ຊຸດອາພອນຂອງຊົນເຜົ່າ ທູລາວ

(VOVWORLD) -ຊຸດອາພອນຂອງຊົນເຜົ່າ ທູລາວ. ຊາວເຜົ່າ ທູລາວ ຢູ່ບ້ານ ສານຈ໊າ ຕາແສງ ທ໋າວຈືຝິ່ນ ເມືອງ ສີມາກາຍ ແຂວງ ລາວກາຍ ນຸ່ງຊຸດອາພອນປະຈຳເຜົ່າໃນຊີວິດປະຈຳວັນ ຫຼື ໃນໂອກາດງານບຸນ ບຸນເຕັດ ຫຼື ງານດອງ… ບັນດາຊຸດອາພອນນີ້ຖືກຕ່ຳ, ຍິບປັກທັກແສ່ວດ້ວຍມື, ເຖິງວ່າສີສັນງ່າຍດາຍກໍ່ຕາມ ແຕ່ການຕັດຫຍິບລະອຽດລະອໍ ສ້າງຄວາມທົນທານເປັນເອກະລັກສະເພາະ
ຊຸດອາພອນຂອງຊົນເຜົ່າ ທູລາວ - ảnh 1ແພຝ້າຍຜ່ານຫຼາຍຂັ້ນຕອນເພື່ອຕັດຫຍິບເປັນຊຸດອາພອນຂອງຊົນເຜົ່າ ທູລາວ

    ຊຸດອາພອນຂອງຊົນເຜົ່າ ທູລາວ ເຄີຍຖືກຕັດຫຍິບດ້ວຍແພຝ້າຍໂດຍເຂົາເຈົ້າຕ່ຳເອງ. ສີຫຼັກໃນຊຸດອາພອນແມ່ນສີດຳ ມີລວດລາຍປະດັບປະດາເລັກນ້ອຍ. ແຕ່ລະລວດລາຍວາດແຕ້ມໃນຊຸດອາພອນຂອງຊົນເຜົ່າ ທູລາວ ກໍ່ລ້ວນແຕ່ຕິດພັນກັບທຳມະຊາດ ແລະ ຊີວິດປະຈຳວັນ, ການອອກແຮງງານທຳການຜະລິດ. ອ້າຍລື່ຊວນເທືອງ ນາຍບ້ານບ້ານ ສານຈ໊າ ໃຫ້ຮູ້ວ່າ:

     “ເມື່ອກ່ອນນີ້ຊາວບ້ານປູກຕົ້ນຄາມຫຼາຍ, ແຕ່ມາຮອດປັດຈຸບັນຍັງໜ້ອຍດັ້ງນັ້ນກໍ່ຊື້ຢາພ້ອມກັບຕົ້ມມັນແດງ ແລ້ວກໍ່ເອົາໄປຕາກ, ຕາກແລ້ວກໍ່ນຳໄປຊັກ ແລ້ວກໍ່ຕາກອີກສອງສາມເທື່ອຈຶ່ງມີສີດຳ ແລະ ສີຄາມ. ຊຸດອາພອນຂອງແມ່ຍິງເຜົ່າ ທູລາວ ປະກອບດ້ວຍສິ້ນ ແລະ ເສື້ອ. ສຳລັບສິ້ນກໍ່ເຮັດລະອຽດວກວ່າ, ຕ້ອງມີລວດລາຍປະດັບປະດາ, ສຳລັບຊາຍວສົ້ງເສື້ອກໍ່ມັນສີດຳ ແລະ ຊຸດອາພອນຂອງເພດຊາຍກໍ່ງ່າຍດາຍກໍ່ເພດຍິງ”.

      ກໍ່ເຊັ່ນດຽວກັນກັບຊາວເຜົ່າສ່ວນໜ້ອຍອື່ນໆ ເມື່ອນຸ່ງຊຸດອາພອນ ແມ່ຍິງເຜົ່າ ທູລາວ ກໍ່ໃສ່ເຄື່ອງເອ້ຢ້ອງຫຼາຍແນວ. ຊາວເຜົ່າ ທູລາວ ມີຄວາມສຳນຶກວ່າເງິນກໍ່ນຳຄວາມໂຊກດີມາໃຫ້ ດັ່ງນັ້ນເຄື່ອງເອ້ຢ້ອງເຮັດດ້ວຍເງິນຍາມໃດກໍ່ຮັບຄວາມນິຍົມນຳໃຊ້ຈາກຊາວເຜົ່າ ທູລາວ. ໃນຄອບຄົວແມ່ຍິງກໍ່ເປັນຜູ້ຕັດຫຍິບເຄື່ອງນຸ່ງໃຫ້ແກ່ທຸກໆຄົນໃນຄອບຄົວ. ນາງ ທ່າວທິສາວ ປະທານສະມາຄົມແມ່ຍິງ ຕາແສງ ທ່າວຈືຝິ່ນ ໃຫ້ຮູ້ວ່າ:

     “ສຳລັບຊາວເຜົ່າ ທູລາວ ແລ້ວເຂົາເຈົ້າກໍ່ຕັດຫຍິບເຄື່ອງນຸ່ງໂດຍຕົນເອງ ເພື່ອຮັບໃຊ້ຄວາມຕ້ອງການໃນຄອບຄົວ. ປັດຈຸບັນເອື້ອຍນ້ອງແມ່ຍິງເຜົ່າ ທູລາວ ກໍ່ຍັງຄົງຮັກສາສີສັນຂອງເຜົ່າຕົນ. ຮອດວັນບຸນຕ່າງໆ ຫຼື ຍາມບຸນເຕັດເອື້ອຍນ້ອງແມ່ຍິງກໍ່ລ້ວນແຕ່ນຸ່ງຊຸດອພອນປະຈຳເຜົ່າຢ່າງສວຍງາມ”.

      ແມ່ຍິງກໍ່ແມ່ນຜູ້ຖ່າຍທອດສິດສອນໃຫ້ລູກຫຼານຂອງຕົນຮູ້ຈັກວິທີຕ່ຳແຜ່ນແພ ແລະ ຕັດຫຍິບບັນດາຊຸດອາພອນປະຈຳເຜົ່າ. ຍ້ອນເຫດນີ້ເອງຊຸດອາພອນຂອງເຂົາເຈົ້າມາຮອດປັດຈຸບັນຍັງຄົງໄດ້ຮັບການຮັກສາໄວ້ເໝືອນເດີມບໍ່ມີການດັດປັບແຕ່ຢ່າງໃດ. ນາງ ຫວ່າງທິຫວຽນ ຢູ່ບ້ານ ສານຈ໊າ ເປີດເຜີຍວ່າ:

        “ເມື່ອນຸ່ງຊຸດອາພອນປະຈຳເຜົ່າຕົນ, ເອື້ອຍນ້ອງແມ່ຍິງພວກຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ສຸດ. ຂ້າພະເຈົ້າຈະພະຍາຍາມຮຽນຮູ້ຈາກພວກແມ່ປ້າຕັດຫຍິບສົ້ງເສື້ອ ເພື່ອໃນພາຍພາກໜ້າຈະແນ່ນຳໃຫ້ໄວໜຸ່ມ ທັງເປັນການຮັກສາສີສັນຂອງເຜົ່າ ທູລາວ”.

     ຢູ່ບ້ານ ສານຈ໊າ ມີຫຼາຍກວ່າ 100 ຄອບຄົວຊົນເຜົ່າ ທູລາວ, ແຕ່ລະສະມາຊິກໃນຄອບຄົວ ຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດເດັກນ້ອຍ ກໍ່ລ້ວນແຕ່ມີຊຸດອາພອນ ແຕ່ໜຶ່ງຫາສອງຊຸດ. ນາງ ແສວທິເຫຼ ຢູ່ບ້ານ ສານຈ໊າ ເວົ້າວ່າ:

      “ເມື່ອແມ່ຂ້າພະເຈົ້າຕ່ຳແຜ່ນແພ, ເພິ່ນກໍ່ຍັງສອນເຮົາວິທີຕ່ຳແຜ່ນ ເພື່ອໃນພາຍພາກໜ້າກໍ່ຮູ້ປະກອບອາຊີບ. ແລະ ຍ້ອນວ່າຊາວເຜົ່າ ທູລາວ ກໍ່ມັກໃຊ້ແພຜ້າຫຼາຍໃນການນຸ່ງຖື. ດັ່ງນັ້ນຄອບຄົວໃດກໍມີຜ້າແພມ້ຽນໄວ້ໃນເຮືອນ ຄອບຄົວໃດກໍ່ຕັດຫຍິບສົ້ງເສື້ອ”.

      ລວດລາຍໃນຊຸດອາພອນຂອງຊົນເຜົ່າທູລາວ ກໍ່ມີຄວາມແຕກຕ່າງກັບເຜົ່າອື່ນໆ.ໃນຊຸມວັນບຸນຄື ບຸນເຕັດ, ງານດອງ… ຊຸດອາພອນຂອງຊົນເຜົ່າທູລາວ ກໍ່ມີສີສັນຈະແຈ້ງ ສ່ອງແສງຄວາມປານີດການເຫຼື້ອມໃສຄວາມໄຝ່ຝັນຂອງມະນຸດ. ສຳລັບຊາວເຜົ່າ ທູລາວ ແລ້ວ ຊຸດອາພອນປະຈຳເຜົ່າຂອງເຂົາເຈົ້າ ຊ້ອນແຝງຄຸນຄ່າວັດທະນະທຳການເຫຼື້ອມໃສ, ບໍ່ສະເພາະຮັບໃຊ້ການນຸ່ງຖືເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ