ການເຄື່ອນໄຫວກໍ່ສ້າງບູລະນະເກາະ ແລະ ການຫັນເປັນການທະຫານ ຢູ່ເຂດທະເລຕາເວັນອອກຂອງຈີນໃນໄລຍະທີ່ຜ່ານມາ ໄດ້ເຮັດໃຫ້ປະຊາຄົມໂລກມີຄວາມວິຕົກກັງວົນທີ່ສຸດ, ໃນນັ້ນ ມີບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ນັບແຕ່ເມື່ອຫັນໂຕໄປສູ່ໄລຍະເປັນປະຊາຄົມລວມ, ເບິ່ງຄືວ່າ ອາຊຽນໄດ້ເພີ່ມທະວີຄວາມຮັບຮູ້ກ່ຽວກັບບົດບາດຂອງຕົນທີ່ມີຕໍ່ບັນຫາຂັດແຍ່ງກັນຢູ່ທະເລຕາເວັນອອກ.
ອາຊຽນນັບມື້ນັບເປັນເອກະພາບກັນໃນບັນຫາທະເລຕາເວັນອອກ
(TTXVN) |
ທະເລຕາເວັນອອກໃນປະຈຸບັນ ບໍ່ພຽງແຕ່ແມ່ນບັນຫາຂອງບັນດາປະເທດທີ່ຖະແຫຼງປະກາດອະທິປະໄຕເທົ່ານັ້ນ, ຫາກຍັງແມ່ນບັນຫາຂອງທັງບັນດາປະເທດທີ່ມີຜົນປະໂຫຍດຢູ່ເຂດທະເລທີ່ໄດ້ຮັບຖືເປັນເສັ້ນທາງທະເລທີ່ສຳຄັນຂອງພາກພື້ນຊຶ່ງລວມມີສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້(ອາຊຽນ). ຕໍ່ໜ້າບັນດາການຜັນແປທີ່ເຄັ່ງຕຶງຢູ່ ທະເລຕາເວັນອອກເມື່ອບໍ່ດົນມານີ້, ເບິ່ງຄືວ່າ ອາຊຽນບໍ່ໄດ້ຫຼົບຫຼີກອີກແລ້ວ.
ສາມັກຄີກວ່າເກົ່າ
ທີ່ກອງປະຊຸມສຸດຍອດອາເມລິກາ-ອາຊຽນຊຶ່ງຈັດຂຶ້ນຢູ່ກາລີຟອກເນຍເມື່ອເດືອນ 2/2016, ການຂັດແຍ້ງທາງດ້ານເຂດນ້ຳແດນດິນກໍແມ່ນຫົວເລື່ອງໃຫຍ່ທີ່ໄດ້ນຳມາປຶກສາຫາລື, ແຕ່ໃນຖະແຫຼງການຮ່ວມ ກໍບໍ່ຍົກຊື່ລະອຽດສຳລັບ ທະເລຕາເວັນອອກ. 2 ຝ່າຍຮຽກຮ້ອງກັນຈົ່ງເຄົາລົບອະທິປະໄຕຂອງແຕ່ລະປະເທດ ແລະ ກົດໝາຍສາກົນ. ຜູ້ຊ່ຽວຊານຫຼາຍທ່ານໄດ້ໄຈ້ແຍກ ແລະ ໃຫ້ຂໍ້ສັງເກດວ່າການທີ່ບໍ່ເຕື້ອງເຖິງຈີນໃນຖະແຫຼງການຮ່ວມພາຍຫຼັງກອງປະຊຸມໄດ້ສະແດງໃຫ້ເຫັນການແບ່ງແຍກທີ່ນັບມື້ນັບຮ້າຍແຮງໃນອາຊຽນ ແລະ ການແບ່ງແຍກນັ້ນ ພວມທຳລາຍນ້ຳໃຈສາມັກຄີຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້. ແຕ່ພາຍຫຼັງພຽງກວ່າ 1 ອາທິດ, ຢູ່ທີ່ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນຊຶ່ງຈັດຂຶ້ນຢູ່ນະຄອນຫຼວງວຽງຈັນເມື່ອວັນທີ 27/2, ບັນດາຄວາມສົນໃຈ ແລະ ຖະແຫຼງການຂອງບັນດາລັດຖະມົນຕີກ່ຽວກັບບັນຫາທະເລຕາເວັນອອກ ກໍມີສ່ວນແຂງແຮງກວ່າ. ໃນກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີການຕ່າງປະເທດອາຊຽນໄດ້ຍົກອອກແບບວິທີການແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກຢ່າງລະອຽດຄື: ທຸກໆການຂັດແຍ້ງກັນຄວນໄດ້ຮັບການແກ້ໄຂດ້ວຍມາດຕະການໂດຍສັນຕິວິທີ, ໃນນັ້ນເຄົາລົບບັນດາຂັ້ນຕອນລະບຽບການທາງການທູດ ແລະ ນິຕິທຳ, ບໍ່ນຳໃຊ້ກຳລັງອາວຸດຫຼືນາບຂູ່ນຳໃຊ້ກຳລັງອາວຸດ. ນີ້ເປັນຄັ້ງທຳອິດ ທີ່ຖະແຫຼງການຢ່າງເປັນທາງການຂອງອາຊຽນ, ນອກຈາກເຕື້ອງເຖິງບັນຫາເຄົາລົບການເຈລະຈາຜ່ານທາງການທູດໂດຍສັນຕິ, ໄດ້ເຕື້ອງເຖິງການສະໜັບສະໜູນທັງມາດຕະການດ້ານກົດໝາຍໃນການຂັດແຍ້ງອະທິປະໄຕ. ຕາມທ່ານຮອງສາດສະດາຈານ ເລວັນເກືອງ, ອະດີດຫົວໜ້າສະຖາບັນຄົ້ນຄ້ວາຍຸດທະສາດ, ກະຊວງຕຳຫຼວດຫວຽດນາມແລ້ວ, ນີ້ອາດຈະຖືວ່າແມ່ນບາດກ້າວອັນຕັ້ງໜ້າຂອງອາຊຽນ. ທ່ານຮອງສາດສະດາຈານ ເລວັນເກືອງກ່າວວ່າ :
“ ພວກຂ້າພະເຈົ້າຖືວ່າ ປະຕິກິລີຍາເຊັ່ນນັ້ນ ແມ່ນຕັ້ງໜ້າ. 10 ປະເທດອາຊຽນກໍຮ່ວມຊາຕະກຳດຽວ. ອາຊຽນມີທີ່ຕັ້ງສຳຄັນ, ບໍ່ສະເພາະແຕ່ທາງດ້ານເສດຖະກິດເທົ່ານັ້ນ. ໃນສະພາວະສາກົນປະຈຸບັນ, ອາຊຽນຕ້ອງເສີມຂະຫຍາຍບົດບາດແມ່ນສູນກາງເຊື່ອມຕໍ່ພາກພື້ນ ແລະ ໂລກ ”
ຖະແຫຼງການທາງສື່ມວນຊົນຂອງປະທານກອງປະຊຸມຍັງຊີ້ແຈ້ງວ່າ ອາຊຽນສືບຕໍ່ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ໜ້າການຜັນແປທີ່ສັບສົນຂອງສະພາບການຢູ່ ທະເລຕາເວັນອອກ, ໃນນັ້ນມີການບູລະນະດ້ວຍຂອບຂະໜາດໃຫຍ່ ແລະ ການເພີ່ມທະວີການເຄື່ອນໄຫວທຳລາຍສົນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ. ອາຊຽນຮຽກຮ້ອງບໍ່ໄດ້ຫັນເປັນການທະຫານ ແລະ ລະງັບໃຈຢູ່ເຂດທະເລນີ້. ທ່ານຮອງສາດສະດາຈານ ດຣ ຫງວຽນວູ້ຕຸ່ງ ສັງກັດສະຖາບັນ ທະເລຕາເວັນອອກ ຖືວ່າ :
“ ວິທີພັນລະນາກ່ຽວກັບສະພາບການຢູ່ທະເລຕາເວັນອອກຖືກຍົກສູງຂຶ້ນ, ສະແດງໃຫ້ເຫັນເຫດການທີ່ເກີດຂຶ້ນນັ້ນ ມີສັນຍານປີນຂັ້ນໄດ. ບັນດາການກະທຳຂອງຈີນໄດ້ໄປຝືນກັບບັນດາກົດໝາຍສາກົນລວມມີ UNCLOS 1982, ໄປຝືນກັບບັນດາຖະແຫຼງການການເມືອງ 2 ຝ່າຍ ແລະ ຫຼາຍຝ່າຍ. ສຳລັບບັນດາປະເທດອາຊຽນນັ້ນ, ການກະທຳຂອງຈີນຍັງແມ່ນການກະທຳຂອງປະເທດໃຫຍ່ພວມພົ້ນເດັ່ນຂຶ້ນໃນທ່າມກາງບັນດາປະເທດໃກ້ຄຽງທີ່ອ່ອນນ້ອຍກວ່າໃນການຂັດແຍ້ງທາງດ້ານເຂດນ້ຳແດນດິນ. ການກະທຳຂອງຈີນໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງຄວາມເຊື່ອໝັ້ນຂອງປະເທດຕ່າງໆ ”
ບັນດາ ທະເລຕາເວັນອອກໄດ້ຖືກນຳມາປຶກສາຫາລືຢ່າງເປີດອົກເປີດໃຈ ແລະ ຖືກຍົກອອກໃນ ຖະແຫຼງການທາງສື່ມວນຊົນພາຍຫຼັງກອງປະຊຸມໄດ້ສະແດງໃຫ້ເຫັນວ່າ ບົດບາດເປັນປະທານອາຊຽນໃນປີ 2016 ຂອງລາວແມ່ນສົມດຸ່ນພໍ່ສົມຄວນ. ທີ່ກອງປະຊຸມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ທອງລຸນ ສີສຸລິດໃຫ້ຮູ້ວ່າ ດ້ວຍຖານະເປັນປະທານອາຊຽນ, ລາວຈະພ້ອມກັບບັນດາປະເທດສະມາຊິກອາຊຽນຊຸກຍູ້ການຮ່ວມມືລະຫວ່າງຈີນກັບອາຊຽນ ແນໃສ່ສືບຕໍ່ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ DOC ແລະ ສ້າງປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ COC ໂດຍໄວ. ບໍ່ພຽງແຕ່ລາວເທົ່ານັ້ນ, ສິງກະໂປກໍພວມມີການກະທຳ ຂະນະທີ່ປະເທດນີ້ໄດ້ຍົກອອກຂໍ້ລິເລີ່ມນຳໃຊ້ປະມວນຂໍ້ກຳນົດສະບັບໜຶ່ງໃຫ້ແກ່ບັນດາກໍລະນີຜິດກັນເກີດຂຶ້ນໂດຍບໍ່ມີເຈດຕະນາຢູ່ທະເລ(CUES) ແນໃສ່ຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງຢູ່ ທະເລຕາເວັນອອກ. ດ້ວຍຖານະແມ່ນປະເທດປະສານງານກ່ຽວກັບການພົວພັນອາຊຽນ-ຈີນໃນປີ 2016, ສິງກະໂປຍັງໝັ້ນໝາຍເລັ່ງໃສ່ການຊຸກຍູ້ COC ແນໃສ່ຊ່ວຍບັນດາຝ່າຍທີ່ມີການຂັດແຍ້ງແກ້ໄຂຄວາມເຄັ່ງຕຶງ ແລະ ຫຼີກລ້ຽງການປະທະກັນ.
ສາມັກຄີ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ
ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ ບັນດາການຜັນແປໃນມໍ່ໆມານີ້ຢູ່ ທະເລຕາເວັນອອກແມ່ນກົກເຄົ້າກໍ່ໃຫ້ເກີດຄວາມວິຕົກກັງວົນຢ່າງເລິກເຊິ່ງໃຫ້ແກ່ບັນດາປະເທດອາຊຽນຊຶ່ງເຄີຍມີຜົນປະໂຫຍດຢ່າງໃຫຍ່ຫຼວງໃນການຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງຢູ່ເຂດທະເລນີ້. ການເຄື່ອນໄຫວຫັນເປັນການທະຫານພວມເກີດຂຶ້ນຢູ່ເຂດທະເລທີ່ມີການຂັດແຍ້ງຊຶ່ງພວມນາບຂູ່ຕໍ່ສະຖຽນລະພາບໃນພາກພື້ນ.
ເປັນທີ່ຈະແຈ້ງແລ້ວວ່າ, ການຂັດແຍ້ງກັນຢູ່ ທະເລຕາເວັນອອກພວມກາຍເປັນໜຶ່ງໃນບັນດາຄວາມສົນໃຈຕົ້ນຕໍ່ຂອງອາຊຽນ. ແຕ່ອາຊຽນຕ້ອງເຮັດຫຍັງແດ່ເພື່ອອາດຈະປະກອບສ່ວນຄວບຄຸມ ກໍຄືແກ້ໄຂບັນຫານີ້. ຍິ່ງກວ່າເວລາໃດໝົດ ເມື່ອອາຊຽນກາຍເປັນ “ ປະຊາຄົມລວມ, ມີຊະຕາກຳອັນດຽວກັນ”, ຄວາມສາມັກຄີຂອງອາຊຽນຍິງ່ເປັນບຸລິມະສິດອັນດັບໜຶ່ງ. ສິ່ງດັ່ງກ່າວມີຄວາມສຳຄັນທີ່ສຸດເພື່ອໃຫ້ອາຊຽນມີທີ່ຕັ້ງພາທາງ, ຕັດສິນການພັດທະນາໃນພາກພື້ນກໍຄືປະກອບສ່ວນເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ.