ ເພື່ອອະນຸລັກເສີມຂະຫຍາຍ ສີສັນວັດທະນະທຳບັນດາເຜົ່າ ໃນແຂວງ ລາຍເຈົາ - ảnh 1ອ້າຍຄູ່ກັບນັກຮຽນໃນຊົ່ວໂມງຮຽນຕົວໜັງສືເຜົ່າຜູ້ໄທ

     ໃນບັນຍາກາດທີ່ອົບອຸ່ນໃນຫ້ອງຮຽນຢູ່ສູນສອນວິຊາຊີບເມືອງ ທານອວຽນ ເຊິ່ງຖືກຈັດຂຶ້ນສອງຕອນຕໍ່ວັນ, ຊຸດຮຽນຕົວໜັງສືເຜົ່າຜູ້ໄທ ມີນັກຮຽນ 30 ຄົນຢູ່ໃນທຸກເກນອາຍຸພວມຕັ້ງໃຈຮ່ຳຮຽນ. ນາງ ດຽວທິງ່ານ ເຂົ້າຮ່ວມຊຸດຮຽນໃຫ້ຮູ້ວ່າ:

       “ນັບແຕ່ກ່ອນມາຮອດປັດຈຸບັນ ອ້າຍເອື້ອຍ ແລະ ພໍ່ແມ່ຂ້າພະເຈົ້າພຽງແຕ່ເວົ້າພາສາເຜົ່າຜູ້ໄທເທົ່ານັ້ນ ແຕ່ຍັງບໍ່ສາມາດຂຽນຕົວໜັງສືເຜົ່າຜູ້ໄທໄດ້. ຜ່ານຊຸດຮຽນນີ້ ຂ້າພະເຈົ້າ ຢາກໃຫ້ຕົນເອງຈະໄດ້ຮັບເອົາລະດັບຄວາມຮູ້ ສາມາດຂຽນຕົວໜັງສືໄດ້ ເພື່ອໃນພາຍພາກໜ້າຈະຖ່າຍທອດໃຫ້ລູກຫຼານ”.       

      ໂດຍມີຄວາມເອກອ້າງທະນົງໃຈ ແລະ ເຄົາລົບສີສັນວັດທະນະທຳບັນດາເຜົ່າ, ນັກສິລະປະການດີເດັ່ນ ລໍ່ວັນເຊີຍ ຢູ່ຕາແສງ ເມື່ອງກາງ ເມືອງ ທານອວຽນ ເຊິ່ງແມ່ນອ້າຍຄູຂອງຫ້ອງຮຽນກໍ່ບໍ່ຫວາດຫວັ່ນຕໍ່ສະພາບດິນຟ້າອາກາດ, ແຕ່ລະມື້ກໍ່ໄດ້ຂຶ້ນຫ້ອງເພື່ອສອນ ແລະ ຖ່າຍທອດສຽງເວົ້າ ແລະ ຕົວໜັງສືຂອງເຜົ່າຕົນໃຫ້ແກ່ນັກຮຽນຕົວຢ່າງສະເໝີ. ອ້າຍຄູ ລໍ່ວັນເຊີຍ ເວົ້າວ່າ:

      “ເຮົາຢາກເວົ້າພາສາເປັນຢ່າງດີນັ້ນ  ກໍ່ຕ້ອງຮູ້ຕົວໜັງສືຈຶ່ງສາມາດເຂົ້າໃຈໝົດຄວາມໝາຍຂອງຊາວເຜົ່າຜູ້ໄທໄດ້. ຂ້າພະເຈົ້າມີຄວາມເປັນຫ່ວງຕໍ່ຕົວໜັງສືຂອງເຜົ່າຕົນຈະຖືກສູນຫາຍໄປ ດັ່ງນັ້ນຂ້າພະເຈົ້າຈຶ່ງຢາກຖ່າຍທອດໃຫ້ໄວໝຸ່ມ”.

         ສ່ວນຊຸດຮຽນຕັດຫຍິບຊຸດອາພອນຂອງຊົນເຜົ່າ ຂະມຸ ກໍ່ໄດ່ເປີດຢູ່ຫໍວັດທະນະທຳບ້ານ ແມ໋ ຕາແສງ ຕ່າຢາ ເມືອງ ທານອວຽນ. ມີນັກຮຽນເຊິ່ງແມ່ນພວກນາງສາວ ແລະ ພວກແມ່ປ້າຈຳນວນກວ່າ 30 ຄົນກໍ່ລ້ວນແຕ່ຕັ້ງໃຈຮັບຟັງ ແລະ ເຮັດຕາມຜູ້ຖ່າຍຖອດ. ນາງ ຟັອງທິຢຸງ ນັກຮຽນ ຜູ້ເຂົ້າຮ່ວມຊຸດຮຽນເປີດເຜິຍວ່າ:

          “ພາຍຫຼັງທີ່ເຂົ້າຮ່ວມຊຸດຮຽນນີ້, ນັກຮຽນຈະຮູ້ວິທີຕັດຫຍິບຊຸດອາພອນຂອງຊົນເຜົ່າ ຂະມຸ. ຜ່ານນັ້ນກໍ່ສາມາດຮັກສາສີສັນຂອງເຜົ່າຕົນ. ຂ້າພະເຈົ້າຫວັງວ່າ ໃນພາຍພາກໜ້າລຸ້ນລູກລຸ້ນຫຼານຂອງພວກຂ້າພະເຈົ້າກໍ່ຍັງຈະຮັກສາສີສັນວັດທະນະທຳຂອງເຜົ່າຕົນໄດ້”.

      ທ່ານ ກວ່າງວັນເຈື່ອງ ຮອງປະທານຄະນະກຳມະການປະຊາຊົນຕາແສງຕ່າເຮື່ອ ເມືອງ ທານອວຽນ ໃຫ້ຮູ້ວ່າ:

      “ປັດຈຸບັນຊຸດອາພອນເຄົ້າຂອງຊົນເຜົ່າ ຂະມຸກໍ່ບໍ່ຄົງຕົວອີກແລ້ວ ແລະ ໄວໜຸ່ມກໍ່ບໍ່ສາມາດກຳແໜ້ນວິທີຕັດຫຍິບຊຸດອາພອນຂອງເຜົ່າຕົນ. ຜ່ານການສຳຫຼວດສະພາບຕົວຈິງຢູ່ບ້ານເມືອງ, ອຳນາດການປົກຄອງຕາແສງໄດ້ສະເໜີຕໍ່ຄະນະກຳມະການປະຊາຊົນເມືອງ ທານອວຽນ ເປີດຊຸດຮຽນຕັດຫຍິບ ຊຸດອາພອນຂອງຊົນເຜົ່າ ຂະມຸ ເພື່ອໃຫ້ນັກຮຽນຮູ້ຈັກຕັດຫຍິບ ຊຸດອາພອນຂອງເຜົ່າຕົນ”.

      ນັບແຕ່ປີ 2021 ມາຮອດປັດຈຸບັນ, ບັນດາອົງການວິຊາການຢູ່ເມືອງ ທານອວຽນ ໄດ້ເປີດຊຸດອົບຮົມບຳລຸງວິຊາສະເພາະ, ຖ່າຍທອດວັດທະນະທຳພື້ນເມືອງ ຕິດພັນກັບການເຄື່ອນໄຫວທ່ອງທ່ຽວ ໃຫ້ແກ່ຊາວທ້ອງຖິ່ນ. ຈາກຊຸດຮຽນ, ພໍ່ແມ່ພີ່ນ້ອງບັນດາເຜົ່າໄດ້ຍົກສູງລະດັບຄວາມຮູ້ໃນການຮັກສາສີສັນວັດທະນະທຳຂອງເຜົ່າຕົນ. ທ່ານ ເລືອງທິຕີ໊ ຫົວໜ້າຂະແໜງວັດທະນະທຳ ແລະ ຖະແຫຼງຂ່າວເມືອງ ທານອວຽນ ໃຫ້ຮູ້ວ່າ:

      “ເພື່ອຮັກສາບັນດາຄຸນຄ່າອັນດີງາມຂອງບັນດາເຜົ່າ, ອົງການວິຊາການພວກຂ້າພະເຈົ້າມີຄວາມຫວັງຢາກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊີ້ນຳຈາກອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນເມືອງ ທານອວຽນ ຕ້ອງເສີມຂະຫຍາຍຄວາມສາມັກຄີ ເພື່ອພ້ອມກັນອະນຸລັກຮັກສາບັນດາຄຸນຄ່າອັນດີງາມຂອງເຜົ່າຕົນ”.

        ມາຮອດປັດຈຸບັນເມືອງ ທານອວຽນ ໄດ້ສ້າງຕັ້ງສະຫະກອນຕ່ຳແຜ່ນແພພື້ນເມືອງຢູ່ຕາແສງ ເມື່ອງກາງ, ຮັກສາບັນດາກອງສິລະວັນນະຄະດີມະຫາຊົນຢູ່ຕາມບ້ານຄຸ້ມຖະໜົນ; ສ້າງຕັ້ງບັນດາສະໂມສອນອະນຸລັກຮັກສາວັດທະນະທຳ, ສິລະປະວັນນະຄະດີພື້ນເມືອງທັງນີ້ກໍ່ສາມາດຕອບສະໜອງຄວາມຕ້ອງການໃນການດຳເນີນຊີວິດພົວພັນແລກປ່ຽນທາງດ້ານວັດທະນະທຳ, ຊີວິດການເຫຼື້ອມໃສຈິດວິນຍານຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ