ວັນທີ 14/12 ທີ່ຈະມາເຖິງ, ຜູ້ມີສິດເລືອກຕັ້ງຍີປຸ່ນ ຈະໄປປ່ອນບັດເລືອກຕັ້ງ 475 ທີ່ນັ່ງໃນສະພາຕ່ຳຂອງປະເທດນີ້. ໃນສະພາວະທີ່ບັນດານະໂຍບາຍເສດຖະກິດຂອງທ່ານນາຍົກລັດຖະມົນຕີ Shinzo Abe (ໝາຍເຖິງນະໂຍບາຍ Abenomics ) ຖືກກ່າວຫາວ່າ ບໍ່ສາມາດເສີມຂະຫຍາຍປະສິດທິຜົນ ຊຶ່ງໄດ້ເຮັດໃຫ້ພື້ນຖານເສດຖະກິດຍີປຸ່ນເຕີິບໂຕຊ້າລົງໃນໄລຍະມໍ່ໆມານີ້, ການເລືອກຕັ້ງທີ່ໄວກວ່າ 2 ປີເມື່ອທຽບໃສ່ກຳນົດເວລານີ້ ໄດ້ຮັບຖືວ່າ ແມ່ນການລົງປະຊາມະຕິກ່ຽວກັບບັນດາໂຄງການປະຕິຮູບດ້ານເສດຖະກິດໂດຍ ທ່ານນາຍົກລັດຖະມົນຕີ Shinzo Abe ພວມເດີນຕາມ ກໍຄືອິດທິພົນຊື່ສຽງສຳລັບພັກປະຊາທິປະໄຕເສລີ.
ທ່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe
(ພາບ:AFP)
|
ໃນການເລືອກຕັ້ງຄັ້ງນີ້, ມີຜູ້ອອກສະໝັກຮັບເລືອກຕັ້ງປະມານ 1150 ທ່ານຈະແຂ່ງຂັນກັນເພື່ອຍາດເອົາ 475 ທີ່ນັ່ງເຂົ້າສະພາຕ່ຳ. ເຖິງວ່າມີຫຼາຍພັກຝ່າຍສະເໜີບັນດາຜູ້ອອກສະໝັກຮັບເລືອກຕັ້ງກໍຕາມ, ແຕ່ທີ່ຈິງແລ້ວ, ນີ້ພຽງແຕ່ແມ່ນການແຂ່ງຂັນລະຫວ່າງ 2 ຄູ່ແຂ່ງຫຼັກແຫຼ່ງ, ນັ້ນແມ່ນສຳພັນທະມິດກຳອຳນາດໂດຍ ພັກປະຊາທິປະໄຕເສລີ LDP ນຳໜ້າ ແລະ ພັກປະຊາທິປະໄຕຍີປຸ່ນ DPJ . ບັ້ນຫາສຽງເລືອກຕັ້ງເລີ່ມດຳເນີນແຕ່ວັນທີ 2/12 ແລະ ແກ່ຍາວເປັນເວລາ 12 ວັນ.
ຕາມໝາກຜົນຂອງການສຳຫຼວດຄັ້ງຫຼ້າສຸດ, ເຖິງວ່າໄດ້ຕຳໜິຕິຕຽນບັນດານະໂຍບາຍເສດຖະກິດໂດຍທ່ານນາຍົກລັດຖະມົນຕີ Shinzo Abe ຍົກອອກມາຊຶ່ງ ບໍ່ສາມາດເສີມຂະຫຍາຍປະສິດທິຜົນ ແລະ ເຮັດໃຫ້ພື້ນຖານເສດຖະກິດຍີປຸ່ນເຕີິບໂຕຊ້າລົງ ແລະ ຖືກຕົກເຂົ້າສູ່ສະພາບຊຸດໂຊມນັ້ນ ກໍຕາມ, ແຕ່ ພັກປະຊາທິປະໄຕເສລີ LDP ຂອງທ່ານນາຍົກລັດຖະມົນຕີ Shinzo Abe ຍັງຄົງໄດ້ຮັບການສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງຫຼາຍກ່ວາທົບ 4 ເທົ່າເມື່ອທຽບພັກຝ່າຍຄ້ານ DPJ. ສິ່ງນີ້ກໍມີຄວາມໝາຍເຊັ່ນດຽວກັນກັບເລື່ອງທີ່ວ່າ ແນ່ນອນ ສຳພັນທະມິດກຳອຳນາດຂອງທ່ານນາຍົກລັດຖະມົນຕີສືບຕໍ່ໄດ້ຮັບການສະໜັບສະໜູນເປັນສ່ວນຫຼາຍ, ຄະນະລັດຖະບານຂອງທ່ານນາຍົກລັດຖະມົນຕີ Shinzo Abe ຈະຍັງຄົງດຳລົງຕ່ຳແໜ່ງຄືເກົ່າ, ແຕ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນໄລຍະທີ່ມາເຖິງ .
ຈຸດໃຈກາງຂອງການຫາສຽງເລືອກຕັ້ງແມ່ນ “ນະໂຍບາຍ Abenomics ”
ການເລືອກຕັ້ງສະພາຕ່ຳຍີປຸ່ນໄດ້ສະແດງໃຫ້ເຫັນຄວາມຫວັງຂອງ ຜູ້ມີສິດເລືອກຕັ້ງຍີປຸ່ນທີ່ມີຕໍ່ ຄະນະລັດຖະບານຂອງທ່ານນາຍົກລັດຖະມົນຕີ Shinzo Abe ໃນການຊຸກຍູ້ບັນດາ ນະໂຍບາຍເສດຖະກິດຂອງປະເທດຊາດໃຫ້ບັນລຸປະສິດທິຜົນ. ໃນຂະນະທີ່ບັນດາພັກການເມືອງຝ່າຍຄ້ານ ເບິ່ງຄືວ່າ ບໍ່ສາມາດສ້າງຕັ້ງກຳລັງຮ່ວມຕ້ານຄືນ ສຳພັນທະມິດກຳອຳນາດໂດຍ ພັກປະຊາທິປະໄຕເສລີ LDP ນຳໜ້າ, ນະໂຍບາຍ Abenomics ໄດ້ກາຍເປັນຈຸດໃຈກາງເພື່ອຕຳໜິຕິຊົມໃນບັ້ນຂົນຂວາຍ ຫາສຽງເລືອກຕັ້ງຄັ້ງນີ້.
ໂດຍຂຶ້ນກຳອຳນາດເປັນນາຍົກລັດຖະມົນຕີ ນັບແຕ່ເດືອນ 12/2012, ທ່ານ Shinzo Abe ໄດ້ຜັນຂະຫຍາຍແຜນການປັບປຸງເສດຖະກິດຂອງປະເທດຊາດດ້ວຍນະໂຍບາຍທີ່ມີຊື່ວ່າ Abenomics. Abenomics ແມ່ນບັນດານະໂຍບາຍເສດຖະກິດຖືກເອີ້ນວ່າ ແມ່ນຍຸດທະສາດ “ 3 ປາຍແຫຼມ ” ດ້ວຍຈຸດໃຈກາງຕົ້ນຕໍເຊັ່ນ : ຊຸກຍູ້ການໃຊ້ຈາຍສ່ວນລວມ, ໂຍະຍານດ້ານເງິນຕາ ແລະ ເຕີບໂຕເສດຖະກິດຢ່າງເລິກເຊິ່ງ, ກ້ວາງຂວາງ. ແຕ່ບັນດາຂໍ້ມຸນດ້ານເສດຖະກິດເມື່ອບໍ່ດົນມານີ້ ພວມແມ່ນກຳລັງດັນທີ່ມີຕໍ່ ທ່ານນາຍົກລັດຖະມົນຕີ Shinzo Abe ແລະ ຄະນະລັດຖະບານຂອງທ່ານ. ຍອດ GDP ຂອງຍີປຸ່ນໄດ້ຫຼຸດລົງ 7,3% ໃນໄຕມາດທີ 2 ໃນຂະນະທີ່ບັນດາບ້ວງໜີ້ສາທາລະນະໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນປະຈຸບັນ. ດັ່ງນັ້ນ ກໍບໍ່ຕົກສະເງີ້ເມື່ອອັດຕາຜູ້ຝາກຄວາມຫວັງກ່ຽວກັບການຟື້ນຟູເສດຖະກິດຍີປຸ່ນ ນັບມື້ນັບຫຼຸດລົງ.
ຄວນມີເວລາຕື່ມອີກໃຫ້ແກ່ນະໂຍບາຍ Abenomics
ດ້ວຍກຳລັງດັນທີ່ອັດຕາຜູ້ສະໜັບສະໜູນຄະນະລັດຖະບານຫຼຸດລົງນັ້ນ, ໃນແຜນການຫາສຽງເລືອກຕັ້ງ, ພັກປະຊາທິປະໄຕເສລີຂອງ ທ່ານນາຍົກລັດຖະມົນຕີ Shinzo Abe ເນັ້ນໜັກວ່າ ໝາກຜົນຊຶ່ງແຜນເສດຖະກິດ Abenomics ທີ່ໄດ້ນຳມາໃຫ້ນັ້ນ ຄືປົວແປງວຽກເຮັດງານທຳ, ເພີ່ມລາຄາຫຼັກຊັບ, ພ້ອມທັງເຕື້ອງເຖິງບັນຫາໂຈະການເພີ່ມອາກອນໃຊ້ສອຍ ຈາກລະດັບ 8% ໃນປະຈຸບັນຂຶ້ນເຖິງລະດັບ 10 % ໃນເດືອນ 4/2017 ຄືດັ່ງມາດຕະການເພື່ອຫຼຸດຜ່ອນບັນດາບ້ວງເງິນຂາດຫາຍຂອງລັດຖະບານ. ທ່ານນາຍົກລັດຖະມົນຕີ Shinzo Abe ຍັງໝັ້ນໝາຍຈະເດີນຕາມແຜນການດຸນດຽງງົບປະມານ, ພ້ອມກັນນັ້ນ ກໍຢືນຢັນວ່າ ການດຳເນີນການເລືອກຕັ້ງໂດຍໄວນັ້ນ ແມ່ນເພື່ອແນໃສ່ຍາດແຍ່ງການສະໜັບສະໜູນຈາກມະຫາຊົນທີ່ມີຕໍ່ນະໂຍບາຍເສດຖະກິດ Abenomics . ທ່ານນາຍົກລັດຖະມົນຕີ Shinzo Abe ຍັງຖະແຫຼງວ່າ ພ້ອມແລ້ວທີ່ຈະລາອອກຈາກຕ່ຳແໜ່ງຖ້າຫາກວ່າ ສຳພັນທະມິດກຳອຳນາດຂອງທ່ານບໍ່ໄດ້ຮັບການສະໜັບສະໜູນສ່ວນຫຼາຍ.
ເປັນທີ່ຈະແຈ້ງແລ້ວວ່າ , ຜ່ານການເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ Shinzo Abe ຫວັງຢາກມີເວລາຕື່ມອີກເພື່ອຫັນບັນດານະໂຍບາຍເສດຖະກິດທີ່ແຮງກ້າໃຫ້ປະກົດຜົນເປັນຈິງ ແນໃສ່ນຳພື້ນຖານເສດຖະກິດຂອງປະເທດຊາດພັດທະນາ. ແຕ່ຕາມບັນດາຜູ້ຊ່ຽວຊານດ້ານເສດຖະກິດແລ້ວ, ລັດຖະບານຂອງ ທ່ານນາຍົກລັດຖະມົນຕີ Shinzo Abe ຍັງຕ້ອງມານະພະຍາຍາມຢ່າງຫຼວງຫຼາຍເພື່ອຜ່ານຜ່າສິ່ງທ້າທາຍ. ນັ້ນແມ່ນເຮັດແນວໃດເພື່ອແກ້ໄຂດ້ານວຽກເຮັດງານທຳໃຫ້ແຫ່ຜູ້ອອກແຮງງານ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ, ຫຼຸດຜ່ອນບັນດາຜົນກະທົບຫຍໍ້ທໍ້ທີີ່ມີຕໍ່ພື້ນຖານເສດຖະກິດ, ນຳປະເທດຊາດພັດທະນາແບບຍືນຍົງກວ່າໃນໄລຍະທີ່ຈະມາເຖິງ.