ຫວຽດນາມ ໄດ້ ແລະ ພວມຫັນປ່ຽນຈາກພື້ນຖານເສດຖະກິດດ້ອຍພັດທະນາ, ກາຍເປັນຈຸດພົ້ນເດັ່ນຂອງການເຕີບໂຕຢູ່ ອາຊີ. ບໍ່ພຽງແຕ່ຮັບຮູ້ບັນດາຜົນງານດ້ານເສດຖະກິດທີ່ໜ້າປະທັບໃຈເທົ່ານັ້ນ, ຫາກບັນດາອົງການຈັດຕັ້ງສາກົນ, ວົງການນັກຊ່ຽວຊານ ແລະ ສື່ມວນຊົນຕ່າງປະເທດ ນັບມື້ນັບເນັ້ນໜັກເຖິງບົດບາດ, ຄວາມຮັບຜິດຊອບຂອງ ຫວຽດນາມ ໃນລະບົບຕ່ອງໂສ້ການສະໜອງທົ່ວໂລກ, ການພັດທະນາແບບຍືນຍົງ ແລະ ການຮ່ວມມືຫຼາຍຝ່າຍ. ບັນດາໝາກຜົນດັ່ງກ່າວຫຼັກຖານພະຍານທີ່ມີຊີວິດຊີວາໃຫ້ແກ່ການຊາບຊຶມ, ຜັນຂະຫຍາຍບັນດາທິດທາງໃຫຍ່ທີ່ໄດ້ກຳນົດໃນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີປະສິດທິຜົນ, ທັງໄດ້ຮັບການສືບທອດ ແລະ ພັດທະນາຢູ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ.
ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ເປັນປະເທດທີມີຄວາມຮັບຜິດຊອບ, ພ້ອມແລ້ວຈະມີການກະທຳເພື່ອຜົນປະໂຫຍດລວມ ແລະ ມີຄວາມໝັ້ນໃຈກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍທິດທາງນັບມື້ນັບຈະແຈ້ງ.
ຄວາມໄວ້ເນື້ອເຊື່ອໃຈສາກົນໄດ້ສ້າງຂຶ້ນບົນຫຼາຍພື້ນຖານ
ຫວນຄືນປີ 2025 ແລະ 5 ປີຜ່ານມາ, ໃນສະພາບການໂລກທີ່ມີການຜັນແປສັບສົນຫຼາຍຢ່າງ, ຫວຽດນາມ ຍັງຄົງຮັກສາໄດ້ພື້ນຖານເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ ແລະ ທ່າເຕີບໂຕທີ່ຕັ້ງໜ້າ. ປີ 2025, ຫວຽດນາມ ໄດ້ປະຕິບັດສຳເລັດ, ບັນລຸ ແລະ ລືນກາຍ 15/15 ຄາດໝາຍເສດຖະກິດ - ສັງຄົມຕົ້ນຕໍ; ພ້ອມທັງ ບັນລຸລະດັບເຕີບໂຕຍອດຜະລິດຕະພັນພາບໃນ (GDP) ປະມານ 8,02% ລື່ນກາຍຄວາມຄາດຫວັງ. ປີ 2025, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ຫວຽດນາມ ບັນລຸກວ່າ 27,5 ຕື້ USD, ເຊິ່ງເປັນລະດັບສູງສຸດໃນ 5 ປີຜ່ານມາ.
ວັນທີ 08 ມັງກອນ ຜ່ານມາ, ຫວຽດນາມ ໄດ້ກາຍເປັນ “ຈຸດທີ່ໝັ້ນ” R&D (ຄົ້ນຄວ້າ ແລະ ພັດທະນາ) ແລະ ສູນດີເລີດກ່ຽວກັບ Digital Twin ແລະ ປັນຍາປະດິດ (AI) ຂອງກຸ່ມບໍລິສັດ Dassault Systèmes (ຝລັ່ງ). ທີ່ພິທີເປີດຕົວ, ທ່ານ Samson Khaou, ຮອງປະທານຜູ້ປະຈຳການຮັບຜິດຊອບພາກພື້ນອາຊີ - ປາຊີຟິກ ຂອງກຸ່ມບໍລິສັດ Dassault Systèmes, ເນັ້ນໜັກວ່າ:
“ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາມີຫຼາຍເປົ້າໝາຍລວມເພື່ອກໍ່ສ້າງສູນ R&D ແລະ ສູນດີເລີດກ່ຽວກັບDigital Twin ແລະ AI. ຍ້ອນວ່າ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ, ພິເສດແມ່ນພົນລະເມືອງ ແລະ ການປະຕິຮູບຂອງລັດຖະບານ, ໃນນັ້ນ ມີມະຕິເລກທີ 57, ຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ເປົ້າໝາຍກາຍເປັນພື້ນຖານເສດຖະກິດທີ່ມີລາຍຮັບສູງ”.
ທ່ານ Michael Kokalari, ຫົວໜ້ານັກຊ່ຽວຊານເສດຖະກິດກອງທຶນ VinaCapital
(ພາບ: congthuong.vn)
|
ບັນດາຄຳໝັ້ນສັນຍາເປີດຕະຫຼາດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ຊຸກຍູ້ການເຊື່ອມຕໍ່ພາກພື້ນ ສືບຕໍ່ປັບປຸງພາບພົດຂອງ ຫວຽດນາມ ໃຫ້ກະຈາງແຈ້ງ, ສະເໝີຕົ້ນສະເໝີປາຍ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈ. ທ່ານ Michael Kokalari, ຫົວໜ້ານັກຊ່ຽວຊານເສດຖະກິດກອງທຶນ VinaCapital, ຜູ້ທີ່ໄດ້ຄົ້ນຄວ້າກ່ຽວກັບເສດຖະກິດ ຫວຽດນາມມາຫຼາຍປີແລ້ວ, ຖືວ່າ:
“ທີໜຶ່ງແມ່ນການຫັນປ່ຽນຢ່າງຫຼວງຫຼາຍໃນຈິນຕະນາການຂອງລະບົບອຳນາດການປົກຄອງ. ບັນດາການນຳຮັບຟັງ, ຮັບຮູ້ ແລະ ມີການກະທຳໄວກວ່າ. ທີສອງ, ເຂົາເຈົ້າວາງເປົ້າໝາຍດ້ວຍຄວາມມັກໃຫຍ່ໄຝ່ສູງ. ທີສາມແມ່ນ ຄວາມດຸ່ນດ່ຽງລະຫວ່າງການລົງທຶນ FDI ແລະ ພາຍໃນ, ການປະຕິຮູບຈະເປີດໂອກາດລົງທຶນຫຼາຍຢ່າງ”.
ການກະທຳທີ່ມິຄວາມຮັບຜິດຊອບເພື່ອຜົນປະໂຫຍດລວມ
ໃນຂອບເຂດກວ້າງກວ່າ, ຫວຽດນາມ ພວມນັບມື້ນັບຢືນຢັນບົດບາດ ແລະ ຄວາມຮັບຜິດຊອບໃນການຊຸກຍູ້ການພັດທະນາແບບຍືນຍົງ ແລະ ການຮ່ວມມືຫຼາຍຝ່າຍ. ຈາກການຫັນປ່ຽນພະລັງງານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຕະຫຼອດຮອດການປະກອບສ່ວນຢູ່ບັນດາເວທີປາໄສຢູ່ພາກພື້ນ ແລະ ສາກົນ, ຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມເທົ່ານັ້ນ ຫາກຍັງເປັນເຈົ້າການສະເໜີມາດຕະການແກ້ໄຂ ແລະ ຊຸກຍູ້ການໂອ້ລົມສົນທະນາອີກດ້ວຍ.
(ພິທີເປີດເຊັນສົນທິສັນຍາ ຮ່າໂນ້ຍ ປີ 2025) |
ເລື່ອງ ຫວຽດນາມ ຈັດພິທີເປີດເຊັນສົນທິສັນຍາ ຮ່າໂນ້ຍ ປີ 2025 ແມ່ນຫຼັກຖານພະຍານທີ່ຈະແຈ້ງໃຫ້ແກ່ບົດບາດນັ້ນ. ເຫດການບໍ່ພຽງແຕ່ຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນການຮ່ວມມືປ້ອງກັນຄວາມໝັ້ນຄົງທາງໄຊເບີເທົ່ານັ້ນ, ຫາກຍັງເປີດໂອກາດລົງທຶນຢ່າງໃຫຍ່ຫຼວງໃນບັນດາຂົງເຂດເຕັກໂນໂລຊີດີຈີຕອນ ແລະ ຄວາມໝັ້ນຄົງທາງໄຊເບີອີກດ້ວຍ. ທ່ານ Bruno Sivanadan, ປະທານຮ່ວມຄະນະກຳມະການເຕັກນິກດີຈີຕອນຂອງສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham), ຖືວ່າ:
“ເມື່ອເວົ້າເຖິງກອງປະຊຸມສົນທິສັນຍາ ຮ່າໂນ້ຍ ທຸກຄົນເລີຍຄິດເຖິງ ຫວຽດນາມ ເມື່ອເວົ້າເຖິງຄວາມໝັ້ນຄົງທາງໄຊເບີ ແລະ ເຕັກໂນໂລຊີ. ນີ້ແມ່ນສັນຍານທີ່ດີໃຫ້ແກ່ຂະແໜງເຕັກໂນໂລຊີຢູ່ ຫວຽດນາມ. ສິ່ງນີ້ກໍ່ຈະບັງຄັບໃຫ້ບັນດາບໍລິສັດຂອງ ຫວຽດນາມ ຕ້ອງບັນລຸໄດ້ບັນດາມາດຕະຖານສາກົນ ແລະ ຄວາມເຄົາລົບມັນ. ສຳລັບພວກຂ້າພະເຈົ້າ, ຜູ້ທີ່ລົງທຶນນັບມື້ນັບຫຼາຍເຂົ້າ ຫວຽດນາມນັ້ນ, ນີ້ແມ່ນໂອກາດຢ່າງໃຫຍ່ຫຼວງເພື່ອນຳໃຊ້”.
ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດ້ວຍບັນດານະໂຍບາຍຍຸດທະສາດທີ່ກຳນົດຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ພວມມີພື້ນຖານທິດທາງນັບມື້ນັບຈະແຈ້ງ ເພື່ອສືບຕໍ່ປັບປຸງຖານະບົດບາດເປັນຈຸດພົ້ນເດັ່ນຂອງການເຕີບໂຕ, ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ເປັນປະເທດກະທຳທີ່ມີຄວາມຮັບຜິດຊອອບເພື່ອຜົນປະໂຫຍດລວມ.