ຊຸກ​ຍູ້ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ, ຄຸນ​ນະ​ພາບ​ການ​ຮ່ວມ​ມື​ສອ​ງ​ຝ່າຍ ຫວຽດ​ນາມ - ຈີນ

(VOVWORLD) -  ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ຈະເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 12  14 ຕຸລາ. ການຢ້ຽມຢາມ ໄດ້ດຳເນີນພາຍຫຼັງການຢ້ຽມຢາມຈີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃນເດືອນສິງຫາທີ່ຜ່ານມາປະສົບຜົນສຳເລັດຢ່າງຈົບງາມ, ສືບຕໍ່ຊຸກຍູ້, ເປີດກວ້າງ ແລະ ຍົກສູງປະສິດທິຜົນ, ຄຸນນະພາບບັນດາຂົງເຂດຮ່ວມມື, ນຳການຮ່ວມມືອັນແທ້ຈິງລະຫວ່າງ ຫວຽດນາມ ແລະ ຈີນ ເຂົ້າສູ່ລວງເລິກ ແລະ ບັນລຸໝາກຜົນອັນແທດຈິງຫຼາຍຢ່າງ.

  ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ  ຈີນ ພາຍຫຼັງຮອບເວລາ 11 ປີ ແລະ ກໍແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານ ຫຼີຊຽນ ໃນຖານະເປັນນາຍົກລັດຖະມົນຕີ, ເຊິ່ງເປັນການສະແດງໃຫ້ເຫັນເຖິງພັກ ແລະ ລັດ ຈີນ ແລະ ສ່ວນຕົວທ່ານ ຫຼີຊຽນ ໄດ້ຖືການພົວພັນ ຫວຽດນາມ - ຈີນ ເປັນສຳຄັນ.

ຊຸກ​ຍູ້ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ, ຄຸນ​ນະ​ພາບ​ການ​ຮ່ວມ​ມື​ສອ​ງ​ຝ່າຍ ຫວຽດ​ນາມ - ຈີນ - ảnh 1(ພາບປະກອບ: qdnd.vn)

        ການຢ້ຽມຢາມ ໄດ້ດຳເນີນໃນຈຸດເວລາທັງສອງປະເທດ ພວມມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 75 ປີ (18/01/1950 – 18/01/2025), ເປັນເຫດການສືບທອດມູນເຊື້ອການພົວພັນແລກປ່ຽນຂັ້ນສູງລະຫວ່າງສອງພັກ, ສອງລັດ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດໃຫ້ຫຼາຍກວ່າອີກ.

ທ່ວງທ່າພັດທະນາຢ່າງຕັ້ງໜ້າທີ່ສຸດ ນັບແຕ່ເມື່ອສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ

        ນັບແຕ່ພາຍຫຼັງການນຳຂັ້ນສູງສອງພັກ, ສອງລັດ ຕົກລົງເຫັນດີສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ, ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໃນເດືອນທັນຍາ 2023, ການພົວພັນສອງປະເທດໄດ້ຮັກສາທ່ວງທ່າພັດທະນາຢ່າງຕັ້ງໜ້າ, ແຜ່ກະຈາຍເຖິງທຸກຂັ້ນ, ທຸກຂະແໜງການຢ່າງແຮງ ແລະ ບັນລຸໄດ້ຫຼາຍຜົນງານສຳຄັນໃນທຸກຂົງເຂດ.  ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ນັບມື້ນັບໄດ້ຮັບການເພີ່ມທະວີ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ໃຫ້ຂໍ້ສັງເກດວ່າ:

        “ຈຸດພົ້ນເດັ່ນທີ່ສຸດໃນການພົບປະຄັ້ງຕ່າງໆນັ້ນແມ່ນ ສອງຝ່າຍລ້ວນແຕ່ຢັ້ງຢືນການຖືປະເທດເພື່ອນເປັນບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງປະເທດຕົນ. ຫວຽດນາມ ຖືການພັດທະນາການພົວພັນກັບ ຈີນ ເປັນບຸລິມະສິດແຖວໜ້າ ແລະ ແມ່ນການເລືອກເຟັ້ນຍຸດທະສາດ. ໃນຂະນະນັ້ນ, ຈີນ ເນັ້ນໜັກເຖິງການຢຶດໝັ້ນນະໂຍບາຍມິດຕະພາບກັບ ຫວຽດນາມ, ຖື ຫວຽດນາມ ແມ່ນບຸລິມະສິດໃນການຕ່າງປະເທດຖານບ້ານໃກ້ເຮືອນຄຽງ. ຈີນກໍຢັ້ງຢືນຈະສະໜັບສະໜູນ ຫວຽດນາມ ພັດທະນາຢ່າງວັດທະນາຖາວອນ, ປະຊາຊົນມີຄວາມຜາສຸກ, ສ້າງພື້ນຖານເສດຖະກິດເຕີບໂຕເຂັ້ມແຂງ, ເອກະລາດ, ເປັນເຈົ້າຕົນເອງ”.

        ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ. ຈີນຮັກສາການເປັນຄູ່ຮ່ວມມືການຄ້າໃຫຍ່ສຸດ ແລະ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 2 ຂອງ ຫວຽດນາມ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ ຈີນ ໃນອາຊຽນ ແລະ ຄູ່ຮ່ວມມືໃຫຍ່ອັນດັບທີ 5 ຂອງ ຈີນ ໃນໂລກ. 9 ເດືອນຕົ້ນປີ 2024, ວົງເງິນສົ່ງອອກ - ນຳເຂົ້າສອງຝ່າຍບັນລຸ 148,6 ຕື້ USD ແລະ ຄາດວ່າໃກ້ຈະບັນລຸລະດັບ 200 ຕື້ USD ໃນທ້າຍປີນີ້. ປັດຈຸບັນ, ສອງຝ່າຍພວມຕັ້ງໜ້າຊຸກຍູ້ “ການເຊື່ອມຈອດແຂງ” ລະຫວ່າງສອງປະເທດກ່ຽວກັບທາງລົດໄຟ, ເສັ້ນທາງດ່ວນ, ອົງປະກອບພື້ນຖານໂຄງລ່າງດ່ານຊາຍແດນ; ຍົກລະດັບ “ການເຊື່ອມຈອດອ່ອນ” ກ່ຽວກັບວຽກງານພາສີອັດສະລິຍະ, ດ່ານອັດສະລິຍະ ເພື່ອແນໃສ່ສ້າງເງື່ອນໄຂສະດວກ ແລະ ຍົກສູງການພົວພັນແລກປ່ຽນການຄ້າລະຫວ່າງສອງຝ່າຍຫຼາຍກວ່າອີກ.

        ການຮ່ວມມືໃນບັນດາຂົງເຂດອື່ນ, ເຊັ່ນ: ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ການພົບປະຊາຊົນ… ບັນລຸຜົນງານແທດຈິງຫຼາຍຝ່າຍ. ສອງຝ່າຍກໍບັນລຸໄດ້ຫຼາຍຜົນງານໃນການສ້າງເສັ້ນຊາຍແດນທາງບົກ ຫວຽດນາມ - ຈີນ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ, ທ່ານນາງ ຫງວຽນທິເຮື່ອງ ຮອງຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ ຢັ້ງຢືນວ່າ:

        “ການແລກປ່ຽນການຄ້າຜ່ານດ່ານຊາຍແດນແຫ່ງຕ່າງໆໄດ້ຮັບການເຕີບໂຕຢ່າງແຮງ. ວຽກງານເປີດ, ຍົກລະດັບດ່ານຊາຍແດນບັນລຸໝາກຜົນອັນພົ້ນເດັ່ນຫຼາຍຢ່າງ, ການສ້າງພື້ນຖານໂຄງລ່າງ, ເຊື່ອມຈອດຄົມມະນາຄົມຢູ່ເຂດຊາຍແດນກໍໄດ້ຮັບການເພີ່ມທະວີ. ການພົວພັນຮ່ວມມືມິດຕະພາບລະຫວ່າງທ້ອງຖິ່ນລຽບຕາມຊາຍແດນສອງປະເທດກໍ່ໄດ້ຮັບການຮັກສາດ້ວຍຮູບແບບທີ່ຫຼາກຫຼາຍ ແລະ ແທດຈິງ. ບັນດາກົນໄກຮ່ວມມືໄດ້ຮັບການຈັດຕັ້ງປະຕິບັດເປັນປະຈຳ.”

        ພ້ອມດຽວກັນນັ້ນ, ສອງຝ່າຍຍາມໃດກໍຮັກສາການແລກປ່ຽນ, ຄວບຄຸມຄວາມບໍ່ລົງລອຍກັນຢູ່ທະເລ, ຕັ້ງໜ້າສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ເຮັດໃຫ້ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເລິກເຊິ່ງກວ່າອີກ

        ໃນທ່ວງທ່າການພົວພັນພວມພັດທະນາຢ່າງດີງາມນັ້ນ, ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫຼີຊຽນ ໄດ້ມີການພົບປະ, ສົນທະນາ ທີ່ສຳຄັນກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ. ສອງຝ່າຍຈະລົງເລິກການປຶກສາຫາລືບັນດາມາດຕະການ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສຸດຂອງສອງພັກ, ສອງລັດ ໃຫ້ມີປະສິດທິຜົນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ພິເສດ, ນາຍົກລັດຖະມົນຕີສອງປະເທດ ຈະປຶກສາຫາລື, ກຳນົດບັນດາເນື້ອໃຈຈຸດສຸມ ແລະ ບັນດາມາດຕະການລະອຽດ ເພື່ອແນໃສ່ເພີ່ມທະວີການຮ່ວມມືອັນແທດຈິງໃນບັນດາຂົງເຂດເສດຖະກິດ - ການຄ້າ, ການລົງທຶນ, ພື້ນຖານໂຄງລ່າງ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ວິທະຍາສາດເຕັກໂນໂລຢີ…

        ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ກໍສ້າງກຳລັງຜັກດັນຢ່າງແຮງເພື່ອໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ສືບຕໍ່ຮັກສາ ແລະ ເປີດກວ້າງການພົວພັນທີ່ມີຢູ່ແລ້ວ ກັບ ຈີນ, ຜ່ານນັ້ນ ກໍ່ປະກອບສ່ວນປັບປຸງພື້ນຖານສັງຄົມໃຫ້ມີຄວາມຍືນຍົງ, ຈົບງາມເພື່ອການພັດທະນາຂອງການພົວພັນສອງຝ່າຍໃຫ້ຫຼາຍກວ່າອີກ. ການຢ້ຽມຢາມ ກໍເພື່ອແນໃສ່ເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ./.

         

ຕອບກັບ

ຂ່າວ/ບົດ​ອື່ນ