(VOVWORLD) - ໃນສະພາບການປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍບັນດາຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງ ກ່ຽວກັບການບູລະນະລະບອບລະບຽບການ, ຍົກສູງປະສິດທິຜົນໃນການຄຸ້ມຄອງບໍລິຫານປະເທດຊາດ ແລະ ຊຸກຍູ້ການຫັນເປັນດີຈີຕອນ, ບົດບາດຂອງບັນດາອົງການໂດຍປະຊາຊົນເລືອກຕັ້ງນັບມື້ນັບມີຄວາມສຳຄັນ. ບັດເລືອກຕັ້ງແຕ່ລະບັດຂອງຜູ້ມີສິດເລືອກຕັ້ງຢູ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໃນວັນທີ 15 ມີນາ ຈະມາເຖິງບໍ່ພຽງແຕ່ສະແດງໃຫ້ເຫັນສິດເປັນເຈົ້າຂອງປະຊາຊົນເທົ່ານັ້ນ ຫາກຍັງຝາກຝັງຄວາມໄວ້ເນື້ອເຊື່ອໃຈຕໍ່ຜູ້ຕາງໜ້າໃຫ້ແກ່ເຈດຈຳນົງ ແລະ ຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ, ບັນດາຜູ້ທີ່ຈະເຂົ້າຮ່ວມການຕັດສິນບັນດາບັນຫາສຳຄັນຍິ່ງຂອງປະເທດຊາດໃນອາຍຸການຈະມາເຖິງ.
ພາບປະກອບ: VGP |
ຄຸນນະພາບຂອງບັນດາຜູ້ແທນໂດຍປະຊາຊົນເລືອກຕັ້ງບໍ່ພຽງແຕ່ໄດ້ຮັບຮູ້ກ່ຽວກັບອິດທິພົນຊື່ສຽງສ່ວນບຸກຄົນ ຫຼື ຕຳແໜ່ງປະຕິບັດງານເທົ່ານັ້ນ, ຫາກຍັງກ່ຽວກັບຄຸນທາດການເມືອງ, ຄວາມສາມາດດ້ານຈິນຕະນາການນະໂຍບາຍ ແລະ ຄວາມສາມາດໃນການເຂົ້າຮ່ວມວິວັດການວາງກຳນົດບັນດານະໂຍບາຍຊີ້ຂາດຂອງປະເທດ.
ຜູ້ແທນໂດຍປະຊາຊົນເລືອກຕັ້ງ - ຕາງໜ້າໃຫ້ສຽງເວົ້າຂອງຜູ້ມີສິດເລືອກຕັ້ງ
ເວທີການເມືອງ ບໍ່ພຽງແຕ່ແມ່ນບ່ອນປຶກສາຫາລືເທົ່ານັ້ນ ຫາກຍັງແມ່ນບ່ອນສ້າງຕັ້ງ ແລະ ກຳນົດບັນດານະໂຍບາຍຊີ້ຂາດສຳຄັນສຳລັບການພັດທະນາຂອງປະເທດຊາດ. ໃນສະພາບການມີຫຼາຍບັນຫາໃໝ່ ຄື: ເສດຖະກິດດີຈີຕອນ, ການຫັນເປັນສີຂຽວ, ວິທະຍາສາດ - ເຕັກໂນໂລຢີ ຫຼື ການຄ້ຳປະກັນຊີວິດສັງຄົມ ພວມວາງອອກຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຕໍ່ການເຄື່ອນໄຫວດ້ານນິຕິບັນຍັດ, ບົດບາດຂອງບັນດາຜູ້ແທນໂດຍປະຊາຊົນເລືອກຕັ້ງ ນັບມື້ນັບມີຄວາມສຳຄັນ. ເພື່ອປະຕິບັດບົດບາດຕາງໜ້າໃຫ້ແກ່ປະຊາຊົນເປັນຢ່າງດີ, ຜູ້ແທນໂດຍປະຊາຊົນເລືອກຕັ້ງບໍ່ພຽງແຕ່ຕ້ອງມີຄຸນທາດການເມືອງຢ່າງໝັ້ນແກ່ນເທົ່ານັ້ນ ຫາກຍັງຕ້ອງມີຄວາມສາມາດຕົວຈິງ, ຄວາມສາມາດກຳແໜ້ນບັນດາບັນຫາຈາກຊີວິດສັງຄົມ ແລະ ຈິນຕະນາການນະໂຍບາຍແຫ່ງຍຸກສະໄໝອີກດ້ວຍ.
ເມື່ອເຂົ້າໃຈແຈ້ງຕົວຈິງ ແລະ ຄວາມໃນໃຈຂອງປະຊາຊົນ, ຜູ້ແທນຈຶ່ງອາດສາມາດສ່ອງແສງໄດ້ຢ່າງຖືກຕ້ອງ ແລະ ຖືກກັບບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ, ພ້ອມທັງເຂົ້າຮ່ວມວິວັດການສ້າງ ແລະ ບູລະນະລະບົບກົດໝາຍໃຫ້ສົມບູນແບບຢ່າງມີປະສິດທິຜົນ.
ທ່ານຫງວຽນວັນຟຸກ ອະດີດຫົວໜ້າກຳມາທິການເສດຖະກິດຂອງ ສະພາແຫ່ງຊາດ ຫວຽດນາມ
(ພາບ: daibieunhandan.vn)
|
ຕາມມູມມອງການເຄື່ອນໄຫວດ້ານເວທີການເມືອງ, ຄວາມສາມາດໃນການສ້າງກົດໝາຍ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ແມ່ນຄວາມຮຽກຮ້ອງຕ້ອງການຫຼັກແຫຼ່ງສຳລັບຜູ້ແທນແຕ່ລະຄົນ. ທ່ານ ຮສ.ປອ ເຈິ່ນວັນໂດ, ອະດີດຮອງປະທານສານປະຊາຊົນສູງສຸດ ຖືວ່າ:
ພວກເຮົາຊອກຮູ້ບັນດາຜູ້ສະໝັກຮັບເລືອກຕັ້ງເພື່ອເປັນເຈົ້າການໃນການປ່ອນບັດເລືອກເອົາຜູ້ໃດທີ່ຮັບປະກັນມີອິດທິພົນຊື່ສຽງຢ່າງພຽງພໍ, ທຳອິດແມ່ນເພື່ອເຮັດກ່ຽວກັບກົດໝາຍ, ທີສອງແມ່ນປຶກສາຫາລື, ຕັດສິນບັນດາບັນຫາສຳຄັນທີ່ສຸດຂອງປະເທດຊາດ, ທີສາມແມ່ນມີຄວາມສາມາດເພື່ອຕິດຕາມກວດກາຢູ່ລະດັບສູງສຸດໃນທຸກຂົງເຂດຂອງຊີວິດສັງຄົມ.
ພ້ອມກັນນັ້ນ, ຢູ່ລະດັບວາງກຳນົດນະໂຍບາຍແຫ່ງຊາດ, ທ່ານຫງວຽນວັນຟຸກ ອະດີດຫົວໜ້າກຳມາທິການເສດຖະກິດຂອງ ສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ:
ການຕັດສິນບັນດາບັນຫາຂອງປະເທດຊາດ, ບັນດາບັນຫາເຊິ່ງສຳລັບບົດບາດໜ້າທີ່, ທີ່ຕັ້ງຂອງສະພາແຫ່ງຊາດ, ການສັງເກດດ້ານການເມືອງຂອງຜູ້ສະໝັກຮັບເລືອກຕັ້ງ ແລະ ຂອງສະມາຊິກສະພາແຫ່ງຊາດໃນອະນາຄົດ ແມ່ນສຳຄັນທີ່ສຸດ. ຕ້ອງມີລະດັບຄວາມຮູ້ດ້ານວິຊາສະເພາະເພື່ອຕັດສິນບັນດາບັນຫາກ່ຽວກັບແຜນການແນວທາງຂອງປະເທດຊາດ, ການດຳລົງຊີວິດຂອງປະຊາຊົນໃນທົ່ວປະເທດ, ໃນນັ້ນມີບັນດາບັນຫາຄື: ເສດຖະກິດ, ການເງິນ, ປະກາດໃຊ້ປະມວນກົດໝາຍຕ່າງໆ, ບັນຫາກ່ຽວກັບວິທະຍາສາດ - ເຕັກໂນໂລຢີ, ສິ່ງແວດລ້ອມ, ບັນດາບັນຫາກ່ຽວກັບວັດທະນະທຳສັງຄົມ, ການສຶກສາ, ບຳລຸງສ້າງ…
ຄວາມຮັບຜິດຊອບໃນການປະຕິບັດ
ການເລືອກຕັ້ງແຕ່ລະຄັ້ງບໍ່ພຽງແຕ່ແມ່ນເຫດການການເມືອງສຳຄັນເທົ່ານັ້ນ ຫາກຍັງແມ່ນຈຸດເວລາເພື່ອໃຫ້ຜູ້ມີສິດເລືອກຕັ້ງ ເລືອກເອົາຜູ້ທີ່ດີເດັ່ນຕາງໜ້າໃຫ້ແກ່ຕົນເອງໃນອົງການແຫ່ງອຳນາດຂອງລັດຢ່າງແທ້ຈິງ. ໃນວິວັດການຂົນຂວາຍເລືອກຕັ້ງ, ລາຍການກະທຳຂອງຜູ້ສະໝັກຮັບເລືອກຕັ້ງກາຍເປັນພື້ນຖານສຳຄັນເພື່ອໃຫ້ຜູ້ມີສິດເລືອກຕັ້ງຕີລາຄາຄວາມສາມາດ ກໍ່ຄືລະດັບຄຳໝັ້ນສັນຍາຂອງແຕ່ລະຄົນ.
ທ່ານ ຫງວຽນຢຸຍງອກ ເລຂາຄະນະພັກ ນະຄອນຮ່າໂນ້ຍ (ພາບ: congluan.vn) |
ໃນການພົບປະກັບຜູ້ມີສິດເລືອກຕັ້ງ, ມີຜູ້ສະໝັກຮັບເລືອກຕັ້ງຫຼາຍຄົນກໍ່ເນັ້ນໜັກເຖິງຄວາມຮັບຜິດຊອບສະໜິດຕິດພັນລະຫວ່າງ ການເຄື່ອນໄຫວເວທີການເມືອງ ກັບຄວາມຮຽກຮ້ອງຕ້ອງການພັດທະນາໃນຕົວຈິງຂອງທ້ອງຖິ່ນ. ທ່ານ ຫງວຽນຢຸຍງອກ ເລຂາຄະນະພັກ ນະຄອນຮ່າໂນ້ຍ ເນັ້ນໜັກວ່າ:
ສ້າງບາດກ້າວບຸກທະລຸພັດທະນາເສດຖະກິດ - ສັງຄົມ, ຍົກລະດັບວັດທະນະທຳ, ການແພດ, ການສຶກສາ, ບຳລຸງສ້າງ, ຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສ້າງນະຄອນຫຼວງ ແຫ່ງອະລິຍາທຳ - ສີວິໄລ - ທັນສະໄໝ - ຜາສຸກ, ກາຍເປັນບ່ອນທີ່ເປັນໜ້າດຳລົງຊີວິດ, ເປັນໜ້າໄປເຖິງຢ່າງແທ້ຈິງ, ແມ່ນຫົວໃຈຂອງທົ່ວປະເທດ.
ຢູ່ກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງຂົນຂວາຍການເລືອກຕັ້ງຢູ່ນະຄອນ ດ່ານັ້ງ, ທ່ານ ເຈິ່ນເກິມຕູ້ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ, ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ຢູ່ຫົວໜ່ວຍເລືອກຕັ້ງນະຄອນ ດ່ານັ້ງ ຢັ້ງຢືນວ່າ:
ຖ້າໄດ້ຮັບຄວາມໄວ້ວາງໃຈຈາກພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ເລືອກເປັນສະມາຊິກສະພາແຫ່ງຊາດຊຸດທີ XVI, ພວກຂ້າພະເຈົ້າໝັ້ນໝາຍວ່າ ຈະມີຄວາມເອົາໃຈໃສ່, ຕິດຕາມ, ເຂົ້າຮ່ວມປະກອບຄຳເຫັນສະເໜີບັນດາມາດຕະການລະອຽດ, ມີຄວາມເປັນໄປໄດ້ສູງຢ່າງເປັນປະຈຳ ເພື່ອຈັດຕັ້ງປະຕິບັດບັນດາໂຄງການພັດທະນາເສດຖະກິດສັງຄົມຂອງນະຄອນຢ່າງມີປະສິດທິຜົນ, ພ້ອມກັບຄະນະສະມາຊິກສະພາແຫ່ງຊາດຂອງນະຄອນ ເປັນຂົວເຊື່ອມຕໍ່ລະຫວ່າງທ້ອງຖິ່ນກັບສະພາແຫ່ງຊາດ, ລັດຖະບານ, ບັນດາຄະນະ, ຂະແໜງການຂັ້ນສູນກາງ ໃນການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງທ້ອງຖິ່ນ.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ໄດ້ດຳເນີນໃນສະພາບການປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍຫຼາຍເປົ້າໝາຍ ແລະ ຄວາມມຸ່ງຫວັງໃຫຍ່. ບັນດານະໂຍບາຍຊີ້ຂາດໄດ້ຮັບຮອງເອົາໃນອາຍຸການຕໍ່ໄປ ຈະມີຜົນກະທົບຢ່າງເລິກເຊິ່ງກວ້າງຂວາງຕໍ່ຫຼາຍຂົງເຂດຂອງຊີວິດເສດຖະກິດ - ສັງຄົມ. ດັ່ງນັ້ນ, ບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງແຕ່ລະບັດ ຍັງຝາກຝັງຄວາມໄວ້ວາງໃຈຕໍ່ຄຸນນະພາບຂອງຜູ້ຕາງໜ້າ ແລະ ຄວາມສາມາດປະຕິບັດຂອງກົງຈັກລັດ. ເມື່ອຜູ້ມີຄວາມສຸດຈິດສຸດໃຈ, ມີລະດັບຢ່າງພຽງພໍ ແລະ ມີຄວາມສາມາດຢ່າງຄົບຖ້ວນໄດ້ຮັບການເລືອກຕັ້ງ, ບັນດາອົງການໂດຍປະຊາຊົນເລືອກຕັ້ງຈະກາຍເປັນພື້ນຖານອັນໝັ້ນແກ່ນເພື່ອຍົກອອກບັນດານະໂຍບາຍຊີ້ຂາດອັນຖືກຕ້ອງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດໃນໄລຍະໃໝ່.