ປະຕູໂຂງບ້ານຈົວທີ່ຕາແສງເຊີນກົງເມືອງອຶ້ງຮ່ວາ ຊານນະຄອນຮ່າໂນ້ຍ
(ພາບ: vanhoadoisong.com)
|
ບ້ານຈົວ ແມ່ນໝູ່ບ້ານເຂດບ້ານນາທີ່ລຽບງ່າຍຊຶ່ງຂຶ້ນກັບຕາແສງເຊີນກົງ ເມືອງອຶ້ງຮ່ວາ ຊານນະຄອນຮ່າໂນ້ຍ, ແຕ່ພັດໄດ້ຮັບການຕັ້ງຊື່ຈາກບັນດາຜູ້ນິຍົມກາບກອນໃນທົ່ວປະເທດວ່າ ແມ່ນໝູ່ບ້ານກາບກອນ, ເພາະໃນບ້ານມີຫຼາຍຄົນນິຍົມກາບກອນ, ເມົາມົວແຕ່ງກາບກອນ. ໃນບ້ານຈົວ, ໄດ້ມີບາງຄົນມີຊື່ສຽງ ກາຍເປັນນັກກະວີ, ສະມາຊິກສະມາຄົມນັກປະພັນຫວຽດນາມ.
ໂດຍຖືກຕັ້ງຢູ່ທາງທິດໃຕ້ນະຄອນຫຼວງຮ່າໂນ້ຍ, ແຄມແມ່ນ້ຳໄດ໋ທີ່ສວຍງາມ, ຊາວ ບ້ານຈົວ ອາໄສຕົ້ນຕໍ່ແມ່ນການຜະລິດກະສີກຳ. ນັບແຕ່ໃດໆມາ, ຊາວກະສີກອນຢູ່ແຫ່ງນີ້ຕິດພັນກັບວຽກໄຮ່ການນາຕະຫຼອດປີ, ແຕ່ທາງດ້ານຈິດວິນຍານ, ເຂົາເຈົ້າຍາມໃດກໍປຽມລົ້ນໄປດ້ວຍຄວາມປະເອີບໃຈ ເມົວມົວກັບສິລະປະ. ຢູ່ປະຕູໂຂງເຂົ້າໝູ່ບ້ານຈົວຍັງມີ 4 ຕົວໜັງສືຫວຽດເດີມ “ ວ້ອງ - ຕຶ - ເຍີບ - ຊວດ ” ໝາຍເຖິງ “ ເບິ່ງຕົວໜັງສື ຈຶ່ງເຂົ້າອອກບ້ານ ” . ຕາມພໍ່ຕູ້ ຫງວຽນຍໍເຕ້ ປີນີ້ອາຍຸກ່ວາ 80 ປີແລ້ວ, ແຕ່ປາງກ່ອນ, ກາບກອນ, ໜັງສື ໄດ້ກາຍເປັນສິ່ງທີ່ຂາດບໍ່ໄດ້ຢູ່ ບ້ານຈົວ. ພໍ່ຕູ້ ຫງວຽນຍໍເຕ້ ເວົ້າວ່າ :
“ບ້ານຈົວ ບໍ່ໄຟຝັນຫຍັງເໜືອກ່ວາສິ່ງທີ່ມີບ່ອນຕັ້ງ 4 ຕົວໜັງສືຊຶ່ງພວກຜູ້ເຖົ້າໃນບ້ານໄດ້ປະໄວ້ໃຫ້, ນັ້ນແມ່ນ “ ວ້ອງ - ຕຶ - ເຍີບ - ຊວດ ” . ໝູ່ບ້ານໜຶ່ງ ເບິ່ງຕົວໜັງສື ເມື່ອເຂົ້າອອກນັ້ນ, ຂ້າພະເຈົ້າເຫັນວ່າມີຄຸນຄ່າທີ່ສຸດ ”
ບໍ່ພຽງແຕ່ຊົມຊອບກາບກອນເທົ່ານັ້ນ, ຊາວບ້ານຈົວຍັງມີມູນເຊື້ອນຳໃຊ້ກາບກອນເພື່ອ ຖ່າຍທອດ ບອກສອນສິ່ງທີ່ດີທີ່ງາມ ເພື່ອສຶກສາອົບຮົມລູກຫຼານ ຄືດັ່ງຄຳເວົ້າຂອງພໍ່ຕູ້ ຫງວຽນຍໍເຕ້ ທີ່ວ່າ : ຕົ້ນຕໍແມ່ນຊ່ວຍໃຫ້ຄົນເຮົາມີຊີວິດທີ່ດີງາມກ່ວາຕໍ່ບ້ານເກີດເມືອງນອນ. ເມື່ອມີໂອກາດມາຢາມບ້ານຈົວ, ຜູ້ຄົນທັງຫຼາຍອາດຈະເຫັນດ້ວຍຕາ ຄຳກອນທີ່ມີຄວາມໝາຍອັນຈົບງາມ ແລະ ເປັນໜ້າຈັບໃຈ ຊຶ່ງຖືກແຂວນຕາມທາງໃນໝູ່ບ້ານ ເຊັ່ນ: “ ບໍ່ມີເຂົ້າກິນ ບໍ່ອາດຍ່າງໄປ, ແຕ່ບໍ່ຮູ້ໜັງສື ແມ່ນບໍ່ອາດເຫັນທາງໄດ້ ” ຫຼື ຄຳວ່າ “ ຕົ້ນໄມ້ໃບຫຍ້າ ບໍ່ພຽງແຕ່ຕ້ອງການດິນເທົ່ານັ້ນ ຫາກຍັງຕ້ອງການແສງຕາເວັນອີກດ້ວຍ ” . ລຸງ ຫງວຽນຊວນຊຸ່ງ ສະມາຊິກສະມາຄົມກາບກອນບ້ານຈົວ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າແຂວນຄຳກອນ ແມ່ນເພື່ອສຶກສາອົບຮົມທຸກໆຄົນ, ນັບທັງຜູ້ເຖົ້າຜູ້ແກ່ຕະຫຼອດຮອດໄວໜຸ່ມ, ເປັນຕົ້ນແມ່ນຊາວໜຸ່ມເຍົາວະຊົນ, ເຮັດແນວໃດເພ່ືອໃຫ້ທຸກໆຄົນປະຕິບັດວິຖີຊີວິດວັດທະນະທຳ ໃຫ້ຖືກຕາມມູນເຊື້ອຂອງບ້ານເມືອງ. ປະຈຸບັນ, ພວກຂ້າພະເຈົ້າມີ 24-25 ຄຳກອນທີ່ຈົບງາມ ໂດຍຖືກຄັດຈາກບັນດາບົດກາບກອນຂອງຊາວບ້ານຈົວ ”
ໄປທົ່ວທຸກແຫ່ງໃນບ້ານຈົວ, ກໍລ້ວນແຕ່ເຫັນໄດ້ວ່າ ກາບກອນໄດ້ກາຍສ່ວນໜຶ່ງທີ່ຂາດບໍ່ໄດ້ໃນການດຳລົງຊີວິດຂອງປະຊາຊົນ. ຈາກຜູ້ເຖົ້າຜູ້ແກ່ຕະຫຼອດ ຮອດເດັກ, ຈາກສາລາຫາທົ່ງໄຮ່ທົ່ງນາ ຕະຫຼອດຮອດເຮືອນນ້ອຍຫຼັງຕ່າງໆ ຢູ່ບ່ອນໃດກໍປະກົດມີກາບກອນ. ດັ່ງນັ້ນ ບໍ່ວ່າຜູ້ໃດເມື່ອມາຢ້ຽມຢາມໝູ່ບ້ານແຫ່ງນີ້, ກໍລ້ວນແຕ່ມີຄວາມເຂົ້າໃຈວ່າ ເປັນຫຍັງ, ໄດ້ຕັ້ງຊື່ໃຫ້ແກ່ໝູ່ບ້ານຈົວແມ່ນ ໝູ່ບ້ານກາບກອນ. ປະຊາຊົນໃນໝູ່ບ້ານ, ໃຜໆກໍຊົມຊອບກາບກອນ ແລະ ຮູ້ແຕ່ງກາບກອນ. ຊາວບ້ານຈົວໄດ້ແຕ່ງກາບກອນນັບພັນບົດ ແລະ ໄດ້ພິມເປັນ 6 ເຫຼັ້ມສະເພາະຂອງໝູ່ບ້ານ. ຂະບວນການແຕ່ງກາບກອນຢູ່ ບ້ານຈົວ ໄດ້ມີມາແຕ່ດົນນານ, ແຕ່ສະມາຄົມກາບກອນບ້ານຈົວ ຕ້ອງໄດ້ຜ່ານວິວັດແຫ່ງການຟື້ນຟູ ຈຶ່ງຈະໄດ້ຄືທຸກວັນນີ້. ລຸງ ຫງວຽນຢາຕຶ ໜຶ່ງໃນບັນດາຜູ້ທຳອິດ ໄດ້ເຂົ້າຮ່ວມການຟື້ນຟູ ຂະບວນການກາບກອນຢູ່ ບ້ານຈົວ ຫວນຄືວ່າ :
“ ເຖິງວ່າແມ່ນໝູ່ບ້ານມີມູນເຊື້ອກ່ຽວກັບ ກາບກອນ, ແຕ່ໄດ້ຖືກສູນຫາຍໄປຍ້ອນຊຸມປີແຫ່ງສົງຄາມ, ດັ່ງນັ້ນຮອດປີ 1982 ຈຶ່ງສາມາດຟື້ນຟູໄດ້. ໃນເບື້ອງຕົ້ນມີພຽງແຕ່ຜູ້ຊົມຊອບກາບກອນຈຳນວນໜຶ່ງ ພ້ອມກັນສຸມກຳລັງສ້າງຂະບວນການ. ຫຼັງຈາກນັ້ນ, ຕາມການເວລາ, ພໍ່ແມ່ພີນ້ອງໃນບ້ານ ນັບມື້ນັບມີຜູ້ຊົມຊອບ ກາບກອນຢ່າງຫຼວງຫຼາຍ ”
ປະຈຸບັນ, ສະມາຄົມກາບກອນບ້ານຈົວມີສະມາຊິກເກືອບ 100 ຄົນ ຊຶ່ງມີຄົບເພດຄົບໄວ ຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດໄວໜຸ່ມ ແລະ ແມ່ຍິງ. ໃນນັ້ນ ມີນ້ອງຫງວຽນທູຈາງ ນັກຮຽນສັງກັດໂຮງຮຽນມັດທະຍົມຕອນຕົ້ນ ເຊີນກົງ ຊຶ່ງໄດ້ຮັບຖືວ່າແມ່ນສະມາຊິກໜຸ່ມກ່ວາໝູ່. ນ້ອງຫງວຽນທູຈາງ ເວົ້າຄວາມໃນໃຈສູ່ຟັງວ່າ :
“ ນ້ອງຫາກໍໄດ້ເຂົ້າຮ່ວມສະໂມສອນກາບກອນເມື່ອບໍ່ດົນມານີ້. ນ້ອງຢາກຮັກສາມູນເຊື້ອຊົມຊອບກາບກອນຂອງໝູ່ບ້ານ. ນ້ອງຮັກແມ່ນ້ອງຫຼາຍ ແລະ ນ້ອງໄດ້ແຕ່ງບົດກາບກອນໃຫ້ແມ່ ”
ສຳລັບປະຊາຊົນໃນໝູ່ບ້ານຈົວ, ເຂົາເຈົ້າແຕ່ງກາບກອນ ຄືດັ່ງວິທີເພື່ອສະແດງຄວາມຄິດ, ຄວາມໃນໃຈຂອງຕົນ. ທ່ານ ໂງແມ້ງເກືອງ ປະທານ ສະມາຄົມກາບກອນບ້ານຈົວ ໃຫ້ຂໍ້ສັງເກດວ່າ :
“ ກາບກອນຂອງໝູ່ບ້ານຈົວ ບໍ່ແມ່ນວ່າ ແຕ່ງຂຶ້ນເພື່ອຂາຍອອກສູ່ທ້ອງຕະຫຼາດ, ຫາກກາບກອນໃນບ້ານຈົວ ຕົ້ນຕໍແມ່ນເພື່ອບອກສອນ, ສຶກສາອົບຮົມລູກຫຼານດ້ວຍຄຳກອນ. ໃນຕອນແລງວັນພະຫັດປະຈຳອາທິດ, ກໍມີລາຍການອ່ານກາບກອນທາງລະບົບໂທລະໂຄ່ງຂອງໝູ່ບ້ານ ຊຶ່ງເປັນການປະກອບສ່ວນສ້າງນ້ຳໃຈຖານບ້ານໃກ້ເຮືອນຄຽງ ”
ກາບກອນໄດ້ມາສູ່ຊາວບ້ານຈົວແບບທຳມະຊາດ ຄືດັ່ງແຫຼ່ງນ້ຳບາດານ, ຜ່ານຫຼາຍເສັ່ນຄົນ, ແຕ່ສຽງກາບກອນຂອງ ບ້ານຈົວ ຍັງຄົງຖືກດັງຂຶ້ນ, ອັນໄດ້ສ້າງຄວາມງາມຕື່ມອີກຢູ່ໝູ່ບ້ານເຂດບ້ານນາ. ກາບກອນໄດ້ເຮັດໃຫ້ຈິດວິນຍານຂອງມະນຸດເພີ່ມຄວາມໃກ້ຊິດຕິດແທດ, ສາມັກຄີກັນ, ຈາກນັ້ນມີຄວາມຮັກຊີວິດຕື່ມອີກ.