ໃນສະພາວະເຊື່ອມໂຍງເຂົ້າກັບເສດຖະກິດໂລກ, ເປີດກ້ວາງການພົວພັນແລກປ່ຽນດ້ານວັດທະນະທຳ ແລະ ພັດທະນາການທ່ອງທ່ຽວຂອງປະເທດຊາດນັ້ນ, ການອະນຸລັກຮັກສາ ແລະ ເສີມຂະຫຍາຍງານບຸນອັນເປັນປະເພນີຂອງບັນດາເຜົ່າສ່ວນໜ້ອຍແມ່ນມີຄວາມໝາຍສຳຄັນ. ສິ່ງນີ້ໃນດ້ານໜຶ່ງໄດ້ປະກອບສ່ວນ ອະນຸລັກຮັກສາສີສັນວັດທະນະທຳຂອງຊາດ, ອີກດ້ານໜຶ່ງກໍໄດ້ກາຍເປັນປັດໄຈເປັນເອກະລັກ, ມີກຳລັງດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ງານບຸນ ເກົາຕາວ ຂອງຊາວເຜົ່າເມື່ອງ
|
ແຕ່ລະປີ, ເມື່ອລະດູບານໃໝ່ວຽນມາ, ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ຕາແສງ ເດືອງເຖື້ອງ, ເມືອງ ອຽນມິງ, ແຂວງ ຮ່າຢາງ ໄດ້ພ້ອມກັນເປີດງານບຸນ ເກົາຕາວ ເພື່ອຕອບບຸນແທນຄຸນຕໍ່ເທວະດາຟ້າແຖນ, ດິນຟ້າອາກາດໄດ້ເອື້ອອຳນວຍຄວາມສະດວກເພື່ອໃຫ້ລະດູການໄດ້ຮັບຜົນດີ. ນີ້ກໍແມ່ນໜຶ່ງໃນບັນດາງານບຸນ, ພິທີກຳພື້ນເມືອງຂອງ ບັນດາເຜົ່າສ່ວນໜ້ອຍໄດ້ຮັບການຟື້ນຟູ ແລະ ແນະນຳຢູ່ໝູ່ບ້ານວັດທະນະທຳທ່ອງທ່ຽວບັນດາເຜົ່າຫວຽດນາມໃນໄລຍະທີ່ຜ່ານມາ. ທ້າວ ຢາງມີຝື ຊາວເຜົ່າມົ້ງ ຢູ່ຕາແສງ ເດືອງເຖື້ອງ, ເມືອງ ອຽນມິງ ແຂວງ ຮ່າຢາງ ເວົ້າວ່າ :
“ ມື້ນີ້ ພວກຂ້າພະເຈົ້າເປີດ ງານບຸນ ເກົາຕາວ ຢູ່ນີ້ດ້ວຍຄວາມຫວັງຢາກໃຫ້ງານບຸນນັບມື້ນັບພັດທະນາ ແລະ ກໍແມ່ນເພື່ອແນະນຳໃຫ້ພໍ່ແມ່ພີນ້ອງໃນທົ່ວປະເທດຮູ້ເຖິງຄວາມງາມດ້ານວັດທະນະທຳຂອງ ຊາວເຜົ່າມົ້ງ ”
ໂດຍປະຕິບັດແຜນຮ່າງ ອະນຸລັກຮັກສາ, ພັດທະນາວັດທະນະທຳບັນດາເຜົ່າສ່ວນໜ້ອຍຫວຽດນາມເຖິງປີ 2020 ຂອງລັດຖະບານ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໃນໄລຍະທີ່ຜ່ານມາໄດ້ຟື້ນຟູກວ່າ 50 ງານບຸນຂອງ ບັນດາເຜົ່າສ່ວນໜ້ອຍ. ໃນນັ້ນ ມີບັນດາງານບຸນທີ່ພົ້ນເດັ່ນຂອງ ບັນດາເຜົ່າສ່ວນໜ້ອຍຄື : ງານບຸນ ເກົາຕາວ ຂອງຊາວເຜົ່າເມື່ອງ, ງານບຸນ ລົງຕົງ ຂອງ ຊາວເຜົ່າໄຕ, ງານບຸນ ເຊັນບ້ານ, ເຊັນເມືອງ ຂອງ ຊາວເຜົ່າຜູ້ໄທ, ງານບຸນ ອອກອອມບ໋ອກ ຂອງ ຊາວເຜົ່າຂະແມ, ງານບຸນຄ້ອງຂອງ ບັນດາເຜົ່າຢູ່ເຂດໄຕງວຽນ….
ໃນແງ່ມຸມອື່ນ, ຂະແໜງວັດທະນະທຳຈາກສູນກາງລົງຮອດທ້ອງຖິ່ນກໍໄດ້ຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳທີ່ມີຂອບຂະໜາດຄື ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ບັນດາເຜົ່າຢູ່ເຂດຕາເວັນອອກສຽ່ງເໜືອ, ເຂດຕາເວັນຕົກສ່ຽງເໜືອ, ພາກກາງ ແລະ ເຂດທາງທິດຕາເວັນອອກພາກໃຕ້, ວັນບຸນວັດທະນະທຳເຜົ່າມົ້ງ, ເຜົ່າຈຳ, ຂະແມ, ເມືອງ, ຈີນ; ງານສະແດງຊຸດອາພອນພື້ນເມືອງ ບັນດາເຜົ່າຫວຽດນາມ… ບັນດາການເຄື່ອນໄຫວງານບຸນນີ້ ໄດ້ສ້າງກາລະໂອກາດໃຫ້ແກ່ພໍ່ແມ່ປະຊາຊົນໄດ້ແລກປ່ຽນ, ຊອກຮູ້ ແລະ ຍົກສູງສະຕິຈິດໃຈອະນຸລັກຮັກສາສາງວັດທະນະທຳບັນດາເຜົ່າ.
ອຳນາດການປົກຄອງທ້ອງຖິ່ນຕ່າງໆ ແລະ ຂະແໜງວັດທະນະທຳບັນດາແຂວງ, ນະຄອນທົ່ວປະເທດໃນໄລຍະທີ່ຜ່ານມາ ຍັງໝູນໃຊ້ຮູບແບບປະສານສົມທົບການທ່ອງທ່ຽວກັບບັນດາງານບຸນວັດທະນະທຳທ້ອງຖິ່ນ, ອັນໄດ້ສ້າງແຫຼ່ງກຳລັງພັດທະນາເສດຖະກິດ ແລະ ເສີມຂະຫຍາຍວັດທະນະທຳພື້ນເມືອງໃນເຂດພໍ່ແມ່ປະຊາຊົນ ບັນດາເຜົ່າສ່ວນໜ້ອຍ. ທ່ານເຈີນຮິ້ວເຊີນ ຫົວໜ້າ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ລາວກາຍໃຫ້ຮູ້ວ່າ :
“ ຍ້ອນໄດ້ເສີມຂະຫຍາຍສີສັນວັດທະນະທຳ ບັນດາເຜົ່າ, ດັ່ງນັ້ນ ບັນດາອາຊີບຫັດຖະກຳຜະລິດຜະລິດຕະພັນແຜ່ນແພພື້ນເມືອງໄດ້ຮັບການຟື້ນຟູ. ຢູ່ທີ່ນີ້, ເຄື່ອງໝາຍການຄ້າຂອງ ຜະລິດຕະພັນແຜ່ນແພພື້ນເມືອງຂອງຊາວເຜົ່າມົ້ງ, ຊາວເຜົ່າຢ້າວໄດ້ພັດທະນາຢ່າງແຂງແຮງ. ພ້ອມກັນນັ້ນ, ວຽກງານ ອະນຸລັກຮັກສາປື້ມບູຮານຂອງ ຊາວເຜົ່າຢ້າວໄດ້ຮັບການຜັນຂະຫຍາຍໃນທົ່ວວົງຄະນະຍາດ. ພວກຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈທີ່ສຸດ ”
ສິ່ງທີ່ໜ້າສົນໃຈ, ນັ້ນແມ່ນວົງຄະນະຍາດກໍແມ່ນຜູ້ເປັນເຈົ້າເພື່ອ ອະນຸລັກຮັກສາວັດທະນະທຳພື້ນເມືອງຂອງ ບັນດາເຜົ່າ. ທ່ານ ຮ່ວາງດຶກເຫົ້າ ຫົວໜ້າກົມໆວັດທະນະທຳບັນດາເຜົ່າ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຖືວ່າ :
“ ເມືອ່ຊີວິດສັງຄົມພັດທະນານັ້ນ, ຄວາມນິຍົມຊົມໃຊ້ຄວາມງາມ ກໍຖືກປ່ຽນແປງໄປ ແລະ ການຊົມໃຊ້ສິ່ງທີ່ດີງາມໃນຊີວິດວັດທະນະທຳຂອງສັງຄົມກໍຖືກປ່ຽນແປງໄປນຳ. ບັນຫາແມ່ນຢູ່ບ່ອນວ່າ ພວກເຮົາຕ້ອງມີວິທີສັງເກດຕີລາຄາ ແລະ ວິທີການແກ້ໄຂໃຫ້ສອດຄ່ອງ, ກົມກ່ຽວ. ວົງຄະນະຍາດບັນດາເຜົ່າ ແມ່ນຜູ້ປະດິດສ້າງບັນດາຄຸນຄ່າວັດທະນະທຳຂອງຕົນ, ພວກເຮົາຕ້ອງເຮັດຄືແນວໃດເພື່ອໃຫ້ວົງຄະນະຍາດບັນດາເຜົ່າກາຍເປັນຜູ້ເປັນເຈົ້າເພື່ອອະນຸລັກຮັກສາ ບັນດາຄຸນຄ່າວັດທະນະທຳຂອງຕົນເປັນຢ່າງດີທີ່ສຸດ”.
ດ້ວຍທິດນຳເປີດປະຕູເຊື່ອມໂຍງເຂົ້າກັບສາກົນໂດຍຕ້ອງຮັກສາສີສັນຂອງຕົນ, ຂະແໜງວັດທະນະທຳພວມສຸມໃສ່ຫຼາຍວິທີການແກ້ໄຂຄົບຊຸດແນໃສ່ອະນຸລັກຮັກສາສີສັນວັດທະນະທຳຂອງ ບັນດາເຜົ່າສ່ວນໜ້ອຍ. ນີ້ແມ່ນບັນດາການເຄື້່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ ປະກອບສ່ວນ ອະນຸລັກຮັກສາພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ .