(VOVWORLD) - ຮຸ່ງເຊົ້າວັນທີ 16 ພະຈິກ, ຢູ່ວັດ ເຈິ່ນຫວູ (ເທດສະບານ ລອງບຽນ, ນະຄອນ ຮ່າໂນ້ຍ) ໄດ້ປຸກລຸກດ້ວຍສຽງກອງຂອງບຸນບ້ານທີ່ດັງກ້ອງກັງວານ. ຈາກປະຕູໂຂງເຂົ້າບ້ານ, ຜູ້ຄົນພາກັນຫຼັ່ງໄຫຼກັນມາ, ຜູ້ຈັບກ້ອງຖ່າຍຮູບ, ຜູ້ພາລູກພາຫຼານເຂົ້າຮ່ວມພິທີ ແລະ ຮັບຊົມການແຂ່ງຂັນດຶງເຊືອກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 10 ປີ ອົງການ UNESCO ຮັບຮອງເອົາພິທີ ແລະ ການແຂ່ງດຶງເຊືອກ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ.
ຢູ່ເດີ່ນວິຫານ ເຈິ່ນຫວູ, ບັນດາທິມດຶງເຊືອກຢູ່ພາກເໜືອ ຫວຽດນາມ ໄດ້ເຕົ້າໂຮມກັນ ໃນບັນດາຊຸດເຄື່ອງນຸ່ງທີ່ເຕັມໄປດ້ວຍສີສັນ, ອັນໄດ້ເຮັດໃຫ້ບັນຍາກາດຢູ່ສະຖານທີ່ແຫ່ງນີ້ມີຊີວິດຊີວາກວ່າມື້ທຳມະດາ. ພໍກ້າວເຂົ້າເດີ່ນວິຫານ, ປະຊາຊົນທ້ອງຖິ່ນກໍພາກັນສົ່ງສຽງຮ້ອງໂຮຕ້ອນຮັບແຕ່ລະທິມ.
ກ່ອນນີ້ 10 ປີຖ້ວນ, ວັນທີ 2 ທັນວາ 2015, ຢູ່ Namibia, ພິທີກຳ ແລະ ການດຶງເຊືອກຂອງ ຫວຽດນາມ ພ້ອມກັບ ກຳປູເຈຍ, ສ.ເກົາຫຼີ ແລະ ຟີລິບປິນ ໄດ້ຖືກຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ. ເຫດການດັ່ງກ່າວໄດ້ຮັບຖືວ່າເປັນຂີດໝາຍສຳຄັນ, ເປີດກ້ວາງການຂະຫຍາຍຕາໜ່າງວົງຄະນະຍາດປະຕິບັດມໍລະດົກ. ຈາກ 6 ວົງຄະນະຍາດໃນເບື້ອງຕົ້ນທີ່ໄດ້ຍື່ນສະເໜີຕໍ່ອົງການ UNESCO, ໄລ່ມາຮອດປັດຈຸບັນ ຫວຽດນາມ ມີ 10 ວົງຄະນະຍາດໄດ້ເປັນເຈົ້າການອະນຸລັກຮັກສາ, ຖ່າຍທອດບອກສອນ ແລະ ເຊື່ອມຕໍ່ມໍລະດົກດຶງເຊືອກແບບຍືນຍົງກວ່າເກົ່າ. ແຕ່ລະປີຢູ່ບັນດາແຂວງຂອງຫວຽດນາມ ຄື: ຮ່າໂນ້ຍ, ບັກນິງ, ຝູເຖາະ, ລ່າວກາຍ, ຮຶງອຽນ, ນິງບິ່ງ..., ປະຊາຊົນຍັງຮັກສາພິທີດຶງເຊືອກນີ້ໄວ້ເໝືອນເດີມ.
ວັນທີ 2 ທັນວາ 2015, ຢູ່ Namibia, ພິທີກຳ ແລະ ການດຶງເຊືອກຂອງ ຫວຽດນາມ ພ້ອມກັບ ກຳປູເຈຍ, ສ.ເກົາຫຼີ ແລະ ຟີລິບປິນ ໄດ້ຖືກຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ.
|
ທ່ານ ໂງກວາງຂາຍ, ຫົວໜ້າອະນຸຄະນະກຳມະການຮ່ອງຮອຍວິຫານ ເຈິ່ນຫວູ, ປະທານເຄືອຂ່າຍດຶງເຊືອກ ຫວຽດນາມ ໄດ້ມີໜ້າແຕ່ເຊົ້າ ແລ້ວໄປກວດກາແຕ່ລະຈຸດ, ແຕ່ລະບ່ອນອ້ອມເ ດີ່ນວິຫານ ແລະ ທັກທາຍແຕ່ລະທິມ. ທ່ານແບ່ງປັນດ້ວຍຄວາມເອກອ້າງທະນົງໃຈວ່າ:
“ສຳລັບຝ່າຍ ຫວຽດນາມ, ມີການເຂົ້າຮ່ວມຂອງບັນດາວົງຄະນະຍາດຂອງແຂວງ ລາວກາຍ, ຫວິງຟຸກ, ນິງບິ່ງ, ຮ່າໂນ້ຍ, ບັກນິງ, ຮຶງອຽນ. ເຖິງວ່າເຊືອກຈະຝັ້ນດ້ວຍໄມ້ໄຜ່, ເຊືອກລ່າມ ຫຼື ເຟືອງກໍຕາມ ແຕ່ກໍສື່ເຖິງຄວາມໝາຍອັນດຽວກັນ ນັ້ນແມ່ນຄວາມປາດຖະໜາເພື່ອໃຫ້ປະຊາຊົນມີການເຊື່ອມຕໍ່ໃນວົງຄະນະຍາດ, ການເຊື່ອມຕໍ່ລະຫວ່າງອະດີດ, ປັດຈຸບັນ ກັບອະນາຄົດ ແລະ ສະແດງໃຫ້ເຫັນຄວາມສາມັກຄີຜູກພັນກັນ. ບັນດາວົງຄະນະຍາດກໍຈະໄດ້ແລກປ່ຽນຄວາມຮູ້, ຮີດຄອງປະເພນີຂອງແຕ່ລະເຂດພາກ ແລະ ພ້ອມດຽວກັນນັ້ນ ແມ່ນມີຄວາມປາດຖະໜາຢາກຫຍັບເຂົ້າໃກ້ກັນ, ດຳລົງຊີວິດໃນຊາຍຄາດຽວກັນ. ນັ້ນແມ່ນມໍລະດົກທີ່ລຸ້ນພໍ່ລຸ້ນອ້າຍໄດ້ຮັກສາ ແລະ ຖ່າຍທອດໃຫ້. ສະນັ້ນ, ພວກເຮົາຕ້ອງມີຄວາມຮັບຜິດຊອບອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກເຫຼົ້ານັ້ນ”.
ມືຂອງລຸງ ເຢືອງວັນຕິ່ງ, ມາຈາກແຂວງ ຝູເຖາະ ເຕັມແຕ່ຮອຍດ້ານຊາ, ເຊິ່ງເປັນຮອຍຂອງມູນເຊື້ອຈັບເຊືອກໃນວັນບຸນນີ້ມານັບສິບປີ, ເລົ່າສູ່ຟັງວ່າ:
“ບ້ານເກີດເມືອງນອນຂອງຂ້າພະເຈົ້າໄດ້ປະຕິບັດພິທີນີ້ມານັບຮ້ອຍກວ່າປີແລ້ວ, ເມື່ອຮອດວັນທີ 4 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ, ເລີ່ມແຕ່ວັນທີ 4 ຫາວັນທີ 8, ສອງທິມຂອງສອງວິຫານ ດິ່ງດົງ ແລະ ດິ່ງຢຽງ ດຶງເຊືອກນຳກັນ, ບໍ່ມີການຈຳແນກຄົນ, ໃຜໆກໍສາມາດເຂົ້າດຶງໄດ້. ແລະກໍບໍ່ມີລາງວັນ, ສຳຄັນແມ່ນມ່ວນນຳກັນ. ບ້ານຂອງຂ້າພະເຈົ້າມີຄວາມເປັນກຽດທີ່ສຸດເມື່ອໄດ້ເຂົ້າຮ່ວມລາຍການພ້ອມກັບທິມຂອງ ສ.ເກົາຫຼີ, ກຳປູເຈຍ, ຟີລິບປິນ, ຫວຽດນາມ, ທັງ 4 ປະເທດພວກເຮົາພ້ອມກັນຈັດພິທີດຶງເຊືອກສາມັກຄີ”.
ອ້າຍ ຫງວຽນຮົ່ງກວນ, ທິມ ມ້ານເຈີ້, ແບ່ງປັນໄດ້ວຍຄວາມເບີກບານໃຈວ່າ:
“ການດຶງເຊືອກຢູ່ວິຫານ ເຈິ່ນຫວູ ມີທັງໝົດ 3 ທິມ, ລວມມີ ທິມ ມ້ານເຈີ້, ມ້ານເດື່ອງ, ມ້ານເດຍ. ໃນວັນທີ 10 ເດືອນ 3 ຂອງທຸກໆປີ, ກ່ອນມື້ຈັດວັນບຸນ, ອ້າຍນ້ອງກໍເຕົ້າໂຮມກັນເພື່ອຝຶກຊ້ອມ, ເພາະວ່າທິມໜຶ່ງມີຫຼາຍຄົນພໍສົມຄວນ, ແຕ່ລະທິມມີສະມາຊິກແຕ່ 18 - 20 ຄົນ ເຊິ່ງສະແດງໃຫ້ເຫັນຄວາມສາມັກຄີ. ຂ້າພະເຈົ້າຮູ້ສຶກເປັນກຽດທີ່ສຸດ ເມື່ອງານບຸນປະເພນີຂອງບ້ານເກີດເມືອງນອນໄດ້ຮັບການເຊີດຊູ, ຫວັງວ່າ ຈະໄດ້ແຜ່ກະຈາຍໄປສູ່ຫຼາຍວົງຄະນະຍາດໃນສັງຄົມ, ກໍຄືປະຊາຊົນຢູ່ພາຍໃນ ແລະ ສາກົນຮູ້ຈັກເຖິງ”.
ຈຸດພົ້ນເດັ່ນຂອງລາຍການປີນີ້ແມ່ນການເຂົ້າຮ່ວມຂອງສະມາຄົມດຶງເຊືອກ Gijisi (ສ.ເກົາຫຼີ). ໄປຄຽງຄູ່ກັບການສະແດງ, ເຫດການດັ່ງກ່າວຍັງສ້າງຂີດໝາຍພິທີເປີດຕົວເຄືອຂ່າຍວົງຄະນະຍາດມໍລະດົກດຶງເຊືອກ ຫວຽດນາມ. ຕາມຄະນະຈັດຕັ້ງ, ເຄືອຂ່າຍດັ່ງກ່າວ ຈະສວມບົດບາດເປັນຂົວເຊື່ອມຕໍ່ລະຫວ່າງບັນດາວົງຄະນະຍາດ, ສ້າງເງື່ອນໄຂເພື່ອແລກປ່ຽນບົດຮຽນ, ປະສົບການ, ວິທີການຈັດຕັ້ງ ແລະ ວິທີອະນຸລັກຮັກສາມໍລະດົມແບບຍືນຍົງກວ່າ. ພ້ອມທັງມີຄວາຫວັງວ່າ ເຄືອຂ່າຍດັ່ງກ່າວ ຈະກາຍເປັນບ່ອນບຳລຸງສ້າງ, ຖ່າຍທອດສິດສອນພິທີ ພ້ອມທັງໂຄສະນາມໍລະດົກດຶງເຊືອກໄປເຖິງຫຼາຍທ້ອງຖິ່ນ ແລະ ປະເທດອື່ນໄດ້ຮູ້ຈັກເຖິງ.
ສາຍເຊືອກດຶງ - ເຖິງວ່າຈະຝັ້ນດ້ວຍໄຝ່, ດ້ວຍຫວາຍ ຫຼື ເຟືອງ ກໍຕາມ, ແຕ່ກໍຍັງຮັກສາພະລັງແຫ່ງຄວາມສັກສິດພິເສດທາງດ້ານຈິດໃຈ. ຢູ່ກາງເດີ່ນວິຫານ ເຈິ່ນຫວູ, ໃນທ່າມກາງສຽງຄ້ອງສຽງກອງຂອງວັນບຸນນັ້ນ, ເຂົາເຈົ້າເຫັນມໍລະດົກເຫຼົ່ານັ້ນສືບຕໍ່ໄດ້ຮັບການຮັກສາ ແລະຖ່າຍ ທອດຈາກຄົນລຸ້ນນີ້ສູ່ຄົນລຸ້ນຕໍ່ໆໄປ./.