ປຶ້ມເກົ່າປະກອບສ່ວນພັດທະນາວັດທະນະທຳການອ່ານ

ງານ​ບຸນ​ປຶ້ມ​ເກົ່າ​ທີ່​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ແມ່ນ​ແຫ່ງ​ເຊື່ອມ​ຕໍ່​ລະ​ຫວ​່າງ​ບັນ​ດາ​ຜູ້​ອ່ານ​ມັກ​ອ່ານ​ປຶ້ມ​ເກົ່າ ແລະ ບັນ​ດາ​ຜູ້​ເກັບ​ຮັກ​ສາ​ປຶ້ມ​ເກົ່າ​ໃນ​ທົ່ວ​ປະ​ເທດ. ໂດຍ​ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2014. ປີນີ້, ງານ​ບຸນ​ປຶ້ມ​ເກົ່າຄັ້ງ​ທີ 3 ຫາ​ກໍ​ຈັດ​ຂຶ້ນ​ໃນ​ເວ​ລາ 2 ວັນ ອັນໄດ້​ດຶງ​ດູດ​ຜູ້​ອ່ານ ແລະ ວົງ​ການ​ຜູ້ຄ້າ​ຂາຍ​ປຶ້ມມາ​ຮ່ວມ​ເປັນ​ຈຳ​ນວນຫຼວງຫຼາຍ.

 

ປຶ້ມເກົ່າປະກອບສ່ວນພັດທະນາວັດທະນະທຳການອ່ານ  - ảnh 1

     ຕະຫຼາດ​ສິ່ງ​ພິມ ແລະ ປຶ້ມ​ອ່ານ​ໃນ​ວັນ​ນີ້ ແມ່ນ​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ທີ່​ສຸດ, ອັນ​ໄດ້​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ ແລະ ຄວາມ​ນິ​ຍົມ​ຂອງ​ຜູ້ອ່ານ. ພ້ອມ​ກັບ​ຕະຫຼາດ​ປຶ້ມ​ໃໝ່ນັ້ນ, ປຶ້ມ​ເກົ່າ​ກໍ​ມີ​ຄວາມ​ດູດ​ດື່ມ​ສະ​ເພາະ​ຂອງ​ມັນ ແລະ ຍາມ​ໃດ​ກໍ​ມີ​ຈຳ​ນວນຜູ້​ອ່ານເປັນ​ປົກ​ກະ​ຕິ. ຕາມ​ທ່ານ ເລ​ວັນ​ເຫີບ ເຈົ້າ​ຂອງ​ຮ້ານ “ປຶ້ມ​ເກົ່າ​ນະ​ຄອນ​ຮ່າ​ໂນ້ຍ” ແລ້ວ, ຜູ້​ມາ​ຮ່ວມ​ ງານ​ບຸນ​ປຶ້ມ​ເກົ່າແມ່ນ​ມີ​ຄົບ​ທຸກ​ເພດ​ທຸກ​ໄວ, ຈາກ​ນັກ​ສຶກ​ສາ​ຕະຫຼອດ​ຮອດ​ນັກ​ຄົ້ນ​ຄ້​ວາ. ທ່ານ ເລ​ວັນ​ເຫີບ ເຈົ້າ​ຂອງ​ຮ້ານ “ປຶ້ມ​ເກົ່າ​ນະ​ຄອນ​ຮ່າ​ໂນ້ຍ” ໃຫ້​ຮູ້​ວ່າ : 

     “ ເມື່ອ​ທຽບ​ໃສ່​ປຶ້ມ​ໃໝ່​ນັ້ນ, ບັນ​ດາ​ງານ​ບຸນ​ປຶ້ມ​ເກົ່າກໍ​ມີ​ຄົນ​ມາຫຼາຍກວ່າ, ມີ​ຮ້ານ​ປຶ້ມຫຼາຍ​ຮ້ານ. ໄວ​ໜຸ່ມ​ມາ​ຊື້​ກໍຫຼາຍ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຢູ່ນີ້​ຂາຍ​ປຶ້ມ​ດີຫຼາຍ. ຂ້າ​ພະ​ເຈົ້າເຫັນ​ວ່າ ໄວ​ໜຸ່ມ​ກໍ​ເອົາ​ໃຈ​ໃສ່​ເຖິງ​ປະ​ເພດປຶ້ມ​ເກົ່າໂດຍ​ຄົນ​ລຸ່ນກ່ອນ​ແປ. ສຳ​ລັບ​ປຶ້ມ​ອ່ານ​ໂດຍ​ຄົນ​ລຸ່ນ​ປະ​ຈຸ​ບັນ​ແປນັ້ນ ຍ້ອນ​ເຂົາ​ເຈົ້າ​ຍັງ​ໜຸ່ມ, ​ປະ​ສົບ​ການ​ຈາກ​ຊີ​ວິດ​ວັດ​ທະ​ນະ​ທຳ​ບໍ່​ອາດ​ທໍ​ກັບ​ຄົນ​ລຸ່ນ​ກ່ອນ, ດັ່ງ​ນັ້ນ ຍັງ​ມີ​ບາງ​ຕອນ​ແປ​ຜິດ ”

    ເມື່ອ​ເບິ່ງ​ທາງນອກກໍ​ເຫັນ​ວ່າ ມີ​​ປຶ້ມ​ເກົ່າຫຼາຍ​ຫົວ​ບໍ່​ເປັນ​ຕາ​ເບິ່ງ​ຕາ​ຊົມ, ສ່ວນຫຼາຍ​ປຶ້ມ​ເກົ່າເຫຼົ່າ​ນັ້ນ​ຖືກ​ພິມ​ຈຳ​ໜ່າຍ​ແຕ່​ຊຸມ​ທົດ​ສະ​ວັດ 40 – 90 ຂອງ​ສະ​ຕະ​ວັດ​ທີ 20. ເຈ້ຍ​ກໍ​ບໍ່​ຂາວ, ໜັງ​ສື​ກໍ​ອ່ານ​ຍາກ, ມີຫຼາຍ​ຫົວ​ຂາດ​ໜ້າ​ບົກ. ແຕ່ບໍ່​ຍ້ອນ​ແນວນັ້ນ, ​ປຶ້ມ​ເກົ່າຈະ​ຖືກ​ສູນ​ເສຍ​ຄວາມ​ດູດ​ດື່ມ​ສຳ​ລັບ​ຜູ້​ອ່ານ​ເມື່ອ​ມາ​ຊົມ ງານ​ບຸນ​ປຶ້ມ​ເກົ່າ . ອ້າຍ​ຮ່າ​ມິງ​ຈ້ຽນ ເຈົ້າ​ຂອງ​ຮ້ານ “ປຶ້ມ​ເກົ່າ​ຈ້ຽນ” ໃຫ້​ຮູ້​ວ່າ :

    “ ມີ​ປຶ້ມຫຼາຍ​ຫົວຖືກ​ຈັດ​ພິມ​ຄືນ​ໃໝ່​ຄື ເລື່ອງ​ທີ່​ໂດດ​ເດັ່ນ ຕ້ອງ​ຕັດ​ອອກ​ສ່ວນ​ໜຶ່ງ​ເພື່ອ​ໃຫ້​ພໍ​ດີ​ກັບ​ແຕ່​ລະ​ໜ້າ​ໃນ​ປຶ້​ມ, ເຂົາ​ເຈົ້າກຳ​ນົດ ປຶ້ມ​ແຕ່​ລະ​ຫົວແມ່ນບໍ່​ເກີນ 500 ໜ້າ, ດັ່ງ​ນັ້ນ​ເມື່ອ​ຕັດ​ອອກນັ້ນ ປຶ້ມ​ອ່ານ​ກໍ​ບໍ່​ໄດ້​ຄື​ເກົ່າ​ອີກ. ເພາະ​ສະ​ນັ້ນ ຜູ້​ອ່ານ​ມັກ​ຊອກ​ຫາປຶ້ມ​ເກົ່າ​ຄືນ. ປຶ້ມ​ອ່ານ​ທີ່​ຮຽບ​ຮຽງ​ໃນ​ສະ​ໄໝ​ນັ້ນ, ເຂົາ​ເຈົ້າ​ເຮັດ​ລະ​ອຽດ​ລະ​ອໍ​ທີ່​ສຸດ, ນັບ​ທັງ​ການກວດ​ແກ້ ”

       ປຶ້ມອ່ານ​ຕ່າງໆ​ໃນ​ໄລ​ຍະ​ນັ້ນ ຖືກ​ຈັດ​ພິມ, ພິມ​ຈຳ​ໜ່າຍ​ໂດຍ​ລະ​ອຽດ​ທີ່​ສຸດ,  ສຳ​ລັບ​ການ​ແປ​ກໍ​ມ່ວນທີ່​ສຸດ. ດັ່ງ​ນັ້ນ ເມື່ອ​ອ່ານ​ປຶ້ມ​, ຜູ້​ອ່ານ​ສາ​ມາດ​ຮູ້​ສຶກ​ໄດ້​ເຖິງ​ຄວາມ​ລະ​ມັດ​ລະ​ວັງ​ໃນ​ການ​ຈັດ​ພິມ ແລະ ພິມ​ຈຳ​ໜ່າຍ​ໃນ​ທັງໄລ​ຍະ​ເກື້ນ​ກູນ. ສິ່ງນີ້​ໄດ້​ເຮັດ​ໃຫ້​ຜູ້​ອ່ານ​ມີ​ຄວາມ​ໝັ້ນ​ໃຈ​ກວ່າ ຂະ​ນະ​ທີ່​ມີ​ປຶ້ມ​ໃໝ່ຫຼາຍ​ເກີນ​ໄປ​ຖືກ​ຕິດ​ຄວາມ​ຜິດ​ດ້ານຕົວ​ອັກ​ສອນ ແລະ ການ​ຕັດ​ອອກ​ຕາມ​ລຳ​ພັງ​ໃຈ​ຂອງ​ພວກ​ບັນ​ນາ​ທິ​ການ ກໍ​ຄື​ສຳ​ນັກ​ພິມ. ທ້າວ ຫງວຽນ​ດາດ​ຕຸງ ນັກ​ສຶກ​ສາ​ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ ຫວຽດ​ນາມ ຊຶ່ງ​ແມ່ນ​ຜູ້​ມັກ​ອ່ານປຶ້ມ​ເກົ່າ​ ໃຫ້​ຮູ້​ວ່າ : 

    “ ນ້ອງ​ເຄີຍ​ຊອກ​ປຶ້ມ​ທີ່​ຮັບ​ໃຊ້​ການ​ຮຽນ​ຂອງ​ນ້ອງ, ດັ່ງ​ນັ້ນ​ເຄີຍ​ຊອກ​ຫາ​ປຶ້ມ​ຂອງ​ບັນ​ດາ​ນັກ​ຈິດ​ຕະ​ກອນ. ຫຼື​ບັນ​ດາ​ປຶ້ມ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ​ຂອງ​ລັດ​ເຊຍ, ຝະ​ລັ່ງ. ປຶ້ມປ​ະເພດນີ້ ຊອກ​ຍາກຫຼາຍ. ສິ່ງ​ທີ່​ນ້ອງ​ມັກ​ທີ່​ສຸດ, ນັ້ນ​ແມ່ນ​ປຶ້ມ​ເຫຼົ່າ​ນີ້ ບໍ່​ຖືກ​ຈັດ​ພິມ​ຄືນ ແລະ ບໍ່​ມີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ. ​ປຶ້ມ​ເຫຼົ່າ​ນີ້ຖືກ​ພິມ​ຈຳ​ໜ່າຍ​ຈາກ​ບັນ​ດາ​ສຳ​ນັກ​ພິມ​ທີ່​ມີ​ຊື່​ສຽງ”

     ເລື່ອງ​ຊື້​ຂາຍ​ປຶ້ມ​ເກົ່າໄດ້​ມີ​ມາ​ແຕ່​ດົນ​ນານ​ຢູ່​ຮ່າ​ໂນ້ຍ, ແຕ່​ກ່ອນນີ້ ພຽງ​ແຕ່​ແມ່ນ​ການ​ເຄ​ື່ອນ​ໄຫວທົ່ວ​ໄປ. ສຳ​ລັບງານ​ບຸນ​ປຶ້ມ​ເກົ່າ​ແລ້ວ, ເລື່ອງ​ຊື້​ຂາຍ​ປຶ້ມໄດ້​ກາຍ​ເປັນ​ການ​ເຄື່​ອນ​ໄຫວຊີ​ວິດ​ວັດ​ທະ​ນະ​ທຳ​ໃຫ້​ແກ້​ຜູ້​ນິ​ຍົມ​ອ່ານ​ປຶ້ມ​ ແລະ ຮູ້​ຄັດ​ເລືອກ​ສິ່ງ​ທີ່ຍອດ​ຍິ່ງ​ຈາກ​ປຶ້ມ​ອ່າ​ນ. ຈາກນັ້ນ ໄດ້​ກາຍ​ເປັນ​ກຳ​ລັງ​ຊຸກ​ຍູ້​ບັນ​ດາ​ເພື່ອນ​ໜຸ່ມ​ອ່ານ​ປຶ້ມຫຼາຍກວ່າ​ອີກ. ນາງ ຟານ​ເວີນ​ແອງ ພວມ​ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຮ່າ​ໂນ້ຍ ຮ່າໂນ້ຍ​ໃຫ້​ຮູ້​ວ່າ : 

    “ ຂ້າ​ພະ​ເຈົ້າ​ຍັງ​ຊອກ​ອ່ານ​ປຶ້ມ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ສັງ​ຄົມ. ບັນ​ດາ​ຮ້ານ​ຂາຍ​ປຶ້ມ​ກໍ​ອຸ​ດົມ​ສົມ​ບູນ. ແຕ່​ລະ​ຮ້ານ ກໍ​ມີ​ທ່າ​ແຮງ​ສະ​ເພາະ​ຂອງ​ຕົນ. ຮ້ານ​ຂາຍ​ປຶ້ມ​ເກົ່າ​ນະ​ຄອນ​ຮ່າ​ໂນ້ຍ​ມີ​ປຶ້ມຫຼາຍ​ຫົວ​ເພື່ອ​ເລືອກເຟັ້ນ, ສ່ວນ​ຮ້ານ​ປຶ້ມ​ເກົ່າຂາຍ​ຢູ່​ຕາມ​ແຄມທາງ ແມ່ນ​ມີຫຼາຍ​ປະ​ເພດ​ທີ່​ອຸ​ດົມ​ສົມ​ບູນ. ບັນ​ດາ​ຜູ້​ນິ​ຍົມ​ອ່ານ​ປຶ້ມ ແມ່ນ​ມັກ​ເລືອກ​ເອົາ​ປະ​ເພດ​ປຶ້ມ​ເກົ່າ​ທີ່​ມີ​ຄຸນ​ຄ່າ. ບັນ​ດາ​ຜູ້​ຊອກ​ຊື້​ປຶ້ມ​ເກົ່າ ບໍ່ພຽງ​ແຕ່ຕ້ອງ​ການ​ທາງ​ດ້ານ​ເນື້ອ​ໃນ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ການ​ປຶ້ມ​ທີ່​ມີ​ຄຸນ​ຄ່າ​ຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ຄວາມ​ຄວາມ​ຊົງ​ຈຳ, ຫຼື​ປຶ້ມ​ຕ່າງໆ​ທີ່ບໍ່​ຖືກ​ຈັດ​ພິມ​ຄືນ ແລະ ມີ​ລ​ັກ​ສະ​ນະ​ປະ​ຫວັດ​ສາດ  ”

     ປຶ້ມ​ອ່ານ​ແມ່ນ​ເຄື່ອງ​ມື​ເພື່ອ​ປະ​ກອບ​ຄວາມ​ຮູ້, ພູມ​ປັນ​ຍາ ແລະ ສ່ອງ​ແສງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໃນ​ຊີ​ວິດ​ປະ​ຈຳ​ວັນ. ​ປຶ້ມ​ເກົ່າກໍ​ເປັນ​ຂີດ​ໝາຍ​ແຫ່ງ​ໄລ​ຍະ​ທີ່​ໄດ້​ຜ່ານ​ພົ້ນ​ໄປ, ອາດ​ຈະ​ໄດ້​ຮັບ​ຖື​ວ່າ ແມ່ນ​ບັນ​ດາ​ແຜນ​ທີ່​ຊ່ວຍ​ພວກ​ເຮົາ​ກ້າວ​ເຂົ້າ​ສູ່​ຊີ​ວິດ​ການ​ເຄື່ອນ​ໄຫວ​ດ້ວຍ​ສະ​ຕິ​ປັນ​ຍາ, ຄວາມ​ຮູ້ທີ່​ດີ. ງານ​ບຸນ​ປຶ້ມ​ເກົ່າໄດ້ ແລະ ພວມ​ປະ​ກອບ​ສ່ວນ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ການ​ອ່ານ ແລະ ເປັນ​ແຫຼ່ງ​ສະ​ໜອງ​ປຶ້ມ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ບັນ​ດາ​ຜູ້​ນິ​ຍົມ​ອ່ານ​ປຶ້ມ.

ຕອບກັບ

ຂ່າວ/ບົດ​ອື່ນ