ຖະໜົນເກົ່າໂຫ້ຍອານ
|
ການອະນຸລັກຮັກສາມໍລະດົກຕິດພັນກັບການທ່ອງທ່ຽວແບບຍືນຍົງ ແມ່ນການ ກຳນົດທິດທີ່ມີລັກສະນະຍຸດທະສາດບໍ່ພຽງແຕ່ຢູ່ຫວຽດນາມເທົ່ານັ້ນ, ຫາກຍັງມີຢູ່ຫຼາຍປະເທດອື່ນອີກດ້ວຍ. ດ້ວຍລັກສະນະພິເສດຂອງຂະແໜງທ່ຽວທ່ຽວ, ວຽກງານອະນຸລັກຮັກສາມໍລະດົກພັດແມ່ນເລື່ອງສຳຄັນຍິ່ງກ່ວາເວລາໃດໝົດ. ພິເສດແມ່ນສຳລັບ ໂຫ້ຍອານ, ຊຶ່ງແມ່ນໜຶ່ງໃນບັນດາຈຸດທີ່ສະຫວ່າງສະໄຫວຂອງການເຄື່ອນໄຫວທ່ອງທ່ຽວໃນປະຈຸບັນ. ວັນມໍລະດົກວັດທະນະທຳຫວຽດນາມ (23/12) ປີນີ້ມີຫົວຂໍ້ວ່າ “ ວັດທະນະທຳທ່ອງທ່ຽວມໍລະດົກຂຽວ, ຈຸດນັດພົບຂອງມະນຸດ ແລະ ທຳມະຊາດ”
ຕົ້ນຊຸມປີ 1990, ໂຫ້ຍອານໃນຄາວນັ້ນ, ແມ່ນຄຸ້ມຖະໜົນເກົ່າຊຶ່ງໄດ້ເສື່ອມ ຄຸນນະພາບ, ຊີວິດຂອງປະຊາຊົນຍັງທຸກຍາກຢູ່. ມີບັນດາປູຊະນີຍະສະຖານຄືວັດວາອາຮາມ ແລະ ເຮືອນເກົ່າຫຼາຍຫຼັງທີ່ມີມານັບຮ້ອຍປີ ພວມຖືກຕົກໃນສະພາບຖືກພັງຖະຫຼົ່ມໃນບໍ່ວ່າເວລາໃດ. ໃນເຮືອນເກົ່າແຕ່ລະຫຼັງ, ສ່ວນຫຼາຍແມ່ນມີເຖິງ 4 ຫາ 5 ລຸ່ນຄົນໃນຄອບຄົວຢູ່ຮ່ວມກັນ ດ້ວຍເງື່ອນໄຂຊີວິດປະຈຳວັນທີ່ຫຍຸ້ງຍາກທີ່ສຸດ. ປະຊາຊົນໃນຄຸ້ມເມືອງໄດ້ຍືນຄຳຮ້ອງນັບຮ້ອຍໃບເຖິງອຳນາດການປົກຄອງເທດສະບານເມືອງ ເພື່ອຂໍກໍ່ສ້າງສ້ອມແປງເຮືອນເກົ່າ. ປະທານຄະນະກຳມະການປະຊາຊົນເທດສະບານ ໂຫ້ຍອານ ຄາວນັ້ນ ແມ່ນທ່ານ ຫງວຽນຊຶ ໄດ້ເຄີຍເຊັນ ແລະ ປະກາດໃຊ້ຂໍ້ຕົກລົງສະບັບໜຶ່ງ ຊຶ່ງໃນໄລຍະພາຍຫຼັງມາ, ທ່ານຍັງຄົງກັງວົນ ແລະ ຖືຕົນເອງຄືດັ່ງຜູ້ບໍ່ມີຄວາມຮັບຜິດຊອບ. ກໍໂຊກດີຄາວນັ້ນ ບໍ່ມີໃຜເປັນຜູ້ຮັບເຄາະຮ້າຍ ຍ້ອນເຮືອນພັງຖະຫຼົ່ມ. ທ່ານ ຫງວຽນຊື ເວົ້າວ່າ :
“ ການປຸກເຮືອນຫຼັງໃໝ່ ແມ່ນຈາຍເງິນໜ້ອຍກ່ວາ 5 ເທົ່າເມື່ອທຽບໃສ່ການ ບູລະນະປະຕິສັງຂອນເຮືອນເກົ່າຫຼັງໜຶ່ງ. ບັນດາຄອບຄົວໃນຄຸ້ມເມືອງມາຍືນໃບຄຳຮ້ອງຂໍສ້ອມແປງເຮືອນຕາມແບບເຮືອນໃໝ່, ຂ້າພະເຈົ້າບໍ່ອະນຸຍາດ. ແລ້ວເຂົາເຈົ້າກໍເວົ້າວ່າ : ຖ້າຫາກເຈົ້າບໍ່ອະນຸຍາດ, ເຈົ້າຕ້ອງຈົດໃສ່ໃບຄຳຮ້ອງວ່າ ບໍ່ເຫັນດີໃຫ້ ສ້ອມແປງເຮືອນ, ແລະ ຖ້າເຮືອນພັງລົງ, ມີຄົນຕາຍ, ເຈົ້າຕ້ອງຮັບຜິດຊອບແທ້. ຂ້າພະເຈົ້າໄດ້ຂຽນວ່າ “ເຫັນດີໃຫ້ສ້ອມແປງເຮືອນ, ແຕ່ຕ້ອງສ້ອມແປງເຮືອນຕາມແບບດັ້ງເດີມຂອງມັນ”. ຂ້າພະເຈົ້າຄິດວ່າ ນີ້ແມ່ນຄຳເຫັນທີ່ມີຄວາມຮັບຜິດຊອບ ໃນຖານະເປັນຜູ້ດຳລົງຕຳແໜ່ງປະທານເທດສະບານ, ແຕ່ສັງເກດທາງດ້ານປັດໄຈມະນຸດ, ພວກຂ້າພະເຈົ້າແມ່ນຜູ້ໄດ້ຮັບມອບໝາຍໜ້າທີ່, ທາງດ້ານເນື້ອແທ້ແລ້ວ, ແມ່ນບໍ່ມີຄວາມຮັບຜິດຊອບ. ຍ້ອນວ່າ ເຂົາເຈົ້າບໍ່ມີເງິນສ້ອມແປງເຮືອນເກົ່າແລ້ວ, ເຮົາກໍຈົດແນວນັ້ນ ກໍແມ່ນໜ້າທີຮັບຜິດຊອບຂອງເຮົາ, ແຕ່ຕ້ອງສ້ອມແປງເຮືອນຕາມແບບດັ້ງເດີມນັ້ນ, ມັນກໍເຊັ່ນດຽວກັນກັບການທ້າພະນັນແທ້ ”
ກຳລັງດັນຈາກການດຳລົງຊີວິດ ໄດ້ເຮັດໃຫ້ຫຼາຍຄອບຄົວຢູ່ ໂຫ້ຍອານ ໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງເກືອດຫ້າມ, ໄດ້ມ້າງເຮືອນເກົ່າຕາມລຳພັງໃຈເພື່ອປຸກເຮືອນໃໝ່ ອັນໄດ້ໄດ້ພາໃຫ້ເລື່ອງທ່ານ ຫງວຽນຊຶຕ້ອງອອກຄຳສັ່ງບັງຄັບປະຕິບັດ. ຕໍ່ໜ້າສະພາບການດັ່ງກ່່າວ, ທ່ານ ຊຶ ໄດ້ເຂົ້າໃຈວ່າ ບໍ່ອາດສືບຕໍ່ຕົກຢູ່ໃນສະພາບທີ່ສັບສົນດັ່ງກ່າວ ເພາະສິ່ງທີ່ຖືກສູນເສຍຢູ່ນີ້ ບໍ່ພຽງແຕ່ແມ່ນມໍລະດົກເທົ່ານັ້ນ ຫາກຍັງແມ່ນຈິດໃຈຂອງປະຊາຊົນ. ເພື່ອ ແກ້ໄຂແຜນການອະນຸລັກຮັກສາ ແລະ ພັດທະນາ, ທາງຄະນະກຳມະການປະຊາຊົນເທດສະບານ ໂຫ້ຍອານ ສັງເກດວ່າ ບຸລິມະສິດອັນດັບໜຶ່ງ ແມ່ນຕ້ອງໃຫ້ຊາວຄຸ້ມເມືອງເກົ່າໄດ້ຮັບຜົນປະໂຫຍກຈາກມໍລະດົກ. ຖັດມາແມ່ນແມ່ນຕ້ອງຊ່ວຍປະຊາຊົນມີເງິນສ້ອມແປງເຮືອນເກົ່າຕາມແບບດັ້ງເດີມ. ພ້ອມກັນນັ້ນ ກໍມີແຜນນະໂຍບາຍດຶງດູດແຂກທ່ອງທ່ຽວ ແລະ ສົ່ງເສີມ ປະຊາຊົນເຮັດທຸລະກິດຄ້າຂາຍສິນຄ້າຮັບໃຊ້ການທ່ອງທ່ຽວ. ທ່ານ ຫງວຽນຊື ເວົ້າອີກວ່າ : (ເທບ)
“ ໃນເບື້ອງຕົ້ນ, ເຂົາເຈົ້າກໍສາມາດຫາເງິນລ້ຽງຄອບຄົວ, ລ້ຽງຕົນເອງ, ໄລຍະຕໍ່ມາ, ເຂົາເຈົ້າສາມາດສ້າງຄວາມຮັ່ງມີຂຶ້ນ, ຊຶ່ງຈະຊ່ວຍເຂົາເຈົ້າເຫັນໄດ້ເຖິງຄຸນຄ່າມໍລະດົກທີ່ປູຍ່າຕາຍາຍປະໄວ້ໃຫ້ ແມ່ນໃຫຍ່ຫຼວງທີ່ສຸດ. ມັນບໍ່ພຽງແຕ່ແມ່ນຄວາມເອງອ້າງທະນົງໃຈເທົ່ານັ້ນ, ຫາກຍັງໄດ້ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງອີກດ້ວຍ. ເວລານັ້ນ ເຂົາເຈົ້າຈະມີສະຕິປົກປັກຮັກສາມໍລະດົກຢ່າງສູງສຸດ”
ລຸງ ທ້າຍເທ້ບິວ ຢູ່ຖະໜົນ ເຈີນຟູ້ ຕາແສງ ມິງອານ ນະຄອນ ໂຫ້ຍອານ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າບໍ່ມີເງິນຫຼາຍເພື່ອສ້ອມແປງເຮືອນ, ເຮືອນເກົ່າຂອງຂ້າພະເຈົ້າໄດ້ຮັບເງິນຊ່ວຍເຫຼືອຫຼາຍກ່ວາໝູ່ ເພາະເຮືອນຫຼັງນີ້ຖືກລັດຈັດເຂົ້າບັນຊີລາຍຊື່ບັນດາປູຊະນີຍະສະຖານພິເສດ. ເຮືອນເກົ່າຂອງຂ້າພະເຈົ້າໄດ້ມີມາກ່ອນນີ້ເກືອບ 300 ປີ. ຂ້າພະເຈົ້າເພິ່ງພໍໃຈທີ່ສຸດ. ຂ້າພະເຈົ້າໄດ້ບູລະນະສ້ອມແປງ ເຮືອນເກົ່າຕາມແບບ ດັ້ງເດີມ”
ປະຈຸບັນ ການເຄື່ອນໄຫວທ່ອງທ່ຽວຂະຫຍາຍຕົວ, ຮ້ານຕັດຫຍິບຂອງລູກສາວລຸງ ບິວ ມີເນື້ອທີ່ພຽງ 50 ຕາແມດເທົ່ານັ້ນ ກໍໄດ້ສາມາດນຳມາເຊິ່ງລາຍຮັບທີ່ດີໃຫ້ແກ່ຄອບຄົວ. ບັນດານະໂຍບາຍຍົກເວັ້ນພາສີໃນເບື້ອງຕົ້ນ ແລະ ນະໂຍບາຍໜູນຊ່ວຍປະຊາຊົນໃນການດຳເນີນທຸລະກິດ ໄດ້ເຮັດໃຫ້ຊີວິດຂອງຫຼາຍຄອບຄົວໃນ ໂຫ້ຍອານ ປ່ຽນແປງໄປ. ລຸງ ຝ້າມວັນຄວາ, ເຈົ້າຂອງຮ້າຍຂາຍ ໂຄມໄຟ ຢູ່ເຮືອນເລກທີ 122 ຖະໜົນ ເຈີນຟູ້ເລົ່າສູ່ຟັງວ່າ :
“ ໃນສະໄໝເກື້ອກູນ, ຄອບຄົວຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່່າງ, ຕ້ອງເຮັດຫຼາຍອາຊີບທີ່ແຕກຕ່າງກັນ. ໄລຍະຕໍ່ມາ, ມີແຂກທ່ອງທ່ຽວເຂົ້າມາ, ດັ່ງນັ້ນຊີວິດການເປັນຢູ່ໄດ້ດີຂຶ້ນ. ປະຈຸບັນທັງຄອບຄົວຂ້າພະເຈົ້າ ອາໄສແຕ່ຮ້ານຂາຍໂຄມໄຟ, ລາຍຮັບກໍດີ. ຂ້າພະເຈົ້າມີຄວາມເພິ່ງພໍໃຈ ເພາະວຽກງານນີ້ບໍ່ລຳບາກ ”
ເພື່ອສ້າງລາຍຮັບໃຫ້ແກ່ບັນດາຄອບຄົວຢູ່ຕາມທາງຮອມ, ບໍ່ສາມາດເປີດຮ້ານຂາຍເຄື່ອງໄດ້, ທາງອຳນາດການປົກຄອງເທດສະບານ ໂຫ້ຍອານ ໄດ້ມີບັນດາກົນໄກບຸລິມະສິດຊ່ວຍເຂົາເຈົ້າຕັ້ງຮ້ານຂາຍເຄື່ອງຢູ່ຕະຫຼາດມືດ ຫງວຽນຮ່ວາງ ແຕ່ 17 ໂມງ ຫາ 22 ໂມງ ແຕ່ລະວັນ. ນາງ ເລທິທົງ ເປີດເຜີຍວ່າ :
“ ເຮືອນຂອງນ້ອງຢູ່ໂຫ້ຍອານ ບໍ່ແມ່ນເຮືອນແຄມທາງ, ດັ່ງນັ້ນ ທາງນະຄອນໄດ້ຈັດແຈ່ງ ຮ້ານຂາຍເຄື່ອງໃຫ້ນ້ອງ. 2 ປີທຳອິດ ກໍຍົກເວັ້ນອາກອນ. ຊີວິດການເປັນຢູ່ຂອງຄອບຄົວນ້ອງໄດ້ຮັບການປົວແປງໃຫ້ດີຂຶ້ນ ແລະ ສາມາດປຸກສ້າງສ້ອມແປງເຮືອນ ແລະ ຊື້ໄດ້ເຄືອ່ງໃຊ້ໄມ້ສອຍໃນເຮືອນ ”
ຈາກບ່ອນທີ່ຫຍຸ້ງຍາກລຳບາກຍ້ອນມໍລະດົກ, ຊາວໂຫ້ຍອານໃນວັນນີ້ ໄດ້ປ່ຽນຊີວິດໃໝ່ ແລະ ໄດ້ຮັບຜົນປະໂຫຍດຈາກມໍລະດົກ. ສິ່ງນີ້ໄດ້ເຮັດໃຫ້ເຂົາເຈົ້າມີຄວາມເຄົາລົບ ແລະ ຖະໜຸຖະໜອມມໍລະດົກໂດຍຄົນລຸ່ນກ່ອນໆປະໄວ້ໃຫ້. ເຂົາເຈົ້າບໍ່ພຽງແຕ່ອອກແຮງປົກປັກຮັກສາເທົ່ານັ້ນ, ຫາກຍັງສ້າງໃຫ້ມີບັນດາຄຸນຄ່າໃໝ່ໃຫ້ແກ່ມໍລະດົກອີກດ້ວຍ.