ລັດຖະບານມີການປັບປຸງ,ເຄື່ອນໄຫວດ້ວຍຄວາມທ່ຽງທຳເພື່ອຮັບໃຊ້ປະຊາຊົນ

ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14 ກໍ​ຄື​ບັນ​ດາ​ການ​ຊີ້​ນຳ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ລັດ​ຖະ​ບານ​ພາຍຫຼັງ​ທີ່​ລັດ​ຖະ​ບານ​ໄດ້​ຮັບ​ການ​ບູ​ລະ​ນະ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ໃນ​ການ​ກໍ່ສ້າງ​ລັດ​ຖະ​ບານໃຫ້​ມີ​ການ​ປັບ​ປຸງ ແລະ ເຄື່ອນ​ໄຫວດ້ວຍ​ຄວາມ​ທ່ຽງ​ທຳ. ຄວາມ​ຕັດ​ສິນ​ໃຈ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຮັບ​ການ​ກະ​ທົບ​ຕອບ​ຢ່າງ​ຕັ້ງ​ໜ້າ​ຈາກ​ຫາງ​ສຽງ.

 

ລັດຖະບານມີການປັບປຸງ,ເຄື່ອນໄຫວດ້ວຍຄວາມທ່ຽງທຳເພື່ອຮັບໃຊ້ປະຊາຊົນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ

        ສານ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໃນ​ການ​ຊີ້​ນຳ ບໍ​ລິ​ຫານ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແມ່ນ​ຈະ​ແຈ້ງ, ແທດ​ຈິງ ແລະ ລະ​ອຽດ​ທີ່​ສຸດ. ມັນ​ສະ​ແດງ​ໃຫ້​ເຫັນ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພັກ, ລັດ ຊຶ່ງ​ປະ​ຊາ​ຊົນ​ໄດ້​ມອບ​ໝາຍ​ໃຫ້​ແກ່​ລັດ​ຖະ​ບານ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ.

    ບໍ່​ທໍ້​ຖອຍ​ໃຈ​ຕໍ່​ຄວາມ​ຫຍຸ້ງ​ຍາກ

   ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໄດ້​ສັງ​ເກດ​ວ່າ ປະ​ເທດ​ຊາດ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ ແຕ່​ກໍ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ໜ້ອຍ. ຫວຽດ​ນາມ​ຕ້ອງ​ເສີມ​ຂະ​ຫຍາຍ​ກຳ​ລັງ​ພາຍ​ໃນ ແລະ ຍາດ​ແຍ່ງ​ແຫຼ່ງ​ກຳ​ລັງ​ເພື່ອ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ເພື່ອ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ, ກໍ່​ສ້າງ​ປະ​ເທດ​ຊາດ​ໃຫ້​ຮັ່ງ​ມີ​ເຂັ້ມ​ແຂງ, ມີ​ທີ່​ຕັ້ງ​ບົດ​ບ​າດນັບ​ມື້​ນັບ​ສູງ​ບົນ​ເວ​ທີ່​ສາ​ກົນ. ບົນ​ເນື້ອ​ໃນ​ຈິດ​ໃຈ​ດັ່ງ​ກ່າ​ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ​່າ ແຜນ​ນະ​ໂຍ​ບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ແມ່ນກໍ່​ສ້າງ “ ລັດ​ຖະ​ບານ​ຜ່ານ​ການ​ປັບ​ປຸງ, ເຄື່ອນ​ໄຫວ​ດ້ວຍຄວາມ​ທ່ຽງ​ທຳເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ”. ປັດ​ໄຈ​ເຫຼົ່າ​ນີ້ ຈະ​ສ້າງ​ລັດ​ຖະ​ບານ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ຄຸນ​ນະ​ພາບ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ພັດ​ທະ​ນາ​ໄລ​ຍະ 2016 – 2021 ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍບໍ່​ງ່າຍ​ດາຍ​ນັບ​ທັງ​ຢູ່​ພາຍ​ໃນ​ປະ​ເທດ, ສາ​ກົນ ແລະ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ທ່ານ ບຸຍ​ວັນ​ເກືອງ ສ.ສ.ຊ ແຂວງ ຢາ​ລາຍ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ : 

    “ ໃນ​ອາ​ຍຸ​ການນີ້, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ພິ​ເສດ​ແມ່ນ​ການ​ບໍ​ລິ​ຫານ ຈະ​ມີ​ບັນ​ດາ​ການ​ປ່ຽນ​ແປງ​ໃໝ່ ແລະ ຈະ​ຮັບ​ໃຊ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ໃຫ້​ເປັນ​ຢ່​າງ​ດີ​ກ່​ວາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໄດ້​ມີ​ສານ​ທີ່​ແຂງ​ແຮງ, ອາດ​ຈະ​ເວົ້າ​ໄດ້​ວ່າ ຈາກ​ການ​ຊີ້​ນຳ, ບໍ​ລິ​ຫານ​ຕະຫຼອດ​ຮອດ​ການ​ປັບ​ປຸງ ແລະ ຮັບ​ໃຊ້, ນີ້​ແມ່ນ​ແນວ​ຄິດ​ໃໝ່​ທີ່​ສຸດ ”

    ໂດຍ​ປະ​ຕິ​ບັດ​ເປົ້າ​ໝາຍ​ນີ້, ໃນ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ມອບ​ໝາຍ 10 ວຽກ​ງານ​ໃຫ້​ແກ່​ບັນ​ດາ​ລັດ​ຖະ​ມົນ​ຕີ, ສະ​ມາ​ຊິກ​ລັດ​ຖະ​ບານ. ເຮັດ​ໄດ້​ວຽກ​ງານ 10 ປະ​ການນີ້ ແມ່ນ​ສາ​ມາດ​ກຳ​ແໜ້ນ​ທັງ​ໝົດ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ. ຕາມນັ້ນ​ແລ້ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີໄດ້​ສະ​ເໜີ​ວ່າ ກ່ອນ​ອື່ນ​ໝົດ​ຕ້ອງ​ຮີບ​ຮ້ອນ​ສ້າງ​ດຳ​ລັດ​ກຳ​ນົດ​ພາ​ລະ​ໜ້າ​ທີ່​ຂອງ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ລັດ​ຂັ້ນ​ສູນ​ກາງ​ດ້ວຍ​ຈິດ​ໃຈ​ລັດ​ຖະ​ບານ​ປັບ​ປຸງ​ເພື່ອ​ພັດ​ທະ​ນາ.

    ລັດ​ຖະ​ບານ​ຍັງ​ຈະ​ນຳ​ໜ້າ​ໃນ​ການ​ປະ​ຢັດ​ເງິນ​ທຶນ​ຂອງ​ລັດ, ການ​ນຳ​ໃຊ້​ຊັບ​ສິນ​ສ່ວນ​ລວມ, ລົດ​ຂອງລັດ; ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ເງິນ​ເສຍ​ພາ​ສີ​ແຕ່​ລະ​ດົງ​ຂອງ​ປະ​ຊາ​ຊົນ, ນຳ​ໃຊ້​ຢ່າງ​ໂປ່ງ​ໃສ, ມີ​ປະ​ສິດ​ທິ​ຜົນ, ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ຊາ​ຊົນ ແລະ ທົ່ວ​ສັງ​ຄົມ.

    ທາງ​ດ້ານ​ເສດ​ຖະ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສັງ​ເກດ​ວ່າ ໜ້າ​ທີ່​ໃຫ້​ບັນ​ລຸ​ລະ​ດັບ​ເຕີບ​ໂຕ 6,7% ໃນ​ປີ 2016 ແມ່ນ​ຫຍຸ້ງ​ຍາກ​ຢູ່ ແຕ່​ພວກ​ເຮົາ​ຍັງ​ມີ​ເວ​ລາ, ຍັງ​ມີ​ກາ​ລະ​ໂອ​ກາດ ກໍ​ຕ້ອງ​ພະ​ຍາ​ຍາມ, ເດັດ​ດ່ຽວບໍ່​ທໍ້​ຖອຍ​ໃຈ. ໃນ​ນະ​ໂຍ​ບາຍຮັບ ແລະ ຄຸ້ມ​ຄອງ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຕ່າງ​ປະ​ເທດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢືນ​ຢັນ​ວ່າ ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງ​ອາ​ຊີບ, ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຢ່າງ​ແຂງ​ແຮງ, ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ, ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ເຮັດ​ແນວ​ໃດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດນາມເຂົ້າ​ຮ່ວມ​ເລິກ​ໃນ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ຢູ່​ຕະຫຼາດ​ພາຍ​ໃນ ແລະ ສາ​ກົນ.

    ຄ​ວາມ​ເຊື່ອ​ໝັ້ນ​ຈາກ​ຫາງ​ສຽງ ແລະ ຄວາມ​ຕັດ​ສິນ​ໃຈ​ກະ​ທຳ​ຂອງ​ລັດ​ຖະ​ບານ.

 ສານ ແລະ ການ​ຊີ້​ນຳ​ຢ່​າງ​ຂ້ຽວ​ຂາດຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແມ່ນ​ໄດ້​ຮັບ​ການ​ກະ​ທົບ​ຕອບ​ຢ່າງ​ຕັ້ງ​ໜ້າ​ຈາກ​ຫາງ​ສຽງ. ທ່ານ ເຈີນ​ຮ​ວາງ​ເງີນ ສ.ສ.ຊ ນະ​ຄອນ ໂຮ່​ຈິ​ມິນ ຊີ້​ແຈ້ງວ່າ : 

       “ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ສະ​ແດງ​ໃຫ້​ເຫັນ​ທາດ​ແທ້ດ້ານ​ການ​ເມືອງ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ຕໍ່​ປະ​ຊາ​ຊົນ ແລະ ປະ​ຕິ​ບັດ​ການ​ສ້າງ​ລັດ​ຖະ​ບານມີ​ການ​ກະ​ທຳ, ປະ​ເຊີນ​ໜ້າ​ກັບ​ຕົວ​ຈິງ, ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ແກ້​ໄຂ. ລັດ​ຖະ​ບານ​ໄດ້​ມີ​ສານ​ຈະ​ແຈ້ງ, ກໍ່​ສ້າງລັດ​ຖະ​ບານ​ກະ​ທຳ​ຢ່າງ​ໂປ່ງ​ໃສ, ພິ​ເສດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ໄດ້​ສ້າງຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ວົງ​ການ​ນັກ​ທຸ​ລະ​ກິດ, ຈາ​ກນັ້ນ​ ກໍ​ປົວ​ແປງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ. ນິ້​ແມ່ນ​ປັດ​ໄຈ​ສຳ​ຄັນ​ເພື່ອ​ຊ່ວຍ​ໃຫ້​ແກ່​ການ​ບໍ​ລິ​ຫານ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ແບບ​ຍືນ​ຍົງ ”

     ໃນ​ຂະ​ນະ​ນັ້ນ, ທ່ານ​ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກ​ກຳ​ຫວຽດ​ນາມ​ວູ້​ຕ້ຽນ​ໂລກ ຢືນ​ຢັນ​ວ່າ :

     “ ພາຍຫຼັງ​ທີ່​ລັດ​ຖະ​ບານ​ໄດ້​ຮັບ​ການ​ບູ​ລະ​ນະ​ດ້ວຍ​ການ​ຊີ້​ນຳ​ຢ່າງ​ຂ້ຽວ​ຂາດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ນັບ​ທັງ​ທາງ​ດ້ານ​ຈີນ​ຕະ​ນາ​ການ, ທັດ​ທະ​ນະ, ລະ​ບຽບ​ວິ​ໄນ ແລະ ໂຄງ​ການ​ເຄື່ອນ​ໄຫວ ເກືອບຄື​ວ່າ ໄດ້​ມີ​ກະ​ແສ​ລົມ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ການ​ປະ​ຕິ​ຮູບ​ທີ່​ໄດ້​ເປັນ​ຮູບ​ປະ​ທຳ ແລະ ເຊື່ອ​ໝັ້ນ​ຕໍ່​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ໄດ້​ຮັບ​ການ​ປຸກ​ລຸກ​ອີກ​ຄັ້ງ​ໜຶ່ງ. ຂ້າ​ພະ​ເຈົ້າ​ກໍ​ພາກ​ພູມ​ໃຈ​ທີ່​ສຸດ ເມື່ອ​ເຫັນ​ວ່າ ເຖິງວ່າ ມີ​ກຳ​ລັງ​ດັນ​ຢ່າງ​ໃຫຍ່ຫຼວງ​ແມ່ນ​ຕ້ອງ​ຍູ້​ແຮງ​ການ​ເຕີບ​ໂຕ, ແຕ່​ລັດ​ຖະ​ບານ​ຍັງ​ຄົງ​ຍຶດ​ໝັ້ນ​ເປົ້າ​ໝາຍ​ສ້າງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຢືນ​ຢັນ​ທັດ​ສະ​ນະ ຖື​ເອົາ​ສະ​ຖຽນ​ລະ​ພາບ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ເຕີບ​ໂຕ, ບໍ່​ເດີນ​ຕາມ​ຄາດ​ໝາຍ​ການ​ເຕີບ​ດ້ວຍ​ທຸກວິ​ທີ  ”

     ຄວາມ​ຕັດ​ສິນ​ໃຈ​ກະ​ທຳ​ຂອງ​ລັດ​ຖະ​ບານ ແລະ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃນ​ການ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ, ສິ່ງ​ທີ່​ສະ​ດວກ, ແກ້​ໄຂ​ຂໍ້​ຄວາມ​ຈຳ​ກັດ, ມາ​ນະ​ພະ​ຍາ​ຍາມ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ, ຮັບ​ໃຊ້​ປະ​ຊາ​ຊົ​ນ​ແມ່ນ​ກຳ​ລັງ​ດັນ​ທີ່​ສຳ​ຄັນ. ຄວາມ​ຕັດ​ສິນ​ໃຈ​ນີ້ ຈະ​ປະ​ກອບ​ສ່ວ​ນ​ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຫວຽດ​ນ​າມ​ສືບ​ຕໍ່​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ອະ​ນາ​ຄົດ​ທີ່​ຍາວ​ໄກ​ກວ່າ .

ຕອບກັບ

ຂ່າວ/ບົດ​ອື່ນ