ໃນສາງວັດທະນະທຳພື້ນເມືອງຫວຽດນາມ, ປະເພນີໂຟ່ນທຶກແມ່ນມີຄວາມໝາຍທີ່ສັກກະຫຼະບູຊາ, ໂຟ່ນໝາຍຄວາມວ່າ ຫຼວງຫຼາຍ, ສ່ວນທຶກໝາຍຄວາມວ່າ ຄວາມຈະເລີນງອກງາມ, ການແຜ່ຂະຫຍາຍ. ຄວາມສຳນຶກກ່ຽວກັບ ປະເພນີໂຟ່ນທຶກ ແມ່ນມີຄວາມຜູກມັດຢ່າງແໜ້ນແຟ້ນກັບການຜະລິດກະສີກຳ ດ້ວຍຄວາມຫວັງໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ມີຄວາມອີ່ມໜຳສຳລານ ແລະ ຜາສຸກຕັ້ງແຕ່ໃດໆມາຂອງຊາວຫວຽດນາມ.
ການແຂ່ງຂັນຕີມວຍປ້ຳ |
ປະເພນີໂຟ່ນທຶກແມ່ນມີລັກສະນະກວມລວມກ້ວາງໃຫຍ່ໃນສາງວັດທະນະທຳພື້ນເມືອງຫວຽດນາມ. ດ້ວຍພື້ນຖານກະສີກຳປູກເຂົ້ານາທາມ, ບັນດາສັນຍາລັກ: ບວກ-ລົບ, ດິນ-ຟ້າ, ພູຜາປ່າໄມ້-ແມ່ນ້ຳລຳເຊ ກໍແມ່ນບັນດາປັດໄຈຕົ້ນຕໍສ້າງໃຫ້ມີ ຄວາມຈະເລີນງອກງາມ, , ເກີດດອກອອກໜໍ່ ອອກແມ່ແຜ່ລູກ ຂອງສັດສາວາສິ່ງ, ທັງໝົດເຫຼົ່ານັ້ນໄດ້ປະສານເຂົ້າກັນໃນທ່າມກາງທຳມະຊາດເພື່ອຄົງຕົວ ແລະ ຂະຫຍາຍຕົວ. ໃນທຸກໆຍຸກສະໄໝ, ມະນຸດຍັງຄົງມີຄວາມຫວັງໄດ້ຊອກຮູ້, ເຂົ້າໃຈກ່ຽວກັບທຸກສິ່ງທຸກຢ່າງກ່ຽວກັບໂລກອ້ອມຂ້າງ. ພຶດຕິກຳນີ້ ໄດ້ສ້າງໃຫ້ມີບັນດາປະເພນີ, ການເຫຼື້ອມໃສທີ່ມີຫຼາຍຮູບຫຼາຍສີ ແລະ ອຸດົມສົມບູນ, ໃນນັ້ນມີ ປະເພນີໂຟ່ນທຶກ, ຊຶ່ງສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງມະນຸດດ້ວຍຄວາມຫວັງຢາກມີຄວາມຈະເລີນງອກງາມ, ຂະຫຍາຍເຊື້ອພັນ, ລະດູການຜະລິດໄດ້ຮັບຜົນດີ. ເພາະສະນັ້ນ, ປະເພນີໂຟ່ນທຶກປະກອບດ້ວຍຫຼາຍພິທີກຳບູຊາພື້ນເມືອງ ແລະ ນັບມື້ນັບພັດທະນາ. ທ່ານ ດັ້ງດິງຖ້ວນ, ຮອງປະທານສະມາຄົມສິນລະປະວັນນະຄະດີພື້ນເມືອງຫວຽດນາມໃຫ້ຮູ້ວ່າ :
“ຊາວກະສີກອນຍາມໃດກໍຫວັງມີການຂະຫຍາຍເຊື້ອພັນເພື່ອມີມະນຸດຫຼວງຫຼາຍ, ຮັບໃຊ້ການອອກແຮງງານ, ທຳການຜະລິດກະສີກຳ, ຊຶ່ງແມ່ນວຽກງານຕ້ອງການແຮງງານຂອງມະນຸດຢ່າງຫຼວງຫຼາຍ. ຄວາມໝາຍທີ່ເລິກເຊິ່ງກວ່ານັ້ນ, ແມ່ນການຝາກຝັງກ່ຽວກັບດ້ານຈິດວິນຍານແກ່ການຂະຫຍາຍເຊື້ອພັນ, ອອກແມ່ແຜ່ລູກ, ເກີດດອກອອກໜໍ່ຂອງສັດສາວາສິ່ງ ”
ດ້ວຍຄວາມສຳນຶກໂດຍຖືວ່າ ສັດສາວາສິ່ງທຸກຊະນິດ ລ້ວນແຕ່ມີວິນຍານ, ດັ່ງນັ້ນ, ປະຊາຊົນໃນປາງກ່ອນໄດ້ທຳພິທີບູຊາບັນດາເຈົ້າຖິ່ນເຈົ້າຖານ, ເທວະດາຟ້າແຖນ…ພິເສດແມ່ນສິ່ງທີ່ກ່ຽວຂ້ອງເຖິງກະສີກຳ ຄື: ດິນ, ຟ້າ, ພູຜາປ່າໄມ້, ແມ່ນ້ຳລຳເຊ . ນັກຄົ້ນຄ້ວາຊົນເຜົ່າວິທະຍາຫວຽດນາມ ເຢືອງດິງມິນເຊີນ ຖືວ່າປະເພນີໂຟ່ນທຶກແຕ່ສະໄໝບູຮານ ໄດ້ມີສາຍກ່ຽວພັນຢ່າງແໜ້ນແຟ້ນດ້ວຍຄວາມສຳນຶກກ່ຽວກັບປະເພນີທຳການຜະລິດກະສີກຳ. ສິ່ງນີ້ໄດ້ສ້າງເປັນສາຍພົວພັນຢ່າງເປັນເອກະພາບໃນຄວາມສຳນຶກກ່ຽວກັບຊີວະທັດແຕ່ສະໄໝບູຮານ ເມື່ອມະນຸດມີຄວາມຫວັງຢາກໄດ້ຮັບການຊ່ວຍເຫຼືອຈາກ ເຈົ້າຖິ່ນເຈົ້າຖານ, ເທວະດາຟ້າແຖນ… ນັກຄົ້ນຄ້ວາຊົນເຜົ່າວິທະຍາຫວຽດນາມ ເຢືອງດິງມິນເຊີນ ເວົ້າວ່າ :
“ປະເພນີ, ການເຫຼື້ອມໃສໃນສະໄໝບູຮານ ແມ່ນໄລຍະເລີ່ມຕົ້ນແຫ່ງພູມປັນຍາ. ຕາມປະເພນີ, ການເຫຼື້ອມໃສໃນສະໄໝບູຮານແລ້ວ, ປາງກ່ອນ, ເມື່ອຄົນເຮົາເຈັບເປັນ, ຕິດພະຍາດໂລຄາ, ລ້ວນແຕ່ຍ້ອນຜີກໍ່ຂຶ້ນ. ດັ່ງນັ້ນເພື່ອປິ່ນປົວພະຍາດ, ຄົນເຮົາຕ້ອງທຳພິທີບູຊາຜີ ແລະ ແຖນຫຼືໃຊ້ວິທີປາບຜີດ້ວຍຂອງສັກສິດ. ຂອງສັກສິດນີ້ໂດຍພະບິດາ: ພະແມ່ໃຊ້ເພື່ອຂັບໄລ່ຜີສາງນາງຮ້າຍ, ປິ່ນປົວພະຍາດເພື່ອ ຊ່ວຍໃຫ້ມະນຸດເຮົາມີຄວາມຢູ່ເຢັນເປັນສຸກ ”
ຢູ່ຫວຽດນາມ, ປະເພນີໂຟ່ນທຶກແມ່ນພັດທະນາຢ່າງອຸດົມສົມບູນ. ນີ້ແມ່ນປະເພນີ, ການເຫຼື້ອມໃສທີ່ມີລັກສະນະເປັນສັນຍາລັກແຫ່ງຄວາມສັກສິດ, ຊຶ່ງຖືກສະແດງອອກຜ່ານງານບຸນຕ່າງໆໃນຍາມລະດູບານໃໝ່ຊຶ່ງແມ່ນຍາມອອກແມ່ແຜ່ລູກ, ເກີດດອກອອກໜໍ່ຂອງສັດສາວາສິ່ງນາໆຊະນິດ. ມີບາງພິທີກຳໃນ ປະເພນີໂຟ່ນທຶກ ຍັງຖືກຫັນມາເປັນການລະຫຼິ້ນພື້ນເມືອງຕ່າງໆໃນຍາມລະດູບານໃໝ່ເຊັ່ນ ການແຂ່ງຂັນຕີມວຍປ້ຳ. ສຳລັບເວທີແຂ່ງຂັນນັ້ນ, ຢູ່ບ່ອນໃດກໍມີຮູບວົງມົນ ແລະ ເຄີຍຕັ້ງຢູ່ເດີນໜ້າສາລາຂອງໝູ່ບ້ານທີມີຮູບສີ່ລ່ຽມ, ຕາມຄວາມສຳນຶກຂອງຊາດຫວຽດນາມແລ້ວ, ຮູບວົງມົນເປັນສັນຍາລັກຂອງຟ້າ, ຮູບສີ່ລ່ຽມເປັນສັນຍາລັກຂອງດິນ, ມັນມີຄວາມໝາຍບົ່ງບອກເຖິງການປະສານສົມທົບຢ່າງກົມກ່ຽວ, ເຕັມສ່ວນ ແລະ ນຳມາເຊິ່ງສິ່ງທີ່ດີງາມ. ເພາະສະນັ້ນ, ຊາວຫວຽດນາມບໍ່ຖືການແຂ່ງຂັນຕີມວຍປ້ຳແມ່ນການຫຼິ້ນກິລາເທົ່ານັ້ນ, ຫາກຜ່ານການຕີມວຍປ້ຳ, ເຂົາເຈົ້າຫວັງໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ.
ປະເພນີໂຟ່ນທຶກຍັງຖືກສະແດງອອກໃນດ້ານຈິດຕະກຳຊຶ່ງພົ້ນເດັ່ນແມ່ນຜ່ານຮູບດົງໂຮ່ໃນແຂວງບັກນິງ. ມີພາບຫຼາຍແຜ່ນມີລັກສະນະປະເພນີໂຟ່ນທຶກ, ສະແດງຄວາມຄາດຫວັງມີຊີວິດທີ່ອີ່ມໜຳສຳລານຄື : ຝູງໄກ່, ຝູງໝູ, ຝູງປາ…
ອາດຈະເວົ້າໄດ້ວ່າ ໃນບໍ່ວ່າຮູບການໃດໆ, ປະເພນີໂຟ່ນທຶກ ກໍເຂັ້ມຂົ້ນໄປດ້ວຍຈຸດວັດທະນະທຳໃນຊີວິດຂອງຊາວຫວຽດນາມ. ຜ່ານນີ້, ພວກເຮົາສາມາດເຂົ້າໃຈຕື່ມກ່ຽວກັບວັດທະນະທຳພື້ນເມືອງຫວຽດນາມທີ່ເຕັມໄປດ້ວຍປັດຊະຍາວັດທະນະທຳມະນຸດ.