(vovworld)-
ບັນດາເອກະສານປະຫວັດສາດກ່ຽວກັບອະທິປະໄຕເຂດໝູ່ເກາະທະເລ, ຜືນແຜ່ນດິນສ່ວນຫຼາຍແມ່ນບັນດາເຈົາບານ (ໝາຍເຖິງສາງເອກະສານໃນສະໄໝລາດຊະວົງຫງວຽນຂອງຫວຽດນາມ) ແລະ ຊຸດປຶ້ມປະຫວັດ ສາດຂອງລາດຊະວົງຫງວຽນ ມີຄວາມຮັບຮູ້ອັນເລິກເຊິ່ງກ່ຽວກັບຄວາມສຳຄັນຂອງທະເລໝູ່ເກາະທັງດ້ານທີ່ຕັ້ງຍຸດທະສາດການທະຫານ, ຄົມມະນາຄົມ, ການຄ້າ ກໍ່ຄືການຂຸດຄົ້ນບັນດາແຫຼ່ງສິນໃນນ້ຳ, ສິນທະເລ…ບັນດາເຈົ້າຊີວິດໃນສະໄໝລາດຊະວົງຫງວຽນ ມີແນວຄິດສະເໝີຕົ້ນສະເໝີປາຍກ່ຽວກັບອະທິປະໄຕຜືນແຜ່ນດິນ, ເຂດຊາຍແດນທະເລ ແລະ ກຳນົດລະບົບນະໂຍບາຍພື້ນຖານກ່ຽວກັບໝູ່ເກາະທະເລກໍ່ຄືການປະຕິບັດອະທິປະໄຕໃນເກາະແຫ່ງຕ່າງໆເວົ້າລວມ ແລະ ສອງໝູ່ເກາະຮ່ວາງຊາ, ເຈື່ອງຊາເວົ້າສະເພາະ.
(ພາບ: tuoitre.vn)
ລາດຊະວົງຫງວຽນ ໄດ້ຂຶ້ນຄອງລາດແຕ່ປີ 1082 ແລະ ສິ້ນສຸດເມື່ອປີ 1945 ແຕ່ກ່ອນນີ້ກ່ວາ 200 ປີ, ນັບແຕ່ປີ 1558 ຜ່ານສະໄຫມເຈົ້າພະຍາອົງຕ່າງໆຄື: ຫງວຽນຮ່ວາງ, ຫງວຽນຟຸກງວຽນ, ຫງວຽນຟຸກຈູ, ຫງວຽນຟຸກທ່ວນ…ລ້ວນແຕ່ມີຄຸນງາມຄວາມດີໃນການບຸກເບີກທີ່ດິນຈາກເຂດທ້ວນຮວາ ຕະຫຼອດຮອດທົ່ວເຂດພາກໃຕ້ ແລະ ເຂດທະເລໝູ່ເກາະທາງທິດໃຕ້ ແລະ ທິດຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ.
ທ່ານດຣ.ສາດສະດາຈານຫງວຽນກວາງງອກ, ສັງກັດສະຖາບັນຫວຽດນາມວິທະຍາ ແລະ ວິທະຍາສາດພັດທະນາ ໃຫ້ຮູ້ວ່າ, ຫງວຽນແອງ, ເຈົ້າຊີວິດອົງທຳອິດໃນສະໄໝລາດຊະວົງຫງວຽນ ຂຶ້ນຄອງລາຊະບັນລັງ ເອົານາມວ່າ ຢາລອງ ໄດ້ສ້າງຕັ້ງກອງກຳລັງຮ່ວາງຊາ, ບັກຫາຍຄືນໃໝ່ ທັງປະຕິບັດການກວດກາ, ຄວບຄຸມບົນທະເລ, ທັງມີຄວາມຮັບຜິດຊອບເຂົ້າຮ່ວມການເຄື່ອນໄຫວດ້ານເສດຖະກິດ, ຄ້າຂາຍບົນທະເລ:
“ເຈົ້າຊີວິດຢາລອງ ໄດ້ປະກາດຢັ້ງຢືນອະທິປະໄຕຂອງຫວຽດນາມ ຢູ່ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຢ່າງແຮງ. ຜູ້ນັກສອນສາສະໜາ, ນັກທຸລະກິດຫຼາຍຄົນ ແລະ ຜູ້ເຂົ້າໃຈສະພາບການຢູ່ທະເລຕາເວັນອອກຂອງຫວຽດນາມ ເວລານັ້ນຖືວ່າ: ເຈົ້າຊີວິດຢາລອງ ໄດ້ປັກທຸງຂອງຕົນແລະ ມີພຽງແຕ່ທຸງນີ້ຜືນດຽວ ບໍ່ມີ 2 ຢູ່ໝູ່ເກາະຮ່າງຊາ“.
(ພາບ: http://phaplv.net)
ໃນສະໄໝເຈົ້າຊີວິດມິງມ້າງ ເຈົ້າຊີວິດອົງທີ 2 ຂອງສະໄໝລາດຊະວົງຫງວຽນ ໄດ້ຊຸກຍູ້ການເຄື່ອນໄຫວອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ເຂດໝູ່ເກາະຮ່ວາງຊາ, ເຈື່ອງຊາ ໃຫ້ແຂງແຮງກ່ວາເກົ່າ. ເຈົ້າຊີວິດມິງມ້າງ ໄດ້ສົ່ງບັນດາກອງກຳລັງໄປເຂດໝູ່ເກາະຮ່ວາງຊາ ເພື່ອສຳຫຼວດ, ວັດແທກ, ປັກຫຼັກໝາຍ. ດຣ.ຮອງສາດສະດາຈານຫງວຽນກົງຫວຽດ, ຮັກສາການຫົວໜ້າສະຖາບັນຄົ້ນຄ້ວາພາສາຫວຽດເດີມ ໃຫ້ຮູ້ວ່າ:
“ໃນເຈົາບານໄດ້ລະບຸແຈ້ງວ່າ: ເສົາຫຼັກໝາຍມີລວງຍາວ 2,5 ມ, ກ້ວາງ 0,2 ມ. ການປັກລັກໝາຍຢູ່ເກາະແຫ່ງຕ່າງໆ ໄດ້ສະແດງໃຫ້ເຫັນອະທິປະໄຕຂອງພວກເຮົາ. ບັນຫາທີສອງແມ່ນສຳຫຼວດແຕ້ມແຜນທີ່, ດຳເນີນການສ້າງຕັ້ງຮາກຖານການປົກຄອງຂັ້ນ 1, ສົ່ງປະຊາຊົນໄປຫາສິນໃນນ້ຳ, ສິນທະເລ. ນັ້ນແມ່ນວິໃສທັດຂອງລາດຊະວົງສະໄໝສັກດີນາທີ່ມີຄວາມຈະເລີນຮຸ່ງເຮືອງທີ່ສຸດ. ບໍ່ທັນມີເວລາໃດທີ່ປະເທດຫວຽດນາມ ໄດ້ຮັບການເປີດກ້ວາງ, ໃຫ່ຍໂຕຄືໃນສະໄໝເຈົ້າຊິວວິດມິງມ້າງ“.
ໃນລະບົບມໍລະດົກເຈົາບານສະໄໝລາດຊະວົງຫງວຽນຊື່ງໄດ້ຮັບການເກັຍຮັກສາໄວ້ໃນປະຈຸບັນ, ມີເຈົາບານເຖິງ 10 ສະບັບຢູ່ສະໄໝເຈົ້າຊິວິດມິງມ້າງ ໄດ້ເວົ້າເຖິງການເຄື່ອນໄຫວອະທິປະໄຕ. ເຈົາບານສະບັບໜຶ່ງໂດຍ ເຈົ້າຊິວິດມິງມ້າງ ເຊັນໃຫ້ຮູ້ວ່າ: ປີ 1830 ມີກຳປັ່ນຂອງຝະລັ່ງໄປຜ່ານເຂດທະເລຮ່ວາງຊາ ຖືກຄ້າງບົກ, ເຈົ້າຊິວິດມິງມ້າງ ໄດ້ມອບໝາຍໜ້າທີ່ໃຫ້ຜູ້ນຳຢູ່ປາກທະເລດ່ານັງ ໄປກູ້ໄພກູ້ຊີບ, ນຳຄົນ ແລະ ສິນຄ້າທັງໝົດເຂົ້າທຽບທ່າດ້ວຍຄວາມປອດໄພ. ດຣ.ສາດສະດາຈານຫງວຽນກວາງງອກ, ສັງກັດສະຖາບັນຫວຽດນາມວິທະຍາ ແລະ ວິທະຍາສາດພັດທະນາ ເນັ້ນໜັກວ່າ:
“ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມຮັບຜິດຊອບອັນສູງສົ່ງຂອງຜູ້ນຳລັດກ່ຽວກັບສິດອຳນາດຂອງຕົນ ແລະ ອະທິປະໄຕຂອງຕົນຢູ່ເຂດທະເລທີ່ຕົນເອງຢັ້ງຢືນອະທິປະໄຕ“.
ນອກຈາກການຊີ້ນຳໂດຍກົງບັນດາການເຄື່ອນໄຫວກູ້ໄພກູ້ຊີບ: ວັດແທກແຜນທີ່ແລ້ວ, ເຈົ້າຊິວິດມິງມ້າງ ຍັງໃຫ້ສັດຕະຍາບັນການປະຕິບັດວຽກງານຕ່າງໆທີ່ກ່ຽວຂ້ອງເຖິງປັດໄຈຈິດວິນຍານຢູ່ໝູ່ເກາະຮ່ວາງຊາອີກດ້ວຍ.
ໃນສະໄໝເຈົ້າຊີວິດທ້ຽວຈິ, ບົດບາດຂອງເຈົ້າຊີວິດໃນການຈັດຕັ້ງບັນດານການເຄື່ອນໄຫວອະທິປະໄຕຢູ່ໝູ່ເກາະຮ່ວາງຊາ ກໍ່ໄດ້ສະແດງອອກຢ່າງຈະແຈ້ງ. ເຈົ້າຊີວິດໄດ້ຊີ້ນຳໂດຍກົງການສົ່ງບັນດາກອງກຳປັ່ນ, ເຮືອ ອອກໄປຍັງໝູ່ເກາະຮ່ວາງຊາ.
ສ່ວນສະໄໝເຈົ້າຊີວິດຕື້ດຶກ ແມ່ນສະໄໝປະສົບກັບຄວາມຫຍຸ້ງຍາກພິເສດ ແຕ່ການປະຕິບັດອະທິປະໄຕຢູ່ເຂດທະເລຮ່ວາງຊາ ແລະ ເຈື່ອງຊາ ຍັງໄດ້ຮັບການຮັກສາໄວ້ຢູ່. ດຣ.ສາດສະດາຈານຫງວຽນກວາງງອກ ເນັ້ນໜັກວ່າ:
“ໃນປີ 1869, ມີກຳປັ່ນຂອງຈີນ ຈາກຟູຈຽນ ໄປສິງກະໂປ, ບົນເສັ້ນທາງເດີນກໍ່ຖືກຄ້າງບົກຢູ່ຮ່ວາງຊາ. ເຈົ້າຊີວິດຕຶ້ດຶກມອບໜ້າທີ່ໃຫ້ແກ່ກອງກຳລັງໜຶ່ງອອກໄປຮ່ວາງຊາ ດຳເນີນການກູ້ໄພກູ້ຊີບ. ການກະທຳນີ້ສະແດງໃຫ້ເຫັນວ່າ, ເຈົ້າຊີວິດຕຶ້ດຶກ ແມ່ນເຈົ້າຊີວິດທີ່ມີຈິດໃຈຄວາມເປັນມະນຸດ ມີຄວາມຮັບຜິດຊອບຂອງຜູ້ນຳໜ້າປະເທດຊາດ ເພື່ອຮັບປະກັນຄວາມປອດໄພໃຫ້ບັນດາຍານພາຫະນະຕ່າງປະເທດພວມເຄືອ່ນໄຫວຢູ່ເຂດທະເລຂຶ້ນກັບອະທິປະໄຕຂອງຫວຽດນາມ ແລະ ກໍ່ໄດ້ສະແດງໃຫ້ເຫັນອະທິປະໄຕຂອງຕົນ ໃນຂະນະທີ່ປະເທດຊາດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນເວລານັ້ນ“.
ບັນດາເຈົ້າຊີວິດໃນສະໄໝລາດຊະວົງຫງວຽນ ໄດ້ປະໄວ້ໃຫ້ຄົນລຸ້ນຫຼັງ ມໍລະດົກອັນໃຫ່ຍຫຼວງທີ່ສຸດ ນັ້ນແມ່ນຄວາມຮັບຮູ້ກ່ຽວກັບອະທິປະໄຕເຂດນ່ານທະເລ, ຜືນແຜ່ນດິນ ແລະ ປະເທດຫວຽດນາມ ຈາກຮ່າຢາງ ເຖິງແຫຼມກ່າເມົາ. ນັ້ນກໍ່ແມ່ນບົດຮຽນປະຫວັດສາດໂດຍສະໄໝລາຊະວົງຫງວຽນປະໄດ້ໃຫ້ລຸ້ນຫຼັງ./.