ຮັບ​ປະ​ກັນ​ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕ​ສູງ​ສຸດ​ໃນ​ການ​ເລືອກ​ຕັ້ງ​ຢູ່ ຫວຽດ​ນາມ

(VOVWORLD) -  ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໃນວັນທີ 15 ມີນາ ແມ່ນເຫດການການເມືອງສຳຄັນຂອງ ຫວຽດນາມ, ເປັນບ່ອນສະແດງສິດເປັນເຈົ້າຂອງປະຊາຊົນໄດ້ສະແດງອອກຜ່ານແຕ່ລະບັດຢ່າງໂດຍກົງ, ມີຈຸດສຸມ ແລະ ຈະແຈ້ງທີ່ສຸດ. ຢູ່ ຫວຽດນາມ, ປະຊາທິປະໄຕ ໃນການເລືອກຕັ້ງບໍ່ພຽງແຕ່ເລີ່ມມາຈາກຈຸດເວລາຜູ້ມີເລືອກຕັ້ງກ້າວເຂົ້າສູ່ບ່ອນປ່ອນບັດເທົ່ານັ້ນ ຫາກຍັງໄດ້ປະຕິບັດໃນການປະຊຸມປຶກສາຫາລືຄັ້ງຕ່າງໆ ເຊິ່ງແນະນຳຜູ້ສະໝັກຮັບເລືອກຕັ້ງ, ບ່ອນທີ່ສະແດງສິດປະຊາຊົນໄດ້ຮູ້, ປະຊາຊົນປຶກສາຫາລື, ປະຊາຊົນຄັດເລືອກ ໄດ້ເຫັນເປັນລະອຽດດ້ວຍບັນດາວິວັດການທີ່ແໜ້ນແຟ້ນ, ເປີດເຜີຍ, ໂປ່ງໃສ.



ຮັບ​ປະ​ກັນ​ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕ​ສູງ​ສຸດ​ໃນ​ການ​ເລືອກ​ຕັ້ງ​ຢູ່ ຫວຽດ​ນາມ - ảnh 1ໄຂການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ຢູ່ໜ່ວຍປ່ອນບັດແຫ່ງໜຶ່ງຢູ່ເຂດພິເສດ ໂຖເຈົາ (ພາບ: VOV)

ຕາມຂໍ້ກຳນົດຂອງກົດໝາຍ, ການເລືອກຕັ້ງຢູ່ ຫວຽດນາມ ໄດ້ຈັດຂຶ້ນໂດຍອີງຕາມບັນດາຫຼັກການພື້ນຖານຄື: ເປີດເຜີຍທົ່ວໄປ, ມີຄວາມສະເໝີພາບ, ໂດຍກົງ ແລະ ປ່ອນບັດລັບ. ສິ່ງນີ້ມີຄວາມໝາຍວ່າ ພົນລະເມືອງເກືອບທັງໝົດ ນັບແຕ່ຄົນມີອາຍຸ 18 ປີເຕັມຂຶ້ນໄປລ້ວນແຕ່ມີສິດເຂົ້າຮ່ວມການປ່ອນບັດ, ແຕ່ລະຄົນມີບັດທີ່ທຽບເທົ່າກັນ ແລະ ໄດ້ຄັດເລືອກຜູ້ສະໝັກຮັບເລືອກຕັ້ງດ້ວຍຕົນເອງ ເຊິ່ງບໍ່ຖືກບັງຄັບໃຫ້ເປີດເຜີຍການເລືອກຕັ້ງຂອງຕົນຕໍ່ຜູ້ອື່ນ.

ປະຊາທິປະໄຕຈາກການປະຊຸມປຶກສາຫາລື ຕະຫຼອດຮອດບັດເລືອກຕັ້ງ

ຢູ່ ຫວຽດນາມ, ໃນທຸກຂັ້ນຕອນການເລືອກຕັ້ງລ້ວນແຕ່ໄດ້ຮັບການຜັນຂະຫຍາຍຖືກຕ້ອງຕາມຂໍ້ກຳນົດ, ມຸ່ງໄປເຖິງເປົ້າໝາຍສູງທີ່ສຸດແມ່ນຮັບປະກັນສິດເປັນເຈົ້າຂອງປະຊາຊົນ.

ວິວັດການຄັດເລືອກບັນດາຜູ້ສະໝັກຮັບເລືອກຕັ້ງດີເດັ່ນທີ່ສຸດໂດຍແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນຜັນຂະຫຍາຍຜ່ານການປະຊຸມປຶກສາຫາລື 3 ຮອບ, ຮັບປະກັນວ່າປະຊາຊົນໄດ້ຮັບຂໍ້ມູນຂ່າວຢ່າງຄົບຖ້ວນ ແລະ ມີພື້ນຖານເພື່ອຕິດຕາມກວດກາທຸກຂັ້ນຕອນການເລືອກຕັ້ງ. ທ່ານນາງ ຫງວຽນກວິ່ງລຽນ, ຫົວໜ້າຄະນະປະຊາທິປະໄຕ, ຕິດຕາມກວດກາ ແລະ ຕີລາຄາສັງຄົມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢັ້ງຢືນວ່າ:

“ພວກຂ້າພະເຈົ້າກໍເພີ່ມທະວີວຽກງານຕິດຕາມກວດກາສຳລັບບັນດາອົງການ, ສຳນັກງານແຫ່ງລັດ, ບັນດາອົງການເລືອກຕັ້ງທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ພ້ອມທັງສ້າງກົນໄກເພື່ອໃຫ້ປະຊາຊົນເຂົ້າຮ່ວມການຕິດຕາມກວດກາການເຄື່ອນໄຫວເລືອກຕັ້ງໂດຍກົງ, ເຊັ່ນ: ຕິດປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ແລະ ແນະນຳບັນຊີ່ລາຍຊື່ບຸກຄະລາກອນສະໝັກຮັບເລືອກຕັ້ງຢູ່ບັນດາກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງທີ່ໄດ້ຈັດຂຶ້ນຢູ່ຕາມບ່ອນພັກອາໄສ. ປະຊາຊົນທຸກຄົນທີ່ມີສິດເລືອກຕັ້ງຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ, ຂໍ້ກຳນົດຂອງລັດຖະທຳມະນູນນັ້ນ ລ້ວນແຕ່ໄດ້ຮັບປະກັນ ເພື່ອເຮັດແນວໃດໃຫ້ການເລືອກຕັ້ງໄດ້ຮັບການປະຕິບັດຕາມທຸກຂັ້ນຕອນຢ່າງຄົບຖ້ວນ ແລະ ສະດວກທີ່ສຸດ.”

ຮັບ​ປະ​ກັນ​ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕ​ສູງ​ສຸດ​ໃນ​ການ​ເລືອກ​ຕັ້ງ​ຢູ່ ຫວຽດ​ນາມ - ảnh 2 ທ່ານນາງ ຫງວຽນກວິ່ງລຽນ, ຫົວໜ້າຄະນະປະຊາທິປະໄຕ, ຕິດຕາມກວດກາ ແລະ ຕີລາຄາສັງຄົມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (ພາບ: VOV)

ຕາມທ່ານສຈ, ປ.ອ ຟານຈຸງເຊີນ, ອະດີດອາຈານຂັ້ນສູງ ສະຖາບັນການເມືອງແຫ່ງຊາດ ໂຮຈີມິນ ແລ້ວ, ດ້ວຍວິວັດການປະຊຸມປຶກສາຫາລື 3 ຮອບ, ແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມສວມບົດບາດສຳຄັນເມື່ອເຕົ້າໂຮມປະຊາຊົນທຸກຊັ້ນວັນນະໃນສັງຄົມຢ່າງກ້ວາງຂວາງ, ເປັນຂົວເຊື່ອມຕໍ່ສ່ອງແສງຄວາມມຸ່ງຫວັງຂອງປະຊາຊົນຢ່າງແທ້ຈິງ, ປະກອບສ່ວນຄັດເລືອກບັນດາຜູ້ທີ່ ມີຄວາມສຸດຈິດສຸດໃຈ, ມີລະດັບວິຊາສະເພາະ, ມີພູມປັນຍາ, ມີຄວາມຮັບຜິດຊອບ ເພື່ອແບກຫາບບົດບາດໜ້າທີ່ສຳຄັນຕາງໜ້າໃຫ້ແກ່ປະຊາຊົນ.

ນີ້ແມ່ນບັນດາອົງການຈັດຕັ້ງອາດສາມາດແນະນຳຜູ້ແທນທີ່ຕອບສະໜອງໄດ້ຕາມຄວາມມຸ່ງຫວັງຂອງປະຊາຊົນ, ນຳເຂົ້າການປະຊຸມປຶກສາຫາລື. ໃນວິວັດການປະຊຸມປຶກສາຫາລືນັ້ນ ຕ້ອງສະແດງໃຫ້ເຫັນຄວາມມຸ່ງຫວັງຂອງປະຊາຊົນ. ຖ້າຍິ່ງຜ່ານຫຼາຍການຄັດເລືອກ ພວກເຮົາຍິ່ງເລືອກໄດ້ຜູ້ທີ່ເໝາະສົມ, ມີກຳລັງຄວາມເກັ່ງກ້າສາມາດ, ມີຄວາມສຸດຈິດສຸດໃຈ, ມີພູມປັນຍາ, ມີລະດັບວິຊາສະເພາະ, ມີຄວາມເກັ່ງກ້າສາມາດ, ອາດສາມາດຮັບປະກັນໄດ້ວຽກງານຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝໃໝ່.

ຮັບ​ປະ​ກັນ​ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕ​ສູງ​ສຸດ​ໃນ​ການ​ເລືອກ​ຕັ້ງ​ຢູ່ ຫວຽດ​ນາມ - ảnh 3ສະພາເລືອກຕັ້ງແຫ່ງຊາດ ຈັດຕັ້ງການຖະແຫຼງຂ່າວກ່ຽວກັບວຽກງານກະກຽມໃຫ້ແກ່ວັນເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 (ພາບ: VOV)

ຕາງໜ້າໃຫ້ແກ່ຄວາມໄວ້ວາງໃຈຂອງປະຊາຊົນ

ນັບແຕ່ການປະຊຸມປຶກສາຫາລື ຕະຫຼອດຮອດບັດເລືອກຕັ້ງ, ຈາກການກະກຽມບຸກຄະລາກອນໄປເຖິງວັນບຸນທົ່ວປວງຊົນໄປເລືອກຕັ້ງ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຢູ່ ຫວຽດນາມ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ປະຊາຊົນແມ່ນເຈົ້າຂອງຢູ່ໃຈກາງຂອງວິວັດການເລືອກຕັ້ງ. ຫຼັກການ “ປະຊາຊົນໄດ້ຮູ້, ປະຊາຊົນປຶກສາຫາລື, ປະຊາຊົນຄັດເລືອກ” ບໍ່ຢຸດຢູ່ທີ່ຄຳຂວັນເທົ່ານັ້ນ, ຫາກຍັງໄດ້ປະກົດຜົນເປັນຈິງຢ່າງມີຊີວິດຊີວາໃນແຕ່ລະບາດກ້າວ, ແຕ່ລະຂັ້ນຕອນຂອງວິວັດການ. ທ່ານນາງ ຫງວຽນກວິງລຽນ, ຫົວໜ້າຄະນະປະຊາທິປະໄຕ, ຕິດຕາມກວດກາ ແລະ ຕີລາຄາສັງຄົມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ:

ສິ່ງນັ້ນສະແດງໃຫ້ເຫັນຈິດໃຈ “ຖືປະຊາຊົນເປັນກົກ” ແນວຄິດ “ລັດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ”. ບັນດາເອກະສານຢູ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກສະແດງອອກຢ່າງລຸລ່ວງຄືແນວນນັ້ນ. ເພາະສະນັ້ນ, ການເລືອກຕັ້ງແມ່ນເພື່ອຫັນຈິດໃຈ "ປະຊາຊົນເປັນເຈົ້າຂອງ" ໃຫ້ປະກົດຜົນເປັນຈິງ, ແມ່ນການສະແດງຢ່າງມີຊີວິດຊີວາທີ່ສຸດຂອງສິດທິປະຊາທິປະໄຕຂອງປະຊາຊົນ ໃນການຄັດເລືອກເອົາຜູ້ທີ່ດີເດັ່ນທີ່ສຸດ ຕາງໜ້າຕົນເອງ ເພືອເຂົ້າຮ່ວມອົງການສິດອຳນາດແຫ່ງລັດສູງສຸດຢູ່ຂັ້ນສູນກາງ ນັ້ນແມ່ນສະພາແຫ່ງຊາດ ແລະ ອົງການສິດອຳນາດຂັ້ນທ້ອງຖິ່ນ, ນັ້ນແມ່ນສະພາປະຊາຊົນທຸກຂັ້ນ.

ລັກສະນະປະຊາທິປະໄຕໃນການເລືອກຕັ້ງຢູ່ ຫວຽດນາມ ຍັງສະແດງໃຫ້ເຫັນຜ່ານລະດັບການເຂົ້າຮ່ວມຢ່າງກວ້າງຂວາງຂອງປະຊາຊົນ. ອັດຕາຜູ້ມີສິດເລືອກຕັ້ງໄປເລືອກຕັ້ງຢູ່ລະດັບສູງ, ສ່ອງແສງໃຫ້ເຫັນຄວາມເອົາໃຈໃສ່ຂອງສັງຄົມຕໍ່ການຄັດເລືອກເອົາຜູ້ຕາງໜ້າ. ດ້ວຍຂັ້ນຕອນການເລືອກຕັ້ງຖືກຈັດຂຶ້ນຢ່າງມີແບບມີແຜນ, ເປີດເຜີຍ ແລະ ໂປ່ງໃສ, ພ້ອມກັບເລື່ອງຖືປະຊາຊົນຢູ່ທີ່ຕັ້ງໃຈກາງຂອງວິວັດການເລືອກຕັ້ງນັ້ນ, ການເລືອກຕັ້ງວັນທີ 15 ມີນາ 2026 ຈະປະກອບສ່ວນບູລະນະທົ່ວກົງຈັກລັດ, ສ້າງພື້ນຖານເພື່ອຜັນຂະຫຍາຍບັນດານະໂຍບາຍຊີ້ຂາດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ໂດຍໄວ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໃນວັນທີ 15 ມີນາ ແມ່ນເຫດການການເມືອງສຳຄັນຂອງ ຫວຽດນາມ, ເປັນບ່ອນສະແດງສິດເປັນເຈົ້າຂອງປະຊາຊົນໄດ້ສະແດງອອກຜ່ານແຕ່ລະບັດຢ່າງໂດຍກົງ, ມີຈຸດສຸມ ແລະ ຈະແຈ້ງທີ່ສຸດ. ຢູ່ ຫວຽດນາມ, ປະຊາທິປະໄຕ ໃນການເລືອກຕັ້ງບໍ່ພຽງແຕ່ເລີ່ມມາຈາກຈຸດເວລາຜູ້ມີເລືອກຕັ້ງກ້າວເຂົ້າສູ່ບ່ອນປ່ອນບັດເທົ່ານັ້ນ ຫາກຍັງໄດ້ປະຕິບັດໃນການປະຊຸມປຶກສາຫາລືຄັ້ງຕ່າງໆ ເຊິ່ງແນະນຳຜູ້ສະໝັກຮັບເລືອກຕັ້ງ, ບ່ອນທີ່ສະແດງສິດປະຊາຊົນໄດ້ຮູ້, ປະຊາຊົນປຶກສາຫາລື, ປະຊາຊົນຄັດເລືອກ ໄດ້ເຫັນເປັນລະອຽດດ້ວຍບັນດາວິວັດການທີ່ແໜ້ນແຟ້ນ, ເປີດເຜີຍ, ໂປ່ງໃສ.

ຕອບກັບ

ຂ່າວ/ບົດ​ອື່ນ