ການປະທະກັນຢູ່ ຕາເວັນອອກກາງ: ບັນດາຜົນຕາມມາທີ່ອັນຕະລາຍໃຫ້ແກ່ເສດຖະກິດໂລກ

(VOVWORLD) - ໃນການທຸລະກຳວັນທີ 08 ມີນາ, ລາຄານ້ຳມັນໃນໂລກໄດ້ເພີ່ມຂຶ້ນກວ່າ 100 USD/ຖັງ, ເຊິ່ງເປັນລາຄາສູງສຸດນັບແຕ່ເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໃນເດືອນ ກຸມພາ 2022.
ການປະທະກັນຢູ່ ຕາເວັນອອກກາງ: ບັນດາຜົນຕາມມາທີ່ອັນຕະລາຍໃຫ້ແກ່ເສດຖະກິດໂລກ - ảnh 1ບັນດາກຳປັ່ນຂົນສົ່ງນ້ຳມັນຢູ່ເຂດຝັ່ງທະເລ Fujairah
(ພາບປະກອບ: REUTERS/Amr Alfiky)

ການັນແປທີ່ເຄັ່ງຄັດ ແລະ ສັບສົນຈາກການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ພວມແຜ່ກະຈາຍຢ່າງກວ້າງຂວາງຢູ່ ຕາເວັນອອກກາງ ໄດ້ກໍ່ຜົຕາມມາທີ່ອັນຕະລາຍໃຫ້ແກ່ເສຖະກິດໂລກ, ເມື່ອລາຄານ້ຳມັນເພີ່ມຂຶ້ສູງ ແລະ ວິກິດການນັບມື້ນັບປະກົດຂຶ້.

ພາຍຫຼັງການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ລະເບີດຂຶ້ນ (ວັນທີ 28 ກຸມພາ) ເປັນເວລາ 10 ວັນ, ໃນການທຸລະກຳວັນທີ 08 ມີນາ, ລາຄານ້ຳມັນໃນໂລກໄດ້ເພີ່ມຂຶ້ນກວ່າ 100 USD/ຖັງ, ເຊິ່ງເປັນລາຄາສູງສຸດນັບແຕ່ເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໃນເດືອນ ກຸມພາ 2022.

ຄວາມວິຕົກກັງວົນຕໍ່ວິກິດການດ້ານພະລັງງານ

ລາຂານ້ຳມັນເພີ່ມຂຶ້ນສູງໃນສະພາບການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ຕ້ານ ອີຣານ ກ້າວເຂົ້າສູ່ອາທິດທີ 2, ດ້ວຍການປຸກໂຈມຕີຂອງ ອິດສະຣາແອັນ ໃສ່ໂຮງງານກັນຕ້ອງນ້ຳມັນຂອງ ອີຣານ ແລະ ການບຸກໂຈມຕີໂຕ້ຕອບຂອງ ເຕເຮຣານ ໃສ່ບັນດາປະເທດຜະລິດນ້ຳມັນຢູ່ເຂດອ່າວ. ການເຄື່ອນໄຫວຂົນສົ່ງຜ່ານຊ່ອງແຄບທະເລ Hormuz, ເສັ້ນທາງຂົນສົ່ງ 20% ປະລິມານນ້ຳມັນ ແລະ ອາຍແກັດຂອງທົ່ວໂລກ, ກໍຖືກຢຸດຕິຊົ່ວຄາມນັບແຕ່ເກີດການປະທະກັນໃນວັນທີ 28 ກຸມພາ. ນັບແຕ່ເກີດການປະທະກັນ, ລາຄານ້ຳມັນ WTI ໄດ້ເພີ່ມຂຶ້ນກວ່າ 75%, ລາຄານ້ຳມັນ Brent ເພີ່ມຂຶ້ນກວ່າ 60% (ໄລ່ຮອດວັນທີ 09 ມີນາ) ແລະ ທ່າອ່ຽງເພີ່ມຂຶ້ນຍັງບໍ່ທັນມີສັນຍານຈະຢຸດຕິເທື່ອ.

ບັນດານັກຜະລິດເຂດອ່າວພວມຫຼຸດປະລິມານ ຍ້ອນສາງເກັບຮັກສາ້ເຕັມແລ້ວ, ການສົ່ງອອກຖືກອຸດຕັນ ແລະ ການຟື້ນຟູຈະຕ້ອງເສຍເວລາຫຼາຍອາທິດ ນັບທັງເມື່ອການປະທະກັນຫຼຸດຄວາມເຄັ່ງຄັດລົງ. ແບ່ງປັນກ່ຽວກັບຄວາມວິຕົກກັງວົນນີ້, ທ່ານ Saul Kavonic, ຜູ້ອຳນວຍການຮັບຜິດຊອບການຄົ້ນຄວ້າພະລັງງານຢູ່ MST Marquee (ອົດສະຕາລີ), ຖືວ່າ ລາຄານ້ຳມັນມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະວັນ ຕາບໃດທີ່ຊ່ອງແຄບ Hormuz ຍັງປິດປະຕູ.

ໃນກໍລະນີນັ້ນ, ຍັງມີການຂາດຕິດຂາດຕອນຫຼາຍພໍສົມຄວນສຳລັບກະແສພະລັງງານ ຍ້ອນບັນດາຄະນະປ້ອງກັນຮັກສາເຄີຍກຈະໄປ້າກວ່າເມື່ອກ່ອນນີ້. ພິເສດ, ອາຍແກັດຈະຖືກຜົນສະທ້ອນຫຼາຍກວ່າເມື່ອຽບໃສ່ນ້ຳມັນ ຍ້ອນນ້ຳມັນສ່ວນໜຶ່ງຍັງສາມາດຂົນສົ່ຈາກ ຊະອຸດີ ອາຣາເບຍ ແລະ  UAE ຫາກບໍ່ຕ້ອງໄປຜ່ານຊ່ອງແຄບ Hormuz ແຕ່ອາຍແກັດ (LNG) ແມ່ນຕ້ອງຂຶ້ນກັບຊ່ອງແຄບ Hormuz 100%”

ໂດຍບໍ່ຫົວຊາຕໍ່ຄຳກ່ອມໃຈຂອງອຳນາດການປົກຄອງ ອາເມລິກາ ຕໍ່ເລື່ອງລາຄານ້ຳມັນເພີ່ມຂຶ້ນຈະຢຸດຕິໂດຍໄວ, ພ້ອມກັບບັນດາການກະທຳຂອງຝ່າຍຈຳນວນໜຶ່ງ, ຄືເລື່ອງກຸ່ມບັນດາປະເທດອຸດສາຫະກຳພັດທະນາ ຄາດວ່າຈະເປີດສາງແຮໄວ້ນ້ຳມັນເພື່ອສົ່ງນ້ຳມັນເຂົ້າຕະຫຼາດເຕີ່ມອີກ 400 ລ້ານຖັງ, ບັນດາຄວາມສ່ຽງໃນໄລຍະກາງຍັງເພີ່ມຂຶ້ນຢູ່. ທ່ານ Richard Tullis, ຫົວໜ້າຝ່າຍບໍລິຫານຢູ່ບໍລິສັດຄົ້ນຄວ້າຍຸດທະສາດການລົງທຶນ WTR, ອາເມລິກາ, ຕີລາຄາວ່າ:

ຂ້າພະເຈົ້າຄິດວ່າ ສຸດທ້າຍສິ່ງທີ່ສົ່ງຜົນກະທົບເຖິງລາຄານຳມັນໃນໄລຍະກາງຈະແມ່ນການເຄື່ອນໄຫວຂົສົ່ງຜ່ານຊ່ອງແຄບ Hormuz ແລະ ບັນດາຜົນກະທົບອ້ອຂ້າງ. ປັດໃຈທີ 2 ແມ່ນ ຄວາມເສຍຫາຍຈະຖືກແຜ່ກະຈາຍເຖິງບັນດາຮາກຖານພະລັງງານໃນທົ່ວຕາເວັນອອກກາງໄດ້ ຫຼື ບໍ່? ມາຮອດປະຈຸບັນ ບັນດາຄວາມເສຫາຍຍັງຖືກຈຳກັດຢູ່ ແລະ ພວກຂ້າພະເຈົ້າຫວັງວ່າຈະຄືແນວນັ້ນ ຍ້ອນການແກ້ໄຂຄວາມເສຍຫາຍຂອງບັນດາຮາກຖານນີ້ແມ່ນສັບສົນກວ່າຫຼາຍ ເມື່ອທຽບໃສ່ການເປີດຊ່ອງແຄບ Hormuz ຄືນໃໝ່”.

ຄວາມເສຍຫາຍດ້ານເສດຖະກິດແຜ່ກະຈາຍອອກສູ່ວົງກວ້າງ

ປະຈຸບັນບັນດານັກຊ່ຽວຊານດ້ານເສດຖະກິດເລີ່ມສ້າງຮູບແບບຄິດໄລ່ຄວາມເສຍຫາຍໃນໄລຍະຍາວສຳລັບບັນດາພື້ນຖານເສດຖະກິດ ແລະ ການເຕີບໂຕໃນທົ່ວໂລກ. ຢູ່ ເອີລົບ, ໃນອາທິດຜ່ານມາ, ລາຄານ້ຳມັນອາຍແກັດຕາມ ສັນຍາໃນອະນາຄົດໄດ້ເພີ່ມຂຶ້ນ 60% . ທ່ານສາດສະດາຈານ Thierry Bros ຢູ່ມະຫາວິທະຍາໄລ Sciences Po (ຝລັ່ງ) ຊີ້ໃຫ້ເຫັນວ່າ ປີ 2022, ເອີລົບ ໄດ້ຈ່າຍເງິນຈຳນວນກວ່າ 4.600 ຕື້ USD ໃຫ້ແກ່ການໜູນຊ່ວຍດ້ານພະລັງງານ. ທ່ານກ່າວເຕືອນວ່າ ນະໂຍບາຍນີ້ຈະບໍ່ມີອີກ ແລະ ເອີລົບ ຈະຕ້ອງປະເຊີນໜ້າກັບວິກິດການໂດຍບໍ່ມີການຮັບປະກັນໃດໆຄືເມື່ອກ່ອນອີກ. ໃນແຜນການລາຄານ້ຳມັນອາຍແກັດເພີ່ມຂຶ້ນກວ່າ 115 USD/MWh, ບາງໂຮງງານຂອງ ເອີລົບ ອາດຈະຕ້ອງປິດປະຕູ ແລະ ຫັນການຜະລິດໄປສູ່ ອາເມລິກາ.ຫຼາຍພື້ນຖານເສດຖະກິດຢູ່ ອາຊີ ກໍ່ເລີ່ມປະເຊີນໜ້າກັບສະພາບຂາດນ້ຳມັນໃນ 2 – 3 ເດືອນ, ຊ້ຳບໍ່ໜຳແມ່ນໃນ 2 – 3 ອາທິດຈະມາເຖິງ, ຍ້ອນປະລິມານນ້ຳມັນສ່ວນຫຼາຍຕ້ອງໄປຜ່ານຊ່ອງແຄບ Hormuz ຈຶ່ງມາຮອດອາຊີ. ທ່ານ Francis Lun, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດ Venturesmart Asia ມີສຳນັກງານຕັ້ງຢູ່ ຮົ່ງກົງ (ຈີນ), ໃຫ້ຮູ້ວ່າ:

ບັນດາປະເທດຢູ່ ອາຊີຕາເວັນອອກ, ເວັ້ນເສຍແຕ່ ມາເລເຊຍ ແລະ ອິນໂດເນເຊຍ, ລ້ວນແຕ່ແມ່ນປະເທດນຳເຂົ້ານ້ຳມັນ. ເພາະສະນັ້ນ, ສະພາບການໃນປະຈຸບັນໄດເພີ່ມຄວາມກົດດັນດ້ານເງິນເຟີ້, ກໍ່ຄວາມເສຍຫາຍດ້ານເສຖະກິດ ແລະ ແນ່ນອນວ່າການເຕີບໂຕດ້ານເສດຖະກິດຈະຊັກຊ້າລົງ, ໄພເງິນເຟີ້ເພີ່ມຂຶ້. ນີ້ແມ່ນແຜນການຮ້າຍແຮງທີ່ສຸດເມື່ອ ອາເມລິກາ - ອິດສະຣາແອັນ ບຸກໂຈມຕີ ອີຣານ ແລະ ທຸກສິ່ງທຸກຢ່າງຈະບໍ່ສາມາດຄວບຄຸ້ມໄດ້ຄືໃນປະຈຸບັນ”.

ສຳລັບ ອາເມລິກາ, ບັນດາຜົນກະທົບຈາກການປະທະກັນກໍ່ເລີ່ມປະກົດ. ຕາມສະຫະສະມາຄົມລົດໂອໂຕ ອາເມລິກາ (AAA), ປະຈຸບັນ ລາຄານ້ຳມັນຢູ່ ອາເມລິກາ ພວມຢູ່ລະດັບປານກາງແມ່ນ 3,41 USD/gallon, ເພີ່ມຂຶ້ນ 2,98 USD ເມື່ອທຽບໃສ່ ອາທິດກ່ອນນັ້ນ. ຊາວກະສິກອນ ອາເມລິກາ ກໍ່ຕ້ອງປະເຊີນໜ້າກັບຄ່າໃຊ້ຈ່າຍສູງກວ່າ ແລະ ລະບົບຕ່ອງໂສ້ການສະໜອງຈະປະສົບກັບຄວາມຫຍຸ້ງຍາກເຕີ່ມອີກຢ່າງແນ່ນອນ ຖ້າຫາກວ່າ ການປະທະກັນຢູ່ ຕາເວັນອອກກາງຖືກແກ່ຍາວກວ່າເວລາທີ່ ອຳນາດການປົກຄອງ ອາເມລິກາໄດ້ຄາດຄະເນ./.

ຕອບກັບ

ຂ່າວ/ບົດ​ອື່ນ