ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ກຳ​ລັງ ສ​ປ​ຊ ຢູ່ ລີ​ບັງ: ການ​ກະ​ທຳ​ເພີ່ມ​ຄວາມ​ອັນ​ຕະ​ລາຍ

(VOVWORLD) -  ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ກຳລັງ ເຮັກໂບລາ ຢູ່ ລີບັງ ພວມເພີ່ມຄວາມອັນຕະລາຍໃໝ່, ຂະນະທີ່ ໃນຊຸມວັນຜ່ານມາ ກອງທັບ ອິດສະຣາແອັນ ຖືກກ່າວຫາວ່າ ໄດ້ປະຕິບັດບັ້ນບຸກໂຈມຕີຈຳນວນໜຶ່ງເພື່ອແນໃສ່ກຳລັງຮັກສາສັນຕິພາບຂອງ ສະຫະປະຊາຊາດຢູ່ ລີບັງ.

ຄວາມເຄັ່ງຕຶງລະຫວ່າງ ອິດສະຣາແອັນ ແລະ ສປຊ ໄດ້ເພີ່ມຂຶ້ນ ເມື່ອວັນທີ 11 ຕຸລາ, ກຳລັງຮັກສາສັນຕິພາບຂອງ ສປຊ ຢູ່ ລີບັງ (UNIFIL) ເຜີຍໃຫ້ຮູ້ວ່າ ກອງທັບ ອິດສະຣາແອັນ ໄດ້ປະຕິບັດບັ້ນບຸກໂຈມຕີຈຳນວນໜຶ່ງເລັ່ງໃສ່ຮາກຖານຂອງກຳລັງດັ່ງກ່າວຢູ່ພາກໃຕ້ ລີບັງ, ມ້າງທຳລາຍບາງປ້ອມຍາມ, ຫຼາຍເຄື່ອງຕິດຕໍ່, ລະບົບໄຟເຍືອງທາງ ແລະ ເຮັດໃຫ້ພະນັກງານຈຳນວນໜຶ່ງຂອງ UNIFIL ຖືກບາດເຈັບ.

ການກະທຳອັນຕະລາຍ

ເຫດການ UNIFIL ຖືກບຸກໂຈມຕີໄດ້ສ້າງຂີດໝາຍລະດັບຄວາມອັນຕະລາຍເພີ່ມຂຶ້ນໃໝ່ຂອງການປະທະກັນທີ່ພວມນັບມື້ນັບມີສັນຍານແຜ່ລາມອອກສູ່ວົງກວ້າງຢູ່ ລີບັງ. ຕາມຂໍ້ມູນຂອງ ສປຊ ແລ້ວ, ກຳລັງຮັກສາສັນຕິພາບຂອງອົງການນີ້ຢູ່ພາກໃຕ້ ລີບັງ ໄດ້ຖືກຜົນກະທົບຈາກການບຸກໂຈມຕີ ເຖິງ 20 ຄັ້ງ ນັບແຕ່ເມື່ອ ອິດສະຣາແອັນ ປະກາດຜັນຂະຫຍາຍບັ້ນບຸກໂຈມຕີຈຳກັດຢູ່ທາງບົກ ເພື່ອແນໃສ່ບັນດາເປົ້າໝາຍຂອງກໍາລັງ ເຮັກໂບລາ ຢູ່ພາກໃຕ້ ລີບັງ ເມື່ອທ້າຍເດືອນກັນຍາ ຜ່ານມາ. ທ່ານ Andrea Tenenti, ໂຄສົກຂອງ UNIFIL ໄດ້ຖະແຫຼງວ່າ:

“ຂ້າພະເຈົ້າຮູ້ວ່າ ຝ່າຍ ອິດສະຣາແອັນ ພວມສືບສວນສິ່ງທີ່ພວມເກີດຂຶ້ນ ແຕ່ສິ່ງທີ່ພວກຂ້າພະເຈົ້າຄິດວ່າຈະແຈ້ງທີ່ສຸດແມ່ນຍິງທຳລາຍປ້ອມຍາມຢູ່ເບື້ອງໃນຂອງສຳນັກງານ UNIFIL, ຫຼືບັນດາກ້ອງບັນທຶກພາບ, ລະບົບໄຟລະຫວ່າງຂອງ UNIFIL ຫຼື ນຳເອົາເຄື່ອງບິນບໍ່ມີຄົນຂັບມາຢູ່ໃກ້ບັນດາອົງການຊ່ວຍວຽກຂອງ UNIFIL, ນັ້ນແມ່ນສິ່ງທີ່ໜ້າວິຕົກກັງວົນທີ່ສຸດ, ເພາະວ່າ ພວກຂ້າພະເຈົ້າຖືນັ້ນແມ່ນການກະທຳບຸກໂຈມຕີແບບຕັ້ງໃຈ ເລັ່ງໃສ່ກຳລັງຂອງພວກຂ້າພະເຈົ້າ”.

ອະທິບາຍໃຫ້ແກ່ການກະທຳກໍ່ຄວມເຄັ່ງຕຶງກັບ ສປຊ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ, Benjamin Netanyahu ຖືວ່າ ບັນດາການຕຳໜິຕິຕຽນເລັ່ງໃສ່ກອງທັບປະເທດນີ້ ແມ່ນບໍ່ຖືກຕ້ອງ ເພາະວ່າ ກອງທັບ ອິດສະຣາແອັນ ເຄີຍຮຽກຮ້ອງ UNIFIL ເປັນຫຼາຍຄັ້ງໃຫ້ຖອນກຳລັງອອກຈາກພາກໃຕ້ ລີບັງ, ພິເສດ ຢູ່ບັນດາທີ່ຕັ້ງອ້ອມຂ້າງເສັ້ນຂຽວ, ຊາຍແດນແບ່ງ ລີບັງ ກັບ ພາກເໜືອ ອິດສະຣາແອນ ແລະ ພູພຽງ Golan ເພື່ອຫຼີກລ້ຽງເລື່ອງ UNIFIL ຖືກກາຍເປັນ “ກຳແພງບັງ” ໃຫ້ແກ່ກຳລັງ ເຮັກໂບລາ. ເຖິງຢ່າງໃດກໍຕາມ, ການອະທິບາຍດັ່ງກ່າວບໍ່ໄດ້ຮັບຄວາມສະໜັບສະໜູນຈາກປະຊາຄົມສາກົນ.

ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 14 ຕຸລາ, ທັງໝົດ 15 ປະເທດສະມາຊິກຂອງ ສະພາຄວາມໝັ້ນຄົງ ສປຊ ລວມທັງບັນດາປະເທດສຳພັນທະມິດຂອງ ອິດສະຣາແອັນ, ຮຽກຮ້ອງໃຫ້ທຸກຝ່າຍເຄົາລົບຄວາມປອດໄພ ແລະ ຄວາໝັ້ນຄົງຂອງພະນັກງານ ແລະ ຮາກຖານຂອງ UNIFIL. ທ່ານຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບກຳລັງຮັກສາສັນຕິພາບ, Jean – Pierre Lacroix ກໍຢັ້ງຢືນວ່າ UNIFIL ຈະບໍ່ຖອນອອກຈາກບໍ່ວ່າທີ່ຕັ້ງໃດທີ່ຢູ່ອ້ອມເສັ້ນຂຽວ, ບໍ່ຫົວຊາຕໍ່ຄຳຮຽກຮ້ອງໃດຈາກຝ່າຍ ອິດສະຣາແອັນ.

“ກຳລັງຮັກສາສັນຕິພາບໃນປັດຈຸບັນ ຍັງຮັກສາທຸກທີ່ຕັ້ງ. ນີ້ແມ່ນການຕັດສິນ ເຊິ່ງພວກຂ້າພະເຈົ້າໄດ້ຍົກອອກມາພາຍຫຼັງພິຈາລະນາທຸກປັດໄຈ, ລວມທັງຄວາມໝັ້ນຄົງ ແລະ ປອດໄພຂອງບັນດາພະນັກງານຮັກສາສັນຕິພາບ, ກໍຄືຄວາມຮັບຜິດຊອບຂອງພວກຂ້າພະເຈົ້າດ້ວຍໜ້າທີ່ນີ້ ແລະ ສຳລັບສາມັນຊົນ.”

ອິດສະຣາແອັນ ປະເຊີນໜ້າກັບກະແສຕຳໜິຕິຕຽນ

ໃນຈຳນວນບັນດາປະເທດ ແລະ ອົງການຈັດຕັ້ງສາກົນຄັດຄ້ານການກະທຳຂອງກອງທັບ ອິດສະຣາແອັນ ເລັ່ງໃສ່ UNIFIL, ບັນດາປະເທດ ສະຫະພາບເອີຣົບ (EU) ມີປະຕິກິລິຍາຢ່າງຂ້ຽວຂາດທີ່ສຸດ. ໃນຖະແຫຼງການຮ່ວມສະບັບຕ່າງໆທີ່ໄດ້ຍົກອອກມາໃນວັນທີ 14 ຕຸລາ, ການນຳ ຝລັ່ງ, ອີຕາລີ, ເຢຍລະມັນ, ແອັດສະປາຍ... ລ້ວນແລ້ວແຕ່ຕຳໜິຢ່າງແຮງຕໍ່ການກະທຳຂອງກອງທັບ ອິດສະຣາແອັນ. ນີ້ລ້ວນແຕ່ແມ່ນບັນດາປະເທດທີ່ມີນາຍທະຫານເຂົ້າຮ່ວມອົງການ UNIFIL ແລະ ແມ່ນບັນດາຝ່າຍທີ່ສະໜັບສະໜູນການປະຕິບັດມະຕິເລກທີ 1701  ຂອງສະພາຄວາມໝັ້ນຄົງ ສປຊ ປີ 2006 ທີ່ສຸດ ເພື່ອແນໃສ່ຮັກສາສັນຕິພາບຢູ່ຊາຍແດນລະຫວ່າງ ອິດສະຣາແອັນ ກັບ ລີບັງ.  ດັ່ງນັ້ນ, ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ ອີຢູ ອາດຈະຖືເລື່ອງ UNIFIL ຖືກບຸກໂຈມຕີແມ່ນເຫດການເກາະຜິດທາງການທູດ ແລະ ສິ່ງດັ່ງກ່າວຈະພາໄປເຖິງການປະຕິກິລິຍາທີ່ແຮງກວ່າຈາກບັນດາປະເທດເອີຣົບ ຕໍ່ກັບ ອິດສະຣາແອັນ.

ກ່ຽວກັບຝ່າຍ ຄະນະກຳມະການເອີຣົບ, ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 14 ຕຸລາ, ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງ ອີຢູ, ທ່ານ Josep Borrell ໃຫ້ຮູ້ວ່າ 27 ປະເທດສະມາຊິກ ອີຢູ ເຫັນດີເປັນເອກະພາບຮຽກຮ້ອງ ອິດສະຣາແອັນ ຢຸດຕິທຸກການກະທຳກໍ່ອັນຕະລາຍໃຫ້ແກ່ກຳລັງຮັກສາສັນຕິພາບ ສປຊ.

ເຖິງຢ່າງໃດກໍຕາມ, ບັນດາຄຳຮຽກຮ້ອງນີ້ ແມ່ນຄວາມສ່ຽງຕົກເຂົ້າສູ່ສະພາບຈົນຕາແຈ ໃນຂະນະທີ່ຖະແຫຼງການສະບັບຫຼ້າສຸດວັນທີ 15 ຕຸລາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ, Benjamin Netanyahu, ຢັ້ງຢືນວ່າ ກອງທັບປະເທດນີ້ຈະເດີນຕາມທຸກບັ້ນຮົບຕ້ານຄືນກຳລັງ ເຮັກໂບລາ ຢູ່ ລີບັງ, ພ້ອມທັງສືບຕໍ່ກ່າວເຕືອນໃຫ້  UNIFIL ຫຼີກລ້ຽງຈາກບັນດາເຂດສົງຄາມ ແລະ ກໍ່ຄວາມວິຕົກກັງວົນກ່ຽວກັບບັນດາເຫດການຕໍ່ໄປສຳລັບກຳລັງຮັກສາສັນຕິພາບຂອງ ສປຊ./.

ຕອບກັບ

ຂ່າວ/ບົດ​ອື່ນ