(VOVWORLD) - ຮ່າງກົດໝາຍໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ ຫາກໍ່ໄດ້ຮັບການປຶກສາຫາລື ແລະ ຄາດວ່າ ຈະຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ມີຄວາມໝາຍສຳຄັນສຳລັບການພັດທະນາຂອງພື້ນຖານເສດຖະກິດ, ພິເສດ ພາຍຫລັງມີມະຕິຂອງພັກ ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ. ທີ່ເວທີປາໄສສະພາແຫ່ງຊາດ, ເນື້ອໃນກ່ຽວກັບການໜູນຊ່ວຍວິສາຫະກິດ ຊຶ່ງບັນດາສະມາຊິກສະພາແຫ່ງຊາດມີຄວາມສົນໃຈເປັນພິເສດວ່າ ເຮັດແນວໃດ ໃຫ້ບັນດາຂໍ້ກຳນົດໃນຮ່າງກົດໝາຍໄດ້ໃກ້ຊິດຕິດແທດກັບພຶດຕິກຳຕົວຈິງ, ມີການຜັນຂະຫຍາຍຢ່າງງ່າຍດາຍ. ບັນນາທິການ VOV ໄດ້ລວບລວມຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບຮ່າງກົດໝາຍສະບັບນີ້ ຜ່ານບົດຂຽນ ຮັບປະກັນລັກສະນະປະສິດທິຜົນ ໃນການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ.
ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 |
ປະຈຸບັນ ຫວຽດນາມ ມີວິສາຫະກິດພວມເຄື່ອນໄຫວປະມານ 612.000 ແຫ່ງ, ໃນນັ້ນມີ 97 – 98% ແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ. ເພາະສະນັ້ນ ເມື່ອທຽບໃສ່ຮ່າງກົດໝາຍທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 2, ຮ່າງກົດໝາຍໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ ຄັ້ງນີ້ ກຳນົດນະໂຍບາຍໃໝ່ຫລາຍຢ່າງ ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຄື: ນະໂຍບາຍໜູນຊ່ວຍລາຄາເຊົ່າເນື້ອທີ່ດິນ, ກຳນົດນະໂຍບາຍໜູນຊ່ວຍລວມຢ່າງລະອຽດ ແລະ ນະໂຍບາຍໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ, ຄອບຄົວດຳເນີນທຸລະກິດປ່ຽນໃໝ່ມີຫົວຄິດປະດິດສ້າງ.
ທ່ານນາງ ມາຍທິແອງຕວຽດ ສະມາຊິກສະພາແຫ່ງຊາດແຂວງ ອານຢາງ |
ຮູບການໜູນຊ່ວຍຫລາຍຮູບຫລາຍແບບ
ສຳລັບບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ການໜູນຊ່ວຍເພື່ອສຳພັດກັບແຫຼ່ງທຶນ, ເນື້ອທີ່ທຳການຜະລິດ, ໃຫ້ບຸລິມະສິດກ່ຽວກັບດ້ານອາກອນແມ່ນສິ່ງທີ່ຈຳເປັນ. ເລື່ອງໜູນຊ່ວຍໃຫ້ຖືກຕ້ອງ, ຖືກກັບບັນດາເນື້ອໃນ ຊຶ່ງວິສາຫະກິດຂະໜາດກາງ ແລະ ນ້ອຍພວມມີຄວາມຕ້ອງການ ຈະຊ່ວຍໃຫ້ບັນດາວິສາຫະກິດພັດທະນາຖືກທິດ, ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການເຕີບໂຕເສດຖະກິດ. ຢາກເຮັດໄດ້ຄືແນວນັ້ນ ຕາມສະມາຊິກສະພາແຫ່ງຊາດຫລາຍທ່ານແລ້ວ, ຮ່າງກົດໝາຍຄວນຍົກອອກມາດຕະຖານກຳນົດກ່ຽວກັບຮູບການ ແລະ ເນື້ອໃນໜູນຊ່ວຍຢ່າງຈະແຈ້ງ, ເໝາະສົມກັບແຕ່ລະປະເພດວິສາຫະກິດຂະໜາດກາງ ແລະ ນ້ອຍ ບົນພື້ນຖານຮັບປະກັນຄວາມຍຸຕິທຳ. ກ່ຽວກັບການໜູນຊ່ວຍສຳພັດກັບບ້ວງສິນເຊື່ອ, ທ່ານນາງ ມາຍທິແອງຕວຽດ ສະມາຊິກສະພາແຫ່ງຊາດແຂວງ ອານຢາງ ມີຄຳເຫັນວ່າ:
“ທຶນຮອນແມ່ນແຫຼ່ງກຳລັງສຳຄັນໃນການເຄື່ອນໄຫວທຳການຜະລິດດຳເນີນທຸລະກິດຂອງວິສາຫະກິດ, ແຕ່ວິສາຫະກິດຂະໜາດກາງ ແລະ ນ້ອຍປະສົບກັບຄວາມຫຍຸ້ງຍາກທີ່ສຸດ ເມື່ອສຳພັດກັບແຫຼ່ງທຶນ. ດັ່ງນັ້ນ, ຮ່າງກົດໝາຍ ຄວນກຳນົດສ້າງເງື່ອນໄຂສະດວກ, ຕອບສະໜອງຄວາມຕ້ອງການທຶນຮອນຂອງວິສາຫະກິດໃຫ້ທັນເວລາ. ພ້ອມກັນນັ້ນ ກໍ່ຄວນກຳນົດການເປີດເຜີຍ, ກະຈ່າງແຈ້ງໃນການຈັດອັນດັບສິນເຊື່ອວິສາຫະກິດ; ຄວນກຳນົດຈະແຈ້ງຫຼັກການຈຸດເວລາ, ວິທີການ, ການສະໜອງຂໍ້ມູນຂ່າວສານ ໃນການຈັດອັນດັບສິນເຊື່ອວິສາຫະກິດ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລະບົບທະນາຄານການຄ້າ ແຕ່ຕ້ອງປົກປ້ອງສິດຜົນປະໂຫຍດຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ”.
ເລື່ອງໜູນຊ່ວຍກ່ຽວກັບດ້ານພາສີອາກອນ ກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກບັນດາສະມາຊິກສະພາແຫ່ງຊາດ. ທ່ານ ມາຍຮົງຫາຍ ສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ ຖືວ່າ:
“ບາງບັນຫາຄືການໜູນຊ່ວຍກ່ຽວກັບການເກັບອາກອນລາຍຮັບວິສາຫະກິດ ຄວນກຳນົດໃຫ້ລະອຽດ ເພື່ອຮັບປະກັນການປະຕິບັດຢ່າງຄົບຊຸດ ເມື່ອກົດໝາຍມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2018 ແທນທທີ່ຕ້ອງລໍຖ້າການປັບປຸງກົດໝາຍຕ່າງໆ ກ່ຽວກັບອາກອນ. ຕາມບົດລາຍງານຕີລາຄາຜົນກະທົບແລ້ວ ພຽງແຕ່ມີປະມານ 55% ວິສາຫະກິດຂະໜາດກາງ ແລະ ນ້ອຍມີກຳໄລ, ຖ້າຫາກຫລຸດຜ່ອນພາສີອາກອນ ລາຍຮັບວິສາຫະກິດແຕ່ 3 – 5% ສົ່ງຜົນກະທົບຕໍ່ການເກັບງົບປະມານ ຈະບໍ່ຫລຸດລົງຫລາຍ ແຕ່ການໜູນຊ່ວຍວິສາຫະກິດພັດທະນາສ້າງວຽກເຮັດງານທຳ ແລະ ເພີ່ມການເກັບລາຍຮັບງົບປະມານໃນອະນາຄົດຕື່ມອີກ”.
(ພາບປະກອບ) |
ພື້ນທີ່ເພື່ອທຳການຜະລິດແມ່ນມີບົດບາດສຳຄັນສຳລັບວິສາຫະກິດແຕ່ລະແຫ່ງ, ແຕ່ໃນຕົວຈິງ, ວິສາຫະກິດຍາກທີ່ຈະສຳພັດໄດ້ຍ້ອນການເຮັດລະບຽບການສັບສົນ, ເວລາແກ່ຍາວ, ເຮັດໃຫ້ໂອກາດລົງທຶນຖືກສູນເສຍໄປ. ວິສາຫະກິດຫຼາຍແຫ່ງໃຫ້ຮູ້ວ່າ ເລື່ອງໄດ້ຮັບການຫຼຸດຜ່ອນຄ່າເຊົ່າທີ່ດິນແມ່ນບໍ່ສຳຄັນ, ແຕ່ສິ່ງສຳຄັນກ່ວາໝູ່ ແມ່ນເຮັດແນວໃດເພື່ອຕ້ອງມີພື້ນທີ່ທຳການຜະລິດ, ດຳເນີນທຸລະກິດ. ທ່ານ ເຈີນວັນເລີມ ສ.ສ.ຊ ແຂວງບັກຢາງ ມີຄຳເຫັນດັ່ງນີ້ : (ເທບ)
“ ມາດຕາ 11 ຂອງກົດໝາຍໄດ້ກຳນົດບັນດາເນື້ອໃນໜູນຊ່ວຍກ່ຽວກັບພື້ນທີ່, ແຕ່ເລັ່ງໃສ່ບັນດາເຂດອຸດສາຫະກຳ. ໃນຂະນະທີ່ສະພາບຕົວຈິງປະຈຸບັນ, ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍທີ່ເຄື່ອນໄຫວໃນຂົງເຂດການຄ້າການບໍລິການແມ່ນມີຈຳນວນຫຼາຍ ແລະ ຄວາມຕ້ອງການທາງດ້ານພື້ນທີ່ແມ່ນສຳຄັນທີ່ສຸດ. ໃນມາດຕາ 12 ໄດ້ກຳນົດກ່ຽວກັບການໜູນຊ່ວຍສ້າງເຂດເຮັດວຽກລວມ, ສິ່ງນີ້ແມ່ນຈຳເປັນ, ແຕ່ຂ້າພະເຈົ້າຄິດວ່າ ຍັງບໍ່ທັນພຽງພໍ, ດັ່ງນັ້ນກົດໝາຍຄວນກຳນົດວ່າ ອຳນາດການປົກຄອງທ້ອງຖິ່ນຕ້ອງອີງໃສ່ເງື່ອນໄຂຕົວຈິງເພື່ອຈັດແຈງເນື້ອທີ່ດິນ ແລະ ສ້າງບັນດາກົນໄກຊຸກຍູ້ການສ້າງບັນດາສູນການຄ້າ, ບັນດາສະຖານທີ່ດຳເນີນທຸລະກິດເພື່ອໃຫ້ເຊົ່າດ້ວຍລາຄາເໝາະສົມເພື່ອໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເຄື່ອນໄຫວດຳເນີນທຸລະກິດ, ຄ້າຂາຍ, ເຮັດບໍລິການ ”
ເລັ່ງໃສ່ໜູນຊ່ວຍວິສາຫະກິດເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ
ການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງແມ່ນແຜນນະໂຍບາຍທີ່ຈຳເປັນໃນໄລຍະປະຈຸບັນ ແນໃສ່ສ້າງບັນດາຜະລິດຕະພັນໃໝ່, ສ້າງບາດກ້າວບຸກທະລຸໃນຂະແໜງເສດຖະກິດຫວຽດນາມ. ແຕ່ໃນປະຈຸບັນ, ຍັງມີຫຼາຍວິທີເຂົ້າໃຈທີ່ແຕກຕ່າງກັນເພື່ອກຳນົດຖືກຕ້ອງເປົ້າໝາຍວິສາຫະກິດຂະໜາດກາງ ແລະ ນ້ອຍເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ. ທ່ານນາງ ມາຍທິແອ້ງຕຽດ ສ.ສ.ຊ ແຂວງອານຢາງ ມີຄຳເຫັນວ່າ :
“ ເພື່ອເສີມຂະຫຍາຍລະບົບນະໂຍບາຍໃນຮ່າງກົດໝາຍຢ່າງມີປະສິດທິຜົນ, ຫຼີກລ້ຽງການຫຼົງຜິດລະຫວ່າງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເລີ່ມທຸລະກິດ ແລະ ວິສາຫະກິດສ້າງອາຊີບຫຼືລະຫວ່າງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ ກັບວິສາຫະກິດເອກະຊົນທົ່ວໄປ. ສະເໜີຮ່າງກົດໝາຍ ແລະ ບັນດານິຕິກຳລຸ່ມກົດໝາຍ ຄວນເຮັດແຈ້ງກ່ຽວກັບຄຳນິຍາມ, ເນື້ອໃນ, ລັກສະນະ, ຂອບຂະໜາດ…ຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ ເພື່ອໃຫ້ນະໂຍບາຍໜູນຊ່ວຍຖືກຕ້ອງກັບເປົ້າໝາຍ, ບໍ່ຟຸມເຟືອຍ”
ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ ແລະ ພັດທະນາ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ້ຢຸງ ຖືວ່າ: ໃນຈຳນວນ 3 ກອງທຶນເພື່ອໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍທີ່ໄດ້ລະບຸໃນຮ່າງກົດໝາຍນັ້ນ, ມີກອງທຶນປະເພດໃໝ່ຢູ່ຫວຽດນາມ, ນັ້ນແມ່ນກອງທຶນເພື່ອການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ້ຢຸງ ເວົ້າວ່າ:
“ ກອງທຶນນີ້ແມ່ນຈຳເປັນທີ່ສຸດເພື່ອ ປຸກລະດົມສົ່ງເສີມໃຫ້ແກ່ການເຄື່ອນໄຫວປ່ຽນແປງໃໝ່, ປະດິດຄິດສ້າງ, ປະຕິບັດບັນດາແນວຄວາມຄິດໂດຍອີງໃຊ້ພື້ນຖານການຂຸດຄົ້ນບັນດາຊັບສິນທາງປັນຍາກ່ຽວກັບເຕັກໂນໂລຢີ, ມີຄວາມສາມາດເຕີບໂຕໄວ. ການສ້າງຕັ້ງກອງທຶນດັ່ງກ່າວແມ່ນເພື່ອໜູນຊ່ວຍທຶນຮອນໃຫ້ແກ່ວິສາຫະກິດ, ກໍຄືເພີີ່ມລັກສະນະແກ່ງແຍ້ງ ”
ບັນດາເອກະສານນິຕິກຳໃນປະຈຸບັນກ່ຽວກັບການໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ກໍລ້ວນແຕ່ແມ່ນນິຕິກຳລຸ່ມກົດໝາຍ, ບໍ່ມີກົນໄກຢ່າງພຽງພໍເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍບັນດາວິສາຫະກິດຢ່າງຄົບຊຸດ ແລະ ມີປະສິດທິຜົນ. ຮ່າງກົດໝາຍໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ແມ່ນຕິດແທດກັບຕົວຈິງ, ປະກອບສ່ວນຮັບປະກັນໃຫ້ແກ່ບັນດາການເຄື່ອນໄຫວຂອງວິສາຫະກິດມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຫວຽດນາມ./.