ກ່ອນນີ້ 5 ປີ ຄືໃນກາງເດືອນ 1 ປີ 2011, ການປະຕິວັດທວງເອົາປະຊາທິປະໄຕໄດ້ເກີດຂຶ້ນຢູ່ຫຼາຍປະເທດອາຟະລິກາເໜືອ-ຕາເວັນອອກກາງດ້ວຍຊື່ເອີ້ນວ່າ “ລະດູບານໃໝ່ອາຣັບ”. 5 ປີທີ່ຜ່ານມາ, ສະພາບຂາດສະຖຽນລະພາບດ້ານການເມືອງຢູ່ ອາຟະລິກາເໜືອ-ຕາເວັນອອກກາງຍັງບໍ່ທັນຮອດວັນສິ້ນສຸດເທື່ອ. ຜົນກະທົບຈາກ“ລະດູບານໃໝ່ອາຣັບ” ດ້ວຍກະແສຟອງໃຊ້ຄວາມຮຸນແຮງ, ເດີນຂະບວນປະທ້ວງເພື່ອໂຄ່ນລົ້ມລະບອບ ໄດ້ເຮັດໃຫ້ທັງພາກພື້ນປ່ຽນແປງໄປ.
ສະພາບຂາດສະຖຽນລະພາບດ້ານການເມືອງຢູ່ ອາຟະລິກາເໜືອ-ຕາເວັນອອກກາງຍັງບໍ່ທັນຮອດວັນສິ້ນສຸດເທື່ອ |
ກ່ອນນີ້ 5 ປີ, ບັນດາປະເທດອາຟະລິກາເໜືອ-ຕາເວັນອອກກາງໂດຍໄດ້ຮັບການສະໜັບສະໜູນຈາກອາເມລິກາ ແລະ ຝ່າຍຕາເວັນຕົກ ໄດ້ດຳເນີນອັນທີ່ເອີ້ນວ່າ “ກິດຈະການປະຕິວັດມຸ່ງໄປສູ່ປະຊາທິປະໄຕ” ທີ່ໃສ່ຊື່ວ່າ “ລະດູບານໃໝ່ອາຣັບ”. ແຕ່ໃນ 5 ປີທີ່ຜ່ານມາ, ສາຍລົມລະດູບານໃໝ່ດັ່ງກ່າວ ບໍ່ໄດ້ນຳມາເຊິ່ງສິ່ງທີ່ດີແຕ່ຢ່າງໃດເລີຍ, ກົງກັນຂ້າມ ພັດພຽງແຕ່ນຳມາເຊິ່ງ ສິ່ງທີ່ຮ້າຍແຮງເທົ່ານັ້ນ. ຈາກບັນດາປະເທດພວມພັດທະນາເປັນປົກກະຕິ, ຊ້ຳບໍໜຳແມ່ນຈະເລີນຮຸ່ງເຮືອງທີ່ສຸດຄື : ລີບີ, ຕຸຍນິຊີ ຫຼື ຊີຣີນັ້ນ, ພາຍຫຼັງໄດ້ຜ່ານຜ່າ“ລະດູບານໃໝ່ອາຣັບ”ນັ້ນ, ປະເທດເຫຼົ່ານີ້ໄດ້ຕົກເຂົ້າສູ່ວິກິດການຮອບດ້ານກ່ຽວກັບດ້ານການເມືອງ, ເສດຖະກິດ-ສັງຄົມ, ວັດທະນະທຳ ແລະ ຄວາມໝັ້ນຄົງ, ອັນໄດ້ເຮັດໃຫ້ປະຊາຊົນນັບລ້ານຄົນຕ້ອງປະລະບ້ານເກີດເມືອງນອນຂອງຕົນເພື່ອອົບພະຍົບໄປແຫ່ງອື່ນເພື່ອຊອກຫາຄວາມປອດໄພ.
ວິກິດການດ້ານການເມືອງ
ທ້າຍເດືອນ 12/2010, ໄດ້ເກີດກໍລະນີຊາຍໜຸ່ມເລາະຂາຍເຄື່ອງ ເຜົາຕົວຕາຍຢູ່ຕຸຍນີຊີເພື່ອຄັດຄ້ານຕຳຫຼວດຢຶດເຄື່ອງຂອງລາວ, ອັນໄດ້ພາໄປເຖິງເລື່ອງເກີດບັນດາກໍລະນີລົງຖະໜົນ ເດີນຂະບວນປະທ້ວງ ແລະ ເກີດການຈາລະຈົນໃນທົ່ວໂລກອາຣັບ.
ພາຍຫຼັງເກີດການຢູ່ຕຸຍນີຊີເປັນເວລາ 1 ເດືອນ, ກະແສຟອງ“ລະດູບານໃໝ່ອາຣັບ” ໄດ້ແຜ່ຂະຫຍາຍອອກສູ່ເກືອບທັງໝົດ 23 ປະເທດ ແລະ ເຂດແຄ້ວນໃນພາກພື້ນອາຟະລິກາເໜືອ-ຕາເວັນອອກກາງ. ວິກິດການການເມືອງ-ສັງຄົມນີ້ ໄດ້ພາໃຫ້ລັດຖະບານຂອງຫຼາຍປະເທດເຊັ່ນ: ເຢແມນ, ລີບີ, ບາແຣນ, ຖືກລົ້ມເຫຼວ. ພິເສດຕ້ອງເວົ້າເຖິງບັ້ນບຸກໂຈມຕີທາງອາກາດຕ້ານລີບີ ຂອງ NATO ໜູນຊ່ວຍກຳລັງລຸກຮື້ຂຶ້ນ ລີບີ ໂຄ່ນລົ້ມລະບອບ ແລະ ສັງຫານການນຳ Gaddafi . ແຕ່ການເສຍຊີວິດຂອງ ການນຳ Gaddafi ແມ່ນຍັງບໍ່ທັນຮອດວັນສິ້ນສຸດສະພາບຂາດສະຖຽນລະພາບໃນພາກພື້ນນີ້. ການປ່ຽນແປງລະບອບການເມືອງຢູ່ປະເທດເຫຼົ່ານັ້ນ, ໄດ້ເຮັດໃຫ້ເສດຖະກິດຢູ່ບັນດາປະເທດນີ້ ຖືກຕົກຕ່ຳຖອຍຫຼັງ, ຢູ່ພາຍໃນສັງຄົມຖືກແບ່ງແຍກ, ການຕໍ່ສູ້ເພື່ອຍາດແຍ່ງສິດອຳນາດຍັງຮ້າຍແຮງທີ່ສຸດ. ຢູ່ປະເທດຊີຣີ, ສະພາບຂາດສະຖຽນລະພາບ ເຖິງວ່າບໍ່ສາມາດໂຄ່ນລົ້ມລະບອບຂອງປະທານາທິບໍດີ Al Assad ກໍຕາມ, ແຕ່ກໍພາໃຫ້ປະເທດນີ້ຖືກຕົກຢູ່ໃນສົງຄາມກາງເມືອງຢ່າງຮອບດ້ານ. ກຳລັງດັນຈາກກຳລັງຄັດຄ້ານ ແລະ ກຳລັງດັນຈາກພາຍນອກ ໄດ້ນັບມື້ນັບໃຫຍ່ຫຼວງ ອັນໄດ້ເຮັດໃຫ້ສະພາບການຍິ່ງສັບສົນຫຼາຍຂຶ້ນໃນ 5 ປີທີ່ຜ່ານມາ ແລະ ຍັງບໍ່ທັນຊອກຫາວິທີການແກ້ໄຂຢ່າງມີປະສິດທິຜົນໄດ້.
ສິ່ງທີ່ຊົ່ວຮ້າຍເກີດຂຶ້ນ
“ລະດູບານໃໝ່ອາຣັບ” ໄດ້ເປີດໄລຍະໃໝ່ທີ່ເຕັມໄປດ້ວຍການຜັນປ່ຽນໃຫ້ແກ່ພາກພື້ນ. ມັນໄດ້ເຮັດໃຫ້ປ່ຽນແປງດ້ານກຳລັງຂອງຝ່າຍຕ່າງໆ, ກຳນົດດ້ານການເມືອງໃນພາກພື້ນອາຟະລິກາເໜືອ-ຕາເວັນອອກກາງ. ການເດີນຂະບວນປະທ້ວງ, ຈາລະຈົນເພື່ອໂຄ່ນລົ້ມລະບອບພາຍໃຕ້ການແຊກແຊງຢ່າງແຂງແຮງ, ເລິກເຊິ່ງກ້ວາງຂວາງຈາກພາຍນອກ ໄດ້ເຮັດໃຫ້ພາກພື້ນທີ່ອຸດົມຮັ່ງມີດ້ານຊັບພະຍາກອນທຳມະຊາດນີ້ ບໍ່ມີຄວາມສະຫງົບ. ຜູ້ຮັບເຄາະຮ້າຍຈາກສະພາບການດັ່ງກ່າວ ແມ່ນບໍ່ມີໃຜ ນອກເໜືອຈາກສາມັນຊົນຜູ້ບໍ່ມີໂທດ.
ຢູ່ຊີຣີ, ສົງຄາມກາງເມືອງທີ່ແກ່ຍາວເປັນເວລາ 5 ວັນຜ່ານມາ, ໄດ້ເຮັດໃຫ້ກວ່າ 250.000 ຄົນເສຍຊີວິດ. ສົງຄາມກາງເມືອງໄດ້ກໍ່ໃຫ້ເກີດວິກິດການມະນຸດສະທຳທີ່ຊົ່ວຮ້າຍທີ່ສຸດພາຍຫຼັງສົງຄາມໂລກຄັ້ງທີ 2, ດ້ວຍປະຊາຊົນນັບລ້ານຄົນຕ້ອງປະລະເຮືອນຊານໄປອົບພະຍົບຢູ່ເອີລົບ. ຢູ່ເຢແມນ, ການຂັດແຍ້ງດ້ານການເມືອງ, ສາດສະໜາ, ແລະ ເຜົ່າພັນ ໄດ້ຫັນປ່ຽນໄປສູ່ການປະທະກັນລະຫວ່າງບັນດາກົກເຫຼົ່າ. ການປະທະກັນທີ່ແກ່ຍາວໄດ້ພາໃຫ້ຊາວເຢແມນຕົກຢູ່ໃນສະພາບການດຳລົງຊີວິດຕ້ອງອາໄສຕໍ່ການຊ່ວຍເຫຼືອຈາກຕ່າງປະເທດ. ສ່ວນຢູ່ເອຢິບ, ນັບຕັ້ງແຕ່ເມື່ອປະທານາທິບໍດີ Hosni Mubarak ຖືກໂຄ່ນລົ້ມ, ມາຮອດປະຈຸບັນ, ເຖິງວ່າ ສະພາບດ້ານການເມືອງ, ເສດຖະກິດ, ສັງຄົມໄດ້ຮັບການປົວແປງເທື່ອລະກ້າວກໍຕາມ, ແຕ່ປະເທດນີ້ ຍັງຄົງປະເຊີນໜ້າກັບສິ່ງທ້າທາຍບໍ່ໜ້ອຍ ພາຍຫຼັງຖືກຕົກຢູ່ໃນສະພາບວິກິດການເປັນໄລຍະຍາວນານ. ຢູ່ລີບີ, ສິ່ງທີ່ຊົ່ວຮ້າຍກວ່າໝູ່, ນັ້ນແມ່ນສ່ວນໜຶ່ງໃນເຂດດິນແດນຂອງປະເທດນີ້ ໃນປະຈຸບັນແມ່ນຢູ່ໃຕ້ການຄວບຄຸມຂອງອົງການລັດອິດສະລາມ IS ໂດຍຂະໜານນາມເອງ.
5 ປີທີ່ຜ່ານມາ ກໍແມ່ນໄລຍະທາງທີ່ເຕັມໄປດ້ວຍໂຄກຄ້ອຍສຳລັບພາກພື້ນ ອາຟະລິກາເໜືອ-ຕາເວັນອອກກາງ. ເສລີພາບ, ປະຊາທິປະໄຕ ແມ່ນບໍ່ທັນເຫັນ, ແຕ່ສະພາບຂາດສະຖຽນລະພາບ, ການປະທະກັນຢ່າງນອງເລືອດ, ຄວາມອຶດຫິວທຸກຍາກ, ຫຼ້າຫຼັງຍັງເກີດຂຶ້ນຢູ່ບັນດາປະເທດໃນພາກພື້ນດັ່ງກ່າວ. ພາຍຫຼັງບັນດາພາຍຸລົມແຮງນີ້, ສິ່ງທີ່ປະຊາຊົນ ອາຟະລິກາເໜືອ-ຕາເວັນອອກກາງ ຄອງຄອຍນັ້ນ, ແມ່ນຄ້ອງຢຸດຕິສະພາບຂາດສະຖຽນລະພາບເພື່ອພັດທະນາເສດຖະກິດ.