(VOVWORLD) - ພາຍຫຼັງ 1 ປີທີ່ແກ້ໄຂຜົນເສຍຫາຍຢ່າງໜັກໜ່ວງຈາກພາຍຸ Yagi, ຢູ່ເຂດເສດຖະກິດພິເສດ ເວິນໂດນ, ແຂວງ ກວາງນິງ, ການເຄື່ອນໄຫວລ້ຽງປູກສິນໃນນ້ຳ, ສິນທະເລໄດ້ກັບຄືນສູ່ເປັນປົກກະຕິ. ຍາກທີ່ຈະມີໃຜຄິດວ່າ ນີ້ແມ່ນເຂດທີ່ກ່ອນໜ້ານັ້ນ 1 ປີ ເຄີຍຖືກສະຫຼັກຫັກພັງຢ່າງໜັກໜ່ວງ. ໃນຄືນດຽວ, ຄວາມແຮງຂອງລົມພາຍຸໄດ້ພັດຖະຫຼົ່ມຊັບສິນຂອງຊາວປະມົງລ້ຽງປູກສິນທະເລນັບຮ້ອຍຄົນ.
ແພກະຊັງລ້ຽງປູກສິນໃນນ້ຳຂອງພໍ່ແມ່ປະຊາຊົນຖືກເປເພພາຍຫຼັງພາຍຸ Yagi (ພາບ: VOV) |
ເມື່ອພາຍຸ Yagi ພັດຖະຫຼົ່ມເຂົ້າມາ, ບັນດາຜູ້ຄຸ້ມຄອງຟາມລ້ຽງປູກສິນທະເລຂອງບໍລິສັດ ຫຸ້ນສ່ວນກຸ່ມບໍລິສັດ STP ຕ້ອງຜ່ານຜ່າຈຸດເວລາຫົວໃຈສະດຸ້ງ ເມື່ອທັງລະບົບກະຊັງລ້ຽງປູກສາຫຼ່າຍທະເລ, ປາທະເລຖືກຄື້ນທະເລຕີໄຫຼໄປໃນຕອນກາງຄືນ. ແຕ່ໂຊກດີເມື່ອມີລະບົບກ້ອງວົງຈອນຕິດຕັ້ງຢູ່ແພກະຊັງ, ບັນດານັກເຕັກນິກກໍສາມາດກຳໄດ້ທິດຂອງກະຊັງທີ່ໄຫຼໄປ ແລະ ດຶງລະບົບກະຊັງກັບຄືນມາບ່ອນເກົ່າໄດ້ຢ່າງວ່ອງໄວ. ທ່ານນາງ ຫງວຽນທິຫາຍບິ່ງ, ຜູ້ອຳນວຍການໃຫຍ່ STP Group ແບ່ງປັນວ່າ:
“ເມື່ອຊອກຫາລະບົບກະຊັງລ້ຽງປູກສິນທະເລ, ຍ້ອນມີລະບົບບອກຈຸດພິກັດໄດ້ຕິດຕັ້ງນຳກະຊັງ, ເມື່ອລະບົບອິນເຕີເນັດໄດ້ຮັບການເຊື່ອມຕໍ່ຄືນໃໝ່, ພວກຂ້າພະເຈົ້າຈຶ່ງສາມາດກຳນົດໄດ້ທີ່ຕັ້ງຂອງກະຊັງຂອງຕົນໄດ້ຢ່າງງ່າຍດາຍ. ບັນຫາຂອງພວກເຮົາແມ່ນປະກອບເພີ່ມເຕີມບັນດາມາດຕະການທາງວິທະຍາສາດເຕັກນິກເຮັດແນວໃດເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຊັບສິນຂອງພໍ່ແມ່ປະຊາຊົນ".
ຄອບຄົວປູກລ້ຽງສິນໃນນ້ຳຢູ່ຕາແສງ ຮະລອງ, ເຂດເສດຖະກິດພິເສດ ເວິນໂດນ, ຕັດສິນຫັນປ່ຽນລະບົບກະຊັງເປັນວັດສະດຸ composit (ພາບ: VOV) |
ໃນເມື່ອກ່ອນ, ສ່ວນໃຫຍ່ກະຊັງຢູ່ແຂວງ ກວາງນິງ ແມ່ນຟູຢູ່ເທິງໜ້ານ້ຳທະເລ ດ້ວຍສະໂນຊູຊີບ ແລະ ໄມ້ໄຜ່, ເຊິ່ງເປັນບັນດາວັດສະດຸມີລາຄາຖືກ, ຄຸ້ນເຄີຍ ແຕ່ບອບບາງຕໍ່ພາຍຸລົມແຮງ. ບັນດາສະໂນຊູຊີບນັ້ນ ແມ່ນຄວາມເປັນຫ່ວງກັງວົນເມື່ອລະດູພາຍຸວຽນມາ, ສະໂນຊູຊີບແຕກ, ກະຊັງຈົມລົງນ້ຳ, ປາອອກຈາກກະຊັງລອຍໄປຕາມຄື້ນທະເລ. ບໍ່ພຽງແຕ່ເສຍຫາຍທາງດ້ານຊັບສິນຂອງຜຜູ້ລ້ຽງເທົ່ານັ້ນ, ສະພາວະດັ່ງກ່າວຍັງປ່ອຍຂີ້ເຫຍື້ອນັບເປັນໂຕນອອກສູ່ທະເລອີກດ້ວຍ. ພາຍຫຼັງພາຍຸລູກປະຫວັດສາດ, ລຸງ ເຢືອງວັນກວຽດ, ຄອບຄົວປູກລ້ຽງສິນໃນນ້ຳຢູ່ຕາແສງ ຮະລອງ, ເຂດເສດຖະກິດພິເສດ ເວິນໂດນ, ຕັດສິນຫັນປ່ຽນລະບົບກະຊັງເປັນວັດສະດຸ composit ທັງໝົດ.
“ເວົ້າລວມແລ້ວແພ composit ເບົາກວ່າແພໄມ້, ເມື່ອຄື້ນຍຶ່ງຂຶ້ນ ກໍເຮັດໃຫ້ແພຍຶ່ງຂຶ້ນໄປຕາມໂດຍບໍ່ມີການແຕກຫັກ ຫຼື ເປ່ເພຫຍັງ. ຖ້າເປັນແພໄມ້ ແລະ ກະຊັງໃຫຍ່ແມ່ນບໍ່ເຫຼືອຫຍັງ”.
ແພກະຊວງລ້ຽງປູກສູນໃນນ້ຳຢູ່ເຂດເສດຖະກິດພິເສດ ເວິນໂດນ (ພາບ: VOV) |
ການຮັບມືກັບໄພທຳມະຊາດໃນການເຄື່ອນໄຫວລ້ຽງປູກສິນໃນນ້ຳຢູ່ທະເລບໍ່ແມ່ນຂໍ້ສະເໜີແນະອີກແລ້ວ, ຫາກຍັງແມ່ນຄຳຮຽກຮ້ອງຕ້ອງການທີ່ຈຳເປັນ. ຕາມທ່ານ ໂດະດິ່ງມິງ, ຫົວໜ້າສາຂາກົມທະເລ, ໝູ່ເກາະ ແລະ ສິນໃນນ້ຳ, ກວດກາການປະມົງ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ກວາງນິງ ແລ້ວ, ແຂວງ ກວາງນິງ ໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ: ຫັນວັດສະດຸແພໃຫ້ບັນລຸມາດຕະຖານ, ສົ່ງເສີມການຫັນເປັນເຕັກນິກການລ້ຽງປູກ, ໝູນໃຊ້ເຕັກໂນໂລຢີຕິດຕາມແບບອັດຕະໂນມັດ. ທ້ອງຖິ່ນວາງເປົ້າໝາຍສ້າງຂະແໜງລ້ຽງປູກທີ່ທັນສະໄໝ, ມີຄວາມສາມາດຕ້ານທານສູງ, ຮັບປະກັນຄວາມປອດໄພຕໍ່ການປ່ຽນແປງຂອງດິນຟ້າອາກາດ ແລະ ຕອບສະໜອງຄຳຮຽກຮ້ອງຕ້ອງການປົກປັກຮັກສາສິ່ງແວດລ້ອມ.
“ເມື່ອກ່ອນນີ້ ປະຊາຊົນແຂວງ ກວາງນິງ ໄດ້ເຮັດແພດ້ວຍສະໂນຊູຊີບ, ບໍ່ເປັນມິດກັບສິ່ງແວດລ້ອມ ເມື່ອເກີດພາຍຸລົມແຮງ, ມັນຈະແຕກເປ່ເພ, ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ. ກໍຍ້ອນສິ່ງນີ້ເອງ, ແຂວງ ກວາງນິງ ຈິ່ງຄົ້ນຄວ້າປະກາດໃຊ້ຂໍ້ກຳນົດມາດຕະຖານທ້ອງຖິ່ນກ່ຽວກັບວັດສະດຸເຮັດແພ. ຕາມນັ້ນແລ້ວ, ທຸກຄອບຄົວທີ່ລ້ຽງປູກສິນໃນນ້ຳຕ້ອງນຳໃຊ້ວັດສະດຸທີ່ຖືກຕ້ອງຕາມມາດຕະຖານ”.
ໃນຊຸມປີມໍ່ໆມານີ້, ພາຍຸ, ໄພພິບັດທຳມະຊາດໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຜູ້ລ້ຽງປູກສິນໃນນ້ຳຂອງທ້ອງຖິ່ນຕ່າງໆຢູ່ແຄມທະເລຢ່າງຕໍ່ເນື່ອງ. ບັນດາທ້ອງຖິ່ນຕ້ອງມີແຜນຜັງເຂດລ້ຽງປູກສິນໃນນ້ຳໃຫ້ເໝາະສົມ, ມີການລົງທຶນພື້ນຖານໂຄງລ່າງທີ່ຈຳເປັນ, ເຊັ່ນ: ລະບົບຄັນຄູ, ສະຖານີສູບນ້ຳ, ລະບົບໄຟຟ້າ, ລະບົບສະໜອງ ແລະ ລະບາຍນ້ຳ… ເພື່ອໜູນຊ່ວຍປະຊາຊົນພັດທະນາການລ້ຽງປູກສິນໃນນ້ຳຢ່າງມີປະສິດທິຜົນ ແລະ ຍືນຍົງ. ຕາມທ່ານ ເຈິ່ນດິ່ງລວນ, ຫົວໜ້າກົມສິນໃນນ້ຳ ແລະ ກວດກາການປະມົງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລ້ວ, ບັນດາທ້ອງຖິ່ນຕ້ອງຕີລາຄາຄືນບັນດາເຂດລ້ຽງປູກຢ່າງລະອຽດ ເພື່ອຖອດຖອນບົດຮຽນ, ຊີ້ນຳການຜະລິດ ແລະ ມີການແຈ້ງເຕືອນປະຊາຊົນໃນຊຸມປີຕໍ່ໄປ.
“ບັນດາທ້ອງຖິ່ນຕ້ອງຕີລາຄາຄືນບັນດາເຂດລ້ຽງປູກໃນຊຸມວັນມໍ່ໆມານີ້, ພິເສດແມ່ນຜົນຮ້າຍຢ້ອນຫຼັງໃນປີນີ້, ຈາກນັ້ນ, ພວກເຮົາຈະຖອດຖອນໄດ້ບົດຮຽນໃນການຊີ້ນຳການຜະລິດ, ການບໍລິຫານ, ມີຂໍ້ສະເໜີແນະປະຊາຊົນໃນຊຸມປີຕໍ່ໄປ. ເພື່ອໃຫ້ພວກເຮົາມີການຈັດສັນລະດູ, ເວລາປ່ອຍແນວພັນ, ເລືອກແນວພັນ ແລະ ຈຸດເວລາເກັບກູ້ທີ່ເໝາະສົມ, ຫຼຸດຜ່ອນຜົນເສຍຫາຍໃຫ້ແກ່ປະຊາຊົນ. ນອກຈາກນັ້ນແລ້ວ, ພວກເຮົາກໍຕ້ອງໝູນໃຊ້ບັນດາຮູບແບບລ້ຽງປູກທີ່ປະຢັດ, ຫຼຸດຜ່ອນຕົ້ນທຶນ, ປົກປັກຮັກສາສິ່ງແວດລ້ອມ ເພື່ອເພີ່ມລາຍໄດ້ໃຫ້ແກ່ຜູ້ລ້ຽງປູກໃນໄລຍະຈະມາເຖິງ".
ພາຍຸ ແລະ ໄພພິບັດທຳມະຊາດຍັງແມ່ນສິ່ງທ້າທາຍສຳລັບອາຊີບລ້ຽງປູກສິນໃນນ້ຳຢູ່ແຄມທະເລ. ແຕ່ການປ່ຽນແປງເຕັກນິກການລ້ຽງປູກ, ວັດສະດຸເຮັດແພກະຊັງ, ໝູນໃຊ້ເຕັກໂນໂລຢີການຕິດຕາມ ແລະ ລ້ຽງປູກແບບອັດສະລິຍະ, ບວກກັບຄວາມເປັນເຈົ້າການໃນການບໍລິຫານການຜະລິດນັ້ນ, ຈະຊ່ວຍໃຫ້ປະຊາຊົນ ກວາງນິງ ຫຼຸດຜ່ອນຜົນເສຍຫາຍ, ປົກປ້ອງວິທີຫາເງິນລ້ຽງຊີບ ແລະ ພັດທະນາເສດຖະກິດ./.