ສູນສິລະປະຍຸກປັດຈຸບັນວີນກອມ (VCCA) - ແຫ່ງເຊື່ອມຕໍ່ແລະແຜ່ຂະຫຍາຍສິລະປະ

(VOVWORLD) -ສູນສິລະປະຍຸກປັດຈຸບັນ Vincom (VCCA) ເລີ່ມຕົ້ນດຳເນີນການເຄື່ອນໄຫວຢ່າງເປັນທາງການນັບແຕ່ຕົ້ນເດືອນ 6/2017, ຢູ່ ຮ່າໂນ້ຍ. ນີ້ແມ່ນສູນສິລະປະທີ່ປອດກຳໄລດ້ວຍຂະໜາດໃຫຍ່, ໂດຍກຸ່ມບໍລິສັດ Vingroup ພັດທະນາ ແລະ ອຸປະຖຳ, ດ້ວຍຈຸດປະສົງໜູນຊ່ວຍ, ເຊື່ອມຕໍ່ ແລະ ແຜ່ຂະຫຍາຍສິລະປະເຖິງມະຫາຊົນເປັນຈຳນວນຫຼວງຫຼາຍ.
ສູນສິລະປະຍຸກປັດຈຸບັນວີນກອມ (VCCA) - ແຫ່ງເຊື່ອມຕໍ່ແລະແຜ່ຂະຫຍາຍສິລະປະ - ảnh 1 ສູນສິລະປະຍຸກປັດຈຸບັນ Vincom (VCCA) 

ສູນສິລະປະຍຸກປັດຈຸບັນ Vincom (VCCA) ຕັ້ງຢູ່ເຂດຕົວເມືອງ Royal City (ຫງວຽນຈ້າຍ, ຮ່າໂນ້ຍ). ດ້ວຍເນື້ອໃນທັງໝົດແມ່ນເກືອບ 4.000m2, VCCA ບໍ່ພຽງແຕ່ມີຂະໜາດໃຫຍ່ສຸດເທົ່ານັ້ນ, ຫາກຍັງແມ່ນສູນສິລະປະທີ່ເປັນເອກະລັກສະເພາະທີ່ສຸດ, ດ້ວຍເຂດວາງສະແດງເຕັມໄປດ້ວຍແສງສະຫວ່າງທຳມະຊາດໃຕ້ພື້ນດິນ. ສູນແຫ່ງນີ້ເໝາະສົມກັບການວາງສະແດງບັນດາຮູບແບບສິລະປະທີ່ແຕກຕ່າງກັນຄື: ຈັດແຕ່ງ, ຄວັດສະຫຼັກ, video-art … ເມື່ອກ້າວເຂົ້າໃນສູນດັ່ງກ່າວ, ຜູ້ຊົມສາມາດຮັບຮູ້ໄດ້ຈິດໃຈສິລະປະຍຸກປະຈຸບັນຢູ່ທີ່ນີ້. ສິ່ງທີ່ສ້າງຄວາມປະທັບໃຈທຳອິດຂອງ VCCA ນັ້ນແມ່ນປ່ອງຢ້ຽມວາງສະແດງ (show window) ຂະໜາດໃຫຍ່ 3x17 m. ຢູ່ທີ່ນີ້, VCCA ເຊີນບັນດານັກສິລະປະທັງຢູ່ພາຍໃນ ແລະ ຕ່າງປະເທດປະດິດແຕ່ງສິລະປະສະເພາະຕາມແຕ່ລະລະດູເພື່ອວາງສະແດງ. ປັດຈຸບັນ, ຢູ່ເທິງປ່ອງຢ້ຽມພວມວາງສະແດງຜະລິດຕະພັນຈັດແຕ່ງ “ນິຍາຍສຸພາສິດຄຳ“ (The Golden Allegory) ຂອງນັກສິລະປະໜຸ່ມຊາວ ຝລັ່ງ ເຊື້ອຊາດ ຫວຽດນາມ ຈຸກແອງ. ຜະລິດຕະພັນສິລະປະນີ້ໄດ້ນຳມາໃຫ້ຜູ້ຊົມຮູບການສິລະປະໃໝ່ເມື່ອສົມທົບລະຫວ່າງ video-art, ນຳ້ສຽງ ແລະ ສິລະປະຈັດແຕ່ງ. ດ້ວຍຈຸດປະສົງນຳເອົາບັນດາຜະລິດຕະພັນສິລະປະຍຸກປັດຈຸບັນມາໃກ້ກັບມະຫາຊົນກວ່າ, VCCA ໄດ້ຮັບການອອກແບບຢ່າງງ່າຍດາຍ, ລະອຽດລະອໍ, ເໝາະສົມກັບບັນດາຜະລິດຕະພັນທີ່ສະແດງໃຫ້ເຫັນພາສາປະດິດແຕ່ງ, ບຸກຄະລິກພາບ,  ແນວຄວາມຄິດຂອງນັກສິລະປະ. ທ່ານ ເຈິ່ນແຄ໋ງເຈືອງ, ປະທານສະມາຄົມວິຈິດສິນ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ:

        “ດ້ວຍເນື້ອທີ່ກວ້າງຂວາງຄືແນວນີ້, ພວກເຮົາສາມາດວາງສະແດງບັນດາຜະລິດຕະພັນ ທີ່ເໝາະສົມກັບການປະດິດສ້າງໃໝ່, ພິເສດແມ່ນບັນດາຜະລິດຕະພັນຂອງນັກສິລະປະໜຸ່ມ. ພວກຂ້າພະເຈົ້າດີໃຈຫຼາຍເມື່ອເຫັນວ່າບັນດານັກສິລິປະໜຸ່ມໄດ້ມີບັນດາຮູບການສິລະປະທີ່ທັນສະໄໝ, ຕົວຢ່າງຄືສິລະປະຈັດແຕ່ງ, ສະແດງ, video-art …ເຂົາເຈົ້າຢາກມີເຂດວາງສະແດງທີ່ທັນສະໄໝ, ສາມາດບັນຈຸໄດ້ບັນດາແນວຄວາມຄິດ ກໍ່ຄືຂະໜາດຜະລິດຕະພັນຂອງຕົນ.

ສູນສິລະປະຍຸກປັດຈຸບັນວີນກອມ (VCCA) - ແຫ່ງເຊື່ອມຕໍ່ແລະແຜ່ຂະຫຍາຍສິລະປະ - ảnh 2 ສູນສິລະປະຍຸກປັດຈຸບັນ Vincom (VCCA) 

          VCCA ເລີ່ມຕົ້ນຈັດການວາງສະແດງເທື່ອທຳອິດດ້ວຍຫົວຂໍ້ວ່າ “ແຜ່ອອກ“ (The Foliage), ເພື່ອແນະນຳບັນດາຜະລິດຕະພັນຂອງນັກສິລະປະຫວຽດນາມ ແລະ ສາກົນຍຸກປັດຈຸບັນ 18 ຄົນ. “ແຜ່ອອກ“ ແມ່ນການສົນທະນາທີ່ມີຄວາມໝາຍ, ແມ່ນບ່ອນທີ່ບັນດາຜະລິດຕະພັນສິລະປະທີ່ມີຫຼາຍຮູບຫຼາຍແບບ, ຖືກຈັດວາງຢູ່ຂ້າງກັນ, ໂດຍບໍ່ອີງຕາມກາລະເວລາ, ຫຼືຫົວຂໍ້, ຫາກຜ່ານການກະທົບລະຫວ່າງປັດໃຈວິຊາສະເພາະ ແລະ ສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຂອງເຂດວາງສະແດງ. ໃນນັ້ນ, ມະຫາຊົນຈະໄດ້ຊົມບັນດາຜະລິດຕະພັນສິລະປະຈັດແຕ່ງດ້ວຍຂະໜາດໃຫຍ່. ຜະລິດຕະພັນແຕ່ລະຢ່າງຈະສ້າງຄວາມຮູ້ສຶກສະເພາະໃຫ້ແກ່ຜູ້ຊົມ. ເພື່ອນ ຫງວຽນດັງຢຸງ, ນັກສຶກສາມະຫາວິທະຍາໄລສະຖາປັດຕະຍະກຳ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ແຕ່ລະເຂດໄດ້ສ້າງຄວາມປະທັບໃຈສະເພາະ. ມີເຂດວາງສະແດງພາບແກ້ວ, ເຂດຈຳລອງ, ເຂດວາງສະແດງພາບນາມມະທຳ. ມາແຫ່ງນີ້ນ້ອງຮູ້ໄດ້ວ່າເມື່ອປະດິດສ້າງເປັນຜະລິດຕະພັນ ແມ່ນຕ້ອງເຮັດຄືແນວໃດເພື່ອສ້າງຄວາມສົນໃຈໃຫ້ຜູ້ຊົມ, ແຕ່ບໍ່ຕ້ອງການມີຄຳອະທິບາຍໃຫ້ແກ່ຜະລິດຕະພັນຂອງຕົນ“.

ໃນເຂດວາງສະແດງສິລະປະ VCCA, ຜະລິດຕະພັນເຊິ່ງເພື່ອນໜຸ່ມຫຼາຍຄົນມັກທີ່ສຸດນັ້ນແມ່ນ “ຕົ້ນໄມ້ແຫ່ງຄວາມມຸ່ງຫວັງ“ ທີ່ວາງສະແດງຕາມທາງເຂົ້າອອກ. ທຸກຄົນສາມາດມີການກະທົບໂດຍກົງກັບຜະລິດຕະພັນນີ້ ດ້ວຍວິທີຂຽນບັນດາຄຳມຸ່ງຫວັງຂອງຕົນແລ້ວແຂວນໃສ່ຕົ້ນໄມ້. ບັນດາຄວາມມຸ່ງຫວັງເຫຼົ່ານັ້ນຈະຖືກນັກສິລະປະ Yoko Ono, ເມຍຂອງນັກຮ້ອງຜູ້ມີຊື່ສຽງໂດ່ງດັງ John Lennon ນຳໄປຝັງຢູ່ຕີນທາດ ວາດນຶກເຖິງສັນຕິພາບ (Imagine Peace ) ຢູ່ນະຄອນ Reykjavik (Iceland) ແຫ່ງທີ່ມີເສົາຫຼັກໜຶ່ງຈະສ່ອງແສງສະຫວ່າງຂຶ້ນທ້ອງຟ້າປີລະສອງເດືອນ, ເຊິ່ງເລີ່ມຕົ້ນແຕ່ວັນເກີດຂອງ John Lennon, ຄືດັ່ງຄຳຍ້ອງຍໍທີ່ແຮງກ້າກ່ຽວກັບຊີວິດການເປັນຢູ່, ຄວາມຮັກ ແລະ ຄວາມປອງດອງກັນ. ເພື່ອນ ຟານແຄ໋ງລີ, ຢູ່ ຮ່າໂນ້ຍ, ແບ່ງປັນວ່າ:

ເມື່ອເຫັນຕົ້ນໄມ້ແຫ່ງຄວາມມຸ່ງຫວັງ, ນ້ອງຮູ້ສຶກຄືວ່າມີຄວາມມ່ວນຊື່ນກວ່າ, ເພາະວ່າມັນຈະນຳເອົາຄວາມຫວັງໃດໜຶ່ງມາໃຫ້ຕົນ. ໃນສະພາບການດຳລົງຊີວິດທີ່ເຕັມໄປດ້ວຍຄວາມອິດເມື່ອຍນັ້ນ, ນ້ອງສາມາດມາແຫ່ງນີ້, ຂຽນສິ່ງທີ່ຕົນມຸ່ງຫວັງເພື່ອໃຫ້ຈິດໃຈສະຫວາດສະເຫວີຍ, ແລະ ເບິກບານມ່ວນຊື່ນກວ່າ“.

ສູນສິລະປະຍຸກປັດຈຸບັນວີນກອມ (VCCA) - ແຫ່ງເຊື່ອມຕໍ່ແລະແຜ່ຂະຫຍາຍສິລະປະ - ảnh 3ສູນສິລະປະຍຸກປັດຈຸບັນ Vincom (VCCA)  

ພ້ອມກັບການເຄື່ອນໄຫວວາງສະແດງທີ່ດຳເນີນຢູ່ VCCA ແລ້ວ, ສູນແຫ່ງນີ້ ຍັງກາຍເປັນບ່ອນເພື່ອໃຫ້ມະຫາຊົນເຂົ້າຮ່ວມການເຄື່ອນໄຫວຕ່າງໆຄື: ປັກດອກໄມ້ສິລະປະ, ແຕ້ມພາບເທິງແຜ່ນແພ… ຢູ່ເຂດປະສິດສ້າງ, ຫ້ອງຮຽນວິຈິດສິນ, ຫໍສະໝຸດ…. ໃນໂອກາດທ້າຍສັບປະດາອີກດ້ວຍ. ພິເສດ VCCA ຍັງຈັດ Artist Talk ເຊິ່ງແມ່ນແຫ່ງທີ່ບັນດານັກສິລະປະທີ່ມີຜະລິດຕະພັນວາງສະແດງຢູ່ທີ່ນີ້ແບ່ງປັນກ່ຽວກັບວິວັດແຫ່ງການປະດິດສ້າງ ກໍ່ຄືບັນດາແງ່ມູມກ່ຽວກັບຊີວິດທາງດ້ານສິລະປະຍຸກປັດຈຸບັນ.

ດ້ວຍບໍລິເວນທີ່ທັນສະໄໝ,ໃໝ່ອ່ຽມ, VCCA ຈະເປັນສະຖານທີ່ໃໝ່ຂອງສິລະປະຍຸກປັດຈຸບັນຢູ່ ຫວຽດນາມ. ນີ້ກໍ່ແມ່ນພື້ນຖານ, ປະກອບສ່ວນສ້າງຕັ້ງ ແລະ ພັດທະນາສິລະປະ ແລະ ວັດທະນະທຳທີ່ທັນສະໄໝພາຍໃນປະເທດຢ່າງໝັ້ນຄົງ; ພ້ອມທັງສ້າງຂົວຕໍ່ໃຫ້ນັກສິລະປະ ຫວຽດນາມ ເປັນເຈົ້າການເຂົ້າຮ່ວມຕະຫຼາດສິລະປະຢູ່ໃນພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ