(VOVWORLD) - ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ເນັ້ນໜັກເຖິງລະດັບຮ້າຍແຮງຂອງສະພາບການການເງິນໃນປະຈຸບັນຂອງອົງການຫຼາຍຝ່າຍໃຫຍ່ທິ່ສຸດຂອງໂລກ.
ສະຫະປະຊາຊາດ, ອົງການຫຼາຍຝ່າຍສຳຄັນທີ່ສຸດຂອງໂລກ, ພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍທີ່ຮ້າຍແຮງດ້ານການເງິນ, ເມື່ອການຂາດດຸນງົບປະມານບໍ່ພຽງແຕ່ສົ່ງຜົນສະທ້ອນທີ່ຫຍໍ້ທໍ້ເຖິງບັນດາແຜນການເຄື່ອນໄຫລທີ່ຈຳເປັນຂອງສະຫະປະຊາຊາດເທົ່ານັ້ນ, ຫາກຍັງນາບຂູ່ເຮັດໃຫ້ບົດບາດຂອງອົງການນີ້ໃນຄວາມເປັນລະບຽບຮຽບຮ້ອຍຫຼາຍຝ່າຍຖືກຫຼຸດຜ່ອນອ່ອນເພຍລົງ ໃນສະພາບໂລກພວມຂາດສະຖຽນລະພາບ.
ວັນທີ 31 ຕຸລາ, ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສົ່ງຈົດໝາຍເຖິງ 193 ປະເທດສະມາຊິກ, ໃນນັ້ນກ່າວເຕືອນວ່າ ອົງການນີ້ພວມປະເຊີນໜ້າກັບວິກິດການຊຳລະສະສາງເງິນຢ່າງຮ້າຍແຮງ, ມີຄວາມສ່ຽງຖືກລົ້ມລະລາຍດ້ານການເງິນໃນໄລຍະຈະມາເຖິງ.
ຄວາມຫຍຸ້ງຍາກດ້ານງົບປະມານ
ໃນຈົດໝາຍ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ເນັ້ນໜັກເຖິງລະດັບຮ້າຍແຮງຂອງສະພາບການການເງິນໃນປະຈຸບັນຂອງອົງການຫຼາຍຝ່າຍໃຫຍ່ທິ່ສຸດຂອງໂລກ. ສາຍເຫດຕົ້ນຕໍແມ່ນບັນດາປະເທດສະມາຊິກຊຳລະຢ່າງຊັກຊ້າ ຫຼື ບໍ່ຊຳລະພັນທະດ້ານການເງິນຂອງຕົນຢ່າງຄົບຖ້ວນ, ພ້ອມກັບເລື່ອງ ສະຫະປະຊາຊາດ ຕ້ອງສົ່ງຄືນງົບປະມານທີ່ບໍ່ທັນນຳໃຊ້ຍ້ອນບໍ່ໄດ້ຮັບແຫຼ່ງເງິນປະກອບຖືກຕ້ອງຕາມກຳນົດເວລາ.
ຄວາມຫຍຸ້ງຍາກດ້ານການເງິນຂອງສະຫະປະຊາດພັດຮ້າຍແຮງກວ່າເມື່ອຫວ່າງມໍ່ໆມານີ້ ອຳນາດການປົກຄອງ ອາເມລິກາ ໄດ້ຫຼຸດຜ່ອນການອຸປະຖຳໃຫ້ຫຼາຍອົງການຂຶ້ນກັບສະຫະປະຊາຊາດ, ປະຕິເສດການປະຕິບັດບັນດາບ້ວງເງິນປະກອບບັງຄັບໃຫ້ແກ່ງົບປະມານເປັນປະຈຳ ກໍຄືງົບປະມານຮັກສາສັນຕິພາບ. ສາຍເຫດທີ່ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຍົກອອກມານັ້ນແມ່ນ ສະຫະປະຊາຊາດເຖິງວ່າມີຄວາມສາດບົ່ມຊ້ອນຢ່າງໃຫຍ່ຫຼວງ ແຕ່ຍັງບໍ່ທັນເສີມຂະຫຍາຍໄດ້ບົດບາດ, ພ້ອມກັນນັ້ນມີລາຍການປຶກສາຫາລືຈຳນວນໜຶ່ງທີ່ ວິຊິງຕັນ ຖືວ່າບໍ່ເໝາະສົມກັບຜົນປະໂຫຍດຂອງ ອາເມລິກາ. ສາຍເຫດໜຶ່ງອີກນັ້ນແມ່ນຄວາມສັບສົນໃນກົນໄກລາຍຈ່າຍດ້ານການເງິນຢູ່ສະຫະປະຊາຊາດ, ຕາມນັ້ນແລ້ວ ສະຫະປະຊາຊາດຕ້ອງຈ່າຍງົບປະມານຖືກຕ້ອງຕາມບັນດາໜ້າທີ່ທີ່ໄດ້ວາງອອກກ່ອນນັ້ນ, ຖ້າບໍ່ເຮັດຄືແນວນັ້ນຈະຕ້ອງສົ່ງເງິນຄືນໃຫ້ບັນດາປະເທດສະມາຊິກ. ທ່ານ Farhan Haq, ຮອງໂຄສົກຂອງສະຫະປະຊາຊາດ ໃຫ້ຮູ້ວ່າ:
“ເຖິງວ່າ 150 ກວ່າປະເທດສະມາຊິກໄດ້ປະຕິບັດສຳເລັດພັນທະດ້ານການເງິນໃນປີ 2025ແລ້ວກໍ່ຕາມ, ແຕ່ ສິ້ນສຸດປີສະຫະປະຊາຊາດຍັງບໍ່ທັນເກັບເງິນປະກອບຈາກບັນດາປະເທດທີ່ຍັງເຫຼືອໃຫ້ໄດ້ 1,56 ຕື້ USD , ເຊິ່ງແມ່ນລະດັບສູງກວ່າທົບ 2 ເທົ່າເນື່ອທຽບໃສ່ປີກ່ອນນັ້ນ. ສະນັ້ນ, ເວັ້ນເສຍແຕ່ບັນດາປວງເງິນປະກອບໄດ້ຮັບການປະຕິບັດ, ຫຼື ພວກຂ້າພະເຈົ້າບໍ່ຕ້ອງສົ່ງຄືນຈຳນວນເງິນທີ່ບໍ່ໄດ້ຈ່າຍ (ຍ້ອນບໍ່ຮັບງົບປະມານຢ່າງຖືກຕ້ອງ), ພວກຂ້າພະເຈົ້າຈະປະເຊີນໜ້າກັບຄວາມສ່ຽງຂາດແຄນເງິນ”.
ເພື່ອແນໃສ່ຮັບມືກັບຄວາມຫຍຸ້ງຍາກດ້ານການເງິນ, ປີ 2025 ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ (1945 - 2025), ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ສ້າງຕັ້ງໜ່ວຍງານສະເພາະກິດ, ດ້ວຍຊື່ເອີ້ນວ່າ UN80, ເພື່ອຊອກຫາວິທີຫຼຸດຜ່ອນລາຍຈ່າຍ, ປັບປຸງການເຄື່ອນໄຫວໃຫ້ມີປະສິດທິຜົນ. ຫຼັງຈາກນັ້ນ, ບັນດາປະເທດສະມາຊິກໄດ້ເຫັນດີຫຼຸດຜ່ອນ ງົບປະທານ 7% ໃຫ້ແກ່ປີ 2026, ລົງເຫຼືອພຽງ 3,45 ຕື້ USD. ເຖິງຢ່າງໃດກໍ່ຕາມ, ຄວາມຫຍຸ້ງຍາກດ້ານການເງິນຍັງແກ່ຍາວຢູ່ ແລະ ສະຫະປະຊາຊາດອາດຈະຂາດແຄນເງິນສົດໃນເດືອນ ກໍລະກົດ ຈະມາເຖິງ.
ຄວາມສ່ຽງຕໍ່ກັບບົດບາດຂອງສະຫະປະຊາຊາດ
ບັນດາຄວາມຫຍຸ້ງຍາກດ້ານການເງິນພວມສົ່ງຜົນສະທ້ອນເຖິງທຸກຂົງເຂດການເຄື່ອນໄຫວຂອງສະຫະປະຊາຊາດ. ທີ່ຫ້ອງວ່າການຂ້າຫຼວງໃຫຍ່ສິດທິມະນຸດສະຫະປະຊາຊາດ (OHCHR), ຍ້ອນງົບປະມານຖືກຈຳກັດ, ອົງການນີ້ຕ້ອງຫຼຸດຈຳນວນລັດຖະກອນ ແລະ ຮັດແຄ້ບ ຫຼື ຍຸດຕິບາງໂຄງການຢູ່ຫຼາຍປະເທດ. ໃນປີ 2025,ການໄປປະຕິບັດງານຕິດຕາມກວດກາສິດທິມະນຸດຂອງອົງການນີ້ໄດ້ຫຼຸດລົງຫຼາຍພໍສົມຄວນເມື່ອທຽບໃສ່ປີກ່ອນ. ໃນຂະນະນັ້ນ, ໃນປີຜ່ານມາ ອົງການອະນາໄມໂລກ (WHO) ກໍ່ໄດ້ວາງແຜນຫຼຸດຜ່ອນບຸກຄະລາກອນຢ່າງແຮງໃນໄລຍະຈະມາເຖິງ.
ຕາມວົງການນັກສັງເກດການແລ້ວ, ວິກິດການດ້ານການເງິນພວມແຜ່ກະຈາຍຢ່າງກວ້າງຂວາງຢູ່ສະຫະປະຊາຊາດ ແລະ ບັນດາອົງການສະມາຊິກຂອງອົງການີ້ໃນຊຸມປີຜ່ານມາ ອັນໄດ້ເປັນສິ່ງທ້າທາຍຫຼາຍຢ່າງຕໍ່ປະຊາຄົມສາກົນ, ຍ້ອນວ່າເລື່ອງນີ້ບໍ່ພຽງແຕ່ຈຳກັດໃນບັນຫາການເງິນເທົ່ານັ້ນ, ຫາກຍິ່ງກວ່ານັ້ນແມ່ນເຮັດໃຫ້ ບົດບາດຂອງສະຫະປະຊາຊາດໃນການແກ້ໄຂບັນດາບັນຫາໃຫຍ່ຂອງໂລກຖືກລົດໜ້ອຍຖອຍລົງອີກ. ທ່ານນາງ Veronika Fikfak, ສາດສະດາຈານກ່ຽວກັບສິດທິມະນຸດ ແລະ ກົດໝາຍສາກົນ ຢູ່ມະຫາວິທະຍາໄລ ລອນດອນ (ອັງກິດ), ໃຫ້ຂໍ້ສັງເກດວ່າ:
“ມີບາງປະເທດບໍ່ປະຕິບັດພັນທະປະກອບເງິນຕາໃຫ້ແກ່ສະຫະປະຊາຊາດ. ກ່ອນນີ້, ຈະມີບັນດາປະເທດອື່ນປະກອບເງິນຖົມບ່ອນວ່າງນັ້ນ, ເຖິງຢ່າງໃດກໍ່ຕາມ, ໃນໄລຍະ 5 ຫາ 10 ປີມານີ້, ພວກເຮົາເຫັນປະຈັກຕາວິກິດການດ້ານງົບປະມານເມື່ອບັນດາປະເທດໃຫຍ່ປະຕິເສດປະກອບເງິນຍ້ອນສາຍເຫດຈຳນວນໜຶ່ງ. ສິ່ງທີ່ພວມດຳເນີນຢູ່ທີ່ນີ້, ນັ້ນແມ່ນສະຫະປະຊາຊາດ ແລະ ອົງການຈຳນວນໜຶ່ງຂອງສະຫະປະຊາຊາດ ບໍ່ສາມາດປະຕິບັດສຳເລັດທຸກໜ້າທີ່, ບໍ່ສາມາດວາງແຜນການ ແລະ ຍຸດທະສາດ, ບໍ່ສາມາດເຂົ້າຮ່ວມການປຶກສາຫາລືຕ່າງໆໄດ້”.
ນີ້ກໍ່ແມ່ນຂໍ້ສັງເກດເຊິ່ງນັກຊ່ຽວຊານຫຼາຍທ່ານໄດ້ກ່າວເຕືອນ, ຕາມນັ້ນແລ້ວ, ຖ້າເລື່ອງ “ບໍ່ປະກອບງົບປະມານ” ແຜ່ກະຈາຍພາຍໃນສະຫະປະຊາຊາດ, ອົງການນີ້ຈະນັບມື້ນັບອອ່ນເພຍລົງ ແລະ ບໍ່ມີຄວາມສາມາດຢ່າງພຽງພໍເພື່ອຮັບຜິດຊອບບັນດາໜ້າທີ່ໃຫຍ່ທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມກ້າວໜ້າສັງຄົມຢູ່ໃນໂລກ. ສິ່ງດັ່ງກ່າວຈະນຳ ຄວາມສ່ຽງມາໃຫ້ຫຼາຍປະເທດ, ໃນຈຸດເວລາທີ່ໂລກພວມມີການຜັນແປດ້ານພູມສາດການເມືອງແຮງທີ່ສຸດ ນັບແຕ່ພາຍຫຼັງສິ້ນສຸດສົງຄາມເຢັນ.