ກອງປະຊຸມສຳມະນາສາກົນທີ່ມີຫົວຂໍ້ “ ກິດຈະກຳຖົມດິນເປັນເກາະຢູ່ທະເລຕາເວັນອອກ ແລະ ຜົນກະທົບທີ່ມີຕໍ່ສັນຕິພາບ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າຂອງພາກພື້ນ ” ຫາກໍຖືກຈັດຂຶ້ນໃນວັນທີ 25/7 ຢູ່ນະຄອນໂຮ່ຈິມິນ. ຜູ້ຊ່ຽວຊານດ້ານກົດໝາຍ, ນັກຄົ້ນຄ້ວາທັງຢູ່ພາຍໃນ ແລະ ຕ່າງປະເທດຈຳນວນປະມານ 200 ຄົນ ໄດ້ເຮັດໃຫ້ຈະແຈ້ງກ່ຽວກັບບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982) ກ່ຽວກັບການກໍ່ສ້າງ, ຖົມດິນເປັນເກາະຢູ່ມະຫາສະໝຸດເວົ້າລວມ ແລະ ຢູ່ທະເລຕາເວັນອອກເວົ້າສະເພາະ.
ບັນດາຜູ້ຊ່ຽວຊານໄດ້ໄຈ້ແຍກກ່ຽວກັບຜົນກະທົບຫຍໍ້ທໍ້ ຂອງການ ຖົມດິນເປັນເກາະຢູ່ທະເລຕາເວັນອອກ |
ບັນດານັກຮຽນຮູ້ທີ່ມາຈາກຫຼາຍປະເທດໃນໂລກ ແລະ ບັນດານັກຮຽນຮູ້ຂອງຫວຽດນາມໄດ້ໄຈ້ແຍກ, ຄົ້ນຄ້ວາຕີລາຄາບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982), ກໍຄືເລື່ອງຈີນກໍ່ສ້າງ,ຖົມດິນເປັນເກາະບາງແຫ່ງຢູ່ທະເລຕາເວັນອອກໃນປະຈຸບັນ. ຕາມນັ້ນແລ້ວ, ເລື່ອງຈີນດຳເນີນການກໍ່ສ້າງ ຖົມດິນເປັນເກາະຢູ່ ທະເລຕາເວັນອອກຈະກໍ່ໃຫ້ເກີດຜົນພາຍຫຼັງທີ່ຍາກຈະຄາດຄະເນໄວ້ລວງໜ້າ.
ເຂດປອດໄພທີ່ເໝາະສົມ
ບັນດາບັນຫາດ້ານກົດໝາຍທີ່ກ່ຽວຂ້ອງການຖົມດິນເປັນເກາະ, ຫຼືເກາະເຫຼົ່ານີ້ ຈະສາມາດໃຫ້ກຳເນີດບັນດາສິດຫຍັງແດ່ ? ຢູ່ທະເລ, ບໍ່ພຽງແຕ່ແມ່ນບັນຫາສຶກສາຮ່ຳຮຽນເທົ່ານັ້ນ, ຫາກຍັງແມ່ນບັນຫາສະຖານະການທີ່ພວມໄດ້ຮັບຄວາມສົນໃຈທີ່ສຸດຈາກຫາງສຽງ ຍ້ອນມີບັນດາການກະທຳເມື່ອມໍ່ໆມານີ້ຂອງຈີນຢູ່ທະເລຕາເວັນອອກ. ທ່ານ ດຣ ໂງຮິ້ວເຟືອກ ຫົວໜ້າພາກວິຊານິຕິກຳສາກົນ, ພະແນກກົດໝາຍສາກົນ, ມະຫາວິທະຍາໄລກົດໝາຍນະຄອນໂຮ່ຈິມິນ ຖືວ່າ ການກໍ່ສ້າງ, ຖົມດິນເປັນເກາະຢູ່ບໍລິເວນທະເລຕ່າງໆ ແມ່ນຕ້ອງປະຕິບັດຕາມບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982) ແນໃສ່ເຄົາລົບບັນດາສິດເສລີໃນການເດີນທະເລ, ສິດເສລີໃນການບິນ, ປົກປັກຮັກສາສິ່ງແວດລ້ອມທະເລ, ຄົ້ນຄ້ວາວິທະຍາສາດກ່ຽວກັບທະເລຂອງບັນດາປະເທດອື່ນ. ທ່ານ ດຣ ໂງຮິ້ວເຟືອກ ຍັງເນັ້ນໜັກວ່າ ເກາະທີ່ໄດ້ກໍ່ສ້າງຈາກການຖົມດິນ ແມ່ນບໍ່ມີເຂດນ່ານນ້ຳ, ເຂດເຊື່ອມຕໍ່ເຂດນ່ານນ້ຳ, ເຂດເສດຖະກິດພິເສດ ແລະ ໄຫລ່ທະວີບ. ໂດຍມີທັດສະນະເຊັ່ນດຽວກັນກັບທ່ານ ດຣ ໂງຮິ້ວເຟືອກ, ທ່ານສາດສະດາຈານ, ດຣ Erik Franckx ກຳມະການໃນສານກຳມະການປະຈຳ ລາໄຮ ຢືນຢັນວ່າ ຕາມຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982) ເກາະຕ່າງທີ່ໄດ້ກໍ່ສ້າງຈາກການຖົມດິນ ພຽງມີສິດຊົມໃຊ້ “ເຂດປອດໄພເໝາະສົມ” , ໂດຍທົ່ວໄປແລ້ວ ບໍ່ໄດ້ເກີນ 500 ແມັດ. ນອກຈາກນັ້ນ, ສິດອຳນາດໃນເຂດປອດໄພນັ້ນ ກໍຕ້ອງເຄົາລົບບັນດາການເຄື່ອນໄຫວເດີນທະເລສາກົນ. ທ່ານສາດສະດາຈານ, ດຣ Erik Franckx ກ່າວວ່າ:
“ ມີມາດຕາທີ່ໄດ້ລະບຸຢ່າງຈະແຈ້ງທີ່ສຸດໃນກົດໝາຍທະເລສາກົນ, ນັ້ນແມ່ນພວກເຮົາບໍ່ໄດ້ເຮັດປ່ຽນແປງສະພາບຕົວຈິງປະຈຸບັນ ທີ່ຈະສົ່ງຜົນສະທ້ອນເຖິງສິ່ງແວດລ້ອມຕາມຂໍ້ກຳນົດກົດໝາຍສາກົນກ່ຽວກັບການຂຸດຄົ້ນທຳມະຊາດ. ຫຼັກການທີ 2 ທີ່ຂ້າພະເຈົ້າຢາກເນັ້ນໜັກ ນັ້ນແມ່ນການກໍ່ສ້າງ, ຖົມດິນເປັນເກາະ ຈະບໍ່ສາມາດໃຫ້ກຳເນີດບັນດາສິດໃໝ່. ຈະຍັງຄົງຖືນັ້ນ ແມ່ນບັນດາເກາະທີ່ຖືກກໍ່ສ້າງໂດຍການຖົມດິນຕາມລະບຽບກົດໝາຍສາກົນ”
ບັນດາຜົນກະທົບຫຍໍ້ທໍ້
ທ່ານສາດສະດາຈານ, ດຣ ມາຍຮົ່ງກີ, ອະທິບໍດີມະຫາວິທະຍາໄລກົດໝາຍນະຄອນໂຮ່ຈິມິນ ຖືວ່າ ຈີນບໍ່ມີສິດກໍ່ສ້າງ, ຖົມດິນເປັນເກາະຢູ່ໝູ່ເກາະເຈືອງຊາ. ທ່ານຊີ້ແຈ້ງວ່າ ຈີນໄດ້ໃຊ້ກຳລັງອາວຸດເພື່ອບຸກໂຈມຕີຢຶດຄອງຫາດດອນຫີນທີ່ຂຶ້ນກັບ ໝູ່ເກາະເຈືອງຊາຂອງຫວຽດນາມ. ກົດໝາຍສາກົນບໍ່ມີຍາມໃດທີ່ຍອມຮັບອະທິປະໄຕຂອງປະເທດໜຶ່ງທີ່ມີຕໍ່ເຂດນ້ຳແດນດິນທີ່ໄດ້ຈາກການະທຳໃຊ້ກຳລັງອາວຸດ. ດັ່ງນັ້ນ, ການກະທຳກໍ່ສ້າງ, ຖົມດິນເປັນເກາະຢູ່ໝູ່ເກາະເຈືອງຊາຂອງຈີນແມ່ນໄປຝືນກັບກົດໝາຍສາກົນຢ່າງສິ້ນເຊິ່ງ, ພິເສດແມ່ນ UNCLOS 1982 . ການກະທຳນີ້ຂອງຈີນໄດ້ ແລະ ພວມກີດຂວາງ ແລະ ນາບຂູ່ເສລີພາບໃນການເດີນທະເລ, ການບິນ, ການຄ້າໃນພາກພື້ນ ແລະ ໃນໂລກ. ເພາະວ່າ ເພື່ອແນໃສ່ຈຸດປະສົງປົກປັກຮັກສາເກາະຕ່າງໆທີ່ຖືກກໍ່ສ້າງຈາກການຖົມດິນຢ່າງຜິດກົດໝາຍ ແລະ ຖະແຫຼງປະກາດສ້າງຕັ້ງບໍລິເວນທະເລ 12 ໄມທະເລອ້ອມແອ້ມເກາະເຫຼົ່ານັ້ນ, ພ້ອມທັງເກືອດຫ້າມເຮືອ, ກຳປັ່ນ, ເຮືອບິນຂອງປະເທດຕ່າງໆເຄື່ອນໄຫວໃນບໍລິເວນທະເລ ແລະ ເຂດນ່ານຟ້າເທິ່ງເກາະເຫຼົ່ານັ້ນ. ນັກທະນາຍຄວາມ ດັ້ງວັນມິນ ຮອງປະທານສະມາຄົມນັກທະນາຄວາມ ເມືອງ 11, ນະຄອນໂຮ່ຈິມິນ ມີທັດສະນະວ່າ :
“ ຈີນຢາກໃຫ້ບັນດາບັນຫາບໍ່ມີການຂັດແຍ້ງ ກາຍເປັນເລື່ອງມີການຂັດແຍ້ງ ແລະ ຈີນໄດ້ກໍ່ສ້າງ, ຖົມດິນຢູ່ບັນດາຫາດດອນນ້ຳຖ້ວມເປັນເກາະຕ່າງໆ. ເພື່ອຈາກນັ້ນ, ຈີນໄດ້ຖະແຫຼງປະກາດອະທິປະໄຕຂອງຕົນຢູ່ເກາະເຫຼົ່ານັ້ນ ເພື່ອຫັນແຜນ “ເສັ້ນລີ້ນງົວ” ໃຫ້ປະກົດຜົນເປັນຈິງ. ບໍ່ພຽງແຕ່ຫວຽດນາມໄດ້ກ່າວຄັດຄ້ານເທົ່ານັ້ນ, ຫາກບັນດາປະເທດ G7 , ໃນນັ້ນມີອາເມລິກາ ກໍໄດ້ກ່າວຄັດຄ້ານການກະທຳຂອງຈີນອີກດ້ວຍ. ການກະທຳດັ່ງກ່າວຂອງຈີນ ແມ່ນໄດ້ລະເມີດສິດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ ”
ຕາມທ່ານ ດຣ ຝ້າມວັນວໍ້ ຮອງຫົວໜ້າພະແນກກົດໝານການຄ້າ, ມະຫາວິທະຍາໄລກົດໝາຍນະຄອນໂຮ່ຈິມິນແລ້ວ, ການກະທຳຂອງຈີນໄດ້ລະເມີດກົດໝາຍວ່າດ້ວຍສິ່ງແວດລ້ອມສາກົນ. ດ້ານອື່ນ, ການທຳລາຍຫີນປະກາລັງ ແລະ ບັນດາຜົນກະທົບຂອງມັນທີ່ມີຕໍ່ລະບົບຊີວະພາບທະເລ ແມ່ນການລະເມີດພັນທະປົກປັກຮັກສາສິ່ງແວດລ້ອມຕາມມາດຕາ 192 ແລະ ມາດຕາ 193 ຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982). ໃນຂະນະນັ້ນ, ທ່ານສາດສະດາຈານ, ດຣ Jay Batongbaca ຜູ້ອຳນວຍການສະຖາບັນພົວພັນການເດີນທະເລ ແລະ ກົດໝາຍທະເລ ຟີລິບປິນ ຖືວ່າ ບັນດາການກະທຳກໍ່ສ້າງ, ຖົມດິນເປັນເກາະຂອງຈີນຢູ່ທະເລຕາເວັນອອກ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ສິ່ງແວດລ້ອມ, ພ້ອມທັງກໍ່ຄວາມທ້າທາຍຕໍ່ການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຢ່າງຍຸດຕິທຳ ແລະ ພາວະວິໄສ.