ເພື່ອອາຊຽນຫນຶ່ງ ສວມບົດບາດໃຫຍ່ກວ່າໃນເວທີສາກົນ

(vovworld)- ວັນ​ທີ 5/8, ທ່ານ​ຮອງ​ນາຍົກລັດຖະ​ມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ນຳ​ຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​​ໄປ​ເຂົ້າ​ຮ່ວມ ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 47 (AMM-47) ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ​ຢູ່ Napitaw ປະ​ເທດ ມຽນ​ມາ. ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ AMM-47 ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ ​ເພື່ອ​ປັບປຸງ​ຄວາມ​ສາມັກ​ຄີ, ການ​ຮ່ວມ​ມື ອາ​ຊຽນ, ​ເພີ່ມ​ທະວີ​ບົດບາດ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດ​ຊອບ​ ຂອງ​ອາ​ຊຽນ ສຳລັບ​ສັນຕິພາບ, ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ; ຮັກສາ​ບົດບາດ​ເປັນ​ເຈົ້າ​ການ​ຂອງ​ອາ​ຊຽນ​ໃນ​ສະພາບ​ການ​ໃຫມ່; ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື ພ້ອມ​ກັນ​ປະກອບສ່ວນ​ໃຫ້​ແກ່​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ, ພ້ອມ​ທັງ​ປະ​ກອບ​ສ່ວນ​ຍົກ​ສູງ​ບົດບາດ ​ແລະ ​ທີ່​ຕັ້ງ​ຂອງ​ຫວຽດນາມ​ກວ່າ​ອີກ. ບົດ​ຂຽນ​ຂອງ​ນັກ​ຂ່າວ ​ແອ​ງຮ່ວຽນ “ເ​ພື່ອ ອາ​ຊຽນຫນຶ່ງ ສວມ​ບົດບາດ​ໃຫຍ່​ກວ່າ​ໃນ​ເວທີ​ສາກົນ”

ເພື່ອອາຊຽນຫນຶ່ງ ສວມບົດບາດໃຫຍ່ກວ່າໃນເວທີສາກົນ - ảnh 1
ລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊີກອາຊຽນ
ເຂົ້າຮ່ວມກອງປະຊຸມ AMM 46

        ບັນດາ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ບັນດາ​ກອງ​ປະຊຸມ​ຂັ້ນລັດຖະມົນຕີ ປະຈຳ​ປີ​ທີ່​ສຳຄັນ​ຂອງ​ພາກ​ພື້ນ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຫົວຫນ້າ​ຄະນະ​ຜູ້​ແທນ​ຂອງ 27 ປະ​ເທດ​ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ. ຈຸດ​ສຸມ​ຂອງ​ບັນດາ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ສຸມ​ໃສ່​ສຳ​ຫລວດ​ກວດ​ຄືນ​ສະພາບ​ການ​ຮ່ວມ​ມື ອາ​ຊຽນ, ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ, ປຶກສາ​ຫາລື​ທິດ​ທາງ​ຊຸກຍູ້​ບັນດາ​ການ​ພົວພັນ​ຮ່ວມ​ມື​ນີ້​ໃນ​ໄລຍະ​ຈະ​ມາ​ເຖິງ; ​ແລກປ່ຽນ​ກ່ຽວ​ກັບ​ບາງ​ບັນຫາ​ສາກົນ, ພາກ​ພື້ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ສັນຕິພາບ, ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ.

        ຄວາມ​ປາດ​ຖະຫນາ​ລວມກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ

        ຕໍ່ຫນ້າ​ການ​ຜັນ​ແປ​ຢ່າງ​ສັບສົນ​​ໃນໂລກ, ​ໃນ​ພາກ​ພື້ນ, ຈາກ​ບັນດາ​ສະຖານ​ທີ່​​ເກີດ​ການ​ປະ​ທະ​ກັນ​ຕະຫລອດ​ຮອດ​ບັນດາ​ຄວາມ​ສ່ຽງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຫລື​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດ, ການ​ເງິນ… ພິ​ເສດ​ແມ່ນ​ບັນດາ​ຄວາມຜັນ​ແປ​ເຄັ່ງ​ຕຶງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ລ້ວນ​ແຕ່​ເຂົ້າ​ໃຈ ​ແລະ ປາດ​ຖະຫນາ​ເຖິງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ພ້ອມ​ກັນ​ພັດທະນາ. ​ເພາະສະ​ນັ້ນ, ຈິດ​ໃຈລວມຂອງບັນດາ​ກອງ​ປະຊຸມ​ຄັ້ງນີ້ ​ແມ່ນ ອາ​ຊຽນ ສືບ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ເພ່ືອ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ພັດທະນາ​ລວມຢູ່​ພາກ​ພື້ນ. ທ່ານ​ຮອງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວີ​ງ ​ໃຫ້​ຮູ້​ວ່າ:

        “ຈະ​ຍູ້​ແຮງ​ຄວາມ​ມານະ​ພະຍາຍາມ​ທາ​ບທາມ​ຄຳ​ເຫັນ​​ໃສ່ປະມວນ​ຂໍ້​ກຳນົດ​ກ່ຽວກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໄປ​ຄຽງ​ຄູ່​ກັບ​ການ​ສືບ​ຕໍ່ ປະຕິບັດ​ບັນດາ​ຂໍ້​ກຳນົດ​ໃນ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພ​​ຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ​ດ້ວຍເລື່ອງ​ດຳ​ເນີນ​ການ​ເຈລະຈາ ​ແລະ ກຳນົດທິດ​ຢ່າງ​ຈະ​ແຈ້ງ​ຂອງ ອາ​ຊຽນ ​ແນ່​ນ່ອນວ່າ ຈີນ​ຕ້ອງ​ສືບ​ຕໍ່​ແລກປ່ຽນ​ຢ່າງ​ເປັນ​ທາງ​ການ ​ແລະ ​ເຂັ້ມ​ງວດ​ກ່ຽວ​ກັບ COC”

        ຢ່າງແທດ​ຈິງ ​ແລະ ​ປະສິດທິ​ຜົນ​ແຫ່ງການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ບັນ​ດາ​ຄູ່​ຮ່ວມ​ມື

        ຫວນ​ຄືນ 1 ປີຜ່ານມາ, ນັບ​ແຕ່​ເມື່ອ​ກອງ​ປະຊຸມ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 46 ຈັດ​ຂຶ້ນ​ຢູ່ ບຣູ​ໄນ, ບໍ່​ພຽງ​ແຕ່​ຍູ້​ແຮງ​ການ​ຮ່ວມ​ມື​ພາຍ​ໃນ​ກຸຸ່ມ​ເທົ່າ​ນັ້ນ ຫາກ​ການ​ພົວພັນ​ຂອງ ອາ​ຊຽນ ກັບຄູ່​ເຈລະຈາ​ແຕ່ລະ​ຝ່າຍ ສືບ​ຕໍ່​ພັດທະນາ​ຢ່າງ​ຕັ້ງຫນ້າ ​ແລະ ​ແທດ​ຈິງ.

        ສຳລັບ​ຈີນ, ການ​ພົວພັນ​ສອງ​ຝ່າຍ​ໄດ້​ຮັບ​ການ​ເປີດ​ກວ້າງ​ໄປ​ສູ່​ຂົງ​ເຂດ​ໃຫມ່​ຈຳນວນ​ຫນຶ່ງ ​ແລະ ​ເຮັດ​ໃຫ້​ເລິກ​ເຊິ່ງກວ່າ ຜ່ານ​ການ​ສ້າງ​ກົນ​ໄກ​ໃຫມ່​ຈຳນວນ​ຫນຶ່ງ​ ​ແຜນການ​ດຳ​ເນີນ​ງານ ອາ​ຊຽນ - ຈີນ ​ໄລຍະ 2011-2015 ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງຫນ້າ. ສຳລັບ ຍີ່ປຸ່ນ, ຄຽງ​ຄູ່​ການ​ຊຸກຍູ້​ປະຕິບັດ​ບັນດາ​ຂໍ້​ຕົກລົງ, ຄຳ​ໝັ້ນ​ສັນຍາ​ທີ່​ໄດ້​ລົງ​ນາມ, ປີ 2014, ຍີ່​ປຸ່ນ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​

ໝູ​ນ​ໃຊ້​ເຕັກ​ໂນ​ໂລ​ຊີ​ດາວທຽ​ມ​ໃນ​ການ​ຄຸ້ມ​ຄອງ​ທຳ​ມະ​ຊາດ, ການ​ຕ່າງປະ​ເທດ, ສາທາລະນະ​ສຸກ​ທົ່ວ​ໂລກ, ການ​ເຕີບ​ໂຕ​ຂຽວ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ຄຸ້ມ​ຄອງ​ຕົວ​ເມືອງ. 33 ​ໂຄງການ​ຮ່ວມ​ມື ​ໂດຍ ຍີ່​ປຸ່ນ ສະ​ເຫ​ນີ ຈຸດ​ສຸມ​ໃນ​ຫລາຍ​ຂົງ​ເຂດ ​ແລະ ຄຳ​ໝັ້ນ​ສັນຍາ​ຫນູນ​ຊ່ວຍ ODA ລວມມູນ​ຄ່າ 500 ຕື້ ​ເຢັນ ​ເພື່ອ​ບັນດາ​ປະ​ເທດ​ແມ່​ນຳ້ຂອງ ພັດທະນາ​ພື້ນຖານ​ໂຄງ​ລ່າງ​ໃນ 3 ປີ​ຂ້າງ​ຫນ້າ ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​. ສຳລັບ ອິນ​ເດຍ, ສອງ​ຝ່າຍ ມານະ​ພະຍາຍາມ​ຊຸກຍູ້​ບັນດາ​ໂຄງການ​ເຊື່ອມ​ຈອດ ອິນ​ເດຍ - ອາ​ຊຽນ ນັບ​ທັງ​ທາງບົກ, ທາງ​ອາກາດ, ການ​ເດີນ​ທະ​ເລ, ດີ​ຈີ​ຕອນ. ສຳລັບ ສ​ເກົາຫລີ, ອາ​ຊຽນ ​ແລະ ສ​ເກົາຫລີ ພວມ​ຫັນ​ຈຸດໝາຍ​ຍົກ​ສູງ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເຖິງ 150 ຕື້ USD ​ໃນ​ປີ 2015 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

        ສຳລັບ ອາ​ເມ​ລິ​ກາ​, ສອງ​ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​​ເຈລະຈາ​ຂຶ້ນ​ສູ່​ລະດັບ​ຍຸດ​ທະ​ສາດ; ອາ​ເມ​ລິ​ກາ ຢືນຢັນ​ນະ​ໂຍບາຍ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ກັບ​ພາກ​ພື້ນ, ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ກາ​ນຮ່ວມ​ມື​ກັບ ອາ​ຊຽນ ກ່ຽວ​ກັບ​ທຸກ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ​ພົບ​ປະແລກປ່ຽນປະຊາຊົນ, ຫນູນ​ຊ່ວຍ ອາ​ຊຽນ ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ສຳ​ເລັດ​ໃນ​ປີ 2015. ອາ​ເມ​ລິ​ກາ ຖື ອາ​ຊຽນ ​ແມ່ນ​ສູນກາງ​ໂຄງ​ປະກອບ​ພາກ​ພື້ນ ອາຊີ​-ປາຊີ​ຟີ​ກ ​ແລະ ສູນ​ກາງ​ຂອງຍຸດ​ທະ​ສາດສ້າງ​ຄວາມ​ດຸ່ນ​ດ່ຽງ​ຄືນ​ໃຫມ່ ຊື່​ງອາ​ເມ​ລິ​ກາ​ມຸ່ງ​ໄປ​ເຖິງ. ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື ອາ​ເມ​ລິ​ກາ - ອາ​ຊຽນ, ​ເປັນ​ຕົ້ນ​ແມ່ນ​ຂົງ​ເຂດ​ປ້ອງ​ກັນຊາ​ດ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Chuck Hagel ຢືນຢັນ​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລະຫວ່າງ ອາ​ເມ​ລິ​ກາ ​ແລະ 10 ປະ​ເທດ​ສະມາຊິກ ອາ​ຊຽນ ຈັດ​ຕັ້ງ​ຂຶ້ນ​ໃນ​ເດືອນ 4/2014.

 

        “ອາດ​ຈະ​ຢືນຢັນ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ອາ​ເມ​ລິ​ກາ ​ແມ່ນ​ກາລະ​ໂອກາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ເພື່ອ​ໃຫ້​ພວກ​ເຮົາ​ສືບ​ຕໍ່​ຮ່ວມ​ງານ​ນຳກັນ​ເພື່ອ​ແກ​້​ໄຂ​ບັນດາ​ອາດຊະຍາ​ກຳ​ແບບ​ໃຫມ່ ​.​ໃນ​ທົ່ວ​ພາກ​ພື້ນອາຊີ ປາຊີ​ຟີ​ກ. ການ​ຮ່ວມ​ປ້ອງ​ກັນຊາ​ດ ອາ​ຊຽນ - ອາ​ເມ​ລິ​ກາຄັ້ງ​ນີ້ ​​ເປັນ​ຂີດ​ໝາຍ​ສຳຄັນ​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ກັບ​ບັນດາ​ປະ​ເທດ ອາ​ຊຽນ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ​​ເປັນ​ຂີດ​ໝາຍ​ຫນຶ່ງ​ອີກ​ກ່ຽວ​ກັບ​ບົດບາດສຳຄັນ​ຂອງ​ອາ​ຊຽນ ຊື່ງອາ​ເມ​ລິ​ກາ​ຖື​ເປັນ​ສຳຄັນ.”

        ​ ເ​ພື່ອ ອາ​ຊຽນຫນຶ່ງ ສວມ​ບົດບາດ​ໃຫຍ່​ກວ່າ​ໃນ​ເວທີ​ສາກົນ

        ສືບ​ຕໍ່​ທິດ​ນຳ “​ເປັນ​ເຈົ້າ​ການ, ຕັ້ງຫນ້າ ​ແລະ ມີ​ຄວາມ​ຮັບຜິດຊອບ”, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ປະກອບສ່ວນ​ສຳຄັນ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ ອາ​ຊຽນ ກໍ​ຄື​ສະ​ເຫ​ນີບັນດາ​ຈຸດ​ສຸມ​ບຸລິມະສິດ​ຂອງ ອາ​ຊຽນ ​ແລະ ພາກ​ພື້ນ. ຕາມ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ເລ​ຫາຍ​ບີ​ງ ​ແລ້້ວ, ຊຸກຍູ້​ນຳ້​ໃຈ​ສາມັກຄີ​ໃນ ອາ​ຊຽນ, ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ ກໍ​ແມ່ນ​ຄາດໝາຍ​ຂອງ​ຫວຽດນາມ ທີ່​ບັນດາ​ກອງ​ປະຊຸມ​ຄັ້ງ​ນີ້.

        “ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ບັນດາ​ຂໍ້​ລິ​ເລີ່​ມ​ເຂົ້າ​ໃນ​ການ​ປັບປຸງ​ບົດບາດ​ສາມັກຄີ​ຂອງ ອາ​ຊຽນ, ກໍ​ຄື​ການ​ພົວພັນ​ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື, ປະ​ກອບ​ສ່ວນ​ຮັກສາສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ປອດ​ໄພ ຢູ່ ພາກ​ພື້ນ. ຫວຽດນາມ ຊົມ​ເຊີຍ​ທຸກ​ຂໍ​້ລິ​ເລີ່​ມກໍ​ຄື​ທຸກ​ຄວາມ​ມານະ​ພະຍາຍາມ​ມີ​ລັກສະນະ​ສ້າງສັນ ​ແລະ ປ​ະກອບ​ສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ປອດ​ໄພ​​ໃນການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ.”

        ​ໃນ​ພາຍ​ພາກ​ຫນ້າ​ອາ​ຊຽນ ​ແມ່ນຈຸດໝາຍ“ປະຊາ​ຄົມ​ຫນຶ່ງ, ຊາຕະ​ກຳ​ຫນຶ່ງ” ສິ່ງ​ດັ່ງກ່າວຮຽກຮ້ອງ​ອາ​ຊຽນ ຕ້ອງ​​ເຂັ້ມ​ແຂງ​ໃນ 3 ​ເສົາ​ຄ້ຳ ນັ້ນ​ແມ່ນ: ການ​ເມື​ອງ ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ວັດທະນະທຳ​ສັງຄົມ. ພ້ອມ​ກັບ​ບັນດາ​ປະ​ເທດ​​ໃນ​ສະຫະສະມາຄົມ, ຫວຽດນາມ ພວມ​ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ ​ແລະ ຮັດ​ແຄບ​ຊ່ອງ​ຫວ່າງ​ແຫ່ງ​ການ​ພັດທະນາ, ຮັກສາ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ, ​ເພື່ອ​ສ້າງ​ປະຊາ​ຄົມ​ເຂັ້ມ​ແຂງ, ຮ່ວມ​ສຳພັນ​ຢ່າງ​ແຫນ້ນ​ແຟ້ນ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ໃນ​ປີ 2015 ​ແລະ ຊຸມ​ປີ​ຕໍ່​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ