ພິທີໄຫວ້ບູຊາພາວະນາໃຫ້ສຸຂະພາບແຂງແຮງຂອງຊາວເຜົ່າ ເອເດ

(VOVWORLD) -ພິທີໄຫວ້ບູຊາພາວະນາໃຫ້ສຸຂະພາບແຂງແຮງຂອງຊາວເຜົ່າ ເອເດ ແມ່ນພິທີກຳທີ່ສຳຄັນໃນການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າ ເອເດ. ພິທີນີ້ໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖື ຄວາມກະຕັນຍູຂອງລູກຫຼານທີ່ມີຕໍ່ປູ່ຍ່າຕາຍາຍພໍ່ແມ່ ພ້ອມທັງພາວະນາໃຫ້ເທວະດາຟ້າແຖນບັນພະບູລຸດ ໃຫ້ປົກປິດຊ່ວຍເຫຼືອລູກຫຼານ ໃຫ້ມີສຸຂະພາບແຂງແຮງ ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ
ພິທີໄຫວ້ບູຊາພາວະນາໃຫ້ສຸຂະພາບແຂງແຮງຂອງຊາວເຜົ່າ ເອເດ - ảnh 1ພິທີໄຫວ້ບູຊາໃຫ້ສຸຂະພາບແຂງແຮງຂອງຊາວເຜົ່າ ເອເດ ແມ່ນພິທີກຳທີ່ສຳຄັນໃນການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າ ເອເດ

     ຕາມປະເພນີຂອງຊາວເຜົ່າ ເອເດ ແລ້ວ  ເມື່ອຜູ້ໃຫຍ່ໃນຄອບຄົວມີອາຍຸຈາກ 50 ປີຂຶ້ນໄປ, ລູກຫຼານຈະທຳພິທີອວຍພອນສຸຂະພາບ ສົມມະນາຄຸນພໍ່ແມ່ທີ່ໄດ້ລ້ຽງດູສິດສອນ. ລຸງ ອີເລ ນີເອ ເຈົ້າຂອງຄອບຄົວໃຫ້ຮູ້ວ່າ ຄອບຄົວຂອງລຸງພວມກະກຽມຈັດພິທີໄຫວ້ບູຊາ ພາວະນາໃຫ້ມີສຸຂະພາບແຂງແຮງ ໃຫ້ລຸງ ອີຮາຍເກີບວງ ຜູ້ເປັນລຸງຄີງຂອງເມຍ. ລຸງ ອີເລນີເອ ເວົ້າວ່າ:

 “ການຈັດພິທີໄຫວ້ບູຊາສຸຂະພາບໃຫ້ແກ່ລຸງຄີງຂອງຄອບຄົວ ກໍ່ກົງກັບວັນເກີດຂອງລຸງ ດັ່ງນັ້ນພວກຂ້າພະເຈົ້າກໍ່ໄດ້ຈັດຕັ້ງພິທີໄຫວ້ບູຊາ ພາວະນາໃຫ້ສຸຂະພາບຂອງລຸງແຂງແຮງ ມີຄວາມຢູ່ເຢັນເປັນສຸກ. ກ່ອນມື້ຈັດພິທີ ພວກຂ້າພະເຈົ້າກໍ່ໄດ້ກະກຽມໝູ ໄກ່ ເຫຼົ້າໄຫ ຄ້ອງ ແລະ ບາງສິ່ງອື່ນໆອີກ”.

 ພາເຂົ້າເຄື່ອງຂອງຖວາຍບູຊາ ໄດ້ກະກຽມສຳເລັດແລ້ວ ລວມມີໄກ່ປີ້ງໂຕໜຶ່ງ ເຫຼົ້າໄຫ 8 ໄຫ… ເມື່ອສຽງຄ້ອງກັງວານຂຶ້ນກໍ່ບອກເຕືອນໃຫ້ພິທີໄຫວ້ບູຊາໄດ້ເລີ່ມຕົ້ນ. ພິທີໄຫວ້ບູຊາສຸຂະພາບຕ້ອງຜ່ານການໄຫວ້ບູຊາສາມຄັ້ງລວມມີ ການໄຫວ້ບູຊາເຊື້ອເຊີນປູ່ຍ່າຕາຍາຍບັນພະບູລຸດມາຮ່ວມພິທີ, ໄຫວ້ບູຊາພາວະນາໃຫ້ສຸຂະພາບຂອງຜູ້ຖືກທຳພິທີ ແລະ ໄຫວ້ບູຊາສະແດງຄວາມຂອບໃຈ, ຮັບຄວາມອວຍພອນຈາກຍາດຕິພີ່ນ້ອງ. ລຸງ ອີຮາຍເກີບວງ ປີນີ້ອາຍຸ 82ປີ ກໍ່ດີໃຈທີ່ສຸດ ເມື່ອລູກຫຼານໄດ້ຈັດຕັ້ງພິທີໄຫວ້ບູຊາສຸຂະພາບໃຫ້. ລຸງໃຫ້ຮູ້ວ່າ:

    “ມື້ນີ້ແມ່ນວັນເບີກບານມ່ວນຊື່ນ ແມ່ນມື້ງາມຍາມດີ ຂ້າພະເຈົ້າຄອບໃຈນຳລູກຫຼານຍາດພີ່ນ້ອງທີ່ໄດ້ຈັດຕັ້ງພິທີໄຫວ້ບູຊາສຸຂະພາບໃຫ້ຂ້າພະເຈົ້າ. ຂ້າພະເຈົ້າຮູ້ສຶກພູມໃຈທີ່ສຸດ ແລະ ສະແດງຄວາມຄວາມຂອບໃຈນຳຄອບຄົວລູກຫຼານ ແລະ ຊາວບ້ານມາຮ່ວມມມ່ວນຊື່ນ”.

 ພາຍຫຼັງພິທີໄຫວ້ບູຊາແຕ່ລະຄັ້ງ, ລຸງ ອີຮາຍ ແລະ ໝໍພອນກໍ່ພ້ອມກັນກິນເຂົ້າປັ້ນໜຶ່ງ ພ້ອມກັບຊີ້ນຕ່ອນໜຶ່ງ ແລະ ດື່ມເຫຼົ້າໄຫ ຄືດັ່ງພິທີຕ້ອນຮັບສິ່ງທີ່ດີງາມທີ່ພິທີກຳນຳມາໃຫ້. ໝໍພອນມອບເຫຼົ້າໄຫໃຫ້ແກ່ລຸງ ອີຮາຍ ແລະ ປະຕິບັດພິທີມອບບອກແຂນທອງໃຫ້ເຈົ້າຂອງພິທີໝໍພອນ ອີຈົກນີເອ ຢູ່ບ້ານ ເມີລັງ ເມືອງ ກືເມີກາ ໃຫ້ຮູ້ວ່າ:

“ເມື່ອລູກຫຼານ ຍາດພີ່ນ້ອງແຕ່ລະຄົນໃນມະຫາຄອບຄົວຂອງຜູ້ຖືກທຳພິທີ ກໍ່ລ້ວນແຕ່ອວຍພອນສຸຂະພາບໃຫ້ແກ່ຜູ້ນັ້ນ ດ້ວຍວິທີໃສ່ປອກແຂນທອງ, ສາຍຄໍ ຫຼື ມອບຂອງຂວັນໃຫ້ຜູ້ຖືກທຳພິທີ. ນີ້ບໍ່ພຽງແຕ່ແມ່ນການຮ່ວມມ່ວນຊື່ນເທົ່ານັ້ນ ຫາກຍັງເປັນການຢັ້ງຢືນສາຍກ່ຽວພັນຢ່າງສະໜິດແໜ້ນຂອງຍາດພີ່ນ້ອງໃນຄອບຄົວ ເມື່ອມີວຽກຫຍັງກໍ່ມາຊ່ວຍເຫຼືອກັນ. ພິທີໄຫວ້ບູຊາອວຍພອນສຸຂະພາບຂອງຊາວເຜົ່າເອເດ ຖືກຈັດຂຶ້ນໃຫ້ທຸກໆຄົນທີ່ມີອາຍຸເຕັມ 50 ປີ, 60 ປີ ຫຼື 70 ປີ. ສຳລັບບຸກຄົນຖືກຈັດຕັ້ງພິທີໄຫວ້ບູຊາສຸຂະພາບກໍ່ແມ່ນຄວາມເປັນກຽດຢ່າງຍິ່ງ ເພາະວ່າສ່ວນຫຼາຍພິທີຖືກຈັດຂຶ້ນຢູ່ໃນຄອບຄົວທີ່ມີເງື່ອນໄຂ. ທ່ານ ເຮີວິງ ຮອງປະທານຄະນະກຳມະການປະຊາຊົນເມືອງ ກືເມີກາ ໃຫ້ຮູ້ວ່າ:

    “ການທຳພິທີໄຫວ້ບູຊາສຸຂະພາບຂອງຊາວເຜົ່າ ເອເດ ທັງເປັນການຟື້ນຟູວັດທະນະທຳພື້ນເມືອງທີ່ເປັນເອກະລັກຂອງຊາວເຜົ່າເອເດ ທັງເປັນການສຶກສາອົບຮົມລຸ້ນໜຸ່ມເຂົ້າໃຈໄດ້ເຖິງຄວາມໝາຍຂອງການໄຫວ້ບູຊາສຸຂະພາບ ພ້ອມກັນນັ້ນກໍ່ເປັນການໂຄສະນາພາບພົດວັດທະນະທຳອັນດີງາມຂອງປະຊາຊົນ, ປະກອບສ່ວນພັດທະນາການທ່ອງທ່ຽວໃນວົງຄະນາຍາດຢູ່ເມືອງ ກືເມີກາ”.

  ໃນບັນຍາກາດທຳພິທີໄຫວ້ບູຊາສຸຂະພາບຂອງຊາວເຜົ່າ ເອເດ, ຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວເຫັນປະຈັກຕາຄວາມເປັນເອກະລັກສະເພາະທາງດ້ານວັດທະນະທຳນີ້ແມ່ນວັດທະນະທຳຄ້ອງ, ວັດທະນະທຳເຫຼົ້າໄຫ, ພ້ອມທັງສະແດງໃຫ້ເຫັນຄວາມສາມັກຄີລະຫວ່າງບັນດາສະມາຊິກພາຍໃນຄອບຄົວ ແລະ ວົງຕະກຸນ.

ຕອບກັບ

ຂ່າວ/ບົດ​ອື່ນ