(vovworld) - ວັນທີ 23/6, ການເຈລະຈາຍຸດທະສາດແລະ ເສດຖະກິດອາເມລິກາ - ຈີນ ປະຈຳປີຄັ້ງທີ 7 ເລີ່ມໄຂຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ, ໃນຂະນະທີ່ສອງປະເທດມີຄວາມບໍ່ລົງລອຍກັນດ້ານຄວາມປອດໄພທາງອິນເຕີແນດ, ການຄ້າໃນພາກພື້ນ ແລະ ການກະທຳໂດຍບໍ່ຫົວຊາຕໍ່ກົດໝາຍສາກົນຂອງຈີນ ຢູ່ທະເລຕາເວັນອອກນັ້ນ. ຍາກທີ່ຈະຄາດຄະເນຜົນຂອງການເຈລະຈານີ້ໄດ້, ເມື່ອສອງຝ່າຍລ້ວນແຕ່ປະເຊີນໜ້າກັບຄວາມບໍ່ລົງລອຍກັນຫຼາຍຢ່າງໃນການພົວພັນລະຫວ່າງສອງປະເທດ.
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ແລະປະທານປະເທດຈີນສືຈີນຜິງທີ່ພິທີໄຂການເຈລະຈາຍຸດທະສາດແລະ ເສດຖະກິດອາເມລິກາ - ຈີນປີ 2014
(ພາບ: CCTV)
ຕາມແຜນການແລ້ວ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ທ່ານລັດຖະມົນຕີວ່າການກະຊວງການເງິນອາເມລິກາ Jacob Lew ແລະທ່ານຮອງນາຍົກລັດຖະມົນຕີຈີນ ວາງຢາງ, ກຳມະການລັດຖະບານຈີນ ຢາງເຈຍສື ຈະເປັນປະທານຮ່ວມການເຈລະຈານີ້.
ທະເລຕາເວັນອອກໃນການພົວພັນອາເມລິກາ - ຈີນ
ທະເລຕາເວັນອອກແມ່ນໜຶ່ງໃນບັນດາຫົວຂໍ້ຕົ້ນຕໍໃນການເຈລະຈາຍຸດທະສາດແລະເສດຖະກິດອາເມລິກາ - ຈີນ ຄັ້ງນີ້. ນັ້ນແມ່ນການຢັ້ງຢືນຂອງຜູ້ຊ່ວຍລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ, ຮັບຜິດຊອບອາຊີຕາເວັນອອກ Daniel Russel ກ່ອນທີ່ດຳເນີນການເຈລະຈາ. ທ່ານ Daniel Russel ໃຫ້ຮູ້ວ່າ, ຝ່າຍອາເມລິກາ ຈະແລກປ່ຽນກັບຝ່າຍຈີນກ່ຽວກັບຈຸດປະສົງໃນການນຳໃຊ້ບັນດາເກາະທຽມ ເຊິ່ງຈີນ ກໍ່ສ້າງເອງຢູ່ທະເລຕາເວັນອອກ. ອາເມລິກາ ມີທັດສະນະຢ່າງຈະແຈ້ງຕໍ່ບັນຫານີ້, ເຊິ່ງສະແດງອອກຢູ່ບ່ອນວ່າ, ທີ່ເວທີປາໄສການເຈລະຈາປ້ອງກັນຄວາມສະຫງົບ Shangri-La, ສິງກະໂປ, ເມື່ອເດືອນກ່ອນ, , ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາ Cater ໄດ້ຮຽກຮ້ອງຢຸດຕິທຸກການເຄື່ອນໄຫວກໍ່ສ້າງຢູ່ທະເລຕາເວັນອອກ, ໃນນັ້ນເຕື້ອງເຖິງບັນດາໂຄງການສ້ອມແປງ, ກໍ່ສ້າງເກາະທຽມຂອງຝ່າຍຈີນ, ອາເມລິກາ ວິຕົກກັງວົນວ່າ, ຖ້າຫາກການກໍ່ສ້າງສຳເລັດ, ຈີນອາດຈະຈັດວາງຂໍ້ກຳນົດຕ່າງໆສຳລັບກຳ່ປັ່ນ, ເຮືອບິນຢູ່ທະເລຕາເວັນອອກ, ອັນຈະເປັນການຂົ່ມຂູ່ເຖິງຄວາມເສລີໃນການເດີນທະເລສາກົນ, ເພີ່ມຄວາມເຄັ່ງຕຶງໃນພາກພື້ນ.
ເຖິງວ່າມາຮອດປະຈຸບັນ, ຈີນ ບໍ່ທັນມີປະຕິກິລິຍາໃດໆຕໍ່ຄວາມຮຽກຮ້ອງຂອງອາເມລິກາ ກ່ຽວກັບເລື່ອງຢຸດຕິການກໍ່ສ້າງບັນດາເກາະທຽມກໍ່ຕາມ, ແຕ່ປະເທດນີ້ ໄດ້ອອກສຽງຄັດຄ້ານການເຂົ້າຮ່ວມຂອງອາເມລິກາ ໃນບັນຫາທະເລຕາເວັນອອກຫຼາຍເທື່ອແລ້ວ. ດັ່ງນັ້ນ, ການເຈລະຈາຍຸດທະສາດ ແລະ ເສດຖະກິດອາເມລິກາ - ຈີນ ຄັ້ງທີ 7 ພວມກາຍເປັນປະຕິກິລິຍາທົດລອງຂອງອາເມລິກາຕໍ່ຈີນ ແລະ ກົງກັນຂ້າມ ໃນບັນຫາທະເລຕາເວັນອອກ.
ຄວາມບໍ່ລົງລອຍກັນໃນບັນຫາເສດຖະກິດ ແລະ ຄວາມປອດໄພທາງອິນເຕີແນດ
ບໍ່ພຽງແຕ່ມີຄວາມເຄັ່ງຕຶງໃນບັນຫາທະເລຕາເວັນອອກເທົ່ານັ້ນ, ຫາກວິໄສທັດກ່ຽວກັບການພົວພັນແບບໃໝ່ລະຫວ່າງອາເມລິກາ - ຈີນ ກໍ່ຖືກຜົນສະທ້ອນຍ້ອນບັນຫາຄວາມປອດໄພທາງອິນເຕີແນດ, ສິດທິມະນຸດ ແລະ ປະຊາທິປະໄຕຢູ່ໂຮງກົງ. ບັນດາສິ່ງທີ່ອະດີກນັກປະມູນ, ອົງການປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ (NSA) Edward Snowden ເປີດເຜີຍກ່ຽວກັບການກະທຳສອດແນມຂອງປະເທດນີ້ ໄດ້ເຮັດໃຫ້ ອາເມລິກາ - ຈີນກ່າວຫາກັນ. ຍ້ອນເຫດນັ້ນອາເມລິກາ ຈຶ່ງຕົກລົງສ້າງສຳເນົາສັ່ງຟ້ອງນາຍທະຫານຈີນ 5 ຄົນທີ່ໄດ້ແຊກແຊງເຂົ້າຄອມພີວເຕີຂອງບັນດາກຸ່ມບໍລິສັດອາເມລິກາ. ສ່ວນປັກກິງ ກໍ່ປະຕິເສດຄຳກ່າວຫາທີ່ກ່ຽວຂ້ອງເຖິງການບຸກໂຈມຕີ ແລະ ບໍ່ມີສັນຍານໃດທີ່ສະແດງໃຫ້ເຫັນຈີນຈະສືບຕໍ່ການເຈລະຈາກ່ຽວກັບຄວາມປອດໄພທາງອິນເຕີແນດຕາມຂໍ້ສະເໜີຂອງອາເມລິກາ. ບໍ່ພຽງແຕ່ຄືແນວນັ້ນ, ປັກກິງ ແລະ ວໍຊິງຕັນ ກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນບັນຫາເສດຖະກິດ. ນັບແຕ່ລະດູຮ້ອນປີ 2014 ມາຮອດປະຈຸບັນ, ຍາມໃດອາເມລິກາ ກໍ່ຂົນຂວາຍການຄັດຄ້ານທະນາຄານລົງທຶນ ແລະ ໂຄງລ່າງອາຊີຂອງຈີນ, ເຊິ່ງແມ່ນລະບອບທີ່ແກ່ງແຍ້ງກັບກອງທຶນເງິນຕາສາກົນ (IMF).
ຄວາມມານະພະຍາຍາມຫຼຸດຜ່ອນຄວາມບໍ່ລົງລອຍກັນ
ໂດຍບໍ່ຫົວຊາຕໍ່ບັນຍາກາດມືດມົວເມື່ອດຳເນີນການເຈລະຈານັ້ນ, ອາເມລິກາ ແລະ ຈີນ ຍັງມີສາຍເຫດຕ່າງໆແນໃສ່ຊອກຫາການຮ່ວມມືເພື່ອຜົນປະໂຫຍດລວມ, ນັບແຕ່ການປ່ຽນແປງຂອງດິນຟ້າອາກາດ, ຕະຫຼອດຮອດສັນຍາລົງທຶນສອງຝ່າຍທີ່ໄດ້ຍົກອອກມາແຕ່ດົນນານແລ້ວ. ສອງຝ່າຍຫວັງວ່າທີ່ການເຈລະຈາຈະແກ້ໄຂໄດ້ສິ່ງທີ່ຄ້າງຄາໃນການເຈລະຈາສັນຍາລົງທຶນສອງຝ່າຍອາເມລິກາ - ຈີນ. ຖ້າຫາກສັນຍານີ້ໄດ້ຮັບການລົງນາມ, ຈີນ ຈະມີໂອກາດເປີດກວ້າງການລົງທຶນຢູ່ອາເມລິກາ, ສ່ວນວໍຊິງຕັນ ສາມາດແກ້ໄຂດ້ານວຽກເຮັດງານທຳໄດ້.
ພິເສດ, ທີ່ການເຈລະຈາຄັ້ງນີ້, ອາເມລິກາ ແລະ ຈີນ ຈະຮັດແຄບຄວາມບໍ່ລົງລອຍກັນດ້ານຄວາມໝັ້ນຄົງ, ການເມືອງ ດ້ວຍການຊຸກຍູ້ການຮ່ວມມືດ້ານການທູດປະຊາຊົນ. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry, ແລະ ທ່ານຮອງນາຍົກລັດຖະມົນຕີຈີນ ຈາງເຢັຍຕຸງ ຈະເປັນປະທານຮ່ວມການທາບທາມກ່ຽວກັບການພົບປະແລກປ່ຽນປະຊາຊົນ - ປະຊາຊົນ (CPF) ຄັ້ງທີ 6 ລະຫວ່າງສອງປະເທດ. ການທາບທາມກ່ຽວກັບການພົບປະແລກປ່ຽນປະຊາຊົນ - ປະຊາຊົນ ຈະສະຫງວນເວລາເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດໃນບັນດາຂົງເຂດການສຶກສາ, ວັດທະນະທຳ, ວິທະຍາສາດເຕັກນິກ ແລະ ບັນດາບັນຫາກ່ຽວຂ້ອງເຖິງກິລາ, ແມ່ຍິງ ແລະ ສາທາລະນະສຸກ.
ເຖິງຢ່າງໃດກໍ່ຕາມ, ຕາມຂໍ້ສັງເກດຂອງບັນດານັກຊ່ຽວຊານແລ້ວ, ເຖິງວ່າໄດ້ມີການກະກຽມດີທີ່ສຸດກໍ່ຕາມ, ສອງຝ່າຍກໍ່ບໍ່ສາມາດບັນລຸບັນດາຄາດໝາຍເທົ່າທີ່ຄວນໄດ້.