(VOVWORLD) -ຂັບແທນ - ພິນຕິ໊ງ ແມ່ນຂາດບໍ່ໄດ້ໃນຊີວິດວັດທະນະທຳ ແລະ ຈິດໃຈຂອງພໍ່ແມ່ພີ່ນ້ອງ ເຜົ່າໄຕ່ - ນຸ່ງ ຢູ່ທາງທິດເໜືອ. ເມື່ອພໍ່ແມ່ພີ່ນ້ອງເຜົ່າ ໄຕ່, ນຸ່ງ ຢູ່ບັນດາແຂວງ ກາວບັງ, ບັກກ້ານ, ຮ່າຢາງ ຫຼື ຕວຽນກວາງ ມາສ້າງອາຊີບຢູ່ດິນແດນແຫ່ງໃໝ່, ເຂົາເຈົ້າຍາມໃດກໍ່ນັບຖືຮີດຄອງປະເພນີ ຢູ່ບ້ານເກີດເມືອງນອນຂອງຕົນ. ດັ່ງນັ້ນບັນດາສະໂມສອນຂັບແທນ - ພິນຕິ໊ງ ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ໃນນັ້ນມີສະໂມສອນຂັບແທນ - ພິນຕິ໊ງ ຢູ່ເຂດ ເຕິຍງວຽນ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຮັກສາການເຄື່ອນໄຫວຢ່າງເປັນປະຈຳ ປຽບເໝືອນທີ່ຮູ້ຈັກກັນດີ ເຊື່ອມຕໍ່ທາງດ້ານຈິດວິນຍານຂອງພໍ່ແມ່ພີ່ນ້ອງ ເຜົ່າໄຕ່, ນຸ່ງ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ
ບັນດາສະມາຊິກໃນສະໂມສອນຂັບແທນ - ພິນຕິ໊ງ ຢູ່ເຂດ ເຕິຍງວຽນ |
ໂດຍໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 2013 ດ້ວຍສະມາຊິກ 13 ຄົນ ໃນທຸກເກນອາຍຸ, ມາຮອດປັດຈຸບັນທາງສະໂມສອນ ນັບມື້ນັບມີສະມາຊິກເຂົ້າຮ່ວມຫຼາຍຂຶ້ນ. ເຂົາເຈົ້າແມ່ນຊາວເຜົ່າ ໄຕ່, ເຜົ່ານຸ່ງ ຢູ່ບັນດາແຂວງພາກເໜືອຄື ກາວບັງ, ບັກກ້ານ, ຕວຽນກວາງ, ຫ້າງເຊີນ ໄດ້ລົງໄປແຂວງ ດັກລັກ ເພື່ອສ້າງເສດຖະກິດໃໝ່ ນັບແຕ່ຊຸມປີ 80 - 90 ຂອງສະຕະວັດກ່ອນ. ຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນ ໄດ້ເຮັດໃຫ້ເຂົາເຈົ້າມາຫາກັນ, ພ້ອມກັນຂັບລຳທຳເພງ ເຄື່ອນໄຫວສິລະປະຄື ຂັບສາລີ, ຂັບເລື້ອນ, ຂັບແທນ ແລະ ເສບພິນຕິ໊ງ ເພື່ອບັນເທົາຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນ. ຈາກນັ້ນສະໂມສອນໄດ້ຮັບການສ້າງຕັ້ງຂຶ້ນ. ລຸງ ຮວ່າງວັນແທັ່ງ ຊາວເຜົ່າ ນຸ່ງ ບ້ານເກີດຢູ່ຕາແສງ ຮວ່າງຫວຽດ ເມືອງ ຮວ່າອານ ແຂວງ ກາວບັງ ໄດ້ລົງໄປເຂດ ເຕິຍງວຽນ ດຳລົງຊີວິດກັບພວກລູກມາແຕ່ດົນນານແລ້ວ ໃຫ້ຮູ້ວ່າ:
“ປັດຈຸບັນ ລຸງໄດ້ເຖົ້າແລ້ວ, ຖ້າຫາກແມ່ນຊາວ ເຜົ່າໄຕ່, ເຜົ່ານຸ່ງ ແຕ່ບໍ່ຮູ້ເສບພິນຕິ໊ງ ແມ່ນບໍ່ໄດ້ເລື່ອງ. ລຸງໄດ້ຕັດສິນໃຈຊື້ ພິນຕິ໊ງ ມາແອບ. ແອບປະມານສອງສມາປີ ກໍ່ສາມາດເສບ ພິນຕິ໊ງ ໄດ້. ປັດຈຸບັນລຸງສາມາດເສບໄດ້ຫຼາຍບົດດົນຕີ, ສະເພາະບັນດາບົດດົນຕີທີ່ມີຄຸນນະພາບກໍ່ສາມາດເສບໄດ້ຫ້າຫົກບົດ. ສ່ວນຫຼາຍເວົ້າເຖິງນ້ຳໃຈເຂດ ຫວຽດບັກ - ເຕິຍງວຽນ ມີຄວາມສະໜິດຄິດພັນ ຜ່ານການຕໍ່ຕ້ານຄັ້ງຕ່າງໆ ຕະຫຼອດຮອດຊຸມປີແຫ່ງການສ້າງຊີວິດໃໝ່”.
ປັດຈຸບັນເຂດ ເຕິຍງວຽນ ມີຊາວ ເຜົ່າໄຕ່, ເຜົ່ານຸ່ງ ປະມານເກືອບ 50.000 ຄົນ ດຳລົງຊີວິດຢູ່ຮ່ວມກັນ ດັ່ງນັ້ນຂະບວນການຂັບແທນ ພິນຕິ໊ງ ຢູ່ເຂດດິນ ບາຢານ ໄດ້ພັດທະນາຢ່າງແຂງແຮງ ດ້ວຍການສ້າງຕັ້ງບັນດາສະໂມສອນຂັບແທນ ພິນຕິ໊ງ. ທ່ານ ດ່າມດຶກຈິ໊ງ ຮອງຫົວໜ້າສະໂມສອນ ໃຫ້ຮູ້ວ່າ:
“ສະໂມສອນຂັບແທນ ພິນຕິ໊ງ ບວນມາຖວດ ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ດັ່ງນັ້ນຄວາມຫຍຸ້ງຍາກທີ່ສຸດ ແມ່ນຢູ່ແດນໄກ, ການເກັບກຳສະສົມບັນດາບົດຂັບແທນເກົ່າ ຍັງບໍ່ທັນມີຫຼາຍເທື່ອ. ອັນທີສອງແມ່ນລຸ້ນໄວໜຸ່ມ ກໍ່ບໍ່ຮູ້ຫຼາຍກ່ຽວກັບສິລະປະຂັບແທນ ພິນຕິ໊ງ ແລະ ກ່ຽວກັບວັດທະນະທຳຂອງ ເຜົ່າໄຕ່, ເຜົ່ານຸ່ງ, ດັ່ງນັ້ນການຖ່າຍທອດສິດສອນ ກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ພວກຂ້າພະເຈົ້າພວມສ້າງແຜນການ ສອນໃຫ້ຊາວໜຸ່ມ ເຍົາວະຊົນ ເພື່ອເປັນການອະນຸລັກ ແລະ ເສີມຂະຫຍາຍວັດທະນະທຳເຜົ່າໄຕ່, ເຜົ່ານຸ່ງ ຢູ່ເຂດ ເຕິຍງວຽນ”.
ດ້ວຍການເຄື່ອນໄຫວຢ່າງສະເໝີ ເດືອນລະໜຶ່ງເທື່ອ, ບັນດາສະມາຊິກໃນສະໂມສອນ ກໍ່ລ້ວນແຕ່ເຕົ້າໂຮມຢູ່ ບວນມາຖວດ ເພື່ອດຳເນີນຊີວິດ ພ້ອມກັນຝຶກແອບບົດຂັບແທນໃໝ່ ແລະ ພ້ອມກັນໂອ້ລົມ ຢື້ຢາມຖາມຂ່າວ ເຊິ່ງກັນ ແລະ ກັນ, ເຂົາເຈົ້າກໍ່ໄດ້ສ້າງເຄືອຂ່າຍ ຟານເປດ ທີ່ມີຊື່ວ່າ: “ສະໂມສອນຂັບແທນ - ພິນຕິ໊ງ ບວນມາຖວດ” ເພື່ອພົວພັນແລກປ່ຽນ ແລະ ຖອດຖອນບົດຮຽນນຳກັນ. ນາງ ລວນທິລຽນ ຫົວໜ໊າສະໂມສອນຂັບແທນ ສັງກັດສູນວັດທະນະທຳ ກິລາ ແລະ ທ່ອງທ່ຽວ ນະຄອນ ບວນມາຖວດແຂວງ ດັກລັກ ແບ່ງປັນວ່າ:
“ພວກຂ້າພະເຈົ້າມີຄວາມຫວັງຈະເຮັດແນວໃດໃຫ້ ຂັບແທນ ພິນຕິ໊ງ ສາມາດດັງກ້ອງກັງວານ ຢູ່ເຂດ ເຕີຍຕງວຽນ ດັກລັກ ຕະຫຼອດເວລາ. ພວກຂ້າພະເຈົ້າມີຄວາມຫວັງວ່າ ສິລະປະຂັບແທນຢູ່ເຂດ ຫວຽດບັກ ສາມາດທຽບທັນກັບສິລະປະຄ້ອງຂອງເຜົ່າ ເອເດ ໃນຊຸມວັນບຸນ. ປັດຈຸບັນຢູ່ແດນໄກ ພວກຂ້າພະເຈົ້າມີຄວາມຫວັງຢາກໃຫ້ຂັ້ນຕ່າງໆ ເອົາໃຈໃສ່ເພື່ອຮັກສາອະນຸລັກ ສີສັນວັດທະນະທຳຂອງຊົນເຜົ່າ”.
ປີ 2019 ພິທີກຳຂັບແທນ ພິນຕິ໊ງ ຂອງຊາວ ເຜົ່າໄຕ່, ເຜົ່ານຸ່ງ ຂອງ ຫວຽດນາມ ໄດ້ຮັບການຮັບຮອງຈາກ Unesco ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ. ປັດຈຸບັນພ້ອມກັບວົງຄະນາຍາດ ເຜົ່າໄຕ່, ເຜົ່ານຸ່ງ ໃນທົ່ວປະເທດ ທີ່ນິຍົມຊົມຊອບສິລະປະຂັບແທນ ພິນຕິ໊ງ, ບັນດາສະມາຊິກໃນສະໂມສອນຂັບແທນ ພິນຕິ໊ງ ບວນມາຖວດ ໄດ້ ແລະ ພວມປະກອບສ່ວນຢ່າງຕັ້ັ້ັ້ັ້ັ້ັ້ງໜ້າ ເຂົ້າໃນການອະນຸລັກບັນດາປະເພດ ວັດທະນະທຳບໍ່ເປັນວັດຖຸໃນການດຳລົງຊີວິດຢູ່ດິນແດນຂອງເຂົາເຈົ້າເອງ.