(vovworld) - ນັບແຕ່ວັນທີ 21-24/1, ຢູ່ລາຮາວານ ໄດ້ດຳເນີນ ການເຈລະຈາຕ່າງໆລະຫວ່າງອາເມລິກາ ແລະ ກູບາ ກ່ຽວກັບການສ້າງການພົວພັນເປັນປົກກະຕິ. ການເຈລະຈາເຫຼົ່ານັ້ນ ໄດ້ຮັບການຕີລາຄາວ່າເປັນບາດລ້ຽວ, ເພື່ອມຸ່ງໄປເຖິງເລື່ອງຟື້ນຟູການພົວພັນທາງການທູດລະຫວ່າງສອງປະເທດ, ເຊິ່ງເຄີຍຖືກຕັດຕອນໃນກວ່າເຄິ່ງສະຕະວັດຜ່ານມາ.
ນຳໜ້າຄະນະຜູ້ແທນອາເມລິກາ ໃນຄັ້ງນີ້ແມ່ນທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ, ຮັບຜິດຊອບພາກພື້ນອາເມລິກາ ລາຕິນ, ທ່ານນາງ Roberta Jacobson. ຫົວໜ້າກົມຮັບຜິດຊອບບັນດາບັນຫາກ່ຽວຂ້ອງເຖິງອາເມລິກາ, ທ່ານນາງ Josephina Vidal ແມ່ນຜູ້ຕາງໜ້າຝ່າຍກູບາ. ເນື້ອໃນການເຈລະຈາແມ່ນສຸມໃສ່ບັນຫາການເຂົ້າເມືອງ ແລະ ຂັ້ນຕອນແຕ່ງຕັ້ງເອກອັກຄະລັດຖະທູດຢູ່ແຕ່ລະປະເທດ.
ກ່ອນໜ້ານັ້ນ, ທັງສອງຝ່າຍໄດ້ດຳເນີນມາດຕະການຕ່າງໆ ເພື່ອແນໃສ່ຊຸກຍູ້ການພົວພັນນຳກັນ. ອາເມລິກາ ໄດ້ຍົກເລີກຄຳສັ່ງຫ້າມໄປມາ ແລະ ການຄ້າກັບກູບາສ່ວນໜຶ່ງ. ກົງກັນຂ້າມ, ກູບາ ກໍ່ໄດ້ປ່ອຍຕົວ ນັກເຄື່ອນໄຫວດ້ານການເມືອງຝ່າຍຄ້ານ 53 ຄົນ. ກ່ອນດຳເນີນການເຈລະຈານີ້, ສະມາຊິກລັດຖະສະພາອາເມລິກາ ຄະນະໜຶ່ງທີ່ສະໜັບສະໜູນການສ້າງຕັ້ງສາຍພົວພັນ ແລະ ຍົກເລີກຄຳສັ່ງຂວ້ຳບາດທີ່ມີຕໍ່ກູບາ ໄດ້ໄປຢ້ຽມຢາມກູບາ ໃນລະຫວ່າງວັນທີ 16-18/1. ເນື້ອໃນການຢ້ຽມຢາມນີ້ ແມ່ນດຳເນີນການພົບປະກັບກະຊວງຕ່າງໆຂອງກູບາ ເພື່ອປຶກສາຫາລືເລື່ອງແລກປ່ຽນການເຄື່ອນໄຫວດ້ານການຄ້າໃນອະນາຄົດ.
ສ້າງຄວາມໄວ້ເນື້ອເຊື່ອໃຈ
ຖັດຈາກຖະແຫຼງການ ແລະ ບັນດາການກະທຳສ້າງການພົວພັນເປັນປົກກະຕິລະຫວ່າງການນຳອາເມລິກາ ແລະ ກູບາ ເມື່ອທ້າຍປີ 2014 ນັ້ນ. ການເຈລະຈາຄັ້ງນີ້ ໄດ້ຮັບຖືວ່າແມ່ນກາລະໂອກາດປະຫວັດສາດເພື່ອໃຫ້ສອງຝ່າຍຫຍັບມໍ່ໃກ້ກັນ. ເຖິງວ່າຫວ່າງແລ້ວນີ້, ທັງອາເມລິກາ ແລະ ກູບາໄດ້ມີການກະທຳຫຼາຍຢ່າງ, ສະແດງໃຫ້ເຫັນເຈດຕະນາດີ ພ້ອມແລ້ວທີ່ຈະລົບລ້າງຄວາມບໍ່ລົງລອຍກັນໃນອະດີດຕະການກໍ່ຕາມ, ແຕ່ຍ້ອນບັນດາບັນຫາປະຫວັດສາດ, ສາຍພົວພັນນີ້ຍາກທີ່ຈະແກ້ໄຂໂດຍໄວໄດ້.
ທຳອິດແມ່ນການເຂົ້າເມືອງ, ເຊິ່ງແມ່ນບັນຫາທີ່ໄດ້ກໍ່ຄວາມບໍ່ລົງລອຍກັນລະຫວ່າງສອງຝ່າຍໃນຫຼາຍທົດສະວັດຜ່ານມາ. ນັບແຕ່ກ່ອນມາຮອດປະຈຸບັນ, ຍາມໃດກູບາ ກໍ່ປະຕິເສດນະໂຍບາຍ “ຕີນແຫ້ງ, ຕີນຊຸ່ມ“ ຂອງອາເມລິກາ ທີ່ກຳນົດວ່າ, ພົນລະເມືອງກູບາ ບໍ່ວ່າຜູ້ໃດຖ້າຖືກກຳລັງປົກກັນຝັ່ງທະເລອາເມລິກາ ພົບເຫັນພວມມີໜ້າຢ່າງຜິດກົດໝາຍຢູ່ເຂດທະເລຂອງອາເມລິກາ ກໍ່ຖືກສົ່ງຄືນໃຫ້ກູບາ, ແຕ່ເມື່ອເຂົ້າດິນຕໍ່ແຜ່ນຂອງອາເມລິກາ ແລ້ວ, ເຂົາເຈົ້າຈະໄດ້ຮັບບັດອາໄສຢູ່ອາເມລິກາ ພາຍຫຼັງຍື່ນບັດປະຈຳຕົວກູບາ. ນະໂຍບາຍນີ້ ໄດ້ສ້າງເງື່ອນໄຂໃຫ້ແກ່ການອົບພະຍົບຈາກກູບາ ໄປອາເມລິກາ ຢ່າງຜິດກົດໝາຍ ແລະ ເຮັດໃຫ້ຊາວກູບາ ບໍ່ຫົວຊາຕໍ່ຊີວິດຂອງຕົນ, ຂ້າມທະເລໄປຍັງອາເມລິກາ. ກູບາ ໄດ້ຕຳໜິຕິຕຽນນະໂຍບາຍຂອງອາເມລິກາ ຫຼາຍເທື່ອແລ້ວວ່າ, ແມ່ນບໍ່ເໝາະສົມກັບລາຍການຮ່ວມມືສອງຝ່າຍລະຫວ່າງອາເມລິກາ ແລະ ກູບາໃນບັນຫາກີດຂວາງການເຂົ້າເມືອງຢ່າງຜິດກົດໝາຍ ແລະ ການຄ້າມະນຸດ. ກ່ອນໜ້ານັ້ນ, ເມື່ອເດືອນ 7/2014, ບັນດາເຈົ້າໜ້າທີ່ສອງປະເທດ ໄດ້ມີການພົບປະປຶກສາຫາລືກ່ຽວກັບບັນຫາການເຂົ້າເມືອງ ແຕ່ບໍ່ທັນນຳມາເຊິ່ງໝາກຜົນລະອຽດໃດເທື່ອ. ຍັງມີບັນຫາໜຶ່ງອີກທີ່ຖືກນຳມາປຶກສາຫາລືໃນການເຈລະຈາລະຫວ່າງອາເມລິກາ - ກູບາ ຄັ້ງນີ້, ນັ້ນແມ່ນເລື່ອງກູບາຮຽກຮ້ອງອາເມລິກາ ຍົກເລີກຊື່ຂອງກູບາ ອອກຈາກບັນຊີລາຊື່ບັນດາປະເທດໜູນຫຼັງການກໍ່ການຮ້າຍ, ເຊິ່ງໄດ້ເປັນສິ່ງທີ່ກີດຂວາງໃຫ້ກູບາ ໃນການສຳພັດກັບອົງການການເງິນໂລກ. ແລະ ສຸດທ້າຍແມ່ນເລື່ອງຍົກເລີກບັນດາຂໍ້ຈຳກັດໃນການໄປມາ ເຊິ່ງກູບາ ຈັດວາງສຳລັບບັນດານັກການທູດອາເມລິກາ.
ການພົບປະລະຫວ່າງສອງຝ່າຍພຽງແຕ່ເປັນການສ້າງຄວາມໄວ້ເນື້ອເຊື່ອໃຈເທົ່ານັ້ນ. ເຖິງວ່າມີຄວາມມານະພະຍາຍາມທີ່ສຸດ, ແຕ່ວິວັດການສ້າງສາຍພົວພັນເປັນປົກກິຕິນີ້ຍັງປະສົບກັບສິ່ງກີດຂວາງໃດໜຶ່ງຢ່າງແນ່ນອນ. ສຳລັບຝ່າຍອາເມລິກາ ແມ່ນກຳລັງດັນຈາກບັນດາສະມາຊິກລັດຖະສະພາຂອງພັກສາທາລະນະ. ສ່ວນທາງຝ່າຍກູບາ ແມ່ນການຄັດຄ້ານຂອງຊາວກູບາ ພາກສ່ວນໜຶ່ງທີ່ພວມດຳລົງຊີວິດຢູ່ອາເມລິກາ ແລະ ບາງປະເທດຢູ່ໃນໂລກ. ກວ່າ 50 ປີທີ່ຖືກຮັບຜົນສະທ້ອນຈາກນະໂຍບາຍປິດລ້ອມ, ຂວຳ້ບາດຂອງອາເມລິກາ, ໄດ້ເຮັດໃຫ້ຊາວກູບາ ຂາດຄວາມໄວ້ເນື້ອເຊື່ອໃຈຕໍ່ອາເມລິກາ, ສິ່ງດັ່ງກ່າວໄດ້ກໍ່ຄວາມສົງໄສໃຫ້ແກ່ເຂົາເຈົ້າຢ່າງແນ່ນອນ.
ຍັງມີໄລຍະທາງຢູ່ຕໍ່ໜ້າ
ຄຳຖາມເຊິ່ງຫາງສຽງພວມລໍຖ້າໃນປະຈຸບັນ, ນັ້ນແມ່ນວິວັດສ້າງການພົວພັນເປັນປົກກະຕິລະຫວ່າງອາເມລິກາ - ກູບາ ຈະຕ້ອງເສຍເວລາດົນປານໃດ ? ຫຼາຍຄົນໄດ້ຄາດຄະເນວ່າ, ການພົວພັນລະຫວ່າງອາເມລິກາ - ກູບາ ຈະມີບາດກ້າວທີ່ຕັ້ງໜ້າ. ປັດໃຈສະດວກນັ້ນແມ່ນສອງປະເທດຢູ່ໃກ້ກັນ, ພຽງແຕ່ຫ່າງກັນ 145 ກມ ທາງທະເລເທົ່ານັ້ນ, ການຄົມມະນາຄົມ ແລະ ການຄ້າມີຄວາມສະດວກທີ່ສຸດ. ສິ່ງສຳຄັນກວ່ານັ້ນແມ່ນ, ທັງສອງປະເທດບໍ່ມີບັນດາບັນຫາກ່ຽວກັບມໍລະດົກສົງຄາມ. ໃນຊຸມປີມໍ່ໆມານີ້, ລັດຖະບານກູບາ ໄດ້ປະຕິບັດນະໂຍບາຍປະຕິຮູບເສດຖະກິດເທື່ອລະກ້າວຢ່າງແຮງ. ເຖິງວ່າກູບາ ຍັງຄົງຮັກສາທ່າອ່ຽງສັງຄົມອາເມລິກາລາຕິນ ກໍ່ຕາມ, ເລື່ອງຊຸກຍູ້ການຮ່ວມມືພາຍຫຼັງສ້າງການພົວພັນເປັນປົກກະຕິຍັງສາມາດດຳເນີນໄປຢ່າງໄວ ແລະ ສະດວກກວ່າຢູ່.
ສາຍພົວພັນລະຫວ່າງອາເມລິກາ ແລະ ກູບາ ແມ່ນໜຶ່ງໃນບັນດາສາຍພົວພັນທີ່ສັບສົນໃນປະຫວັດສາດໂລກ, ດັ່ງນັ້ນເພື່ອສ້າງການພົວພັນເປັນປົກກະຕິຢ່າງສົມບຸນ, ມັນຮຽກຮ້ອງຕ້ອງມີເວລາຫຼາຍ ດ້ວຍຄວາມມານະພະຍາຍາມຈາກສອງຝ່າຍ. ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນ, ທັງສອງຝ່າຍໄດ້ມີບາດກ້າວໂດຍພື້ນຖານ ແລະ ຫຍຸ້ງຍາກທີ່ສຸດ, ນັ້ນແມ່ນປິດອະດີດຕະການໄວ້, ສ້າງເຈດຕະນາດີ, ກຽມພ້ອມໃຫ້ແກ່ການສ້າງສາຍພົວພັນ, ບົນພື້ນຖານເຄົາລົບຄວາມແຕກຕ່າງກັນ. ການເຈລະຈາໃນຄັ້ງນີ້ແມ່ນບາດກ້າວທຳອິດ ເພື່ອໃຫ້ສອງຝ່າຍຫຍັບມໍ່ໃກ້ກັນ, ມຸ່ງໄປເຖິງຄວາມໄວ້ເນື້ອເຊື່ອໃຈໃນໄລຍະຍາວ.